Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

English in a Minute, ບົດ​ທີ 56 “Dark Horse” ແປ​ວ່າ ມ້າ​ມືດ


English in a Minute: Dark Horse
please wait

No media source currently available

0:00 0:00:59 0:00

​ເຊີນ​ເບິ່ງວີ​ດິ​ໂອ​ບົດ​ຮຽນ​ພາ​ສາ​ອັງ​ກິດ English in a Minute: Dark Horse ຊຶ່ງ​ແປ​ວ່າ​ມ້າ​ມືດ

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

ລິງໂດຍກົງ

Horses are beautiful animals and can be many different colors, but what could this mean? “Dark horse?”
ມ້າແມ່ນສັດທີ່ສວຍງາມ ແລະອາດມີຫຼາຍສີທີ່ແຕກຕ່າງກັນ, ແຕ່ຄຳ​ວ່າ dark horse ຊຶ່ງ​ແປ​ວ່າ “ມ້າ​ມືດ” ເດ​ຫລະມັນ​ມີ​ໝາຍ​ຄວາມວ່າ​ແນວ​ໃດ​ກັນ​ແທ້? ພວກ​ເຮົາມາພາ​ກັນ​ໄປ​ຟັງບົດສົນ​ທະ​ນາລະ​ຫວ່າງ Anna ແລະ Jonathan ​ຕໍ່​ໄປ​ນີ້​ເບິ່ງ​ເນາະ ບາງ​ທີມັນ​ອາດ​ຈະ​ຊ່ວຍ​ໃຫ້​ພວກ​ເຮົາ​ເຂົ້າ​ໃຈ​ໄດ້​ຫລາຍ​ຂຶ້ນ​?

Did you watch the film award show?
ເຈົ້າໄດ້ເບິ່ງລາຍການໃຫ້​ລາງວັນຮູບເງົາບໍ່?

I cannot believe “A Slug's New Body” won for best children's science movie in a foreign language.

ຂ້ອຍບໍ່ເຊື່ອເລີຍວ່າ ເລື້ອງ “ຮ່າງ​ກາຍໃໝ່ຂອງແມງ​ລີ້ນ​ໝາ” ຫລື “A Slug's New Body” ຈະ​ໄດ້ຮັບລາງວັນຮູບເງົາວິທະຍາສາດເດັກນ້ອຍໃນພາສາຕ່າງປະເທດທີ່ດີເດັ່ນ​ສຸດ.

I didn't know that was a category.
ຂ້ອຍບໍ່ຮູ້ວ່າມັນເປັນປະເພດຮູບ​ເງົາ​ແບບ​ນຶ່ງ.

Oh it was definitely a dark horse. I thought “Cat Camp” would win, didn't you?
ໂອ້ ແນ່ນອນມັນເປັນມ້າມືດ. ຂ້ອຍຄິດວ່າເລື້ອງ “ຄ້າຍ​ແມວ” ຫລື “Cat Camp” ຈະຊະນະຊັ້ນ​ດອກ, ເຈົ້າ​ວ່າບໍ່?

Oh yeah, of course.
ໂອ້, ແນ່ນອນ ກະ​ຄິດ​ແນວນັ້ນ​ຫລະ.

A dark horse is someone or something that's not expected to win. But sometimes they do.
ສຳນວນ “A dark horse” ຊຶ່ງ​ແປ​ວ່າ ມ້າມືດນັ້ນ ໝາຍ​ເຖິງ ບາງຄົນ ຫຼື ບາງສິ່ງ ບາງຢ່າງທີ່ບໍ່ໄດ້ຄາດຫວັງໄວ້​ວ່າ​ຈະ​ຊະນະ. ແຕ່ບາງຄັ້ງ ພວກເຂົາກັບ​ໄດ້ໄຊ​ຊະ​ນະ​ແທ້.

We use “dark horse” when talking about sports, politics or, as we heard, movie awards.
ພວກເຮົາໃຊ້ຄຳ “dark horse” ໃນເວລາທີ່ເວົ້າກ່ຽວກັບເລື້ອງການເມືອງ, ເລື້ອງກິລາ ຫຼື, ດັ່ງທີ່ພວກເຮົາໄດ້ຍິນ, ເລື້ອງລາງວັນຮູບເງົາ.

And that's English in a minute.

XS
SM
MD
LG