Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໓ ມິຖຸນາ ໒໐໒໔

ເທັກໂນໂລຈີ ຊ່ວຍໃນການສືບສວນ ອາດຊະຍາກຳສົງຄາມຂອງຣັດເຊຍ ໃນຢູເຄຣນ


ເທັກໂນໂລຈີ ຊ່ວຍໃຫ້ການສືບສວນ ອາດຊະຍາກຳສົງຄາມຂອງຣັດເຊຍ ໃນຢູເຄຣນ

ກຸ່ມສື່ມວນຊົນກຸ່ມນຶ່ງ ແລະ ອົງການຄົ້ນຄວ້າຕ່າງໆ ກຳລັງກວດສອບລາຍງານຂອງການກໍ່ອາຊະຍາກຳສົງຄາມທັງຫຼາຍໂດຍຣັດເຊຍ ນັບຕັ້ງແຕ່ການບຸກລຸກເຂົ້າເຮັດສົງຄາມເຕັມຮູບແບບໃນ ຢູເຄຣນ. ໃນບາງເຫດການ, ທີມງານທັງຫຼາຍນຳໃຊ້ເຄື່ອງມືເທັກໂນໂລຈີທີ່ມີເອກະລັກພິເສດບາງຢ່າງເພື່ອຊອກຫາຫຼັກຖານ.

ທ່ານ ແບຣດ ແຊມມີລສ໌ (Brad Samuels) ແລະທີມງານຂອງທ່ານ ຈາກສະຖາບັນຄົ້ນຄວ້າ SITU ກໍາລັງກວດສອບຫຼັກຖານຂອງການກໍ່ອາຊະຍາກຳສົງຄາມໂດຍ ຣັດເຊຍ ຢູ່ໃນ ຢູເຄຣນ ດ້ວຍການຊ່ວຍເຫຼືອຂອງເທັກໂນໂລຈີ.

ທ່ານ Brand Samuels ເປັນຄູ່ຮ່ວມກໍ່ຕັ້ງສະຖາບັນຄົ້ນຄວ້າ SITU ກ່າວວ່າ:

“ດັ່ງນັ້ນ, ອັນນີ້ ຍັງຊ່ວຍພວກເຮົາໄດ້ຫລາຍ ໃນການເບິ່ງລະຫວ່ງພາບວີດີໂອ ແລ້ວໄປເບິ່ງພາບສາມມິຕີຢູ່ໃນບໍລິເວນຕ່າງໆນັ້ນ....... ອັນນີ້ ເປັນແບບວ່າ ສູນບັນຊາການສຳລັບກອງກຳລັງຂອງລັດເຊຍ ທີ່ຢູ່ໃກ້ກັບຖະໜົນຊື່ວ່າ ຢາບລອນສ໌ກາ. (Yablonska)”

ທ່ານກ່າວວ່າ ບັນດານັກຄົ້ນຄວ້າໄດ້ຄັດເລືອກເພື່ອຟັງຄຳໃຫ້ການຂອງພະຍານທີ່ເຫັນເຫດການ, ສືກສາຂໍ້ມູນຈາກກ້ອງຖ່າຍຮູບທັງຫຼາຍ, ວິເຄາະພາບຖ່າຍວິດີໂອ ແລະ ຫຼັກຖານຈາກເຄື່ອງມືດິຈິດໂຕລ ຫຼາກຫຼາຍປະເພດ ເພື່ອສ້າງພາບດິຈິດໂຕລຂອງເຫດການຕ່າງໆຢ່າງລະອຽດ ແລະຖືກຕ້ອງ.

ທ່ານແບຣດ ແຊມມີລສ໌ Brad Samuels ກ່າວວ່າ:

“ກວຍສີເຫຼືອງເຫຼົ່ານີ້ ແຕ່ລະອັນເປັນຕົວແທນຂອງພາບຖ່າຍແຕ່ລະຊີ້ນສ່ວນຕ່າງໆຈາກກ້ອງວົງຈອນປິດ. ແລະທີ່ນີ້, ເຮົາຫັນປ່ຽນຈາກພາບຕົວແບບໄປຫາພາບຖ່າຍຕົວຈິງ. ສະນັ້ນ, ພວກເຮົາຈຶ່ງສາມາດເຂົ້າໃຈໄດ້ດີວ່າ ພວກເຈົາຢູ່ບ່ອນໃດໃນເວລານັ້ນ. ກ້ອງວົງຈອນປິດ, ຍັງສາມາດບັນທືກເວລາໄວ້ເປັນຢ່າງດີ ຊຶ່ງເຮົາຮູ້ໄດ້ອີກວ່າ ບາງຢ່າງໄດ້ເກີດຂື້ນເມື່ອໃດ ນຳດ້ວຍ.”

ສະຖາບັນຄົ້ນຄ້ວາ SITU ກໍາລັງເຮັດວຽກຮ່ວມກັບ ອົງການຂ່າວເອພີ ຫຼື (Associated Press), ສະຖານີກະຈາຍສຽງມະຫາຊົນ ຫຼື PBS ທີ່ມີຫຫ້ອງການຕັ້ງຢູ່ໃນ ສະຫາລັດ ແລະ ສູນກາງຄົ້ນຄວ້າອື່ນໆ ເພື່ອສ້າງພາບຈຳລອງການສັງຫານໝູ່ຂຶ້ນມາ ຢູ່ເມືອງບູຊາ, ຂອງຢູເຄຣນ ໃນປີ 2022.

ເຈົ້າໜ້າທີ່ໃນທ້ອງຖີ່ນ ໄດ້ລາຍງານວ່າ ຫຼາຍກວ່າ 450 ຄົນເສຍຊິວິດຈາກການໂຈມຕີນີ້.

ທ່ານແຊມມີລສ໌ ກ່າວວ່າ ນັກສືບສວນ ກໍາລັງກວດສວບຢ່າງໄກ້ຊິດວ່າ ມັນໄດ້ເກີດຫຍັງຂື້ນ.

ທ່ານ ແບຣດ ແຊມມີລສ໌ Brad Samuels ກ່າວວ່າ:

“ບໍ່ດົນພາຍຫຼັງການບຸກລຸກເຂົ້າໄປໃນຢູເຄຣນ ພວກເຮົານຳໃຊ້ ວິທີການເກັບກຳຂໍ້ມູນຂອງອົງການຂ່າວເອພີ ເພື່ອເບີ່ງວ່າ ມີຫຍັງແນ່ ທີ່ພວກເຮົາສາມາດທຳງານຮ່ວມກັນໄດ້ກ່ຽວກັບໂຄງການທີ່ສຸມໃສ່ເມືອງບູຊາ ແລະອັນນັ້ນ ເປັນໂຄງການທີ່ຕິດພັນກັບອົງການຂ່າວ AP ແລະ ພ້ອມທັງລາຍການ Frontline ຂອງສະຖານີກະຈາຍສຽງມະຫາຊົນ ຫຼື PBS.”

ທ່ານແຊມມີລສ໌ ກ່າວວ່າ ໃນການຮ່ວມມືກັນ ອົງການທັງຫຼາຍ ພະຍາຍາມ ສ້າງເຫດການຂຶ້ນມາຢ່າງລະອຽດ ເພື່ອໃຫ້ເຫັນສີ່ງທີ່ໄດ້ເກີດຂຶ້ນແທ້ຈິງ ໃນລະຫວ່າງຂໍ້ກ່າວຫາໃນການກໍ່ອາຊາຍະກຳສົງຄາມ.

ທ່ານແອບວັນ ໂກຣຕຈານ (Evan Grothjan) ນັກຄົນຄວ້າອາວູໂສ ແລະ ນັກວິເຄາະຮູບພາບ 3D ຢູ່ສະຖາບັນຄົ້ນຄວ້າ SITU.

ທ່ານກຳລັງສືບສວນເຫດການຍິງປືນໃຫຍ່ໂຈມຕີຈຳນວນຫຼວງຫຼາຍໃສ່ບໍລີເວນຊານເມືອງ ມາລີອູໂປ ໃນລະຫວ່າງເດືອນມີນາ ຫາເດືອນເມສາ 2022.

ທ່ານໂກຣຕຈານ ກ່າວວ່າ:

“ນີ້ເປັນເຫດການທີ່ກຳລັງສືກສາຄົ້ນຄ້ວາຈຳນວນນຶ່ງຂອງຕຶກອາຄານຕ່າງໆ. ຊຶ່ງເຫດການດັ່ງກ່າວ ຈະນຳເຂົ້າໄປສາຍຢູ່ໂຮງລະຄອນ ເພື່ອສະແດງໃຫ້ເຫັນເມືອງມາລີອູໂປທີ່ເຄີຍເປັນສະຖານທີ່ສຳຄັນທາງດ້ານອະຣິຍະທຳ ທີ່ໄດ້ຖືກໂຈມຕີແລະທຳລາຍ ທີ່ໄດ້ຮັບການລາຍງານຂ່າວຢ່າງກວ້າງຂວາງທີ່ສຸດ ເນື່ອງຈາກຄວາມໂຫດຮ້າຍຕ່າງໆ ໂດຍສະເພາະແລ້ວ ນັບຕັ້ງແຕ່ຕົວເມືອງນີ້ໄດ້ຕົກເປັນເປົ້າໝາຍການໂຈມຕີ. ນີ້ແມ່ນຮູບພາບຈຳລອງຄວາມເສຍຫາຍຂອງພວກເຮົາ; ພວກເຮົາຈະສະແດງໃຫ້ເຫັນພື້ນທີ່ອ້ອມຮອບ ໃນການປຽບທຽບກັບຕຶກອາຄານຕ່າງໆຢູ່ອ້ອມເມືອງ.”

ທີມງານດັ່ງກ່າວ ຍັງກຳລັງກວດສອບເບີ່ງ ການໂຈມຕີເມືອງ ກຣາມາທອກ ດ້ວຍລູກສອນໄຟໃນເດືອນເມສາ 2022 ເມື່ອພວກພົນລະເມືອງໃນທ້ອງຖິ່ນໄດ້ໄປເຕົ້າໂຮມກັນຢູ່ໃນສະຖານີລົດໄຟເພື່ອລໍຖ້າສຳລັບການຍົກຍ້າຍດ້ວຍລົດໄຟຫຼາຍຄັນ.

ທ່ານ ແຊມມີລສ໌ ເວົ້າວ່າ “ມັນເປັນທີ່ຊັດເຈນແລ້ວວ່າ ມີພົນລະເຮືອນຫຼາຍຄົນຢູ່ທີ່ນັ້ນ ເມື່ອລູກສອນໄຟລູກວ່ານໄດ້ຖືກນຳໃຊ້.”

ນັກຄົນຄວ້າ ກຳລັງວິເຄາະເອກະສານຈຳນວນຫຼາຍກວ່າ 100 ສະບັບ.

ທ່ານໂກຣຕຈານ ນັກຄົ້ນຄວ້າ ຢູ່ສະຖາບັນ SITU ກ່າວວ່າ:

“ເປົ້າໝາຍຫຼັກຂອງພວກເຮົາ ສອດຄ່ອງກັບຫຼັກການຂອງອົງການສິດທິມະນຸດ Human Right Watch ຫຼື HRW- ໂດຍຊອກຫາຄວາມຮັບຜິດຊອບໂດຍຜ່ານການບັນທຶກລົງໃນເອກະສານ ພ້ອມດ້ວຍຄວາມຫວັງວ່າ ສິ່ງທີ່ສູນເສຍໄປ ຈະບໍ່ໄດ້ຖືກລືມ.”

ທີມງານຂອງສະຖາບັນ SITU ເອີ້ນວຽກງານຂອງພວກເຂົາເຈົ້າວ່າ “ການສືບສວນດ້ວຍພາບ”. ດ້ວຍການຊ່ວຍເຫຼືອ ຂອງເທັກໂນໂລຈີທີ່ລ້ຳໜ້າ, ບັນດານັກຄົ້ນຄ້ວາ ກ່າວວ່າ ພວກເຂົາໄດ້ສ້າງຫຼັກຖານແບບດິຈິດໂຕລ ຂອງການກໍ່ອາຊະຍາກຳສົງຄາມໂດຍຣັດເຊຍ ໃນຢູແຄຣນ.

ອ່ານລາຍງານເປັນພາສາອັງກິດ:

A group of media and research organizations are investigating reported war crimes committed by Russia since its full-scale invasion of Ukraine. In some cases, the teams are using some unique technologies to look for evidence. Evgeny Maslov has the story, presented by Phouthasone.

Brad Samuels and his team at SITU research are investigating evidence of Russian war crimes in Ukraine, with the help of technology.

Brad Samuels, SITU Research Founding Partner:

“So, this was also very helpful to go between video and 3D models to look at areas… This was sort of the command center for Russian forces near Yablonska street…”

He says researchers sort through eyewitness testimony, study data from cameras, analyzing video and various kinds of digital evidence to create an in-depth and accurate picture of the events.

Brad Samuels, SITU Research Founding Partner:

“Each of these yellow cones represents different pieces of CCTV footage. And here, we transition from the model to the actual footage. So, we can get a very good understanding of where we actually are. The CCTV footage also has very… time stamps are very well documented, so we know when something happened as well…”

SITU is working with the Associated Press, the U.S.-based Public Broadcasting Service, and other research centers to recreate the massacre in Bucha, Ukraine in 2022.

Local authorities reported more than 450 deaths in the attack.

Brad Samuels, SITU Research Founding Partner:

“Shortly after the invasion of Ukraine, we were approached by the Associated Press to see if we could collaborate on a project focused on Bucha, and that was a project that involved AP and also [[PBS]] Frontline.”

Samuels says together the organizations try to reconstruct in detail what exactly happened during an alleged war crime.

Evan Grothjan is a Senior Researcher & 3D Analyst with SITU.

He is investigating the mass shelling of Mariupol’s suburban areas during March and April of 2022.

Evan Grothjan, SITU Researcher:

“Here are several case study buildings. Specifically, this is going into the theatre, which was sort of a civic landmark of Mariupol that was hit and destroyed and got some of the widest news coverage due to the atrocities, especially since it was targeted. This is our damaged model; we show that spatially in comparison to the buildings around.”

The team is also looking into a missile attack on Kramatorsk in April 2022, when local residents gathered at the city train station waiting for evacuation trains.

Brad Samuels, SITU Research

“It was clear that civilians were there when the cluster munition was used…”

Researchers are analyzing hundreds of documents.

Evan Grothjan, SITU Researcher:

“Our main goal is in line with HRW’s - seeking accountability through documentation, as well as hoping that what is lost may not be forgotten.”

The SITU team calls their work “visual investigations”.

With the help of the latest technology, researchers say they create digital evidence of Russian war crimes in Ukraine.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG