Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໖ ພຶດສະພາ ໒໐໒໔

ຫົວໜ້າ ສປຊ ຮຽກຮ້ອງໃຫ້ຊົດເຊີຍ ຕໍ່ການຖືກບັງຄັບເປັນຂ້າທາດ ເພື່ອທີ່ຈະຜ່ານຜ່າ 'ການຖືກຈຳແນກມາຫຼາຍຊົ່ວລຸ້ນຄົນ'


ແຟ້ມພາບ - ພວກຄົນພາກັນໄປຢ້ຽມຊົມສະຖາໂບຮານນະການ Valongo Wharf, ທີ່ເປັນທ່າເຮືອຫຼັກໃນການນຳຂ້າທາດຈາກອາຟຣິກາເຂົ້າມາໃນປະເທດບຣາຊີລ ແລະທະວີບອາເມຣິກາ, ໃນນະຄອນ ຣີໂອ ດີ ຈາແນໂຣ, ບຣາຊີລ, ວັນທີ 13 ພະຈິກ 2021.
ແຟ້ມພາບ - ພວກຄົນພາກັນໄປຢ້ຽມຊົມສະຖາໂບຮານນະການ Valongo Wharf, ທີ່ເປັນທ່າເຮືອຫຼັກໃນການນຳຂ້າທາດຈາກອາຟຣິກາເຂົ້າມາໃນປະເທດບຣາຊີລ ແລະທະວີບອາເມຣິກາ, ໃນນະຄອນ ຣີໂອ ດີ ຈາແນໂຣ, ບຣາຊີລ, ວັນທີ 13 ພະຈິກ 2021.

ຫົວໜ້າອົງການສະຫະປະຊາຊາດ ທ່ານແອນໂທນີໂອ ກູເຕເຣສ ໃນວັນຈັນ ວານນີ້ ໄດ້ຮຽກຮ້ອງໃຫ້ຊົດເຊີຍຄ່າ​ເສຍ​ຫາຍ​ກ່ຽວ​ກັບ ການ​ລັກ​ລອບ​ຄ້າ​ຂາຍ ຄົນທີ່ຖືກ​ນຳ​ມາ​ເປັນ​ຂ້າທາດຂ້າມມະຫາສະໝຸດແອນແລນຕິກ ດັ່ງ​ກັບວິທີທາງ ເພື່ອປາບ​ປາມມູນເຊື້ອໃນສັງຄົມປັດຈຸບັນຂອງເຂົາ​ເຈົ້າ, ລວມທັງການຈຳແນກ ເຊື້ອຊາດຢ່າງເປັນລະບົບ.

ຈາກສັດຕະວັດທີ 15 ຫາ ສັດຕະວັດທີ 19 ມີຊາວອາຟຣິກາ ຢ່າງໜ້ອຍ 12 ລ້ານ 5 ແສນຄົນ ໄດ້ຖືກລັກພາຕົວ, ຖືກບັງຄັບຂົນສົ່ງທາງທະເລໂດຍກຳປັ່ນ ແລະພວກພໍ່ຄ້າຊາວຢູໂຣບ ແລະ ຖືກຂາຍເຂົ້າເປັນຂ້າທາດ. ພວກຄົນເຫຼົ່ານັ້ນ ຜູ້ທີ່ລອດຊີວິດຈາກການເດີນທາງອັນໂຫດຮ້າຍທາລຸນແລະໃນທີ່ສຸດກໍໄປເຮັດ ວຽກໜັກຢູ່ທີ່ສວນປູກຝັງໃນອາເມຣິກາ, ສ່ວນຫຼາຍໄປຕົກຢູ່ບຣາຊີລ ແລະເກາະ ຕ່າງໆໃນທະເລຄາຣີບບຽນ, ໃນຂະນະທີ່ພວກຄົນອື່ນໆສ້າງ​ລາຍ​ໄດ້ຈາກການ ອອກແຮງງານຂອງພວກເຂົາ.

ໃນຖະແຫລງການເພື່ອເປັນຂີດໝາຍ ວັນລະນຶກເຖິງພວກຜູ້ເຄາະຮ້າຍການເປັນ ຂ້າທາດສາກົນຂອງອົງການສະຫະປະຊາຊາດ ທ່ານກູເຕເຣສ ໄດ້ກ່າວວ່າ ອະດີດ “ໄດ້ວາງພື້ນຖານສຳລັບລະບົບການຈຳແນກທີ່ຮ້າຍແຮງ ໂດຍອີງໃສ່ແນວຄິດ ຄົນຜິວຂາວຖືຕົວເອງເປັນຜູ້ວິເສດ.”

ທ່ານກ່າວຕື່ມວ່າ “ພວກເຮົາຮຽກຮ້ອງໃຫ້ມີກແກ້​ໄຂ​ແຜນ ງານດ້ານຍຸຕິທຳ ເພື່ອຊ່ວຍຜ່ານຜ່າການຖືກກີດກັນແລະການຖືກນຳແນກມາຫຼາຍຊົ່ວລຸ້ນຄົນນັ້ນ.

United Nations chief Antonio Guterres called on Monday for reparations over the transatlantic trafficking of enslaved people as a way to tackle its legacy in today's society, including systemic racism.

From the 15th to the 19th century, at least 12.5 million Africans were kidnapped, forcibly transported by European ships and merchants and sold into slavery. Those who survived the brutal voyage ended up toiling on plantations in the Americas, mostly in Brazil and the Caribbean, while others profited from their labor.

In a statement to mark the U.N. International Day of Remembrance of the Victims of Slavery, Guterres said the past "laid the foundations for a violent discrimination system based on white supremacy."

"We call for reparatory justice frameworks to help overcome generations of exclusion and discrimination," Guterres said.

XS
SM
MD
LG