ພົນເຮືອໂທ ແບຣດ ຄູເປີ ໄດ້ກ່າວວ່າ ສະຫະລັດ ຫວັງວ່າຈະນຳສົ່ງການ ຊ່ວຍເຫຼືອໄປປະມານ 500 ໂຕນ ໃນແຕ່ລະວັນໂດຍຜ່ານທ່າເຮືອດັ່ງກ່າວ ຫຼື ລົດບັນທຸກປະມານ 90 ຄັນຕໍ່ມື້ ອີງຕາມອົງການຂ່າວ CNN
ທ່ານວີຢາເຊັສລາບວ໌ ກລາດຄອບວ໌ (Vyacheslav Gladkov) ຜູ້ປົກຄອງພາກພື້ນ ໄດ້ກ່າວໃນສື່ສັງຄົມເທເລີແກຣມ ວ່າ ການໂຈມຕີຂອງຢູເຄຣນ ໄດ້ສ້າງຄວາມເສຍຫາຍຕໍ່ອາຄານແຫ່ງນຶ່ງ ແລະກໍ່ໃຫ້ເກີດໄຟໄໝ້ຢູ່ໃນເມືອງແບລໂກຣອດ
ສະຖານທູດ ຈີນ ໃນນະຄອນຫຼວງ ວໍຊິງຕັສ ໄດ້ກ່າວໃນເດືອນທີ່ຜ່ານມາວ່າເຂົາເຈົ້າ “ບໍ່ແມ່ນຜູ້ຜະລິດ ຫຼື ຝ່າຍທີ່ມີສ່ວນຮ່ວມໃນວິກິດການ ຢູເຄຣນ.”
ໃນການກ່າວປາໄສທາງວີດີໂອປະຈຳຕອນກາງຄືນ ໃນວັນອັງຄານວານນີ້ ປະທານາທິບໍດີຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ໄດ້ຮ້ອງຂໍອີກເທື່ອນຶ່ງ ໃຫ້ສົ່ງອາວຸດເຂົ້າມາຮອດໃນທັນທີ ໃນຂະນະທີ່ປະເທດຂອງທ່ານຍັງ ຕໍ່ສູ້ເພື່ອເອົາຊະນະຣັດເຊຍ ຢ່າງຕໍ່ເນື່ອງ
ນັບຕັ້ງແຕ່ກຸ່ມ ຮາມາສ ໄດ້ເປີດສາກບຸກໂຈມຕີກໍ່ການຮ້າຍເມື່ອວັນທີ 7 ຕຸລາ ຢູ່ອິສຣາແອລ, ເຊິ່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດປະມານ 1,200 ຄົນ ແລະ ຈັບຕົວປະກັນປະມານ 250 ຄົນ, ອິສຣາແອລ ຈຶ່ງໄດ້ເລີ້ມດຳເນີນການບຸກໂຈມຕີເພື່ອກຳຈັດ ກຸ່ມຮາມາສ ອອກຈາກເຂດກາຊາ
ຕຳຫຼວດຂອງອັງກິດ ກຳລັງສືບສວນສອບສວນການເສຍຊີວິດຂອງຊາຍຜູ້ນຶ່ງ ທີ່ຖືກຕັ້ງຂໍ້ຫາວ່າ ໃຫ້ການຊ່ວຍເຫຼືອແກ່ໜ່ວຍງານສືບລັບຕ່າງປະເທດຂອງ ຮົງກົງ
ປະເທດ ໄອແລນ, ນໍເວ ແລະ ສະເປນ ຕ່າງໄດ້ກໍປະກາດ ກ່ຽວກັບການຮັບຮູ້ ລັດ ປາແລັສໄຕນ໌ ໃນວັນພຸດມື້ນີ້, ໂດຍອ້າງເຖິງສົງຄາມອິສຣາແອລ ແລະ ກຸ່ມຮາມັສ ຢູ່ເຂດກາຊາ ແລະ ຈຳເປັນເພື່ອໃຫ້ບັນລຸການແກ້ໄຂບັນຫາສອງລັດ ເພື່ອສັນຕິພາບທີ່ຍືນຍົງໃນພາກພື້ນ
ເຈົ້າຄອງພາກພື້ນ ຄາກີບ ຂອງຢູເຄຣນ ກ່າວໃນວັນອັງຄານມື້ນີ້ວ່າ ຂົງເຂດດັ່ງກ່າວຖືກໂຈມຕີດ້ວຍລະເບີດຂອງຣັດເຊຍ ຕະຫຼອດຄືນ
ທ່ານນາງ ເຢລເລັນ ກ່າວໃນລະຫວ່າງຕອນເລີ້ມຕົ້ນກອງປະຊຸມກັບເຈົ້າໜ້າທີ່ ທະນາຄານວ່າ ອຳນາດໃໝ່ຂອງກະຊວງການເງິນ ຈະລົງໂທດທະນາຄານຕ່າງໆດ້ວຍມາດຕະການລົງໂທດຂັ້ນສອງ
ທ່ານ ເຣຊີ, ຜູ້ທີ່ໄດ້ເສຍຊີວິດໃນອຸບັດຕິເຫດດັ່ງກ່າວດ້ວຍອາຍຸ 63 ປີ, ໄດ້ເປັນຄູ່ແຂ່ງກັບລັດຖະບານອິສລາມທີ່ຜະເດັດການຂອງ ອີຣ່ານ
ສື່ມວນຊົນຂອງລັດຂອງອີຣ່ານ ກ່າວວ່າ ປະທານາທິບໍດີອີຣ່ານ ທ່ານ ອີບຣາຮິມ ເຣຊີ, ລັດຖະມົນຕີການຕ່າງປະເທດ ທ່ານ ໂຮສເຊນ ອາມີຣັຫບດອລລາຮຽນ ແລະເຈົ້າໜ້າທີ່ຄົນອື່ນໆ ໄດ້ຖືກພົບວ່າ ເສຍຊີວິດແລ້ວ ໃນວັນຈັນມື້ນີ້ ຢູ່ທີ່ສະຖານທີ່ເກີດເຫດ ເຮືອບິນເຮລິຄອບເຕີຕົກ ໃນພາກຕາເວັນຕົກສຽງເໜືອ ຂອງອີຣ່ານ
ກອງທັບຢູເຄຣນ ກ່າວໃນວັນຈັນມື້ນີ້ວ່າ ຕົນໄດ້ທຳລາຍເຮືອບິນບໍ່ມີຄົນຂັບທັງໝົດ 29 ລຳ ທີ່ຣັດເຊຍໄດ້ສົ່ງຂຶ້ນໃນການໂຈມຕີຊ່ວງຂ້າມຄືນ
ໂຫລດຕື່ມອີກ
No live streaming currently available