ນັບຕັ້ງແຕ່ກຸ່ມ ຮາມາສ ໄດ້ເປີດສາກບຸກໂຈມຕີກໍ່ການຮ້າຍເມື່ອວັນທີ 7 ຕຸລາ ຢູ່ອິສຣາແອລ, ເຊິ່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດປະມານ 1,200 ຄົນ ແລະ ຈັບຕົວປະກັນປະມານ 250 ຄົນ, ອິສຣາແອລ ຈຶ່ງໄດ້ເລີ້ມດຳເນີນການບຸກໂຈມຕີເພື່ອກຳຈັດ ກຸ່ມຮາມາສ ອອກຈາກເຂດກາຊາ.
ໃນຕົ້ນເດືອນນີ້, ລັດຖະບານອິສຣາແອລ ໄດ້ສະເໜີການຄາດຄະເນຄັ້ງທຳອິດ ກ່ຽວກັບຈຳນວນຜູ້ເສຍຊີວິດໃນການດຳເນີນງານດັ່ງກ່າວ ໂດຍກ່າວວ່າ ກອງກຳລັງຂອງຕົນ ໄດ້ສັງຫານພວກກໍ່ການຮ້າຍໄປແລ້ວ 14,000 ຄົນ ແລະ ພົນລະເຮືອນອີກ 16,000 ຄົນ.
ຢູ່ໃນເຂດກາຊາ, ກະຊວງສາທາລະນະສຸກທີ່ດຳເນີນງານໂດຍກຸ່ມຮາມາສ ກ່າວວ່າ ມີຜູ້ເສຍຊີວິດ 35,000 ຄົນ, ແລະໄດ້ “ລະບຸໂຕຕົນຂອງຜູ້ເສຍຊີວິດໄດ້ຢ່າງສົມບູນ” ເກືອບ 25,000 ຄົນ.
ຈຳນວນຂອງຜູ້ເສຍຊີວິດທີ່ລະບຸໂດຍກຸ່ມຮາມາສ ບໍ່ໄດ້ຈໍາແນກລະຫວ່າງພວກນັກຕໍ່ສູ້ ແລະ ພົນລະເຮືອນ. ກຸ່ມຮາມາສ ຢັ້ງຢືນວ່າ ມາຮອດປັດຈຸບັນນີ້ ຈຳນວນຜູ້ເສຍຊີວິດສ່ວນຫລາຍແມ່ນແມ່ຍິງ ແລະເດັກນ້ອຍ.
ອິສຣາແອລ ໄດ້ກ່າວຕຳໜິບັນດາສື່ມວນຊົນພາຍນອກຢ່າງໜັກໜ່ວງ ທີ່ລາຍງານຈຳນວນຜູ້ເສຍຊີວິດຂອງກຸ່ມຮາມາສໂດຍບໍ່ວິພາກວິຈານ ແລະກ່າວວ່າ ຕົວເລກຂອງຕົນນັ້ນ ມີຄວາມໜ້າເຊື່ອຖືກວ່າ.
ທ່ານ ໂອເຣນ(ມາມໍສໄຕນ໌ (Oren Marmorstein), ໂຄສົກກະຊວງການຕ່າງປະເທດອິສຣາແອລກ່າວໃນອາທິດແລ້ວນີ້ວ່າ “ອິສຣາແອລໄດ້ກ່າວຊ້ຳແລ້ວຊ້ຳອີກວ່າ ຕົວເລກທີ່ອອກມາຈາກເຂດກາຊາ, ເຊິ່ງຖືກສະທ້ອນໃຫ້ເຫັນໂດຍອົງການສະຫະປະຊາຊາດ ແມ່ນຖືກຄວບຄຸມໂດຍອົງການກໍ່ການຮ້າຍ ຮາມາສ.
ທ່ານ ກ່າວຕື່ມວ່າ ຕົວເລກດັ່ງກ່າວ “ບໍ່ຖືກຕ້ອງ, ແລະມັນບໍ່ໄດ້ສະທ້ອນໃຫ້ເຫັນເຖິງຄວາມເປັນຈິງຢູ່ໃນພື້ນທີ່.”
ຟໍຣັມສະແດງຄວາມຄິດເຫັນ