Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໔ ມິຖຸນາ ໒໐໒໔

ທ່ານ ເຊເລັນສກີ ກ່າວວ່າຄວາມຜ່າຍແພ້ຂອງ ຣັດເຊຍ ຢູ່ໃນຢູເຄຣນ ‘ສຳຄັນເປັນຢ່າງຍິ່ງຕໍ່ບັນດາຊາດທີ່ເສລີທັງໝົດ'


​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອາ​ລ​ບາ​ເນຍ ທ່ານ ເອ​ເດີ ຣາ​ມາ ຫຼັງ​ຈາກກອງ​ປະ​ຊຸມ​ສຸດຍອດ​ຂອງ​ບັນ​ດາ​ປະ​ເທດ ຢູ​ໂຣບ ຕາ​ເວັນ​ອອກ, ນະ​ຄອນຫຼວງ ທິ​ຣາ​ນາ, ອາ​ລ​ບາ​ເນຍ, 28 ກຸມ​ພາ 2024.
​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອາ​ລ​ບາ​ເນຍ ທ່ານ ເອ​ເດີ ຣາ​ມາ ຫຼັງ​ຈາກກອງ​ປະ​ຊຸມ​ສຸດຍອດ​ຂອງ​ບັນ​ດາ​ປະ​ເທດ ຢູ​ໂຣບ ຕາ​ເວັນ​ອອກ, ນະ​ຄອນຫຼວງ ທິ​ຣາ​ນາ, ອາ​ລ​ບາ​ເນຍ, 28 ກຸມ​ພາ 2024.

ປະທານາທິບໍດີ​ຢູ​ເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ​ເສັ້ນທາງ​ສຳ​ລັບຫລາຍ​ລຸ້ນຄົນຂອງ ຢູ​ໂຣບ ໃນປັດຈຸບັນີ້ກຳລັງ​ຖືກ​ຕັດ​ສິນ​ທ່າມກາງ​ການ​ຮຸກ​ຮານ​ຂອງຣັດ​ເຊຍ

ປະທານາທິບໍດີ​ຢູ​ເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ​ເສັ້ນທາງ​ສຳ​ລັບຫລາຍ​ລຸ້ນຄົນຂອງ ຢູ​ໂຣບ ໃນປັດຈຸບັນີ້ກຳລັງ​ຖືກ​ຕັດ​ສິນ​ທ່າມກາງ​ການ​ຮຸກ​ຮານ​ຂອງຣັດ​ເຊຍ.

"ພວກເຮົາໄດ້ເຫັນມາແລ້ວໃນອະດີດວ່າ ຄົນອື່ນໄດ້ພະຍາຍາມກໍານົດຊະຕາກໍາ ຂອງຊາດອື່ນແນວໃດ. ເຫດການນີ້ໄດ້ເກີດຂຶ້ນຢູ່ໃນເຂດແຫຼມ ບາ​ລ​ກັງ (Balkans), ໃນຢູໂຣບຕາເວັນອອກ, ແລະໃນພາກສ່ວນອື່ນໆທັງໝົດຂອງ ຢູໂຣບ. ດຽວນີ້ [ປະທານາທິບໍດີຣັດເຊຍທ່ານ ວລາດີເມຍ ປູຕິນ ຢາກເຮັດ ແບບດຽວກັນທຸກຢ່າງ,” ທ່ານ ເຊເລັນສກີ ກ່າວໃນຂະນະທີ່ທ່ານເຂົ້າຮ່ວມກອງ ປະຊຸມສຸດຍອດຂອງຜູ້ນໍາຢູໂຣບຕາເວັນອອກສຽງໃຕ້ ໃນອາລເບເນຍ (Albania).

ທ່ານເຊເລັນສກີ ກ່າວວ່າ ການທີ່ທ່ານປູຕິນແພ້ສົງຄາມ ນັ້ນ "ມັນເປັນສິ່ງສໍາ ຄັນຢ່າງຍິ່ງສໍາລັບບັນດາປະເທດເສລີທັງໝົດ", ແລະຄວາມລົ້ມເຫຼວຂອງຜູ້ນໍາ ຣັດເຊຍ "ແມ່ນຄວາມປອດໄພຂອງພວກເຮົາ."

ທ່ານເຊເລັນສກີ ​ໃນ​ວັນ​ພຸດ​ວານ​ນີ້​ ຍັງ​ໄດ້​ຍ້ອງຍໍ​ປະ​ເທດ​ແບລຈ້ຽມ (Belgium) ​ທີ່​ໃຫ້​ຄຳ​ໝັ້ນ​ສັນຍາ​ທີ່​ຈະ​ມີສ່ວນຮ່ວມໃນ​ຂໍ້​ລິ​ເລີ່​ມທີ່​ນຳພາ​ໂດຍສາ​ທາ​ລະ​ນະ​ລັດ ເຊັກ (Czech) ​ເພື່ອ​ສະໜອງ​ລູກປືນ​ທີ່​ຈຳ​ເປັນ​ຢ່າງຍິ່ງ ໃຫ້​ແກ່ກອງ​ກຳລັງ​ຢູ​ເຄຣນ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ແບລຈ້ຽມ ອາເລັກຊານເດີ ເດີ ໂຄຣ (Alexander De Croo) ກ່າວ​ວ່າ ແບລຈ້ຽມ ຈະ​ສະ​ຫນອງເງິນ​ທຶນ 216 ລ້ານ​ໂດ​ລາ​ ​ສໍາ​ລັບຄວາມພະ​ຍາ​ຍາມດັ່ງກ່າວ​.

ທ່ານ ເດີ ໂຄຣ (De Croo) ກ່າວວ່າ "ພວກເຮົາບໍ່ສາມາດທຽບໄດ້ກັບຄວາມ ເສຍສະລະທີ່ຢູເຄຣນເຮັດໃນທຸກໆມື້," "ແຕ່ພວກເຮົາສາມາດໃຫ້ປະທານາ ທິບໍດີ ເຊເລັນສກີ ໃນສິ່ງທີ່ທ່ານຮ້ອງຂໍ ນັ້ນກໍຄື ລູກປືນເພີ້ມຕື່ມ ເພື່ອປ້ອງກັນ ຜູ້ຮຸກຮານຊາວຣັດເຊຍ."

ທ່ານ ເຊເລັນສກີ ກ່າວ​ວ່າ ທ່ານ​ຮູ້ສຶກຂອບ​ໃຈ​ທີ່​ບັນດາ​ພັນທະ​ມິດ​ເຂົ້າ​ໃຈ​ເຖິງ ຄວາມ​ຮີບ​ດ່ວນ​ຂອງ​ຄວາມ​ຕ້ອງການ​ດ້ານ​ປ້ອງ​ກັນ​ປະ​ເທດ​ຂອງ​ຢູ​ເຄຣນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG