Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບົດລາຍງານ ດ້ານສິດທິມະນຸດ ຂອງຊາວວີເກີ ທີ່ຄອງຄອຍມາຍາວນານ ມີກຳນົດຈະຖືກເປີດເຜີຍ ໃນເດືອນນີ້


ຄົນຜູ້ນຶ່ງຢືນຢູ່ໃນຫໍສັງເກດການ ຕັ້ງຢູ່ອ້ອມຮອບ ສູນຄວບຄຸມ ເລກ 3 ໃນເມືອງ Dabancheng ຂອງເຂດຊິນຈຽງທີ່ເປັນຂົງເຂດປົກຄອງຕົນເອງຂອງຊາວວີເກີ, ທາງທິດຕາເວັນຕົກຂອງຈີນ, ເມື່ອວັນທີ 23 ເມສາ 2021. ກຸ່ມປົກປ້ອງສິດທິມະນຸດ ແລະບັນດາປະເທດຕາເວັນຕົກ ໄດ້ກ່າວຫາຈີນ ກໍ່ອາຊະຍາກຳຂະໜາດໃຫຍ່ຕໍ່ຊົນກຸ່ມນ້ອຍຊາວວີເກີ.
ຄົນຜູ້ນຶ່ງຢືນຢູ່ໃນຫໍສັງເກດການ ຕັ້ງຢູ່ອ້ອມຮອບ ສູນຄວບຄຸມ ເລກ 3 ໃນເມືອງ Dabancheng ຂອງເຂດຊິນຈຽງທີ່ເປັນຂົງເຂດປົກຄອງຕົນເອງຂອງຊາວວີເກີ, ທາງທິດຕາເວັນຕົກຂອງຈີນ, ເມື່ອວັນທີ 23 ເມສາ 2021. ກຸ່ມປົກປ້ອງສິດທິມະນຸດ ແລະບັນດາປະເທດຕາເວັນຕົກ ໄດ້ກ່າວຫາຈີນ ກໍ່ອາຊະຍາກຳຂະໜາດໃຫຍ່ຕໍ່ຊົນກຸ່ມນ້ອຍຊາວວີເກີ.

ເດືອນສິງຫາ ແມ່ນເດືອນທີ່ສຳຄັນ ສຳລັບອົງການເພື່ອສິດທິມະນຸດສາກົນແລະພວກຊາວວີເກີພັດຖິ່ນໃນຕ່າງແດນ ຜູ້ທີ່ໄດ້ຄອງຄອຍບົດລາຍງານ ທີ່ໄດ້ໃຫ້ຄຳໝັ້ນສັນຍາເປັນເວລາຍາວນານ ກ່ຽວກັບເຂດຊິນຈຽງ ຈາກຫ້ອງການຂ້າຫຼວງໃຫຍ່ດ້ານສິດທິມະນຸດ ຂອງສະຫະປະຊາຊາດ ຫຼື OHCHR.

ໂຄສົກ OHCHR ທ່ານນາງ ລີຊ ໂທຣສແຊລ (Liz Throssell) ໄດ້ກ່າວຕໍ່ວີໂອເອ ວ່າ “ດັ່ງທີ່ພວກເຮົາໄດ້ກ່າວໄປແລ້ວ ຂ້າຫຼວງໃຫຍ່ ໄດ້ໝັ້ນໝາຍທີ່ຈະພິມເຜີຍແຜ່ບົດລາຍງານກ່ອນສິ້ນສຸດສະໄໝໜ້າທີ່ຂອງທ່ານນາງ ໃນທ້າຍເດືອນນີ້.”

ກ່ອນໜ້າການລົງຈາກຕຳແໜ່ງຂ້າຫຼວງໃຫຍ່ຂອງທ່ານນາງມິແຊລ ບາເຊີເລັຕ (Michelle Bachelet) ແລະແຜນການຂອງທ່ານນາງ ທີ່ຈະເປີດເຜີຍການປະເມີນຜົນດ້ານສິດທິມະນຸດ ໃນເຂດຊິນຈຽງ ຂອງ OHCHR ຊຶ່ງຈີນ ໃນສອງອາທິດມໍ່ໆມານີ້ ໄດ້ເພີ້ມການກົດດັນຂອງຕົນຕໍ່ທ່ານນາງບາເຊີເລັຕ ໃຫ້ປົກປິດບົດລາຍງານດ້ານສິດທິມະນຸດ ໃນເຂດຊິນຈຽງ ພາຍໃຕ້ການ​ປຸກ​ລະ​ດົມທາງ
ດ້ານຈົດໝາຍ ແລະອີເມລ.

ເມື່ອອາທິດແລ້ວນີ້ ໜັງສືພິມ China Daily ຂອງທາງການຈີນ ໄດ້ລາຍງານວ່າ ຊາວວີເກີ ໃນເຂດຊິນຈຽງ ໄດ້ສົ່ງອີເມລຕ່າງໆຫາທ່ານນາງບາເຊີເລັຕ ໂດຍເລົ່າ “ເລື້ອງລາວສ່ວນຕົວຂອງພວກເຂົາ ແລະສະແດງອອກຄວາມໂມໂຫ” ເມື່ອຮຽນຮູ້ກ່ຽວກັບວ່າ ຂົງເຂດດັ່ງກ່າວ ຖືກບັນຍາຍແນວໃດ ໂດຍ “ກຳ​ລັງທີ່ຕໍ່ຕ້ານຈີນ”.

ແຟ້ມພາບ - ເຈົ້າໜ້າທີ່ຮັກສາຄວາມປອດໄພ ແນມເບິ່ງຈາກຫໍຄອຍ ຢູ່ອ້ອມເຂດສະຖານທີ່ຄວບຄຸມ ໃນເມືອງ Yarkent ຢູ່ໃນຂົງເຂດຊິນຈຽງ ຊຶ່ງເປັນຂົງເຂດປົກຄອງຕົນເອງຂອງຊາວວີເກີ ຕັ້ງຢູ່ທາງທິດຕາເວັນຕົກສຽງເໜືອຂອງຈີນ, ເມື່ອວັນທີ 21 ມີນາ 2021.
ແຟ້ມພາບ - ເຈົ້າໜ້າທີ່ຮັກສາຄວາມປອດໄພ ແນມເບິ່ງຈາກຫໍຄອຍ ຢູ່ອ້ອມເຂດສະຖານທີ່ຄວບຄຸມ ໃນເມືອງ Yarkent ຢູ່ໃນຂົງເຂດຊິນຈຽງ ຊຶ່ງເປັນຂົງເຂດປົກຄອງຕົນເອງຂອງຊາວວີເກີ ຕັ້ງຢູ່ທາງທິດຕາເວັນຕົກສຽງເໜືອຂອງຈີນ, ເມື່ອວັນທີ 21 ມີນາ 2021.

ໜັງສືພິມ China Daily ໄດ້ຂຽນວ່າ “ພວກພະຍານຫຼາຍຄົນ ແລະຄອບຄົວຂອງພວກຜູ້ເຄາະຮ້າຍໃນການກໍ່ການຮ້າຍ ຫວັງວ່າ ທ່ານນາງບາເຊີເລັຕ ສາ ມາດຮຽນຮູ້ຫຼາຍຂຶ້ນ ກ່ຽວກັບຜົນກະທົບຂອງການໂຈມຕີທີ່ໂຫດຮ້າຍທັງຫຼາຍ ດ້ວຍການອ່ານອີເມລຂອງພວກເຂົາ” ຊຶ່ງໜັງສືພິມນີ້ ອ້າງອີງເຖິງບົດລາຍງານຂອງອົງການຂ່າວຊິນຫົວຂອງທາງການຈີນ. ບົດຂຽນກ່າວອີກວ່າ “ຈາກປີ 1990 ຫາ 2016 ພວກແບ່ງແຍກດິນແດນ ພວກຫົວຮຸນແຮງ ແລະພວກກໍ່ການຮ້າຍ ໄດ້ວາງແຜນແລະໄດ້ດຳເນີນການໂຈມຕີກໍ່ການຮ້າຍຫຼາຍພັນຄັ້ງຢູ່ໃນເຂດຊິນຈຽງ.”

ໜັງສືພິມ China Daily ໄດ້ອະທິບາຍວ່າ ການແກ້ໄຂຂອງປັກກິ່ງ ໃນດ້ານການຕໍ່ສູ້ຕ້ານລັດທິກໍ່ການຮ້າຍ ແມ່ນຈັດຕັ້ງ “ການສິດສອນວິຊາອາຊີບ ແລະສູນກາງຝຶກອົບຮົມ ເພື່ອຊ່ອຍພວກຄົນເຫຼົ່ານັ້ນ ຜູ້ທີ່ອາດຈະໄດ້ຮັບອິດທິພົນຈາກລັດທິກໍ່ການຮ້້າຍ ແລະລັດທິຫົວຮຸນແຮງ.”

ທ່ານນາງບາເຊີເລັຕ ໄດ້ກ່າວຕໍ່ວີໂອເອ ເມື່ອຖືກຖາມກ່ຽວກັບພວກອີເມລ ວ່າ “ຫ້ອງການຂອງພວກເຮົາ ໄດ້ຮັບອີເມລຫລວງຫຼາຍ ທັງຈາກສ່ວນບຸກຄົນ ແລະຍັງມີອີເມລໂຄສະນາທັງຫຼາຍທີ່ໄດ້ຖືກໄຈ້ແຍກ ແລະພວກເຮົາບໍ່ໃຫ້ຄຳເຫັນກ່ຽວກັບຕິດຕໍ່ຫາກັນເຊັ່ນນັ້ນ.”

ເມື່ອເດືອນແລ້ວນີ້ ອົງການຂ່າວຣອຍເຕີສ໌ ໄດ້ລາຍງານວ່າ ປັກກິ່ງ ໄດ້ສົ່ງຈົດໝາຍສະບັບນຶ່ງ ໄປຫາຫົວໜ້າດ້ານສິດທິຂອງສະຫະປະຊາຊາດ ໂດຍຂໍຮ້ອງທ່ານນາງ ບໍ່ໃຫ້ເປີດເຜີຍການປະເມີນຜົນກ່ຽວກັບສະຖານະການດ້ານສິດທິມະ ນຸດ ໃນເຂດຊິນຈຽງ ຍ້ອນມີ “ຄວາມເປັນຫ່ວງຢ່າງສູງ” ວ່າ ຖ້າມັນຖືກພິມອອກເຜີຍແຜ່ ກໍຈະຖືກນຳມາເປັນເລື້ອງການເມືອງກ່ຽວກັບສິດທິມະນຸດໃນຈີນ ຫຼາຍຂຶ້ນຕື່ມອີກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG