Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີທີ່ຖືກຂັບໄລ່ອອກຈາກອໍານາດ ຂອງ ສຣີລັງກາ ເດີນທາງໄປເຖິງປະເທດໄທ ເພື່ອ​ພັກ​ເຊົາ​ຊົ່ວຄາວຢູ່​ທີ່ນັ້ນ


ອະດີດປະທານາທິບໍດີສຣີລັງກາ ທ່ານໂກຕາບາຢາ ຣາຈາພັກສາ ເດີນທາງ​ໄປເຖິງສະໜາມດິນນານາຊາດດອນເມືອງ ຢູ່ໃນບາງກອກ, ເມື່ອວັນທີ 11 ສິງຫາ 2022.
ອະດີດປະທານາທິບໍດີສຣີລັງກາ ທ່ານໂກຕາບາຢາ ຣາຈາພັກສາ ເດີນທາງ​ໄປເຖິງສະໜາມດິນນານາຊາດດອນເມືອງ ຢູ່ໃນບາງກອກ, ເມື່ອວັນທີ 11 ສິງຫາ 2022.

ອະດີດປະທານາທິບໍດີສຣີລັງກາ ທ່ານໂກຕາບາຢາ ຣາຈາພັັັກສາ ເດີນທາງໄປເຖິງປະເທດໄທໃນວັນພະຫັດວານນີ້ ອີງຕາມຜູ້ທີ່ເຫັນເຫດການສາມຄົນຈາກອົງການຂ່າວຣອຍເຕີ, ໃນ​ຂະ​ນະ​ທີ່ທ່ານພະຍາຍາມຊອກຫາບ່ອນພັກເຊົາຊົ່ວ ຄາວຢູ່ປະເທດທີສອງໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ ລຸນຫຼັງທີ່ໄດ້ຫຼົບໜີອອກຈາກປະເທດເກາະຂອງທ່ານໃນເດືອນແລ້ວນີ້ ທ່າມກາງການປະທ້ວງຂະໜາດໃຫຍ່, ອີງຕາມລາຍງານຂອງອົງການຂ່າວຣອຍເຕີ.

ທ່ານ ຣາຈາພັກສາ ເດີນທາງ​ໄປເຖິງສະໜາມບິນດອນເມືອງຢູ່ໃນບາງກອກ ໂດຍເຮືອບິນຮັບເໝົາລໍາ​ນຶ່ງຈາກປະເທດສິງກະໂປ ຫຼັງຈາກເຈົ້າໜ້າທີ່ກວດຄົນເຂົ້າເມືອງຂອງສິງ​ກະ​ໂປກ່າວຢູ່ໃນຖະແຫຼງການໃນວັນພະຫັດ​ວານນີ້ ລຸນຫຼັງທີ່ທ່ານອອກຈາກສິງກະໂປ​ໄປ.

ທ່ານຣາຈາພັກສາ ຄາດວ່າ ຈະອາໄສຢູ່ໃນປະເທດໄທ​ເປັນ​ການຊົ່ວຄາວ ລຸນຫຼັງທີ່ທ່ານໄດ້​ຫຼົບໜີອອກຈາກສຣີລັງກາ ​ໄປສິງກະໂປ ໃນວັນທີ 14 ກໍລະກົດ. ທ່ານໄດ້ລາອອກຈາກຕໍາແໜ່ງຂອງທ່ານບໍ່ດົນຫຼັງຈາກນັ້ນ ຫຼັງຈາກເກີດເຫດການຄວາມບໍ່ສະຫງົບທີ່ບໍ່ເຄີຍມີມາກ່ອນ ກ່ຽວກັບການຮັບມືກັບວິກິດການທາງດ້ານເສດຖະກິດທີ່ຊຸດໂຊມທີ່ສຸດໃນຮອບ 7 ທົດສະວັດ, ແລະເປັນເວລາຫຼາຍມື້ທີ່ຜູ້ປະທ້ວງຫຼາຍພັນຄົນພາກັນບຸກເຂົ້າໄປເຮືອນພັກ ແລະຫ້ອງການຂອງປະທານາທິບໍດີ.

ເຈົ້າໜ້າທີ່ຂອງໄທກ່າວວ່າ ອະດີດເຈົ້າໜ້າທີ່ກອງທັບ ເຊິ່ງເປັນປະທານາທິບໍດີ ສຣີລັງກາຄົນທໍາອິດທີ່ລາອອກຈາກຕໍາແໜ່ງໃນຊ່ວງກາງສະ​ໄໝນັ້ນ ບໍ່ໄດ້ພະ ຍາຍາມຂໍລີ້ໄພການເມືອງແຕ່ຢ່າງໃດ ພຽງແຕ່ຂໍ​ພັກອາໄສຢູ່ໃນໄທຊົ່ວຄາວເທົ່ານັ້ນ.

ທ່ານປ​ຣະຢຸດ ຈັນໂອຊາ, ນາຍົກລັດຖະມົນຕີຂອງໄທ ກ່າວກັບບັນດານັກຂ່າວໃນວັນພຸດແລ້ວນີ້ວ່າ “ນີ້ແມ່ນບັນຫາທາງດ້ານມະນຸດສະທໍາ ແລະມີຂໍ້ຕົກລົງວ່າ ນີ້ເປັນການອາໄສຊົ່ວຄາວ.” ທ່ານຣາຈາພັກສາ ບໍ່ສາມາດເຂົ້າຮ່ວມການເຄື່ອນ ໄຫວຕ່າງໆທາງການເມືອງໃນລະຫວ່າງທີ່ຢູ່ໃນປະເທດໄທ, ທ່ານປຣະຢຸດກ່າວເພີ້ມເຕີມ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG