Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໘ ມິຖຸນາ ໒໐໒໔

ການຊ່ວຍເຫຼືອດ້ານມະນຸດສະທຳ ໄປຮອດ ເຂດກາຊາ ແລ້ວ


ຊາວປາແລັສໄຕນ໌ ພາກັນຄອຍຖ້າພວກລົດບັນທຸກເຄື່ອງຊ່ວຍເຫຼືອ ທີ່ຈະຂ້າມຊາຍແດນເຂົ້າມາໃນໃຈກາງແຫຼມກາຊາ ເມື່ອວັນທີ 19 ພຶດສະພາ 2024.
ຊາວປາແລັສໄຕນ໌ ພາກັນຄອຍຖ້າພວກລົດບັນທຸກເຄື່ອງຊ່ວຍເຫຼືອ ທີ່ຈະຂ້າມຊາຍແດນເຂົ້າມາໃນໃຈກາງແຫຼມກາຊາ ເມື່ອວັນທີ 19 ພຶດສະພາ 2024.

ການຊ່ວຍເຫຼືອດ້ານມະນຸດສະທຳໄດ້ເລີ້ມເຂົ້າໄປໃນເຂດກາຊາ ໂດຍຜ່ານທ່າ ເຮືອຊົ່ວຄາວທີ່ສ້າງຂຶ້ນໂດຍສະຫະລັດ ອີງຕາມບັນດາເຈົ້າໜ້າທີ່ຂອງສະຫະລັດ.

“ການຊ່ວຍເຫຼືອກຳລັງຫລັ່ງໄຫລເຂົ້າ​ໄປ” ທ່ານເຈັກ ຊູລີວັນ ທີ່ປຶກສາດ້ານ ຄວາມໝັ້ນຄົງແຫ່ງຊາດ ໄດ້ກ່າວໃນວັນພຸດວານນີ້ ຢູ່ທີ່ທຳນຽບຂາວ. ທ່ານກ່າວອີກວ່າ “ມັນບໍ່ໄດ້ລັ່ງໄຫລເຂົ້າໄປໃນລະດັບທີ່ພວກເຮົາເພິ່ງພໍໃຈນຳ ເນື່ອງຈາກວ່າພວກເຮົາຕ້ອງການໃຫ້ຫຼາຍກວ່ານັ້ນຕະຫຼອດໄປ.”

ກະຊວງປ້ອງກັນປະເທດກະປະມານວ່າ ການຊ່ວຍເຫຼືອຫຼາຍກວ່າ 800 ໂຕນ ຈະໄປຮອດພາຍໃນຕອນແລງຂອງວັນພຸດວານນີ້.

ພົນເຮືອໂທ ແບຣດ ຄູເປີ ໄດ້ກ່າວວ່າ ສະຫະລັດ ຫວັງວ່າຈະນຳສົ່ງການ ຊ່ວຍເຫຼືອໄປປະມານ 500 ໂຕນ ໃນແຕ່ລະວັນໂດຍຜ່ານທ່າເຮືອດັ່ງກ່າວ ຫຼື ລົດ​ບັນ​ທຸກປະມານ 90 ຄັນຕໍ່ມື້ ອີງຕາມອົງການຂ່າວ CNN.

ການຊ່ວຍເຫຼືອດັ່ງກ່າວ ມີຂຶ້ນຂະນະທີ່ມີລາຍງານວ່າ ກາຊາ ກຳລັງໃກ້ຈະເກີດ ພາວະຄວາມອຶດຫິວ. ເຈົ້າໜ້າທີ່ການຊ່ວຍເຫຼືອດ້​ານມະນຸດສະທຳຈຳ​ນວນ​ນຶ່ງ ກ່າວວ່າ ພາວະຄວາມອຶດຫິວໄດ້ເກີດ​ຂຶ້ນ​ໃນ​ບາງ​ພື້ນ​ທີ່​ແລ້ວ.

ການຊ່ວຍເຫຼືອໄດ້ໄປຮອດທ່າເຮືອດັ່ງກ່າວເມື່ອອາທິດແລ້ວນີ້ ແລະໄດ້ຖືກຂົນ ຂຶ້ນລົດບັນທຸກຫຼາຍຄັນ ແຕ່ຂະບວນລົດບັນທຸກ ແລະເຄື່ອງຂອງສ່ວນຫຼາຍ ຢູ່ເທິງລົດບັນທຸກນັ້ນ ໄດ້ຖືກພວກຝູງຄົນພາກັນບຸກເຂົ້າໄປຍາດກັນເອົາໝົດ. ຊາຍຄົນນຶ່ງໄດ້​ເສຍ​ຊີ​ວິດໃນເຫດການດັ່ງກ່າວນີ້.

ອົງການຊ່ວຍເຫຼືອຕ່າງໆ ດຽວນີ້ ກຳລັງປະສານງານກັນເພື່ອເຮັດໃຫ້ເສັ້ນທາງ ຂອງຂະບວນລົດຂົນສົ່ງປອດໄພ ເພື່ອຫລີກຫຼ່ຽງເຫດການໃດໆທີ່​ຮ້າຍ​ເຖິງ ຊີວິດ.

ໃນຂະນະດຽວກັນລົດຖັງຂອງອິສຣາແອລ ໄດ້ເຄື່ອນກຳລັງເຂົ້າໄປໃນເມືອງ ຣາຟາ ທາງພາກໃຕ້ຂອງເຂດ ກາຊາ ເມື່ອຕອນແລງວັນພຸດວານນີ້ ອີງຕາມ ອົງການຂ່າວຣອຍເຕີສ໌.

ປະຕິບັດການຂອງກອງທັບ ອິສຣາແອລ ໄດ້​ເກີດ​ຂຶ້ນພ້ອມກັບການໂຈມຕີຢ່າງ ໜັກໜ່ວງຕໍ່ເມືອງຣາຟາ ທີ່ໄດ້ສົ່ງຜົນໃຫ້ປະຊາຊົນຫຼາຍພັນຄົນແຍກກະຈັດກະ ຈາຍເພື່ອຊອກຫາບ່ອນຫລົບລີ້.

Humanitarian aid is beginning to enter Gaza through a U.S.-built pier, according to U.S. officials.

"Aid is flowing," national security adviser Jake Sullivan said Wednesday at the White House. "It’s not flowing at the rate that any of us would be happy with, because we always want more."

The Defense Department estimates that more than 800 tons of aid will have arrived by Wednesday night.

Navy Vice Admiral Brad Cooper said the United States hopes to deliver about 500 tons of aid daily via the pier, or about 90 trucks a day, according to CNN.

The aid comes as much of Gaza is reportedly on the brink of famine. Some humanitarian aid officials say famine has arrived in some locations.

Aid arrived at the pier last week and was loaded onto trucks, but the truck convoy and much of its contents was overtaken by crowds of people. One man was killed in the incident.

Aid organizations are now coordinating safe routes for the convoys to avoid any deadly incidents.

Meanwhile, Israeli tanks made advances into Rafah in southern Gaza on Wednesday night, according to Reuters.

The military operation came with a severe bombardment of Rafah that sent hundreds of thousands of people scattering for cover.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG