Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໔ ມິຖຸນາ ໒໐໒໔

ປະເທດ ໄອແລນ, ນໍເວ ແລະ ສະເປນ ຈະຮັບຮູ້ ລັດ ປາແລັສໄຕນ໌


ແຟ້ມພາບ - ເດັກນ້ອຍຜູ້ຊາຍຄົນ​ໜຶ່ງ​ໂບກ​ທຸງ​ຊາດ​ປາ​ແລັສໄຕນ໌ ຢູ່​ເມືອງ​ບາ​ເຊ​ໂລ​ນາ ປະ​ເທດ​ສ​ເປນ ເມື່ອ​ວັນ​ທີ 20 ມັງ​ກອນ 2024. ປະເທດໃນ​ສະ​ຫະ​ພາບຢູໂຣບ ຄື ສະ​ເປນ, ໄອ​ແລນ ແລະ ນໍເວ ໃນ​ວັນ​ພຸດ​ ໄດ້​ປະ​ກາດ​ວັນ​ທີ່​ຈະ​ຮັບ​ຮູ້​ປາ​ແລັສໄຕນ໌​ເປັນ​ລັດ.
ແຟ້ມພາບ - ເດັກນ້ອຍຜູ້ຊາຍຄົນ​ໜຶ່ງ​ໂບກ​ທຸງ​ຊາດ​ປາ​ແລັສໄຕນ໌ ຢູ່​ເມືອງ​ບາ​ເຊ​ໂລ​ນາ ປະ​ເທດ​ສ​ເປນ ເມື່ອ​ວັນ​ທີ 20 ມັງ​ກອນ 2024. ປະເທດໃນ​ສະ​ຫະ​ພາບຢູໂຣບ ຄື ສະ​ເປນ, ໄອ​ແລນ ແລະ ນໍເວ ໃນ​ວັນ​ພຸດ​ ໄດ້​ປະ​ກາດ​ວັນ​ທີ່​ຈະ​ຮັບ​ຮູ້​ປາ​ແລັສໄຕນ໌​ເປັນ​ລັດ.

ປະ​ເທດ ໄອແລນ, ນໍເວ ແລະ ສະເປນ ຕ່າງໄດ້ກໍປະກາດ ກ່ຽວກັບການຮັບຮູ້ ລັດ ປາແລັສໄຕນ໌ ໃນວັນພຸດມື້ນີ້, ໂດຍອ້າງເຖິງສົງຄາມອິສຣາແອລ ແລະ ກຸ່ມຮາມັສ ຢູ່ເຂດກາຊາ ແລະ ຈຳເປັນເພື່ອໃຫ້ບັນລຸການແກ້ໄຂບັນຫາສອງລັດ ເພື່ອສັນຕິພາບທີ່ຍືນຍົງໃນພາກພື້ນ.

ນາຍົກລັດຖະມົນຕີ ນໍເວ ທ່ານ ໂຈນັສ ກາ ສຕໍ (Jonas Gahr Støre) ກ່າວວ່າ “ສົງຄາມທີ່ກຳລັງດຳເນີນຢູ່ໃນເຂດກາຊາ ໄດ້ສະແດງໃຫ້ເຫັນຢ່າງ ຈະແຈ້ງວ່າ ການບັນລຸສັນຕິພາບ ແລະສະຖຽນລະພາບນັ້ນ ຈະຕ້ອງໄດ້ຖືກ ກຳນົດໄວ້ລ່ວງໜ້າ ເພື່ອແກ້ໄຂບັນຫາຂອງຊາວປາແລັສໄຕນ໌.” “ສົງຄາມ​ແມ່ນ​ຈຸດ​ຕ່ຳ​ສຸດ​ໃນ​ຄວາມຂັດແຍ້ງ ລະຫວ່າງ ອິສຣາແອລ ແລະ ປາແລັສໄຕນ໌ ທີ່​ໄດ້ແກ່ຍາວ​ມາ. ສະຖານະ​ການ​ຢູ່ໃນ​ຕາ​ເວັນ​ອອກ​ກາງ ​ບໍ່​ໄດ້​ໂຫດຮ້າຍແບບ​ນີ້​ມາ​ເປັນ​ເວລາ​ຫຼາຍ​ປີ​ແລ້ວ.”

ນໍ​ແວ​ກ່າວ​ວ່າ ມັນມີຄວາມ​ເຫັນກັນພ້ອມ​ກັນຢ່າງກວ້າງ​ຂວາງ​ຈາກ​ສາກົນ ​ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ໃນ​ການ​ແກ້​ໄຂບັນຫາ​ສອງ​ລັດ, ເຊິ່ງລວມທັງ​ການ​ລົງ​ຄະ​ແນນ​ສຽງ​ຢ່າງ​ຖ້ວມລົ້ນ​ຢູ່​ທີ່​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ໃນ​ເດືອນ​ນີ້ ​ເພື່ອ​ຮັບ​ຮອງ ປາ​ແລັສ​ໄຕ​ນ໌ ວ່າ​ມີ​ຄຸນສົມບັດທີ່ຈະ​ເຂົ້າ​ຮ່ວມອົງການຈັດຕັ້ງ​ໂລກ.

ນາຍົກລັດຖະມົນຕີສເປນ ທ່ານ ເປໂດຣ ຊານເຈັສ (Pedro Sanchez) ກ່າວວ່າການຕັດສິນໃຈດັ່ງກ່າວແມ່ນອີງໃສ່ "ສັນຕິພາບ, ຄວາມຍຸດຕິທຳ ແລະຄວາມສອດຄ່ອງກັນ."

ທ່ານ ຊານເຈັສ (Sánchez) ກ່າວວ່າ "ຮອດເວລາແລ້ວທີ່ຈະປ່ຽນຈາກຄໍາເວົ້າ ໄປສູ່ການປະຕິບັດ."

ທັງສາມ​ປະ​ເທດ​ກ່າວ​ວ່າການ​ຮັບ​ຮອງ ລັດ​ປາ​ແລັ​ສ​ໄຕ​ນ໌​ ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ວັນ​ທີ 28 ພຶດ​ສະ​ພານີ້.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG