Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໗ ມິຖຸນາ ໒໐໒໔

ເສດຖະກິດມະຫາພາກຂອງລາວ ຕ້ອງໄດ້ຮັບການປະຕິຮູບໂຄງສ້າງເພື່ອທີ່ຈະຫລຸດພົ້ນ ຈາກວິກິດການໃຫ້ໄດ້ໄວທີ່ສຸດ


ພາບນີ້ໄດ້ຈາກວີດີໂອຂອງໂທລະພາບແຫ່ງຊາດລາວ ໃນວັນທີ 3 ທັນວາ 2021 ໂດຍຜ່ານອົງການຂ່າວ AFPTV ສະແດງໃຫ້ເຫັນຫົວລົດໄຟຄວາມໄວສູງ ແລະຫົວລົດໄຟຂົນສົ່ງສິນຄ້າ.
ພາບນີ້ໄດ້ຈາກວີດີໂອຂອງໂທລະພາບແຫ່ງຊາດລາວ ໃນວັນທີ 3 ທັນວາ 2021 ໂດຍຜ່ານອົງການຂ່າວ AFPTV ສະແດງໃຫ້ເຫັນຫົວລົດໄຟຄວາມໄວສູງ ແລະຫົວລົດໄຟຂົນສົ່ງສິນຄ້າ.

ເສດຖະກິດມະຫາພາກຂອງລາວ ຕ້ອງໄດ້ຮັບການປະຕິຮູບໂຄງສ້າງເພື່ອທີ່ຈະຫລຸດຈາກວິກິດການໃຫ້ໄດ້ໄວທີ່ສຸດ ໂດຍສະເພາະການຫລຸດຜ່ອນໃນການເພິ່ງພາທາງເສດຖະກິດ ແລະການເງິນຈາກຈີນ ພຽງແຕ່ດ້ານດຽວນັ້ນ.

“ສິ່ງທີ່ຈະເປັນບົດຮຽນ ກໍຄືວ່າ ຄວນຈະມີການກະຈາຍເມັດເງິນການລົງທຶນ ບໍ່ຄວນຈະເພິ່ງພາປະເທດໃດ ປະເທດນຶ່ງ ເປັນຫຼັກ ລາວຫັ້ນ ເພິ່ງພາຈີນຫຼາຍ ຫວຽດນາມຫັ້ນ ເພິ່ງພາທຶນຈາກຍີ່ປຸ່ນ ເກົາຫຼີໃຕ້ ຢູໂຣບ ແລ້ວດຽວ ອາເມຣິກາ ຈະມາ ໄທເປັນຈັງໃດ? ເພາະສະນັ້ນ ຂ້ອຍວ່າ ລາວຫັ້ນຕ້ອງປັບໂຄງສ້າງເສດຖະກິດໂດຍດ່ວນ.”

ແຕ່ຢ່າງໃດກໍຕາມ ຖ້າຫາກວ່າ ລັດຖະບານລາວ ສາມາດຄວບຄຸມໃຫ້ອັດຕາເງິນເຟີ້ຫລຸດລົງໄດ້ ແລະສ້າງຄວາມເຊື່ອໝັ້ນໃຫ້ມີຕໍ່ຄ່າເງິນກີບໄດ້ຢ່າງແທ້ຈິງ ກໍເຊື່ອວ່າ ເສດຖະກິດໂດຍລວມໃນລາວ ຈະມີການພັດທະນາດີຂຶ້ນໃນໄລຍະຍາວ ເພາະວ່າ ລັດຖະບານລາວ ໄດ້ມີການລົງທຶນເຂົ້າໃນການພັດທະນາລະບົບພື້ນຖານໂຄງລ່າງງຢ່າງຫຼວງຫຼາຍ ໃນໄລຍະຜ່ານມາ ໂດຍສະເພາະແມ່ນການເຊື່ອມຕໍ່ທາງລົດໄຟກັບຈີນ ແລະການພັດທະນາດ້ານພະລັງງານໄຟຟ້ານັ້ນ ກໍຄືປັດໄຈທີ່ຈະສົ່ງຜົນດີຕໍ່ການພັດທະນາທາງເສດຖະກິດຂອງລາວ ໃນໄລຍະຍາວ ດັ່ງທີ່ຜູ້ຊ່ຽວຊານທາງດ້ານການລົງທຶນຂອງຕ່າງປະເທດໃນລາວ ໄດ້ໃຫ້ການຢືນຢັນວ່າ:

“ກໍມີການໃຊ້ລົດໄຟຟ້າແລ້ວ ກໍຖະໜົນຫົນທາງດ່ວນຫຼາຍໆຢ່າງຫັ້ນ ມັນຈະເຮັດໃຫ້ລາວ ເປັນປະເທດທີ່ຄ່າ logistic ກໍຈະຄ່ອຍໆຫລຸດລົງມາ 50 ຫາ 60 ເປີເຊັນ ໄດ້ແລ້ວ ກໍການເດີນທາງ ທາງຖະໜົນຫັ້ນກໍຈະດີຂຶ້ນ ເພາະສະນັ້ນ ເລື້ອງຄ່າຂົນສົ່ງຫັ້ນ ມັນຈະເຮັດໃຫ້ເຄື່ອງມັນຖືກລົງ ແລ້ວບຸດດຽວລາວ ກໍຈະໄດ້ເປັນສູນກາງຂອງ logistic ຂອງກູ່ມປະເທດທີ່ຢາກຈະສົ່ງຂອງໄປຈີນ.”

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG