Svoboda | Graniru | BBC Russia | Golosameriki | Facebook

ທ່ານ ບລິງເກັນ ຮຽກຮ້ອງໃຫ້ອິສຣາແອລ ໃຫ້ບຸລິມະສິດ ກັບການປົກປ້ອງພົນລະເຮືອນ ເປັນ 'ວຽກອັນດັບທີນຶ່ງ'

  • ວີໂອເອ

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ກ່າວ ໃນການພົບປະກັບຫົວໜ້າການຕ່າງປະເທດຂອງ ອີຢູ ທ່ານ ໂຈເຊບ ບໍແຣລ ຢູ່ກະຊວງການຕ່າງປະເທດ, 13 ມີນາ 2024, ໃນວໍຊິງຕັນ. ທ່ານ ກ່າວວ່າຜູ້ນຳທົ່ວໂລກ ຕ້ອງການໃຫ້ອິສຣາແອລ ໃຫ້ຄວາມສຳຄັນຕໍ່ຄວາມປອດໄພຂອງພົນລະເຮືອນ ເປັນບຸລິມະສິດສູງສຸດ

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ ແອນໂທນີ ບລິງເກັນ ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ ອິ​ສ​ຣາ​ແອລ ຕ້ອງ​ເຮັດ​ໃຫ້​ສະ​ຫວັດ​ດີ​ການ​ຂອງ​ພົນ​ລະ​ເຮືອນ ປາ​ແລັດ​ສະ​ໄຕ​ນ໌ ເປັນ “ວຽກ​ງານ​ອັນ​ດັບ​ນຶ່ງ” ໃນ​ການເຮັດ​ສົງ​ຄາມກັບກຸ່ມຮາມາສ ໃນ​ເຂດ ກາຊາ.

ທ່ານ​ກ່າວ​ຕໍ່ບັນດາ​ນັກ​ຂ່າວ​ຫລັງ​ຈາກ​ກອງ​ປະ​ຊຸມ​ທາງອອນລາຍນ໌ ​ກັບບັນດາຄູ່ຮ່ວມມື​ສາ​ກົນ​ວ່າ "ພວກ​ເຮົາ​ເບິ່ງ​ໄປທີ່​ລັດ​ຖະ​ບານ​ອິດສ​ຣາ​ແອລ ເພື່ອ​ໃຫ້​ແນ່​ໃຈວ່າ​ ນີ້​ແມ່ນ​ບູ​ລິ​ມະ​ສິດ. ການປົກປ້ອງພົນລະເຮືອນ, ການໃຫ້ການຊ່ວຍເຫຼືອທີ່ປະຊາຊົນ ມີຄວາມຕ້ອງການ."

"ນັ້ນ ຈະຕ້ອງເປັນວຽກອັນດັບນຶ່ງ, ເຖິງແມ່ນວ່າພວກເຂົາຈະເຮັດໃນສິ່ງທີ່ຈຳເປັນເພື່ອປົກປ້ອງປະເທດ ແລະຮັບມືກັບໄພຂົ່ມຂູ່ຈາກກຸ່ມ ຮາມາສ ກໍຕາມ."

ນັກ​ການ​ທູດ​ລະດັບ​ສູງ​ຂອງ​ສະຫະລັດ ​ໄດ້​ພົບ​ປະ​ຜ່ານ​ການ​ປະຊຸມ​ທາງ​ວິ​ດີ​ໂອ​ກັບ​ລັດຖະມົນຕີ​ຈາກ ປະເທດເກາະໄຊປັຣສ (Cyprus), ສະຫະຣາດຊະອານາຈັກ ອັງກິດ, ສະຫະລັດອາຣັບເອເມີເຣັສ, ກາ​ຕາ, ສະຫະພາບ​ຢູ​ໂຣບ ​ແລະ​ອົງການ​ສະຫະ​ປະຊາ​ຊາດ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບແລວ​ທາງ​ການ​ເດີນ​ທະ​ເລ​ໃໝ່​ເພື່ອ​ນຳເອົາການ​ຊ່ວຍ​ເຫຼືອ​ເຂົ້າ​ໄປໃນເຂດ​ກາຊາ.

"ເມື່ອຖືກສ້າງຕັ້ງຂຶ້ນ, ແລວທາງດັ່ງກ່າວ ຈະຊ່ວຍໃຫ້ສາມາດແຈກຢາຍອາຫານໄດ້ຫຼາຍເຖິງ 2 ລ້ານຄາບ ໃນແຕ່ລະມື້, ເຊັ່ນດຽວກັນກັບຢາ, ນ້ໍາ ແລະການສະໜອງດ້ານມະນຸດສະທໍາທີ່ສໍາຄັນອື່ນໆ," ທ່ານບລິງເກັນ ກ່າວ.

ກອງທັບ​ສະຫະລັດ​ ໄດ້​ສົ່ງ​ກຳ​ປັ່ນລຳນຶ່ງ​ໄປ​ທະ​ເລ ເມດີເຕີເຣນຽນ (Mediterranean) ​ເພື່ອ​ສ້າງ​ທ່າ​ເຮືອ​ຊົ່ວຄາວ ​ຢູ່​ແຄມ​ຝັ່ງເຂດ​ກາຊາ ​ເພື່ອ​ເປັນຊ່ອງທາງໃນການຂົນສົ່ງການຊ່ວຍເຫຼືອດ້ານມະນຸດສະທຳທີ່ຫຼາຍຂຶ້ນ ​ ​ແຕ່​ກ່າວ​ວ່າ ທ່າ​ເຮືອ​ດັ່ງກ່າວ​ ອາດ​ຈະ​ໃຊ້​ເວລາ​ສອງ​ເດືອນ​ຈຶ່ງ​ຈະ​ສຳ​ເລັດ.

​ໃນ​ວັນ​ພຸດ​ວານ​ນີ້ ອົງການບັນເທົາທຸກ ແລະ ວຽກງານຂອງສະຫະປະຊາຊາດ ສຳລັບຊາວປາ​ແລ​ສ​ໄຕ​ນ໌ ຫລື UNRWA ກ່າວ​ວ່າ ພະນັກງານ​ຂອງ​ຕົນ​ຢ່າງ​ໜ້ອຍ​ຄົນ​ນຶ່ງ​ ໄດ້​ຖືກສັງຫານ ​ແລະ​ອີກ 22 ຄົນ​ໄດ້​ຮັບ​ບາດ​ເຈັບ ໃນເວລາທີ່​ກອງ​ກຳລັງ​ອິສຣາ​ແອ​ລ ​ໂຈມ​ຕີ​ສູນ​ແຈກ​ຢາຍ​ອາຫານ ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ເມືອງ ຣາຟາ ​ໃນ​ເຂດ ກາຊາ.

ອ່ານຂ່າວນີ້ເປັນພາສາອັງກິດ