Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

English in a Minute, ບົດ​ທີ 55 “Pull some Strings” ແປ​ວ່າ ການ​ໃຊ້ອິດທິພົນ ຫຼື ໃຊ້ອໍານາດຂອງຜູ້ທີ່ ທ່ານຮູ້ຈັກດີ ເພື່ອຊ່ວຍຄົນອື່ນ


English in a Minute: Pull Some Strings
please wait

No media source currently available

0:00 0:00:59 0:00

ເບິ່ງວີ​ດິ​ໂອ​ລາຍ​ການພາ​ສາ​ອັງ​ກິດໃນ​ນຶ່ງ​ນາ​ທີ (English in a Minute): Pull Some Strings ແປ​ວ່າ ການ​ໃຊ້ອິດທິພົນ ຫຼື ໃຊ້ອໍານາດຂອງຜູ້ທີ່ທ່ານຮູ້ຈັກດີ ເພື່ອຊ່ວຍຄົນອື່ນ.

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

ລິງໂດຍກົງ

These are strings. What happens if I pull them? “Pull some strings”
ພວກນີ້ແມ່ນສາຍເຊືອກ. ຈະເກີດຫຍັງຂຶ້ນຖ້າຂ້ອຍດຶງ​ມັນ? “Pull some strings”
ຖ້າຈະ​ແປ​ຕາມ​ໂຕ​ເລີຍກໍ​ແແມ່ນ "ດຶງເຊືອກບາງເສັ້ນ" ແລ້ວ​ສຳ​ນວນນີ້ມີ​ໝາຍ​ຄວາມວ່າ​ແນວ​ໃດ​ກັນ​ຫລະ? ພວກ​ເຮົາມາພາ​ກັນ​ໄປ​ຟັງບົດສົນ​ທະ​ນາລະ​ຫວ່າງ Anna ແລະ Jonathan ​ຕໍ່​ໄປ​ນີ້​ເບິ່ງ​ເນາະ ບາງ​ທີມັນ​ອາດ​ຈະ​ຊ່ວຍ​ໃຫ້​ພວກ​ເຮົາ​ເຂົ້າ​ໃຈ​ໄດ້​ຫລາຍ​ຂຶ້ນ​?

How's the apartment search going? ການຊອກຫາອາພາດເມັນເປັນແນວໃດແລ້ວ​ຫລະ?

Great. Next week, I'm moving in to the river's edge apartments.
ດີຂະ​ໜາດ​ເລີຍ. ອາທິດໜ້າ ຂ້ອຍກໍຈະຍ້າຍເຂົ້າໄປ​ຢູ່ໃນ​ອາ​ພາດ​ເມັນທີ່ຢູ່ແຄມແມ່ນ້ຳນັ້ນ ແລ້ວ.

What? There's a long waiting list to get into that apartment building?
ແມ່ນ​ຫຍັງກັນ? ມີລາຍຊື່ຄົນລໍຖ້າຕັ້ງ​ຍາວ​ຢຽດ ທີ່ຢາກເຂົ້າໄປຢູ່ໃນຕຶກອາພາດເມັນນັ້ນ?

There is. But I know the building manager, she pulled some strings then got me in.
ແມ່ນ ມີແທ້. ແຕ່ຂ້ອຍຮູ້ຈັກຜູ້ຈັດການຕຶກອາພາດ​ເມັນນັ້ນດີ, ລາວ​ໄດ້ດຶງເຊືອກບາງເສັ້ນ ແລ້ວຈາກນັ້ນ ກໍ​ໃຫ້ຂ້ອຍເຂົ້າໄປຢູ່ຫັ້ນ​ໄດ້.

Sometimes it really helps to know the right person.
ບາງຄັ້ງການທີ່ຮູ້ຈັກຖືກຄົນ ມັນ​ກໍ​ຊ່ວຍ​ໄດ້ຫລາຍ​ອີ່​ຫລີ ໄດ໋​ເນາະ.

If you pull some strings, you use your connections influence or power to help someone else. ຖ້າທ່ານດຶງເຊືອກບາງເສັ້ນ ກໍໝາຍ​ຄວາມ​ວ່າ ທ່ານໃຊ້ອິດ ທິພົນ ຫຼືໃຊ້ອໍານາດຂອງ​ຜູ້​ທີ່​ທ່ານ​ຮູ້​ຈັກດີ ເພື່ອຊ່ວຍຄົນອື່ນ.

Some word experts say this expression comes from Puppeteer's who move their puppets by pulling strings. ຜູ້ຊ່ຽວຊານດ້ານຄໍາສັບບາງຄົນເວົ້າວ່າ ສຳ​ນວນນີ້ມາ​ຈາກຄຳ​ວ່າ Puppeteers ທີ່ເຮັດ​ໃຫ້​ຫຸ່ນ ຫລື puppets ຂອງເຂົາເຈົ້າ​ເໜັງ​ໄປ ເໜັງ​ມາໄດ້ ໂດຍການດຶງເຊືອກບັນ​ຊາ​.

And that's English in a minute.

XS
SM
MD
LG