Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ສະ​ພາ​ລັດ​ເວຍ ປະ​ກາດ​ວ່າ ຣັດ​ເຊຍ ເປັນ​ປະ​ເທດ​ທີ່​ໃຫ້​ການ​ສະ​ໜຸບ​ສະ​ໜຸນ ​ການ​ກໍ່​ການ​ຮ້າຍ


ແຟ້ມ - ຕຶກ​ສະ​ພາ​ລັດ​ເວຍ ທີ່​ນະ​ຄອນ​ຫຼວງ​ຣີ​ກາ ເມື່ອ​ວັນ​ທີ 20 ມັງ​ກອນ 2021.
ແຟ້ມ - ຕຶກ​ສະ​ພາ​ລັດ​ເວຍ ທີ່​ນະ​ຄອນ​ຫຼວງ​ຣີ​ກາ ເມື່ອ​ວັນ​ທີ 20 ມັງ​ກອນ 2021.

ສະ​ພາ​ຂອງ​ລັດ​ເວຍ​ໄດ້​ປະ​ກາດ​ວ່າ ຣັດ​ເຊຍ​ເປັນ​ປະ​ເທດ​ທີ່​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ການ​ກໍ່​ການ​ຮ້າຍ​ໃນ​ວັນ​ພະ​ຫັດ​ວານນີ້ ຍ້ອນ​ປະ​ເທດ​ດັ່ງ​ກ່າວ​ໄດ້​ແນ​ເປົ້າ​ໝາຍ​ການ​ໂຈມ​ຕີ​ທາງ​ທະ​ຫານ​ໃສ່​ພົນ​ລະ​ເຮືອນ ແລະ​ສະ​ຖານ​ທີ່​ສາ​ທາ​ລະ​ນະ​ຕ່າງໆ.

ສະ​ພາ​ເຊ​ອີ​ມາ (Saeima) ຊຶ່ງ​ເປັນ​ລະ​ບົບ​ສະ​ພາ​ດຽວ​ຂອງ​ລັດ​ເວຍ ໄດ້​ໃຫ້​ການ​ອະ​ນຸ​ມັດ​ຕໍ່ມະ​ຕິ​ທີ່​ໃຫ້​ຂໍ້​ສັງ​ເກດ​ວ່າ ຣັດ​ເຊຍ​ເປັນ​ປະ​ເທດ​ທີ່ໃຫ້​ການ​ສະ​ໜັບ​ສະ​ໜຸນ ແລະ​ການ​ໜຸນ​ຫຼັງ​ທາງ​ດ້ານ​ການ​ເງິນ ແກ່​ອຳ​ນາດ​ການ​ປົກ​ຄອງ ແລະ​ອົງ​ການກໍ່​ການ​ຮ້າຍ​ຕ່າງໆ​ມາ​ເປັນ​ເວ​ລາ​ຫຼາຍໆ​ປີ​ແລ້ວ.

ສະ​ພາ​ເຊ​ອີ​ມາ ໄດ້​ຍົກ​ຕົວ​ຢ່າງ​ໃຫ້​ເຫັນ​ເຖິງ​ການ​ທີ່​ມົ​ສ​ກູ ສະ​ໜັບ​ສະ​ໜຸນ​ລັດ​ຖະ​ບານ​ອາ​ສ​ຊາ​ສ​ໃນ​ຊີ​ເຣຍ ການ​ຍິງ​ຖ້ຽວ​ບິນ​ໂດຍ​ສານ​ທີ 17 ຂອງ​ສາຍ​ການ​ບິນ​ມາ​ເລ​ເຊຍ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ​ເມື່ອ​ປີ 2014 ແລະ​ການ​ວາງ​ຢາ​ພິດ​ໃສ່​ເຈົ້າ​ໜ້າ​ທີ່​ສືບ​ລັບ​ອັງ​ກິດ ເຊີ​ເກ ສກ​ຣີ​ພອ​ລ ແລະ​ລູກ​ສາວ​ຂອງ​ລາວ​ເມື່ອ​ປີ 2018.

