Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໗ ມິຖຸນາ ໒໐໒໔

ການ​ໂຈມ​ຕີ​ດ້ວຍ​ໂດ​ຣນ​ຂອງ ຢູ​ເຄ​ຣນ ແນ​ເປົ້າ​ໃສ່​ໂຮງ​ກັ່ນ​ນ້ຳ​ມັນ​ ຣັດ​ເຊຍ


ໃນ​ພາບນີ້​ທີ່​ຖືກ​ຖ່າຍ​ຈາກວິ​ດີ​ໂອ​ທີ່​ຖືກ​ເປີດ​ເຜີຍ​ໂດນ​ຜູ້​ປົກ​ຄອງເມືອງ ເຊວາ​ສ​ໂຕ​ໂປ​ລ໌ ທ່ານ ມິ​ເຄ​ລ໌ ຣາ​ສ​ໂວ​ຊາ​ເອັ​ຟ ໃນ​ຊ່ອງ ເທ​ເລ​ແກ​ຣມ ສະ​ແດງ​ໃຫ້​ເຫັນ​ແປວ​ໄຟ ແລະ ຄວັນ​ລຸກ​ໄໝ້​ຢູ່​ຖັງ​ນ້ຳ​ມັນ​ເຊື້ອ​ໄຟ​ໃນ​ເມືອງ ເຊວາ​ສ​ໂຕ​ໂປ​ລ໌, ແຫຼມ ໄຄ​ຣ​ເມຍ.
ໃນ​ພາບນີ້​ທີ່​ຖືກ​ຖ່າຍ​ຈາກວິ​ດີ​ໂອ​ທີ່​ຖືກ​ເປີດ​ເຜີຍ​ໂດນ​ຜູ້​ປົກ​ຄອງເມືອງ ເຊວາ​ສ​ໂຕ​ໂປ​ລ໌ ທ່ານ ມິ​ເຄ​ລ໌ ຣາ​ສ​ໂວ​ຊາ​ເອັ​ຟ ໃນ​ຊ່ອງ ເທ​ເລ​ແກ​ຣມ ສະ​ແດງ​ໃຫ້​ເຫັນ​ແປວ​ໄຟ ແລະ ຄວັນ​ລຸກ​ໄໝ້​ຢູ່​ຖັງ​ນ້ຳ​ມັນ​ເຊື້ອ​ໄຟ​ໃນ​ເມືອງ ເຊວາ​ສ​ໂຕ​ໂປ​ລ໌, ແຫຼມ ໄຄ​ຣ​ເມຍ.

ກອງ​ທັບຂອງ ຢູ​ເຄ​ຣນ ໄດ້​ໃຊ້​ໂດ​ຣນ​ເພື່ອ​ແນ​ເປົ້າ​ໃສ່​ໂຮງ​ກັ່ນ​ນ້ຳ​ມັນ​ຂອງ ຣັດ​ເຊຍ ໃນ​ວັນ​ພຸດມື້ນີ້, ເຊິ່ງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢູ່​ສະ​ຖານ​ທີ່​ແຫ່ງ​ນຶ່ງ​ໃນ​ພາກ​ພື້ນ ເຣຍ​ຊານ.

ທ່ານ ພາ​ແວ​ລ ມາ​ລກອຟ, ຜູ້​ປົກ​ຄອງ​ພາກ​ພື້ນ ເຣຍ​ຊານ, ໄດ້​ກ່າວ​ວ່າ​ການ​ໂຈມ​ຕີ​ໃສ່​ໂຮງ​ກັ່ນ​ນ້ຳ​ມັນ​ຢູ່​ທີ່​ນັ້ນ ​ໄດ້​ກໍ່​ໃຫ້​ເກີດ​ໄຟ​ໄໝ້ ແລະ ມີ​ການ​ບາດ​ເຈັບ, ອີງ​ຕາມ​ລາຍ​ງານ​ໃນ​ເບື້ອງ​ຕົ້ນ.

ພວກ​ເຈົ້າ​ໜ້າ​ທີ່​ໃນ​ພາກ​ພື້ນ ເລ​ນິນກ​ຣາດ ໄດ້​ກ່າວ​ວ່າ​ລະ​ບົບ​ປ້ອ​ງ​ກັນ​ອາ​ກາດ​ຂອງ ຣັດ​ເຊຍ ໄດ້​ຍິງ​ໂດ​ຣນ​ຂອງ ຢູ​ເຄ​ຣນ ຕົກ​ໃນ​ຂະ​ນະ​ທີ່​ມັນ​ໄດ້​ບິນ​ເຂົ້າ​ໃກ້​ໂຮງ​ກັ່ນ​ນ້ຳ​ມັນ ແລະວ່າ​ ​ບໍ່​ໄດ້​ມີ​ຄວາມ​ເສຍ​ຫາຍໃດໆ.

ການ​ໂຈມ​ຕີ​ຕ່າງໆ​ແມ່ນ​ສ່ວນ​ນຶ່ງ​ຂອງ​ຄື້ນ​ການ​ປ່ອຍ​ໂດ​ຣນ ຢູ​ເຄ​ຣນ ເຂົ້າ​ໄປ​ໃນ​ເຂດ​ແດນຂອງ ຣັດ​ເຊຍ ເປັນ​ວັນ​ທີ​ສອງ​ລຽນ​ຕິດ.

ທ່ານ ອາ​ເລັກ​ແຊນ​ເດີ ກູ​ເຊັ​ຟ, ຜູ້​ປົກ​ຄອງ​ພາກ​ພື້ນ ໂວ​ໂຣ​ເນັ​ສ ທີ່​ມີ​ເຂດ​ຊາຍ​ແດນ​ຕິດ​ກັບ​ຢູ​ເຄ​ຣນ, ໄດ້​ກ່າວ​ໃນ​ວັນ​ພຸດມື້ນີ້​ວ່າ​ລະ​ບົບ​ປ້ອງ​ກັນໄພ​ອາ​ກາດ​ໄດ້​ຍິງ​ໂດ​ຣນ​ຂອງ ຢູ​ເຄ​ຣນ ຫຼາຍກວ່າ 30 ລຳ​ຕົກ ​ໃນ​ຕອນຂ້າມ​ຄືນ​ທີ່​ຜ່ານ​ມາ.

ໃນ​ວັນ​ອັງ​ຄານ​ວານນີ້, ໂດ​ຣນ​ຂອງ ຢູ​ເຄ​ຣນ ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ສະ​ຖານ​ທີ່​ນ້ຳ​ມັນ​ເຊື້ອ​ໄຟ​ຂອງ ຣັດ​ເຊຍ ສອງ​ແຫ່ງ.

ບັນ​ດາ​ເຈົ້າ​ໜ້າ​ທີ່ ຢູ​ເຄຣນ ໄດ້​ກ່າວ​ວ່າ​ລູກ​ສອນ​ໄຟ​ຂອງ ຣັດ​ເຊຍ ລູກ​ນຶ່ງ​ໄດ້​ຕົກ​ຖືກ​ຕຶກ​ທີ່​ພັກ​ອາ​ໄສ​ໃນ​ເມືອງ ຄ​ຣາຍ​ວີ ຣີ ໃນ​ພາກ​ກາງ, ເຮັດ​ໃຫ້​ຢ່າງ​ໜ້ອຍ 3 ຄົນ​ເສຍ​ຊີ​ວິດ ແລະ ບາດ​ເຈັບ​ຢ່າງ​ໜ້ອຍ 38 ຄົນ.

ທ່ານ ໂອ​ເລັກ​ແຊນ​ເດີ ວິ​ລ​ຄຸ​ລ, ຫົວ​ໜ້າ​ຫ້ອງ​ການກອງ​ທັບ​ຂອງ​ເມືອງ ຄ​ຣາຍ​ວີ ຣີ ໄດ້​ກ່າວ​ວ່າ​ການ​ໂຈມ​ຕີ​ໃສ່​ຕຶກ​ດັ່ງ​ກ່າວ​ແມ່ນ​ລູກ​ສອນ​ໄຟ ​ນຶ່ງ​ໃນ​ສາມ​ລູກ​ທີ່​ຕົກ​ຖືກ​ເມືອງ​ນັ້ນ, ເຊິ່ງ​ເປັນ​ບ້ານ​ເກີດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ແລະ ມັກ​ຈະ​ເປັນ​ເປົ້າ​ໝາຍ​ການ​ໂຈມ​ຕີ​ຂອງ ຣັດ​ເຊຍ.

ທ່ານ ເຊ​ເລັນ​ສ​ກີ ໄດ້​ສະ​ແດງ​ຄວາມ​ເສຍ​ໃຈ​ໃນ​ສື່​ສັງ​ຄົມ ແລະ ຂອບ​ໃຈ​ບັນ​ດາ​ນັກ​ກູ້​ໄພ​ສຳ​ລັບ​ການ​ສະ​ໜອງ​ການ​ຊ່ວຍ​ເຫຼືອ.

ທ່ານ​ໄດ້​ຂຽນ​ວ່າ “ທຸກມື້, ເມືອງ​ຕ່າງໆ​ ແລະ ໝູ່​ບ້ານ​ຂອງ​ພວກ​ເຮົາ​ໄດ້​ປະ​ສົບ​ກັບ​ການ​ໂຈມ​ຕີ​ທີ່​ຄ້າຍ​ຄື​ກັນ. ທຸກມື້, ຢູ​ເຄ​ຣນ ໄດ້​ສູນ​ເສຍ​ປະ​ຊາ​ຊົນ​ໃຫ້​ພວກ​ຜີ​ມານ ຣັດ​ເຊຍ. ມັນ​ຈະ​ບໍ່​ມີ​ການ​ຢຸດ, ບໍ່​ແມ່ນ​ມື້​ນຶ່ງ, ອາ​ທິດ​ນຶ່ງ, ບໍ່​ໃຫ້​ເວົ້າ​ເຖິງ​ເລີຍ​ເດືອນ​ນຶ່ງ, ສຳ​ລັບ​ການ​ສະ​ໜັບ​ສະ​ໜູນ​ເພື່ອ​ປ້ອງ​ກັນ​ຊີ​ວິດ​, ເພື່ອ​ປ້ອງ​ກັນ​ປະ​ຊາ​ຊົນ​ຈາກ​ການ​ກໍ່​ການ​ຮ້າຍ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG