Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໔ ມິຖຸນາ ໒໐໒໔

ຣັດເຊຍ ລາຍງານການທຳລາຍ ໂດຣນ 47 ລຳ ແລະ ລູກສອນໄຟຫຼາຍລູກ ຈາກການໂຈມຕີຂອງຢູເຄຣນ


ພາບນີ້ເປີດເຜີຍໂດຍ ຜູ້ປົກຄອງຂົງເຂດແບລໂກຣອດ ທ່ານວີຢາເຈັສລາບ ກລາດຄອບ ໃນຊ່ອງສື່ສັງຄົມເທເລີແກຣມ ເມື່ອວັນທີ 12 ພຶດສະພາ 2024, ທ່ານກລາດຄອບ, ຢູ່ກາງ, ລົມກັລປະຊາຊົນໃກ້ກັບຕຶກບ້ານພັກທີ່ພັງລົງສ່ວນນຶ່ງ ຫຼັງຈາກຖືກໂຈມຕີໂດຍລູກສອນໄຟໃນເມືອງແບລໂກຣອດ ຂອງຣັດເຊຍ.
ພາບນີ້ເປີດເຜີຍໂດຍ ຜູ້ປົກຄອງຂົງເຂດແບລໂກຣອດ ທ່ານວີຢາເຈັສລາບ ກລາດຄອບ ໃນຊ່ອງສື່ສັງຄົມເທເລີແກຣມ ເມື່ອວັນທີ 12 ພຶດສະພາ 2024, ທ່ານກລາດຄອບ, ຢູ່ກາງ, ລົມກັລປະຊາຊົນໃກ້ກັບຕຶກບ້ານພັກທີ່ພັງລົງສ່ວນນຶ່ງ ຫຼັງຈາກຖືກໂຈມຕີໂດຍລູກສອນໄຟໃນເມືອງແບລໂກຣອດ ຂອງຣັດເຊຍ.

ບັນດາເຈົ້າໜ້າທີ່ຢູ່ໃນຂົງເຂດແບລໂກຣອດ ທາງພາກຕາເວັນຕົກຂອງຣັດເຊຍ ໄດ້ລາຍງານ ໃນວັນພະຫັດມື້ນີ້ ເຖິງຄວາມເສຍຫາຍຈາກການໂຈມຕີທາງອາກາດຂອງຢູເຄຣນ.

ກະຊວງປ້ອງກັນປະເທດຂອງຣັດເຊຍ ໄດ້ກ່າວວ່າ ຕົນໄດ້ທຳລາຍຈະຫຼວດຂອງຢູເຄຣນ 35 ລູກ ແລະເຮືອບິນບໍ່ມີຄົນຂັບສາມລໍາ ຢູ່ນ່ານຟ້າຂອງແບລໂກຣອດ.

ທ່ານວີຢາເຊັສລາບວ໌ ກລາດຄອບວ໌ (Vyacheslav Gladkov) ຜູ້ປົກຄອງພາກພື້ນ ໄດ້ກ່າວໃນສື່ສັງຄົມເທເລີແກຣມ ວ່າ ການໂຈມຕີຂອງຢູເຄຣນ ໄດ້ສ້າງຄວາມເສຍຫາຍຕໍ່ອາຄານແຫ່ງນຶ່ງ ແລະກໍ່ໃຫ້ເກີດໄຟໄໝ້ຢູ່ໃນເມືອງແບລໂກຣອດ.

ທ່ານ ກລາດຄອບວ໌ ຍັງໄດ້ລາຍງານເຖິງຄວາມເສຍຫາຍຕໍ່ເຮືອນຫຼາຍຫຼັງຢູ່ສອງຄຸ້ມບ້ານໃນພາກພື້ນ.

ແບລໂກຣອດ ຕັ້ງຢູ່ເຂດຊາຍແດນລະຫວ່າງ ຣັດເຊຍ ແລະຢູເຄຣນ ແລະຕົກເປັນເປົ້າໝາຍຂອງການໂຈມຕີຂອງຢູເຄຣນ ຢູ່ເລື້ອຍໆ.

ປະທານາທິບໍດີຂອງຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ໄດ້ຍົກຍ້ອງປະເທດສະວີເດັນ ສຳລັບຊຸດການຊ່ວຍເຫຼືອໄລຍະສາມປີ ທີ່ມີມູນຄ່າລວມທັງໝົດ ຫຼາຍກວ່າ 7 ຕື້ໂດລາ.

“ມັນຈະເສີມກຳລັງບໍ່ພຽງແຕ່ໃຫ້ພວກເຮົາ ບໍ່ພຽງແຕ່ໃຫ້ຢູເຄຣນ ເທົ່ານັ້ນ ແຕ່ໃຫ້ຂອບເຂດຢູໂຣບທັງໝົດ ຈາກທະເລບາລຕິກ ຈົນຮອດ ທະເລດຳ” ທ່ານເຊເລັນສກີ ໄດ້ກ່າວໃນຄຳປາໄສປະຈຳຄືນວັນພຸດວານນີ້.

ຜູ້ນຳຂອງຢູເຄຣນ ຍັງໄດ້ຂໍຮ້ອງຮອບໃໝ່ສຳລັບລະບົບປ້ອງກັນໄພທາງອາກາດຕື່ມອີກ.

ທ່ານເຊເລັນສກີ ໄດ້ກ່າວວ່າ ຢູເຄຣນຕ້ອງການອາວຸດເພື່ອຕໍ່ຕ້ານລູກລະເບີດນຳວິຖີ ທີ່ຣັດເຊຍໃຊ້ ເພື່ອໂຈມຕີພື້ນຖານໂຄງລ່າງດ້ານພະລັງງານ ແລະພື້ນຖານໂຄງລ່າງອື່ນໆ.

ທ່ານເຊເລັນສກີ ໄດ້ກ່າວອີກວ່າ “ບໍ່ມີທາງເລືອກອື່ນ, ຢູເຄຣນ ຕ້ອງການລະບົບ ແລະຍຸດທະວິທີຕ່າງໆ ທີ່ຈະເຮັດໃຫ້ພວກເຮົາສາມາດປ້ອງກັນຖານທີ່ໝັ້ນທັງຫຼາຍຂອງພວກເຮົາ, ຫົວເມືອງແລະຊຸມຊົນຕ່າງໆຂອງພວກເຮົາ ຈາກພວກລະເບີດທັງຫຼາຍເຫຼົ່ານີ້.”

ທ່ານກ່າວວ່າ ໃນເດືອນເມສາ ພຽງເດືອນດຽວ, ຣັດເຊຍ ໄດ້ສົ່ງພວກລະເບີດດັ່ງກ່າວ ຫຼາຍກວ່າ 3,200 ລູກ ເຂົ້າມາໃນຢູເຄຣນ ນອກເໜືອຈາກພວກລູກສອນໄຟ ແລະເຮືອບິນບໍ່ມີຄົນຂັບຫຼາຍລຳ.

Officials in western Russia’s Belgorod region reported damage Thursday from Ukrainian aerial attacks.

The Russia defense ministry said it destroyed 35 Ukrainian rockets and three aerial drones over Belgorod.

Vyacheslav Gladkov, the regional governor, said on Telegram that Ukrainian attacks damaged a building and sparked a fire in Belgorod city.

Gladkov also reported damage to multiple houses in two villages in the region.

Belgorod is located along the Russia-Ukraine border and is a frequent target of Ukrainian attacks.

Ukrainian President Volodymyr Zelenskyy praised Sweden for a three-year support package totaling more than $7 billion in aid.

“It will strengthen not only us, not only Ukraine, but the entire European perimeter from the Baltic to the Black Sea,” Zelenskyy said in his nightly address Wednesday.

The Ukrainian leader also made a fresh plea for more air defenses.

Zelenskyy said Ukraine needs a weapon to counter the guided bombs Russia has used to attack energy and other infrastructure.

“There is no alternative – Ukraine needs systems and tactics that will allow us to defend our positions, our cities and communities from these bombs,” Zelenskyy said.

He said that in April alone, Russia sent more than 3,200 such bombs into Ukraine in addition to missiles and drones.

Some information for this story came from Reuters.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG