ກຳປັ່ນກອງທັບສະຫະລັດລຳນຶ່ງ ກຳລັງເດີນທາງໄປທີ່ທະເລ ເມດີເຕີເຣນຽນ (Mediterranean) ໃນວັນອາທິດວານນີ້ ເພື່ອເລີ່ມການກໍ່ສ້າງທ່າເຮືອຊົ່ວຄາວ ຢູ່ເທິງຊາຍຝັ່ງເຂດ ກາຊາ ເພື່ອເປັນຊ່ອງທາງໃນການຂົນສົ່ງການຊ່ວຍເຫລືອດ້ານມະນຸດສະທຳທີ່ຫລາຍຂຶ້ນ ໃຫ້ແກ່ຊາວ ປາແລັສໄຕນ໌ ທີ່ອຶດຫິວ, ແຕ່ເຈົ້າໜ້າທີ່ກ່າວວ່າ ອາດຈະໃຊ້ເວລາຍາວນານເຖິງສອງເດືອນ ກ່ອນທີ່ສະຖານທີ່ອຳນວຍຄວາມສະດວກດັ່ງກ່າວ ຈະໄດ້ຖືກສ້າງຂຶ້ນ ແລະເປີດດໍາເນີນການ.
ສູນບັນຊາການຂອງກອງທັບສະຫະລັດ ກ່າວວ່າ ກຳປັ່ນ General Frank S. Besson ໄດ້ແລ່ນອອກຈາກຖານທັບ ສະຫະລັດ ກາງມະຫາສະໝຸດແອັດແລນຕິກ ໃນລັດ ເວີຈີເນຍ ບໍ່ຮອດ 36 ຊົ່ວໂມງ ຫຼັງຈາກປະທານາທິບໍດີ ໂຈ ໄບເດັນ ໄດ້ປະກາດຄວາມພະຍາຍາມດ້ານມະນຸດສະທຳ ໃນລະຫວ່າງການກ່າວຄຳປາໄສຕໍ່ສະພາ ແລະ ປະເທດຊາດ ໃນຄືນວັນພະຫັດທີ່ຜ່ານມາ.
ແຜນການໃນທີ່ສຸດ ແມ່ນເພື່ອຈັດສົ່ງສະບຽງອາຫານ ແລະອຸປະກອນການແພດ ເພີ່ມເຕີມໄປທີ່ທ່າເຮືອຊົ່ວຄາວດັ່ງກ່າວ ໃນ ເຂດກາຊາ ຈາກ ປະເທດເກາະ ໄຊປຣັສ (Cyprus) ທີ່ຢູ່ໃກ້ຄຽງ ຫຼັງຈາກກອງກຳລັງ ອິສຣາແອລ ກວດກາສິນຄ້າ ເພື່ອໃຫ້ແນ່ໃຈວ່າ ບໍ່ມີອາວຸດໃດໆ ໃຫ້ແກ່ກຸ່ມຫົວຮຸນແຮງ ຮາມາສ, ຊຶ່ງປະຈຸບັນນີ້ ແມ່ນຢູ່ໃນເດືອນທີ 6 ຂອງສົງຄາມຕໍ່ຕ້ານອິສຣາແອລ.
ທ່າເຮືອຊົ່ວຄາວດັ່ງກ່າວ ແມ່ນມີຄວາມຈຳເປັນ ເນື່ອງຈາກເຂດກາຊາ ບໍ່ມີພື້ນຖານໂຄງລ່າງຂອງທ່າກຳປັ່ນ ແລະ ເຂດກາຊາແມ່ນຢູ່ພາຍໃຕ້ການປິດລ້ອມຂອງກອງທັບເຮືອອິສຣາແອລ ນັບແຕ່ປີ 2007, ເມື່ອກຸ່ມ ຮາມາສ ເຂົ້າຄວບຄຸມເຂດດັ່ງກ່າວ. ນັບຕັ້ງແຕ່ນັ້ນມາ ກໍມີການມາທາງທະເລໂດຍກົງ ພຽງບໍ່ເທົ່າໃດເທື່ອ ເທົ່ານັ້ນ.
ກຳປັ່ນເພື່ອການກຸສົນຂອງສເປນ ທີ່ບັນທຸກເຄື່ອງຊ່ວຍເຫຼືອດ້ານສະບຽງອາຫານ ຄາດວ່າຈະເດີນທາງອອກຈາກ ໄຊປຣັສ (Cyprus) ໃນໄວໆນີ້. ກຸ່ມທີ່ບໍ່ຂຶ້ນກັບລັດຖະບານ ຊື່ວ່າ Open Arms ກ່າວວ່າ ເຮືອຂອງຕົນຈະບັນທຸກອາຫານໄດ້ 200 ໂຕນ, ອົງການການກຸສົນ World Central Kitchen ຂອງສະຫະລັດ, ຊຶ່ງເປັນຄູ່ຮ່ວມງານຂອງຕົນ ຈະຂົນເຄື່ອງລົງຢູ່ເທິງຝັ່ງຂອງ ເຂດກາຊາ ຊຶ່ງເປັນບ່ອນຈອດເຮືອແບບພື້ນຖານ.
ຟໍຣັມສະແດງຄວາມຄິດເຫັນ