Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໘ ກໍລະກົດ ໒໐໒໔

ໃນ​ຂະ​ນະ​ທີ່​ພາ​ວະ​ເງິນ​ເຟີ້​ຮຸນ​ແຮງຂຶ້ນ ອາ​ເຈັນ​ຕີ​ນາ ເລີ່ມ​ພິມ​ເງິນ​ໃບ 10,000 ເປ​ໂຊ


ພະ​ນັກ​ງານ​ຄົນ​ນຶ່ງ​ນັບ​ເງິນ​ຢູ່​ຮ້ານ​ຊຸບ​ເປີ​ມາ​ເກັດ​ແຫ່ງ​ນຶ່ງ​ໃນ​ນະ​ຄອນຫຼວງ ບູ​ເອ​ນອ​ສ ແອ​ເຣັ​ສ, ອາ​ເຈັນ​ຕີ​ນາ, 21 ພະ​ຈິກ 2023.
ພະ​ນັກ​ງານ​ຄົນ​ນຶ່ງ​ນັບ​ເງິນ​ຢູ່​ຮ້ານ​ຊຸບ​ເປີ​ມາ​ເກັດ​ແຫ່ງ​ນຶ່ງ​ໃນ​ນະ​ຄອນຫຼວງ ບູ​ເອ​ນອ​ສ ແອ​ເຣັ​ສ, ອາ​ເຈັນ​ຕີ​ນາ, 21 ພະ​ຈິກ 2023.

ລາ​ຄາ​ສິນ​ຄ້າ​ຕ່າງໆ​ໃນ​ປະ​ເທດ ອາ​ເຈັນ​ຕີ​ນາ ໄດ້​ເພີ່ມ​ຂຶ້​ນ​ຢ່າງຫຼວງຫຼາຍໃນ​ສອງ​ສາມ​ເດືອນ​ທີ່​ຜ່ານ​ມານີ້ ເຊິ່ງ​ລັດ​ຖະ​ບານ​ໄດ້ເພີ້ມຂະ​ໜາດຂອງ​ພັນ​ທະ​ບັດຂະ​ໜາດໃຫຍ່​ທີ່​ສຸດຂອງ​ເຂົາ​ເຈົ້າ ຂຶ້ນ​ຫ້າ​ເທົ່າ, ເປັນ 10,000 ເປ​ໂຊ, ເຊິ່ງ​ມີ​ມູນ​ຄ່າ​ເທົ່າ​ກັບ 10 ໂດ​ລາ.

ການ​ປະ​ກາດ​ຂອງ​ທະ​ນາ​ຄານ​ກາງ​ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ​ໄດ້​ສັນ​ຍາ​ທີ່​ບັນ​ເທົາ​ພາ​ລະ​ສຳ​ລັບ​ປະ​ຊາ​ຊົນ ອາ​ເຈັນ​ຕີ​ນາ ຫຼາຍ​ຄົນ​ ຜູ້​ທີ່ບາງ​ຄັ້ງ ​ຕ້ອງ​ໄດ້​ແບກ​ຫາບ​ຖົງ​ຂະ​ໜາດ​ໃຫຍ່, ຫີບ​ທີ່​ເຕັມ​ໄປ​ດ້ວຍ​ເງິນ​ສົດ​ສຳ​ລັບ​ການ​ຊື້​ຂາຍ​ທຳ​ມະ​ດາ. ອັດ​ຕາ​ເງິນ​ເຟີ້​ປະ​ຈຳ​ປີ​ຂອງ ອາ​ເຈັນ​ຕີ​ນາ ໄດ້​ເພີ່ມ​ຂຶ້ນ​ຮອດ 287 ເປີ​ເຊັນ​ໃນ​ເດືອນ​ມີ​ນາ​ທີ່​ຜ່ານ​ມາ, ເຊິ່ງ​ເປັນ​ນຶ່ງ​ໃນ​ກາ​ນ​ເພີ່ມ​ຂຶ້ນ​ທີ່​ສູງ​ທີ່​ສຸດ​ໃນ​ໂລກ.

ພັນ​ທະ​ບັດ​ເງິນ​ຕາ​ໃໝ່, ເຊິ່ງ​ມີ​ຄ່າ​ສູງກວ່າ​ເງິນ​ໃບ​ໃຫຍ່​ທີ່​ສຸດ​ກ່ອນ​ໜ້ານີ້ 5 ເທົ່າ​, ແມ່ນ​ຄາດ​ວ່າ​ຈະ​ຖືກ​ນຳ​ໃຊ້​ໃນ​ເດືອນ​ໜ້າ ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ “ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການ​ຊື້​ຂາຍ​ລະ​ຫວ່າງ​ຜູ້​ໃຊ້,” ອີງ​ຕາມ​ການ​ກ່າວ​ຂອງ​ທະ​ນາ​ຄານ​ກາງ. ເງິນ​ໃບ 10,000 ເປ​ໂຊ ແມ່ນ​ມີ​ຄ່າ​ເທົ່າ​ກັບ 11 ໂດ​ລາ​ໃນ​ອັດ​ຕາ​ການ​ແລກ​ປ່ຽນ​ຢ່າງ​ເປັນ​ທາງ​ການ​ຂອງ​ປະ​ເທດ ແລະ 9 ໂດ​ລາ​ໃນ​ອັດ​ຕາ​ການ​ແລກ​ປ່ຽນ​ຂອງ​ຕະຫຼາດ​ມືດ.

ໃນ​ທົ່ວ​ ອາ​ເຈັນ​ຕີ​ນາ, ເງິນ ໂດຍ​ສະ​ເພາະ, ໃບ 10,000 ເປ​ໂຊ​ທີ່​ມີ​ແຜ່ຫຼາຍ​ຂອງ​ປະ​ເທດ​ນັ້ນ, ຍັງ​ຄົງ​ເປັນ​ວິ​ທີ​ທີ່​ນິ​ຍົມ​ທີ່​ສຸດ​ເພື່ອ​ໃຊ້​ຊື້​ສິ່ງ​ຂອງ​ຕ່າງໆ. ເວ​ລາ​ທີ່​ມັນ​ຖືກ​ພິມ​ຄັ້ງ​ທຳ​ອິດ​ໃນ​ປີ 2017, ເງິນ​ໃບ 1,000 ເປ​ໂຊ ແມ່ນ​ມີ​ຄ່າ​ເທົ່າ​ກັບ 58 ໂດ​ລາ​ໃນ​ຕະຫຼາດ​ມືດ. ແຕ່​ດຽວນີ້, ມັນ​ມີ​ຄ່າ​ເທົ່າ​ກັບ 1 ໂດ​ລາ.

ຍ້ອນ​ຄວາມບໍ່​ໝັ້ນ​ຄົງ​ຈາກວິ​ກິດ​ການ​ດ້ານ​ການ​ເງິນ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ຂອງ ອາ​ເຈັນ​ຕີ​ນາ ໃນ​ຮອບ​ສອງ​ທົດ​ສະ​ວັດ, ບັນ​ດາ​ຜູ້​ຂາຍ​ເຄື່ອງ​ເລືອກວິ​ທີ​ການ​ຈ່າຍ​ເງິນ​ສົດ​ຕາມທຳ​ນຽມ​ເກົ່າ​ສຳ​ລັບ​ການ​ຊື້​ສິ່ງ​ຂອງທີ່ໃຫຍ່ ແລະ ສະ​ເໜີ​ການຫຼຸດ​ລາ​ຄາ​ຢ່າງຫຼວງຫຼາຍ​ເພື່ອ​ເອົາ​ໃຈ​ໃສ່​ກັບ​ເງິນ​ສົດ​ຫຼາຍກວ່າ​ການ​ໂອ​ເງິນ​ທາງ​ອີ​ເລັກ​ໂທ​ຣ​ນິກ.

Prices in Argentina have surged so dramatically in recent months that the government has multiplied the size of its biggest bank note in circulation by five — to 10,000 pesos, worth about $10.

The central bank announcement Tuesday promised to lighten the load for many Argentines who must carry around giant bags — occasionally, suitcases — stuffed with cash for simple transactions. Argentina's annual inflation rate reached 287% in March, among the highest in the world.

The new denomination note — five times the value of the previous biggest bill — is expected to hit the streets next month in a bid to "facilitate transactions between users," the central bank said. The 10,000 peso note is worth $11 at the country's official exchange rate and $9 at the black market exchange rate.

Across Argentina, hard currency — specifically, the country's ubiquitous 1,000-peso notes — remains the most popular way to pay for things. When first printed in 2017, the 1,000-peso note was worth $58 on the black market. Now, it's worth a dollar.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG