Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໒ ມິຖຸນາ ໒໐໒໔

ອັງກິດຕັ້ງຂໍ້ຫາ ຕໍ່ໜ່ວຍງານສືບລັບຕ່າງປະເທດຂອງຮົງກົງ ໃນກໍລະນີ ພົບເຫັນສົບ ຊາຍຄົນນຶ່ງທີ່ມີສ່ວນກ່ຽວຂ້ອງ


ທ່ານແມັຕຕີວ ທຣິກເກັດ, ອະດີດທະຫານມາຣີນຂອງຣາຊະວົງ ແລະເປັນເຈົ້າຂອງບໍລິສັດດ້ານຄວາມປອດໄພເອ, ແມ່ນເຫັນໄດ້ໃນພາບຖາຍຢູ່ໃນເຟສບຸກຂອງລາວ ທີ່ບໍ່ໄດ້ລະບຸວັນເວລາ.
ທ່ານແມັຕຕີວ ທຣິກເກັດ, ອະດີດທະຫານມາຣີນຂອງຣາຊະວົງ ແລະເປັນເຈົ້າຂອງບໍລິສັດດ້ານຄວາມປອດໄພເອ, ແມ່ນເຫັນໄດ້ໃນພາບຖາຍຢູ່ໃນເຟສບຸກຂອງລາວ ທີ່ບໍ່ໄດ້ລະບຸວັນເວລາ.

ຕຳຫຼວດຂອງອັງກິດ ກຳລັງສືບສວນສອບສວນການເສຍຊີວິດຂອງຊາຍຜູ້ນຶ່ງ ທີ່ຖືກຕັ້ງຂໍ້ຫາວ່າ ໃຫ້ການຊ່ວຍເຫຼືອແກ່ໜ່ວຍງານສືບລັບຕ່າງປະເທດຂອງ ຮົງກົງ.

ທ່ານແມັຕຕີວ ທຣິກເກັດ ອາຍຸ 37 ປີ ໄດ້ຖືກປະກາດວ່າ ເສຍຊີວິດແລ້ວ ຢູ່ໃນສວນສາທາລະນະແຫ່ງນຶ່ງໃນເຂດ ເມເດັນແຮດ (Maidenhead) ອັນເປັນພື້ນທີ່ທາງພາກໃຕ້ຂອງອັງກິດ ຢູ່ກ້ຳຕາເວັນຕົກຂອງນະຄອນຫຼວງ ລອນດອນ ອີງຕາມຖະແຫລງການໂດຍ ເຈົ້າໜ້າທີ່ຕຳຫຼວດເຂດຮ່ອມພູເທມສ໌ (Thames Valley). ເຈົ້າໜ້າທີ່ຕຳຫຼວດໄດ້ກ່າວວ່າ ພວກເຂົາເຈົ້າໄດ້ພົບເຫັນ ສົບຂອງທ່ານ ທຣິກເກັດ ຫຼັງຈາກທີ່ໄດ້ຮັບສາຍໂທລະສັບຈາກບຸກຄົນໃນສາທາ ລະນະຜູ້ນຶ່ງ.

ເຈົ້າໜ້າທີ່ຕຳຫຼວດໄດ້ກ່າວໃນຖະແຫລງການຂອງພວກເຂົາເຈົ້າ ວ່າ “ການສືບ ສວນສອບສວນໃນການເສຍຊີວິດນັ້ນພວມດຳເນີນຢູ່ ເຊິ່ງໃນຂະນະນີ້ຖືກປະຕິ ບັດຄືກັບວ່າ “ບໍ່ສາມາດອະທິບາຍໄດ້”.

ທ່ານທຣິກເກັດ ເຄີຍເປັນທະຫານມາຣີນຂອງຣາຊະວົງ ແລະລາວເປັນເຈົ້າຂອງ ບໍລິສັດດ້ານຄວາມປອດໄພເອກະຊົນ. ພາຍຫຼັງຈາກຖືກຕັ້ງຂໍ້ຫາວ່າ ໃຫ້ການ ຊ່ວຍເຫຼືອແກ່ໜ່ວຍງານສືບລັບຕ່າງປະເທດ ແລະການແຊກແຊງຂອງຕ່າງປະ ເທດພາຍໃຕ້ກົດໝາຍຄວາມໝັ້ນຄົງແຫ່ງຊາດຂອງອັງກິດ ລາວກໍໄດ້ຖືກປ່ອຍ ຕົວຫຼັງຈາກວາງເງິນຄ້ຳປະກັນໃນວັນທີ 13 ພຶດສະພາ.

ໜ່ວຍງານສືບລັບຕ່າງປະເທດທີ່ຖືກ​ອ້າງ​ເຖິງ​ໃນ​ກ່າວຫາຕ່າງ​ໆນັ້ນວ່າແມ່ນຂອງ ຮົງກົງ. ທ່ານທຣິກເກັຕ ແມ່ນນຶ່ງໃນຜູ້ຊາຍສາມ​ຄົນທີ່ຖືກກ່າວຫາວ່າ ທຳສອດ ແນມໃຫ້ແກ່ຈີນ.

ພວກຜູ້ຊາຍອີກສອງຄົນ ທີ່ມີສ່ວນກ່ຽວຂ້ອງແມ່ນ ທ້າວ ຊີ ເລິງ ໄວ, ອາຍຸ 38 ປີ ແລະ ທ້າວ ຈັງ ບຸຍ ຢຸນ, ອາຍຸ 63 ປີ. ກົດໝາຍວ່າດ້ວຍຄວາມໝັ້ນຄົງ ແຫ່ງຊາດ ເຊິ່ງໄດ້ຖືກຮັບຜ່ານໃນເດືອນທັນວາທີ່​ຜ່ານ​ມາ ໄດ້ແນເປົ້າໝາຍໃສ່ ໄພຂົ່ມຂູ່ຈາກຕ່າງປະເທດທັງຫຼາຍ. ກົດໝາຍນີ້ ຄວນຈະເສີມຂະຫຍາຍຄວາມ ໝັ້ນຄົງຂອງອັງກິດ ແລະປົກປ້ອງສະຖາບັນປະຊາທິປະໄຕ, ເສດຖະກິດ ແລະຄຸນຄ່າຂອງປະເທດ.

Matthew Trickett, 37, was pronounced dead Sunday in a park in Maidenhead, an area of southern England west of London, according to a statement by Thames Valley Police. The police said they discovered Trickett’s body after receiving a call from a member of the public.

"An investigation is ongoing into the death, which is currently being treated as unexplained," the police said in their statement.

Trickett was a former Royal Marine, and he owned a private security firm. After facing the charges of assisting a foreign intelligence service and foreign interference under Britain’s National Security Act, he was given bail on May 13.

The foreign intelligence service referred to in the charges is that of Hong Kong. Trickett was one of three men accused of spying for China.

The other men involved are Chi Leung Wai, 38, and Chung Biu Yuen, 63. The National Security Act, which was passed in December, targets threats from foreign countries. It is supposed to enhance UK security and protect the country's democratic institutions, economy and values.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG