Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ວີ​ໂອ​ເອ​ລາວ ສຳ​ພາດ ກັບຍາ​ນາງຄຳ​ຫລ້າ ສົມ​ພັນ ນັກ​ຟ້ອນ ແລະ​ຄູ​ສອນ​ບາ​ເລ ລະ​ດັບສາ​ກົ​ນ


ຍາ​ນາງຄຳ​ຫລ້າ ສົມ​ພັນ ຢືນ​ຢູ່​ກາງ ນັກ​ຟ້ອນ ແລະ​ຄູ​ສອນ​ບາ​ເລ ພ້ອມ​ດ້ວຍ​ພວກ​ນັກ​ຮຽນ ທີ່ ໂຮງ​ລະ​ຄອນ​ແຫ່ງ​ຊາດ The John F. Kennedy for Performing Arts
ຍາ​ນາງຄຳ​ຫລ້າ ສົມ​ພັນ ຢືນ​ຢູ່​ກາງ ນັກ​ຟ້ອນ ແລະ​ຄູ​ສອນ​ບາ​ເລ ພ້ອມ​ດ້ວຍ​ພວກ​ນັກ​ຮຽນ ທີ່ ໂຮງ​ລະ​ຄອນ​ແຫ່ງ​ຊາດ The John F. Kennedy for Performing Arts

ສະບາຍດີທ່ານຜູ້ຟັງທີ່ເຄົາລົບໃນລາຍການຊີວິດຊາວລາວໃນຕ່າງແດນຂອງ ວີໂອເອ ປະຈຳແລງວັນພະຫັດມື້ນີ້ ເຮົາຈະນຳເອົາການໂອ້ລົມກັບຍານາງຄຳຫລ້າ ສົມພັນ ນັກຟ້ອນແລະຄູສອນຟ້ອນບາເລ ມາເປັນເວລາກວ່າສອງທົດສະວັດແລ້ວ ແລະຄຳຫລ້າ ໄດ້ສະແດງການຟ້ອນບາເລ ໃຫ້ແກ່ຫລາຍໆບໍລິສັດຢູ່ໃນສະຫະລັດ ແລະໄດ້ສະ ແດງຢູ່ໃນສາກລະຄອນເລື້ອງ The King & I ທີ່ Broadway ໃນນະຄອນນິວຢອກ ຊຶ່ງ ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

​ຄຳ​ຫລ້າ ສົມ​ພັນ
​ຄຳ​ຫລ້າ ສົມ​ພັນ

Ballet dance ຫລືຟ້ອນບາເລ ເລີ້ມເກີດຂຶ້ນຢູ່ປະເທດອີຕາລີ ໃນສະໄໝສັດຕະວັດທີສິບຫ້າຫລື renaissance ຂອງສັງຄົມຂຸນນາງ ແລະຫລັງຈາກນັ້ນບາເລໄດ້ຖືກພັດທະນາໃຫ້ເຂົ້າກັບການສະແດງຢູ່ໃນພິທີອັນສຳຄັນຂອງພວກຂຸນນາງຢູ່ປະເທດຝຣັ່ງ ແລະຣັດເຊຍ. ເວລານັ້ນ ການອອກແບບລີລາເທັກນິກການຟ້ອນໄດ້ແຜ່ອອກໄປທົ່ວປະເທດຢູໂຣບ. ຄຳຫລ້າ ສົມພັນ ເກີດຢູ່ປະເທດລາວ ລູກສາວຫລ້າຂອງອະດີດ ນັກການທູດ ໃນສະໄໝພະລາຊະອານາຈັກລາວ. ໃນກາງປີ 1970 ຄຳຫລ້າ ມີອາຍຸພຽງເຈັດເດືອນ ໄດ້ເດີນທາງໄປຢູ່ອະດີດສະຫະ ພາບໂຊຫວຽດກັບຄອບຄົວ ບ່ອນທີ່ພໍ່ເປັນນັກການທູດ ຕາງໜ້າພະລາຊາອານາຈັກລາວ ເປັນເວລາສາມປີ ແລະຢູ່ທີ່ສະຫະພາບໂຊຫວຽດນີ້ເອງ ຄຳຫລ້າໄດ້ຮັບ ອິດທິພົນຈາກການສະແດງຟ້ອນບາເລ ຊຶ່ງຄຳຫລ້າໄດ້ແນະນຳຕົນ ເອງຕໍ່ວີໂອເອ ດັ່ງນີ້.

“ຂ້າພະເຈົ້າໄດ້ເຂົ້າໂຮງຮຽນມັດທະຍົມສິນລະປະຢູ່ Duke Arlington School of Arts ຕໍ່ ມາໄດ້ໄປຮຽນຢູ່ໂຮງຮຽນ Philadelphia School of of Arts ແລະສຳເລັດປະລິນຍາຕີ ຝ່າຍການຟ້ອນ ຈາກມະຫາວິທະຍາໄລ Saint Mary’s College of California. ຂ້າພະເຈົ້າ ໄດ້ເດີນທາງໄປສະແດງ ກັບ Concert Dance, Opera ຢູ່ຫລາຍໆແຫ່ງ ແລະກັບ Broadway ຊຶ່ງເປັນໂຮງລະຄອນ ທີ່ມີຊື່ສຽງໃນນະຄອນນິວຢອກ.”

ຄຳຫລ້າ ເກີດຢູ່ນະຄອນຫລວງວຽງຈັນ ສາມາດເຂົ້າໃຈພາສາລາວດີສົມຄວນ ແຕ່ເວົ້າບໍ່ເກັ່ງ ຄຳຫລ້າຮູ້ຈັກຕົນເອງວ່າ ມັກສິນລະປະການສະແດງ ການຟ້ອນຂອງປະເທດຕາເວັນຕົກມາແຕ່ນ້ອຍ ແລະໄດ້ເຈາະຈົງຮຽນເອົາວິຊາອາຊີບດັ່ງກ່າວຈົນເປັນຜົນສຳເລັດ ຊຶ່ງຄຳຫລ້າໄດ້ກ່າວເຖິງຕອນນີ້ວ່າ:

ການ​ເຟິກ​ຊ້ອມ​ຟ້ອນ​ບາ​ເລ ຢູ່ທີ່ The John F, Kennedy Center for Performing Arts
ການ​ເຟິກ​ຊ້ອມ​ຟ້ອນ​ບາ​ເລ ຢູ່ທີ່ The John F, Kennedy Center for Performing Arts

ໃນນາມເປັນຄອບຄົວຄົນລາວຄອບຄົວນຶ່ງ ທີ່ຍັງຮັກສາປະເພນີອັນດີງາມຂອງ ລາວໄວ້ຫລາຍຢ່າງ ແຕ່ບໍ່ໄດ້ ໝາຍຄວາມວ່າ ພໍ່ແມ່ຂອງຂ້າພະເຈົ້າຫ້າມບໍ່ໃຫ້ຮຽນວິຊາການຟ້ອນ ເພາະປະເພີນີລາວເຫັນວ່າເປັນແມ່ຍິງບໍ່ ຄວນຟ້ອນກິນລຳກິນ. ຂ້າພະເຂົ້າໄດ້ຮັບການສະໜັບສະໜູນຈາກພໍ່ແມ່ຢ່າງເຕັມທີ່ ແລະໃຫ້ກຳລັງໃຈໃນສິ່ງທີ່ ຂ້າພະເຈົ້າໝັກ. ຢູ່ໃນບັນດາປະເທດຕາເວັນຕົກ ແລະອຸດົມຮັ່ງມີທາງດ້ານອຸດສາຫະກຳ ເຂົາເຈົ້າມີຫລັກສູດການຮຽນກ່ຽວກັບວິຊາມະນຸດຊາດຫຼື Humanity ຢ່າງຫລວງຫລາຍ ໂດຍສະເພາະການຟ້ອນ ດົນຕີ ການຮ້ອງລຳທຳເພງ ແລະຮຽນເປັນດາຣາສະ ແດງຮູບເງົາເຫລົ່ານີ້ ເປັນຕົ້ນ ຈົນເຂົາເຈົ້າພາກັນສຳເລັດມີຊື່ສຽງ ແລະໄດ້ຮັບການສະໜັບສະໜູນຈາກສັງຄົມ. ຂ້າພະເຈົ້າເປັນແມ່ຍີງຄົນອາເມຣິກາເຊື້ອສາຍລາວ ຄົນທຳອິດ ທີ່ໄດ້ວາງບົດບາດຢູ່ເທິງເວທີນ້ອຍ ແລະໃຫຍ່ທົ່ວສະຫະລັດມາໄດ້ກວ່າສອງທົດສະວັດແລ້ວ ໂດຍທີ່ບໍ່ຄິດເລີຍວ່າ ເປັນແມ່ຍິງຮຽນວິ ຊາຟ້ອນກິນລຳກິນ.”

ຄຳຫລ້າໄດ້ສະແດງການຟ້ອນບາເລ ໃຫ້ຫລາຍໆບໍລິສັດ ແລະໄດ້ເດີນທາງໄປຫລາຍໆແຫ່ງ. ໂຮງລະຄອນຢູ່ບຣອດເວ (Broadway) ໃນນະຄອນນິວຢອກ ທີ່ມີຊື່ສຽງຂອງສະຫະລັດ ແມ່ນບ່ອນສຳຄັນແຫ່ງນຶ່ງທີ່ຄຳຫລ້າ ໄດ້ວາງບົດບາດສະແດງເລື້ອງ “The King & I” ຊຶ່ງເປັນບົດລະຄອນທີ່ມີຊື່ສຽງຢູ່ພະລາດຊະ ວັງສະຫຍາມສະ ໄໝກະສັດມົງກຸດ ປີ 1860 ຊຶ່ງຄຳຫລ້າໄດ້ກ່າວເຖິງຄວາມຮັບ ຜິດຊອບຂອງການສະແດງສູ່ຟັງດັ່ງນີ້:

ຍາ​ນາງ​ຄຳ​ຫລ້າ ສົມ​ພັນ
ຍາ​ນາງ​ຄຳ​ຫລ້າ ສົມ​ພັນ

“ຢູ່ໃນກະແສຫລັກສຳຄັນຂອງວົງການສະແດງນັ້ນກໍຄື Broadway ແມ່ນໂຮງລະຄອນທີ່ມີກຽດ ແລະມີຊື່ສຽງ. ຂ້າພະເຈົ້າໄດ້ປະກອບສ່ວນສະແດງລະຄອນເລື້ອງ The King & I ຢູ່ໂຮງລະຄອນແຫ່ງນີ້ເປັນເວລາຫລາຍ ເດືອນແລະມີໜ້າທີ່ເປັນຫົວໜ້ານັກຟ້ອນ ຫລັງຈາກນັ້ນ ກໍໄດ້ເດີນທາງໄປສະແດງຢູ່ຕາມໂຕເມືອງນ້ອຍ ແລະ ໃຫຍ່ຕ່າງໆ ທົ່ວສະຫະລັດ ແລະໄດ້ໃຊ້ເວລາກວ່ານຶ່ງປີ.”

ຄຳຫລ້າເປັນທີ່ຮູ້ກັນດີໃນວົງສັງຄົມການຟ້ອນບາເລແລະໄດ້ຖຶກຮັບເຊີນໄປສອນຢູ່ຫລາຍໆແຫ່ງ. ໃນໄລຍະສີ່ປີ ທີ່ຜ່ານມານີ້ ຄຳຫລ້າໄດ້ຖືກເຊີນໃຫ້ມາເປັນຄູສອນຟ້ອນຢູ່ໃນໂຄງການຮຽນລະດູຮ້ອນທີ່ ໂຮງລະຄອນແຫ່ງຊາດ The John F. Kennedy Center ທີ່ນະຄອນຫລວງວໍຊິງຕັນ ຊຶ່ງຄຳຫລ້າ ໄດ້ອະທິບາຍສູ່ ວີໂອເອ ຟັງດັ່ງນີ້:

ປັດຈຸບັນນີ້ ຂ້າພະເຈົ້າກຳລັງສອນຟ້ອນບາເລ ຢູ່ໃນໂຄງການລະດູຮ້ອນ ທີ່ໂຮງລະຄອນ The John F. Kennedy Center ທີ່ນະຄອນຫລວງວໍຊິງຕັນ. ພວກນັກຮຽນແມ່ນໄດ້ຖືກຄັດເລືອກມາຈາກບັນດາໂຮງຮຽນມັດທະຍົມຕ່າງໆໃນຂົງເຂດນະຄອນຫລວງວໍຊິງຕັນ ເຊັ່ນລັດແມຣີແລນ ເວີຈີເນຍ ແລະວໍຊິງຕັນ ດີ.ຊີ ຊຶ່ງມີກຳນົດການຮຽນແບບເລັ່ງລັດເປັນເວລາສອງອາທິດ. ຂ້າພະເຈົ້າໄດ້ມາສອນຢູ່ໃນໂຄງການນີ້ ມາເປັນເວລາສີ່ປີແລ້ວ ແຕ່ວ່າຫວ່າງສອງປີທີ່ຜ່ານມານີ້ຕ້ອງໄດ້ສອນຜ່ານທາງອອນລາຍ ເພາະການແຜ່ລະບາດພະຍາດໂຄວິດ-19. ບັດນີ້ ສະພາບການໄດ້ດີຂຶ້ນ ເພາະສະນັ້ນ ຂ້າພະເຈົ້າຈຶ່ງໄດ້ກັບຄືນມາສອນອີກ.”

ຄຳ​ຫລ້າ ສ​ົມ​ພັນ ຈະ​ເສັດ​ສິ້ນການ​ສອນ​ຟ້ອນ​ບາ​ເລ​ໃນ​ທ້າ​ຍອ​າ​ທິດ​ນີ້ ແລ້ວ​ຈະ​ກັບ​ຄືນ​ບ້ານ​ທີ່​ເມືອງ​ແຊນ​ດິ​ເອ​ໂກ ລັດ​ຄາ​ລິ​ຟໍ​ເນຍ ຊຶ່ງຄຳ​ຫລ້າ ໄດ້​ກ່າວ​ມ້ວນ​ທ້າຍ​ສູ່ ວີ​ໂອ​ຟັງ ດັ່ງ​ນີ້:

ຫລັງ​ຈາກ​ເສັດ​ສິ້ນ​ການ​ສອນ​ໂຄງ​ການ​ລະ​ດູ​ຮ້ອນ​ປະ​ຈຳ​ປີ 2022 ນີ້​ແລ້ວ ຂ້າ​ພະ​ເຈົ້າ​ຈະ​ກັບ​ຄືນ​ບ້ານ ໄປ​ສອນ ແລະ​ປະ​ຖະ​ກະ​ຖາ​ກ່ຽວ​ກັບການ​ຟ້ອນ​ບາ​ເລ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ Sand Diego State University ສອນ​ຢູ່​ສະ​ຖາ​ບັນ Lynch Dance Institute ສອນ​ຢູ່ Virginia Dance Theater ແລະ​ຂ້າ​ພະ​ເຈົ້າ​ຍັງ​ເປັຍ​ຜູ້​ອອກ​ແບບ​ການ​ຟ້ອນ​ບາ​ເລ. ດັ່ງ​ທີ່​ກ່າວມາ​ນີ້ ຂ້າ​ພະ​ເຈົ້າ​ມີ​ວຽກ​ຫລາຍ ແລະ​ຕ້ອງ​ໄດ້​ເດີນ​ທາງ​ໄປ​ສອນ​ຫລາຍໆ​ບ່ອນ. ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ວຽກ​ສິດ​ສອນ ແລະ​ສະ​ແດງບ​າ​ເລ​ມາ​ເປັນ​ເວ​ລາກວ່າ​ສອງ​ທົດ​ສະ​ວັດ ​ແລະຈະ​ກ້າວ​ເຂົ້າ​ເປັນ​ສັດ​ຕະ​ວັດ​ທີ​ສາມ​ແລ້ວ. ​ຂ້າ​ພະ​ເຈົ້າ​ມັກ​ວິ​ຊາ​ອາ​ຊີບ​ນີ້​ເປັນ​ຊີ​ວິດ​ຈິດ​ໃຈ​ເປັນ​ພິ​ເສດ ເພາະ​ໄດ້​ມີ​ໂອ​ກາດ​ສິດ​ສອນພວກຊາວ​ໜຸ່ມ​ອາ​ເມ​ຣິ​ກັນ​ທັງ​ຍິງ​ ແລະຊາຍ ເພື່ອ​ໃຫ້​ເຂົາ​ເຈົ້າຮຽນ​ຮູ້ກ່ຽວ​ກັບ​ສີນ​ລະ​ປະ​ການ​ຟ້ອນ​ບາ​ເລ. ​ສິ່ງ​ສຳ​ຄັນ​ຂອງ​ການ​ຟ້ອນ ແລະ​ເຂົ້າ​ໃຈ​ເບິ່ງ​ບາ​ເລນັ້ນ​ກໍ​ຄື​ຮູ້​ຈັກການ​ເຄື່ອນ​ໄຫວ ການ​ເໜັງ​ຕີງຮ່າງ​ກາຍ ຊຶ່ງ​ບໍ່​ຕ່າງ​ກັບ​ການ​ອອກ​ກຳ​ລັງ​ກາຍ ເພາະ​ສະ​ນັ້ນ​ບັນ​ດາ​ນັກ​ຟ້ອນ​ບາ​ເລ​ທຸກ​ຄົນ​ຈະ​ຕ້ອງ​ມີ​ຮູບ​ຮ່າງ​ຈ່ອຍ​ບາງ ສົມ​ບຸນ ແລ​ະ​ມີ​ສຸ​ຂະ​ພາບ​ດີ​ເປັນ​ພິ​ເສດ​. ບາ​ເລ​ແມ່ນ​ການ​ຟ້ອນ​ທີ່​ມີ​ກຽດ​ສູງ ​ຕ້ອງ​ໄດ້​ສະ​ແດງ​ຢູ່​ໂຮງ​ລະ​ຄອນ​ມີເວ​ທີ​ອັນ​ກວ້າງ​ໃຫ​ຍ່ ແລະມີ​ບັນ​ດາ​ແຂກ​ຜູ້ມີ​ກຽດ​ແຕ່ງ​ໂຕ​ຢ່າງ​ສົມ​ກຽດໄປ​ນັ່ງ​ຊົມ.

ຄຳຫລ້າ ສົມພັນ ເປັນແມ່ຍິງອາເມຣິກັນເຊື້ອສາຍລາວຄົນທຳອິດ ທີ່ໄດ້ວາງບົດບາດການຟ້ອນບາເລ ຢູ່ເທິງເວທີສະແດງສິນລະປະແຫ່ງຊາດຂອງສະຫະລັດ ແລະສຶບຕໍ່ການເດີນທາງໄປສອນ ແລະສະແດງການຟ້ອນຢູ່ເປັນປະຈຳ. ປັດຈຸບັນນີ້ຄຳຫລ້າ ພ້ອມດ້ວຍສາມີ ແລະລູກຊາຍສອງຄົນ ຕັ້ງຖິ່ນຖານຢູ່ນະຄອນແຊນດີເອໂກ ທາງພາກຕາເວັນຕົກສຽງໃຕ້ ຂອງສະຫະລັດ.

XS
SM
MD
LG