ປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ໄດ້ຕຳໜິຕິຕຽນທາງອ້ອມຕໍ່ຄຳເຫັນຂອງພະສັນຕະປາປາ ເມື່ອບໍ່ດົນມານີ້ ທີ່ວ່າ ຢູເຄຣນ ຄວນ “ມີຄວາມກ້າຫານທີ່ຈະຍົກທຸງຂາວ,” ເຊິ່ງໝາຍຄວາມວ່າ ເຂົາເຈົ້າຄວນເຈລະຈາກັບ ຣັດເຊຍ ເວລາທີ່ການບຸກລຸກຂອງ ມົສກູ ກ້າວເຂົ້າສູ່ປີທີສອງ.
ໃນຄຳປາໄສປະຈຳທຸກຄືນຂອງທ່ານ, ທ່ານ ເຊເລັນສກີ ໄດ້ຂອບໃຈບັນດາຜູ້ນຳສາສະໜາຜູ້ທີ່ຢູ່ໃນແຖວໜ້າ, “ປົກປ້ອງຊີວິດ ແລະ ມວນມະນຸດ,” ແລະ ຜູ້ທີ່ໄດ້ສະແດງການສະໜັບສະໜູນດ້ວຍ “ການສູດມົນ, ການສົນທະນາ ແລະ ເຮັດບຸນ.”
ທ່ານໄດ້ກ່າວວ່າ “ນີ້ແມ່ນສິ່ງທີ່ໂບດເປັນ. ໂບດທີ່ຢູ່ກັບປະຊາຊົນ. ບໍ່ແມ່ນຢູ່ສອງພັນເຄິ່ງກິໂລແມັດຫ່າງອອກໄປ, ຢູ່ບ່ອນອື່ນ, ທີ່ພະຍາຍາມທຳການໄກ່ເກ່ຍທາງໄກ ລະຫວ່າງຜູ້ທີ່ຢາກມີຊີວິດຢູ່ ແລະ ຜູ້ທີ່ຢາກທຳລາຍເຈົ້າ,” ເຊິ່ງເປັນການອ້າງເຖິງຄຳເຫັນຂອງພະສັນຕະປາປາ ໃນລະຫວ່າງການສຳພາດກັບວິທະຍຸ RSI ຂອງ ສວິດເຊີແລນ.
ລັດຖະມົນຕີການຕ່າງປະເທດ ຢູເຄຣນ ທ່ານ ດິມິໂຕຣ ຄູເລບາ ກໍໄດ້ຕຳໜິວິຈານຄຳເຫັນຂອງພະສັນຕະປາປາເຊັ່ນກັນ ໃນສື່ສັງຄົມໂດຍກ່າວວ່າ “ທຸງຂອງພວກເຮົາແມ່ນອັນທີ່ມີສີເຫຼືອງ ແລະ ຟ້າ. ນີ້ແມ່ນທຸງທີ່ພວກເຮົາໃຊ້ເພື່ອການມີຊີວິດ, ຕາຍ, ແລະ ມີໄຊຊະນະ. ພວກເຮົາຈະບໍ່ມີວັນຍົກທຸງອື່ນ,” ປະຕິຍານທີ່ຈະ “ບໍ່ມີວັນ” ຍອມຈຳນົນ.
ທ່ານ ຄູເລບາ ໄດ້ຮຽກຮ້ອງຕໍ່ພະສັນຕະປາປາ ໃຫ້ຢືນຄຽງຂ້າງ “ຝ່າຍຄົນດີ” ແລະບໍ່ແມ່ນເອົາຝ່າຍທີ່ຢູ່ກົງກັນຂ້າມກັນ “ມາຢູ່ໃນສະຖານະດຽວກັນ ແລະ ຮຽກຮ້ອງ “ການເຈລະຈາ.”
ທ່ານຍັງໄດ້ຂອບໃຈພະສັນຕະປາປາສຳລັບ “ການສູດມົນເພື່ອສັນຕິພາບຢ່າງເປັນປະຈຳ” ຂອງເພິ່ນ ແລະໄດ້ກ່າວວ່າ ກີຢິບ ຫວັງວ່າພະດັ່ງກ່າວຈະໄປຢ້ຽມຢາມ ຢູເຄຣນ.
ຟໍຣັມສະແດງຄວາມຄິດເຫັນ