ຖະ​ແຫຼງ​ການ​ຂອງ​ສະ​ພາ​ເຊ​ອີ​ມາ ກ່າວ​ວ່າ ຣັດ​ເຊຍ​ໃນ​ເວ​ລານີ້ ໄດ້​ນຳ​ໃຊ້ “ກົນ​ລະ​ຍຸດ​ທີ່​ໂຫດ​ຫ້ຽມ​ອຳ​ມະ​ຫິດ ປາ​ສະ​ຈາກ​ສິນ​ທຳ ແລະ​ຜິດ​ກົດ​ໝາຍ​ແບບ​ດຽວ​ກັນ​ນີ້ ຢູ່​ໃນ​ຢູ​ເຄ​ຣນ ໃນ​ຂະ​ນະ​ທີ່​ປະ​ເທດ​ດັ່ງ​ກ່າວ ​ໃຊ້​ອາ​ວຸດ​ ແລະ​ລູກ​ກະ​ສຸນ​ທີ່​ບໍ່​ມີ​ຄວາມ​ແມ່ນ​ຍຳແລະ​ຖືກ​ຫ້າມ​ໂດຍ​ນາໆ​ຊາດ” ຕໍ່​ພົນ​ລະ​ເຮືອນ. ນອກນັ້ນ​ທາງ​ສະ​ພາ​ຍັງ​ໄດ້​ອ້າງ​ລາຍ​ງານ​ຂອງ​ກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ ​ແລະ​ພວກ​ນັກ​ສັງ​ເກດ​ການ​ນາໆ​ຊາດ ຊຶ່ງ​ໄດ້​ຈົດ​ບັນ​ທຶກ​ໃນ​ການ​ກໍ່​ໂທດ​ກຳ​ໂດຍ​ກຳ​ລັງ​ທະ​ຫານ​ຣັດ​ເຊຍ​ຕໍ່​ພົນ​ລະ​ເຮືອນ​ຢູ​ເຄ​ຣນ “ທີ່​ຮວມ​ທັງ​ການ​ທໍ​ລະ​ມານ ຂົ່ມ​ຂືນ​ສຳ​ເລົາ ຄາດ​ຕະ​ກຳ​ແລະ​ການ​ຄຸມ​ຂັງ​ພົນ​ລະ​ເຮືອນ​ຂະ​ໜາດ​ໃຫຍ່.”

ສະ​ມາ​ຊິກ​ສະ​ພາ​ລັດ​ເວຍ ກ່າວ​ວ່າ ຣັດ​ເຊຍ​ນຳ​ໃຊ້ “ຄວາມ​ທຸກ​ທໍ​ລະ​ມານ​ແລະ​ການຂູ່​ຂວັນ ເປັນ​ເຄື່ອງ​ມື​ ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ຕົນ ​ເພື່ອ​ເຮັດ​ໃຫ້​ປະ​ຊາ​ຊົນ​ຢູ​ເຄ​ຣນ​ເກີດ​ຄວາ​ມ​ທໍ້​ແທ້​ເສຍ​ຂວັນ.” ​ພວກ​ເຂົາ​ເຈົ້າ​ໄດ້​ຮັບ​ຮູ້​ກ່ຽວ​ກັບ​ການ​ກະ​ທຳ​ເຫຼົ່າ​ນີ້​ຕໍ່​ພົນ​ລະ​ເຮືອນ “ໄດ້​ມີ​ການ​ກໍ່​ຂຶ້ນ​ເພື່ອ​ຈຸດ​ປະ​ສົງ​ທາງ​ດ້ານ​ການ​ເມືອງ ແບບ​ດຽວ​ກັນ​ກັບ​ພວກ​ກໍ່​ການ​ຮ້າຍແລະ​ຣັດ​ເຊຍ​ເປັນ​ປະ​ເທດ​ທີ່​ໃຫ້​ການ​ສະ​ໜັບ​ສະ​ໜຸນ ການ​ກໍ່​ການ​ຮ້າຍ ແລະ​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ອື່ນໆ​ທີ່​ມີ​ຄວາມ​ຄຶດ​ຄ້າຍ​ຄືກັນ​ ​ສະ​ແດງ​ອອກ​ກ່ຽວ​ກັບ​ທັດ​ສະ​ນ​ະ​ຄ​ວາມ​ເຫັນ​ຂອງ​ພວກ​ເຂົາ​ເຈົ້າ.”

ນອກນັ້ນ ສະ​ພາ​ລັດ​ເວຍ ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ສະ​ຫະ​ພາບ​ຢູ​ໂຣບ​ແລະ​ປະ​ເທດ​ຕາ​ເວັນ​ຕົກ “​ເພີ້ມ​ທະ​ວີ​ຢ່າງ​ຮີບ​ດ່ວນ ແລະຈັດ​ຕັ້ງ​ປະ​ຕິ​ບັດ​ ​ການ​ລົງ​ໂທດ​ຮອບ​ດ້ານ​ຕໍ່​ຣັດ​ເຊຍ ຕະ​ຫຼອດ​ທັງ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ ໂຈະ​ການ​ອອກວີ​ຊາ​ທ່ອງ​ທ່ຽວ ແລະ​ຈຳ​ກັດ​ການ​ອອກວີ​ຊາ​ເຂົ້າ​ປະ​ເທດ​ໃຫ້​ແກ່​ປະ​ຊາ​ຊົນ​ຊາວ​ຣັດ​ເຊຍ​ແລະ​ເບ​ລາ​ຣຸ​ສ ຊຶ່ງ​ຮວມ​ຢູ່​ໃນ​ມາດ​ຕະ​ການ​ຕ່າງໆ​ນັ້ນ.”

ປະ​ເທດ​ລັດ​ເວຍ ມີ​ຊາຍ​ແດນ​ຕິດ​ກັບ​ທັງ​ຣັດ​ເຊຍ ແລະ​ເບ​ລາ​ຣຸ​ສ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG