Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກະຊວງຍຸຕິທໍາ ຂອງສະຫະລັດ ສະ​ເໜີ​ໃຫ້​ເປີດ​ເຜີຍ ​ຄຳ​ສັ່ງ​ຄົ້ນ​ເຮືອນ ​ຂອງ​ທ່ານ​ທ​ຣຳ


ລັດຖະມົນຕີກະຊວງຍຸຕິທໍາ, ທ່ານເມີຣິກ ກາແລນ (Merrick Garland) ກ່າວ​ຄຳ​ປາ​ໄສ​ຢູ່ກ​ະ​ຊວງຍຸ​ຕິ​ທຳໃນ​ວັນ​ທີ 11 ສິງ​ຫາ 2022, ທີ່​ນະ​ຄອນ​ຫລວງວໍ​ຊິ​ງ​ຕັນ.
ລັດຖະມົນຕີກະຊວງຍຸຕິທໍາ, ທ່ານເມີຣິກ ກາແລນ (Merrick Garland) ກ່າວ​ຄຳ​ປາ​ໄສ​ຢູ່ກ​ະ​ຊວງຍຸ​ຕິ​ທຳໃນ​ວັນ​ທີ 11 ສິງ​ຫາ 2022, ທີ່​ນະ​ຄອນ​ຫລວງວໍ​ຊິ​ງ​ຕັນ.

ກະຊວງຍຸຕິທໍາຂອງສະຫະລັດ ໃນວັນພະຫັດວານນີ້ ໄດ້ຮ້ອງຂໍໃຫ້ສານລັດຖະ ບານກາງເປີດ​ເຜີຍ ຄຳສັ່ງຄົ້ນເຮືອນຂອງອະດີດປະທານາທິບໍດີດໍ​ໂນ​ລ ທ​ຣຳ ໃນລັດ​ຟ​ລໍ​ຣິ​ດາ ທີ່ກ່ຽວຂ້ອງກັບການສືບສວນ​ເລື້ອງ​ເອກ​ະ​ສານ​ບັນທຶກຂອງທໍານຽບຂາວຂອງທ່ານທ​ຣຳ.

ລັດຖະມົນຕີກະຊວງຍຸຕິທໍາ, ທ່ານ​ເມີ​ຣິກ ກາ​ແລນ (Merrick Garland) ໄດ້ ປະກາດຄໍາຮ້ອງຂໍດັ່ງກ່າວ ໂດຍເວົ້າວ່າ ທ່ານ​ເອງເປັນ​ຜູ້ອະນຸຍາດ ໃຫ້ມີ​ການ ຕັດສິນໃຈ​ ຊອກຫາ​ທາງອອກຄໍາສັ່ງຄົ້ນເຮືອນດັ່ງ​ກ່າວທີ່ກ່ຽວຂ້ອງກັບການສືບ ສວນທີ່​ກຳ​ລັງ​ດຳ​ເນີນໄປ​ຢູ່ໃນການຈັດການກ່ຽວກັບ​ເອກ​ະ​ສານບັນທຶກຂອງທໍານຽບຂາວຂອງທ່ານທ​ຣຳ.

ໃນການ​ໃຫ້ຄໍາເຫັນຕໍ່ສາທາລະນະຊົນ ຄັ້ງທໍາອິດຂອງທ່ານ ກ່ຽວກັບການຄົ້ນບ້ານ​ພັກ​ຕາກ​ອາ​ກາດ ມາ-ອາ-ລາ​ໂກ (Mar-A-Lago) ຂອງທ່ານທ​ຣຳ​ໂດຍ​ເຈົ້າ​ໜ້າ​ທີ່​ສັນ​ຕິ​ບານ​ກາງ ຫລື FBI ທີ່ມີການໂຕ້ແຍ້ງກັນໃນວັນຈັນຜ່ານ​ມານັ້ນ, ທ່ານ​ກາ​ແລນ ກ່າວວ່າ ການຕັດສິນໃຈ ທີ່ຈະ​ເປີດ​ເຜີຍການອອກ​ຄຳ​ສັ່ງ​ໃຫ້ຄົ້ນ​ເຮືອນຕະຫລອດ​ທັງໃບຮັບຂອງ​ເຮືອນ ທີ່ມອບໃຫ້ຜູ້ຕາງຫນ້າ ຂອງທ່ານທ​ຣຳນັ້ນ ໄດ້ມີຂຶ້ນຫຼັງຈາກທ່ານທ​ຣຳໄດ້ເປີດເຜີຍ ກ່ຽວ​ກັບ ການຄົ້ນເຮືອນ​ດັ່ງ​ກ່າວ.

ທ່ານກາ​ແລນ ກ່າວໃນຖະແຫຼງການຜ່ານທາງໂທລະພາບ ແບບສັ້ນໆວ່າ "ກະ​ຊວງໄດ້ຕັດສິນໃຈທີ່ຈະຍື່ນຄໍາຮ້ອງຂໍ​ໃຫ້ເປີດ​ເຜີຍກ່ຽວ​ກັບຄຳສັ່ງຄົ້ນ​ເຮືອນແລະໃບຮັບ ພາຍໃຕ້ການຢືນຢັນຢ່າງ​ເປີດ​ເຜີຍ ຂອງອະດີດປະທານາທິບໍດີກ່ຽວກັບການຄົ້ນເຮືອນ, ສະຖານະ​ການທີ່ຢູ່ອ້ອມຂ້າງ, ແລະຄວາມສົນໃຈຢ່າງຫຼວງຫຼາຍຂອງປະຊາຊົນໃນເລື່ອງນີ້."

ການຄົ້ນເຮືອນທີ່ເຈົ້າ​ໜ້າ​ທີ່ FBI ໄດ້ດຶງເອົາເອກະສານປະມານສິບປາຍກ່ອງທີ່ກ່ຽວຂ້ອງກັບການ​ດຳ​ລົງ​ຕຳ​ແໜ່ງປະທານາທິບໍດີຂອງ​ທ່ານທ​ຣຳໄດ້ຖືກປະນາມ ຈາກພັກຣີພັບບລີກັນວ່າ ເປັນອາວຸດຂອງກະຊວງຍຸຕິທໍາ ຕໍ່ອະດີດປະທານາທິບໍດີ.

ໂດຍກ່າວວ່າກະຊວງຍຸຕິທໍາ "ບໍ່ໄດ້​ຖື​ເບົາກ່ຽວ​ກັບການຕັດສິນໃຈດັ່ງກ່າວ," ທ່ານ​ກາ​ແລນຊີ້ໃຫ້ເຫັນວ່າ ອົງການບັງຄັບໃຊ້ກົດຫມາຍບໍ່ມີທາງເລືອກອັນອື່ນ ແລ້ວ.

ທ່ານກາ​ແລນກ່າວວ່າ "ເມື່ອ​ໃດ​ຫາກ​ເປັນໄປໄດ້ ຖ້າມີການປະຕິບັດທີ່​ເປັນມາດ ຕະຖານໃນ​ການຄົ້ນ​ເຮືອນ ໂດຍວິທີທີ່​ມີລົບກວນຫນ້ອຍກວ່າ​ໃຫ້ເລືອກ ແລະ​ຫລຸດຂອບເຂດຂອງການຄົ້ນເຮືອນໃດລົງໄດ້ ມັນ​ກໍ​ຈະ​ຖືກນຳ​ເອົາມາປະຕິບັດ."

​ທ່ານ​ກາ​ແລນ​ໄດ້​ປະຕິ​ເສດ ການຕຳ​ໜິ​ຂອງ​ພັກຣີພັບ​ບລິ​ກັນ​ ຕໍ່​ກະຊວງ​ຍຸຕິ​ທຳ ​ແລະອົງ​ການ FBI ​ໃນ​ຂໍ້​ກ່າວ​ຫາ​ວ່າ ​ໄດ້ເຈາະ​ຈົງ​ທຳ​ການ​ສືບ​ສວນອະດີດ​ປະ ທານາທິບໍດີ ​ເພື່ອ​ຈຸດປະສົງ​ທາງ​ການ​ເມືອງ.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG