ສູນບັນຊາການຂອງສະຫະລັດຢູ່ເຂດຕາເວັນອອກກາງ ຫຼື CENTCOM ໄດ້ ລາຍງານວ່າ ການໂຈມຕີທາງອາກາດຫົກຄັ້ງ ມີຂຶ້ນບໍ່ເທົ່າໃດຊົ່ວໂມງຫຼັງຈາກ ກຸ່ມຮູຕີທີ່ໜຸນຫຼັງໂດຍອີຣ່ານ ໄດ້ຍິງລູກສອນໄຟຂີປະນາວຸດຕໍ່ຕ້ານກຳປັ່ນໃສ່ກຳ ປັ່ນຂົນສົ່ງຕູ້ຄອນເທນເນີ້ຊື່ວ່າ ປີໂນຄີໂອ (Pinocchio) ທີ່ຕິດທຸງຊາດຂອງ ໄລບີເຣຍ ຂອງຊິງກະໂປ
ນາຍົກລັດຖະມົນຕີ ອາຣີລ ເຮັນຣີ (Ariel Henry) ຂອງ ເຮຕີ (Haiti) ລາອອກຈາກຕໍາແໜ່ງ. ທ່ານຈະລົງຈາກຕຳແໜ່ງ ຫຼັງຈາກການຈັດຕັ້ງໜ່ວຍງານສະເພາະກິດ ທີ່ຈະປົກຄອງປະເທດຊາດ ທີ່ພົບກັບບັນຫາຄວາມຮຸນແຮງນີ້ ຈົນກວ່າຈະມີການເລືອກຕັ້ງຈັດຂຶ້ນໃໝ່
ເຈົ້າໜ້າທີ່ຣັດເຊຍລາຍງານວ່າ ການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບຂອງຢູເຄຣນ ໃນວັນອັງຄານມື້ນີ້ ໄດ້ແນເປົ້າໃສ່ ນະຄອນຫຼວງມົສກູ ແລະຫລາຍເຂດທາງພາກຕາເວັນຕົກຂອງຣັດເຊຍ
ມີປະຊາຊົນຢ່າງໜ້ອຍ 1,200 ຄົນໄດ້ຖືກຂ້າຕາຍໃນມື້ນັ້ນ ພວກຜູ້ເຄາະຮ້ານບາງສ່ວນໄດ້ຖືກທຳຮ້າຍທາງເພດກ່ອນທີພວກເຂົາຈະເສຍຊີວິດ
ໂມລໂດວາ ໄດ້ຮັບເອກະລາດຈາກສະຫະພາໂຊຫວຽດ ໃນປີ 1991
ວິດີໂອຂອງກຸ່ມອາລ-ຄາຍດາ ບໍ່ໄດ້ໃຫ້ລາຍລະອຽດໃດໆກ່ຽວກັບການເສຍຊີວິດ ຂອງ ທ້າວອາ-ບາທາຟີ ແຕ່ໄດ້ສະແດງໃຫ້ເຫັນຜູ້ກ່ຽວຖືກຄຸມດ້ວຍຜ້າແພໃນ ພິທີສົ່ງສະການ ແລະທຸງຂອງກຸ່ມຫົວຮຸນແຮງດັ່ງກ່າວ ອີງຕາມກຸ່ມສືບລັບ ທີ່ເອີ້ນຫຍໍ້ວ່າ SITE
ທ່ານ ຄູເລບາ ໄດ້ຮຽກຮ້ອງຕໍ່ພະສັນຕະປາປາ ໃຫ້ຢືນຄຽງຂ້າງ “ຝ່າຍຄົນດີ” ແລະບໍ່ແມ່ນເອົາຝ່າຍທີ່ຢູ່ກົງກັນຂ້າມກັນ “ມາຢູ່ໃນສະຖານະດຽວກັນ ແລະ ຮຽກຮ້ອງ “ການເຈລະຈາ”
ກຳປັ່ນກອງທັບສະຫະລັດລຳນຶ່ງ ກຳລັງເດີນທາງໄປທີ່ທະເລ ເມດີເຕີເຣນຽນ (Mediterranean) ໃນວັນອາທິດວານນີ້ ເພື່ອເລີ່ມການກໍ່ສ້າງທ່າເຮືອຊົ່ວຄາວ ຢູ່ເທິງຊາຍຝັ່ງເຂດ ກາຊາ ເພື່ອເປັນຊ່ອງທາງໃນການຂົນສົ່ງການຊ່ວຍເຫລືອດ້ານມະນຸດສະທຳທີ່ຫລາຍຂຶ້ນ ໃຫ້ແກ່ຊາວ ປາແລັສໄຕນ໌ ທີ່ອຶດຫິວ
ກຳປັ່ນການຄ້າອີກລຳນຶ່ງ ໄດ້ຖືກໂຈມຕີດ້ວຍລູກສອນໄຟຂອງກຸມຮູຕີ ໃນອ່າວທະເລ ເອເດັນ ໃນວັນຈັນທີ່ຜ່ານມາ ເຊິ່ງພາໃຫ້ເກີດມີຄວາມເສຍຫາຍ. ໃນຂະນະທີ່ ພວກຫົວຮຸນແຮງ ຮູຕີ ທີ່ໜູນຫຼັງໂດຍອີຣ່ານ ຢູ່ໃນເຢເມນ ຍັງສືບຕໍ່ໂຈມຕີໃສ່ບັນດາເສັ້ນທາງຂົນສົ່ງລະຫວ່າງປະເທດໃນເຂດອ່າວທະເລ ເອເດັນ ແລະທະເລແດງ
ຄວາມຄິດເຫັນດັ່ງກ່າວກໍແມ່ນວ່າ ເຮັດໃຫ້ບັນດາແມ່ຍິງມີສະຖຽນລະພາບທາງ ດ້ານເສດຖະກິດ ທີ່ສາມາດຊ່ວຍໃນຄວາມພະຍາຍາມເພື່ອບັນລຸຄວາມເທົ່າ ທຽມກັນໄດ້
ລັດຖະບານ ເບີລິນ ບໍ່ໄດ້ໂຕ້ແຍ້ງຕໍ່ຄວາມແທ້ຈິງຂອງບັນທຶກສຽງນັ້ນ
ທ່ານ ໄບເດັນ ໄດ້ກ່າວວ່າ “ຖ້າພວກເຮົາໄດ້ໄປຮອດຈຸດທີ່ເຫດການນີ້ ຍັງສືບຕໍ່ໄປຮອດບຸນ ຣາມາດານ, ອິສຣາແອລ ແລະ ເຈຣູຊາແລັມ ອາດມີຄວາມອັນຕະລາຍຫຼາຍໆ”
ໂຫລດຕື່ມອີກ
No live streaming currently available