Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໓ ມິຖຸນາ ໒໐໒໔

ຊາວປາແລັສໄຕນ໌ ຖືກຂ້າຕາຍໃນຂະນະທີ່ ຄອຍຖ້າຮັບເອົາການຊ່ວຍເຫຼືອ ໃນກາຊາ, ກະຊວງສາທາລະນະສຸກ ກ່າວ


ຊາວປາແລັສໄຕນ໌ທີ່ພັດພາກຈາກທິ່ນຖານພາກັນຍ່າງຜ່ານຊາກຫັກພັງຂນອງເຮືອນຊານທີ່ໄດ້ຖືກທຳລາຍໂດຍການຍິງໂຈມຕີໃນພື້ນທີ່ຂອງກຸ່ມຮາມາສ, ທາງກ້ຳຕາເວັນຕົກຂອງເມືອງຄານຢູນິສ ໃນພາກໃຕ້ຂອງແຫຼມກາຊາ, ວັນທີ 14ໍ ມີນາ 2024.
ຊາວປາແລັສໄຕນ໌ທີ່ພັດພາກຈາກທິ່ນຖານພາກັນຍ່າງຜ່ານຊາກຫັກພັງຂນອງເຮືອນຊານທີ່ໄດ້ຖືກທຳລາຍໂດຍການຍິງໂຈມຕີໃນພື້ນທີ່ຂອງກຸ່ມຮາມາສ, ທາງກ້ຳຕາເວັນຕົກຂອງເມືອງຄານຢູນິສ ໃນພາກໃຕ້ຂອງແຫຼມກາຊາ, ວັນທີ 14ໍ ມີນາ 2024.

ໃນຂະນະທີ່ຊາວປາແລັສໄຕນ໌ ພາກັນລຽນແຖວເພື່ອຮັບເອົາການຊ່ວຍເຫຼືອຢູ່ໃນ ກາຊາ ເມື່ອຕອນເຊົ້າວັນສຸກມື້ນີ້ ພວກເຈົ້າໜ້າທີ່ຂອງປາແລັສໄຕນ໌ ໄດ້ກ່າວວ່າ ມີການໂຈມຕີຂອງອິສຣາແອລສອງຄັ້ງ- ຄັ້ງທີນຶ່ງຢູ່ໃນພາກກາງຂອງກາຊາ, ຄັ້ງທີສອງຢູ່ໃນພາກເໜືອ ໄດ້ສັງຫານພົນລະເຮືອນຫຼາຍສິບຄົນ.

ໃນເຫດການຕ່າງຫາກອີກສອງຄັ້ງ, ປະ​ຊາ​ຊົນລວມທັງໝົດຢ່າງໜ້ອຍ 29 ຄົນ ຖືກຂ້າຕາຍ ແລະອີກ 150 ຄົນໄດ້ຮັບບາດເຈັບ ຂະນະທີ່ພວກເຂົາລໍຖ້າຮັບ ເອົາການຊ່ວຍເຫຼືອ ອີງຕາມກະຊວງສາທາລະນະສຸກທີ່ດຳເນີນງານໂດຍກຸ່ມ ຮາມາສ.

ໃນເຫດການເທື່ອທຳອິດນັ້ນ ບັນດາເຈົ້າໜ້າທີ່ສາທາລະນະສຸກຂອງປາແລັສ ໄດ້ກ່າວວ່າ ແປດຄົນໄດ້ຖືກຂ້າຕາຍໃນການໂຈມຕີທາງອາກາດ ຕໍ່ສູນກາງແຈກ ຫຍາຍການຊ່ວຍເຫຼືອ ໃນສະຖານທີ່ພັກຊົ່ວຄາວຂອງເມືອງອາລ-ນູເຊຣາຕ (al-Nuseirat) ຢູ່ພາກກາງຂອງເຂດກາຊາ.

ໃນເຫດການເທີສອງ, ຢ່າງໜ້ອຍ 21 ຄົນໄດ້ຖືກຂ້າຕາຍ ແລະອີກຫຼາຍກວ່າ 150 ຄົນໄດ້ຮັບບາດເຈັບໂດຍການຍິງເຂົ້າໃສ່ຝູງຄົນທີ່ກຳລັງລໍຖ້າພວກລົດບັນ ທຸກການຊ່ວຍເຫຼືອຢູ່ທາງພາກເໜືອຂອງກາຊາ ກະຊວງສາທາລະນະສຸກໄດ້ ກ່າວ.

ກອງທັບຂອງອິສຣາແອລ ໄດ້ກ່າວວ່າ ຕົນພວມກວດເບິ່ງເຫດການທັງສອງ ຄັ້ງດັ່ງກ່າວນັ້ນ.

ເຫດການທັງຫຼາຍມີຂຶ້ນສອງວັນຫຼັງຈາກທີ່ ທ່ານແອນໂທນີ ບລິງເກັນ ລັດຖະ ມົນຕີການຕ່າງປະເທດຂອງສະຫະລັດ ໄດ້ກ່າວໃນວັນພຸດທີ່ຜ່ານມານີ້ ວ່າ ອິສຣາແອລ ຕ້ອງເອົາເລື້ອງສະຫວັດດີການຂອງພົນລະເຮືອນຊາວປາແລັສໄຕນ໌ ເປັນ “ວຽກອັນດັບ 1” ໃນການດຳເນີນສົງຄາມຕໍ່ຕ້ານກຸ່ມຮາມາສຢູ່ເຂດກາຊາ ຂອງຕົນນັ້ນ.

ໃນວັນພະຫັດວານນີ້ ກຸ່ມຫົວຮຸນແຮງຮາມາສ ໄດ້ກ່າວວ່າ ຕົນໄດ້ສະເໜີຕໍ່ ບັນດາຜູ້ໄກ່ເກ່ຍ ກ່ຽວ​ກັບວິໄສທັດຂອງຂໍ້ຕົກລົງສະຫງົບເສິກ ທີ່ຈະຂຶ້ນຢູ່ກັບ ການຢຸດປະຕິບນັດການທາງທະຫານຂອງອິສສຣາແອລ ໃນເຂດກາຊາ ຮວມທັງມາດຕະການອື່ນໆນຳດ້ວຍ.

ໃນມື້ດຽວກັນນັ້ນ ກອງທັບຂອງອິສຣາແອລ ໄດ້ລາຍງານກ່ຽວກັບປະຕິບັດການ ທາງພາກພື້ນດິນ ແລະທາງອາກາດຢູ່ໃນພື້ນທີ່ພາກກາງ ແລະພາກໃຕ້ຂອງ ແຫຼມກາຊາ.

ກອງກຳລັງປ້ອງກັນຊາດຂອງອິສຣາແອລ ຫຼື IDF ໄດ້ກ່າວວ່າ ປະຕິການທັງ ຫຼາຍ ລວມມີການບຸກເຂົ້າກວດຄົ້ນຢູ່ໃນເມືອງຄານຢູນິສ ທີ່ໄດ້ທຳລາຍເຄື່ອງຍິງ ຈະຫຼວດຈຳນວນນຶ່ງ.

As Palestinians lined up for aid in Gaza early Friday, Palestinian officials said two Israeli attacks — one in central Gaza, the second in the north — killed dozens of civilians.

In the two separate incidents, a total of at least 29 people were killed and 150 more were injured as they waited to receive aid, according to the Hamas-run health ministry.

In the first incident, Palestinian health officials said eight people were killed in an airstrike on an aid distribution center in al-Nuseirat camp in the central Gaza.

In the second incident, at least 21 people were killed and more than 150 were injured by Israeli fire on a crowd awaiting aid trucks in northern Gaza, the health ministry said.

Israel’s military said it was looking into the two incidents.

The incidents come two days after U.S Secretary of State Antony Blinken said on Wednesday that Israel must make the welfare of Palestinian civilians “job No. 1” in its conduct of the war against Hamas in Gaza.

On Thursday, the militant group Hamas said it presented to mediators a vision of a truce deal that would be based on halting Israeli military operation in Gaza, among other measures.

That same day, Israel’s military reported conducting ground operations and airstrikes in the central and southern parts of the Gaza Strip.

An Israeli tank maneuvers in Israel near the Israel-Gaza border, March 14, 2024.
An Israeli tank maneuvers in Israel near the Israel-Gaza border, March 14, 2024.

The Israel Defense Forces said the operations included carrying out raids in Khan Younis that destroyed rocket launchers.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG