Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໕ ກໍລະກົດ ໒໐໒໔

ຈີນ ເພັ່ງເລັງໃສ່ ການຂຸດຄົ້ນແຮ່ທາດ ໃນອາຂຽນ ໂດຍສະເພາະ ແຮ່ທາດທີ່ຫາຍາກ ຢູ່ໃນລາວ


ພິທີເປີດອຸມົງເຂົ້າ ບໍ່ດິສໂຄເວີຣີ ເພື່ອເຈາະສຳຫຼວດບໍ່ແຮ່ໃຕ້ດິນ
ພິທີເປີດອຸມົງເຂົ້າ ບໍ່ດິສໂຄເວີຣີ ເພື່ອເຈາະສຳຫຼວດບໍ່ແຮ່ໃຕ້ດິນ

ບັນດາບໍລິສັດຈີນເພັ່ງເລັງໃສ່ສຳປະທານການຂຸດຄົ້ນແຮ່ທາດຢູ່ໃນເອເຊຍ ໂດຍສະເພາະແມ່ນການຂຸດຄົ້ນແຮ່ທາດຫາຍາກ ຫຼື Rare Earth ໃນລາວ ເພື່ອຕອບສະໜອງດ້ານ Semiconductor ໃຫ້ກັບຈີນນັ້ນ ເຊິ່ງຊົງຣິດ ໂພນເງິນ ມີລາຍງານ ຈາກບາງກອກ.

ດຣ. ສົມພົບ ມານະຣັງສັນ ອະທິການບໍດີສະຖາບັນການຈັດການປັນຍາພິວັດ-ຜູ້ຊ່ຽວຊານໃນດ້ານເສດຖະກິດລະຫວ່າງປະເທດຂອງຈີນ ໃຫ້ທັດສະນະວ່າ ໃນໄລຍະ 5 ປີຕໍ່ໄປນີ້ ທາງການຈີນຈະເນັ້ນໜັກໃຫ້ຄວາມສຳຄັນເປັນພິເສດຕໍ່ການສະແຫວງຫາໂອກາດໃນສິດສຳປະທານການຂຸດຄົ້ນແຮ່ທາດໃນກຸ່ມອາຊຽນຫຼາຍຂຶ້ນ ໂດຍສະເພາະແມ່ນການຂຸດຄົ້ນແຮ່ທາດຫາຍາກ (Rare Earth) ເພື່ອຕອບສະໜອງໃຫ້ແກ່ການພັດທະນາທາງດ້ານ Semiconductor ທີ່ຈີນຕ້ອງ ການຈະເພິ່ງພາຕົນເອງໃຫ້ໄດ້ຫຼາຍຂຶ້ນນັບມື້ນັ້ນ ຖືເປັນເປົ້າໝາຍສຳຄັນທີ່ສຸດ ໂດຍໄດ້ນຳໃຊ້ເງິນທຶນໄປເພື່ອການວິໄຈ ແລະການພັດທະນາ (R&D) ໃນດ້ານນີ້ແລ້ວເຖິງ 5 ໝື່ນລ້ານໂດລາ ດັ່ງທີ່ ດຣ. ສົມພົບ ໄດ້ໃຫ້ການຢືນຢັນວ່າ:

“ເລື້ອງຂອງເຊມີຄອນດັກເຕີ ໜິ ຂະນະນີ້ ຈີນເພິ່ງພາຕົນເອງໄດ້ປະມານ 24 ເປີເຊັນ ເມື່ອປີ 2018 ນີ້ ປາກົດວ່າ ຈີນເພິ່ງພາຕົນເອງໃນດ້ານການຜະລິດ ຊິບຄອມພິວເຕີ ຫັ້ນ ຫຼືວ່າ ເຊມີຄອນດັກເຕີ ໄດ້ພຽງແຕ່ 14 ເປີເຊັນ ຕອນນີ້ມັນຂຶ້ນມາເປັນ 24 ເປີເຊັນ ແລະຄາດວ່າ ອີກປະມານ 5 ປີຂ້າງໜ້ານີ້ ເຂົາຢາກໃຫ້ຊື້ເໝົາ ເປັນ 35 ເປີເຊັນ ເຖິງ 40 ເປີເຊັນ ເພາະຕອນນີ້ໜິ ເຂົາທຸ້ມເທງົບປະມານໃນການວິໄຈ ໃຊ້ເງິນໄປ 5 ໝື່ນລ້ານໂດລາ ໃນການເຮັດ R&D ສະເພາະ Huawei ພຽງແຫ່ງດຽວ 22,000 ກວ່າລ້ານໂດລາ ຕໍ່ປີ ຄິດເປັນປະມານ 20 ກວ່າເປີເຊັນຂອງມູນຄ່າຍອດເງິນແຕ່ລະປີຂອງ Huawei ນີ້ ເພາະວ່າ ເຂົາຮູ້ແລ້ວວ່າ ຈັ່ງໃດກໍຕ້ອງໃຊ້ດັງຂອງຕົນເອງຫາຍໃຈ.”

ທາງດ້ານ ນັກທຸ​ລະກິດໃນສະພາການຄ້າແລະອຸດສາຫະກຳແຫ່ງຊາດລາວເປີດ ເຜີຍວ່າ ໃນປັດຈຸບັນນີ້ ມີບໍລິສັດຈີນ 357 ລາຍ ທີ່ຍັງລໍຖ້າການອະນຸຍາດສຳປະທານການຂຸດຄົ້ນແຮ່ທາດຫາຍາກ ຫຼື Rare Earth ຊຶ່ງລັດຖະບານລາວພາຍໃຕ້ການນຳຂອງ ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ກໍໄດ້ມອບໝາຍໃຫ້ກະຊວງພະລັງງານແລະບໍ່ແຮ່ ຮັບຜິດຊອບໃນການພິຈາລະນາຕັດສິນໃຈຮ່ວມກັບກະຊວງການເງິນ ແລະ ກະຊວງອຸດສາຫະກຳແລະການຄ້າ ໂດຍຄາດວ່າ ຈະສາມາດພິຈາລະນາ-ຕັດສິນໃຈ ແລະສະເໜີເຂົ້າສູ່ການອະນຸມັດໃນກອງປະຊຸມຄະນະລັດຖະບານລາວ ໃນໄວໆນີ້ ເນື່ອງຈາກວ່າ ຖືເປັນວາລະເລັ່ງດ່ວນທີ່ລັດຖະບານລາວ ຈະຕ້ອງສ້າງລາຍຮັບເພື່ອດຸນດ່ຽງດ້ານລາຍຈ່າຍໃຫ້ໄດ້ໃນແຜນການປີ 2023 ນີ້.

ແຕ່ເນື່ອງຈາການທີ່ບັນດາສະມາຊິກສະພາແຫ່ງຊາດ ໄດ້ປະກອບຄວາມເຫັນໃນກອງປະຊຸມສະໄໝສາມັນຄັ້ງທີ 4 ຂອງສະພາແຫ່ງຊາດລາວ ທີ່ດຳເນີນກອງປະຊຸມໃນຊ່ວງວັນທີ 5-30 ທັນວາ 2022 ວ່າ ລັດຖະບານລາວ ໄດ້ຮັບຜົນຕອບແທນບໍ່ຄຸ້ມຄ່າຈາກການໃຫ້ສຳປະທານ ການຂຸດຄົ້ນແຮ່ຫາຍາກ Rare Earth ຢູ່ໃນ 2 ພື້ນທີ່ ຂອງແຂວງຊຽງຂວາງ ແລະການອະນຸຍາດໃຫ້ 13 ບໍລິສັດຈີນ ດຳເນີນທຸລະກຳ ແລະຂຸດຄົ້ນ Crypto ຊຶ່ງລວມເຖິງການໃຫ້ສຳປະທານຂຸດຄົ້ນແຮ່ແບບເລັ່ງດ່ວນແກ່ 62 ບໍລິສັດຈີນ ທີ່ລັດຖະລານລາວ ໄດ້ຮັບຜົນຕອບແທນພຽງ 100 ກວ່າລ້ານໂດລາເທົ່ານັ້ນໃນປີ 2022 ຜ່ານມາ ກໍໄດ້ເປັນຜົນເຮັດໃຫ້ສະມາຊິກສະພາແຫ່ງຊາດ ໄດ້ຮຽກຮ້ອງຂໍໃຫ້ລັດຖະບານລາວ ສັ່ງໂຈະການດຳເນີນກິດຈະການຂອງບັນດາບໍລິສັດຈີນ ທີ່ໄດ້ຮັບສຳປະ ທານດັ່ງກ່າວ ເປັນການຊົ່ວຄາວ ແລະຂໍໃຫ້ທົບທວນຄືນ ກ່ຽວກັບລາຍໄດ້ ທີ່ລັດຖະບານລາວ ສົມຄວນໄດ້ຮັບອີກດ້ວຍ ດັ່ງທີ່ທ່ານນາງ ວາຣີ ເວດສະພົງ ສະມາຊິກສະພາແຫ່ງຊາດ ໄດ້ຢືນຢັນວ່າ:

“ໂຕເລກທີ່ຂາຍໄຟຟ້າ ໄດ້ຈາກເໝືອງ Bitcoin ຫັ້ນ ໄດ້ໜ້ອຍ-ຫຼາຍຊ່ຳໃດ ເພາະວ່າ ການເຮັດ Bitcoin ນີ້ ເຮົາຈະຂາຍໄຟ ເພາະວ່າ ຂະແໜງການນີ້ແມ່ນ 1 ໃນເສົາຄ້ຳຫລັກ ຂອງເສດຖະກິດມະຫາພາກ ເພາະສະນັ້ນ ໂຕນີ້ ຖ້າເຮົາບໍ່ຈິງໃຈປະຕິບັດກົດໝາຍ ແມ່ນພວກເຮົາຍັງຕົກຢູ່ໃນສະພາບນີ້ອີກຕໍ່ໄປ ການຄຸ້ມຄອງເງິນຕາຂອງພວກເຮົານີ້ ແມ່ນອ່ອນແອຫຼາຍ ເພາະບັນດາໂຄງ ການໃຫຍ່ໆນ່ະ ສົ່ງໄຟຟ້າ ເໝືອງຕ່າງໆ ລ້ວນແລ້ວແຕ່ໄດ້ເປັນເງິນຕາຕ່າງ ປະເທດເຂົ້າມາ ແລ້ວມັນໄປໃສ? ມີແຕ່ບອກວ່າ ບໍ່ເຂົ້າລະບົບ ມັນຜິດກົດໝາຍການຄຸ້ມຄອງເງິນຕາ ແຕ່ເຮົາກໍບໍ່ເຮັດຫຍັງ.”

ຍິ່ງໄປກວ່ານັ້ນ ກໍຍັງປາກົດດ້ວຍວ່າ ໃນປັດຈຸບັນ 13 ບໍລິສັດຈີນ ໄດ້ຢຸດການດຳເນີນທຸລະກຳ ໃນການຂຸດຄົ້ນແລະຊື້ຂາຍ Crypto ໄປແລ້ວ ສ່ວນບັນດາບໍລິສັດຈີນ ທີ່ຂຸດຄົ້ນແຮ່ອື່ນໆນັ້ນ ກໍໄດ້ພາກັນຢຸດເຊົາການຂຸດຄົ້ນເຊັ່ນດຽວກັນ ຊຶ່ງເປັນຍ້ອນລາຄາແຮ່ທາດທີ່ຕົກຕ່ຳລົງ ແລະສົມທົບດ້ວຍຄ່າຂົນສົ່ງທີ່ເພີ້ມຂຶ້ນຈາກລາຄານ້ຳມັນທີ່ປັບຕົວສູງຂຶ້ນ ແຕ່ສະພາບການນີ້ ກໍຖືເປັນບັນຫາໄລຍະສັ້ນເທົ່ານັ້ນ.

XS
SM
MD
LG