Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ​ເຊ​ເລນ​ສ​ກີ ເອີ້ນ​ການ​ຍິງ​ໂຈມ​ຕີ​ ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ​ວ່າ ແມ່ນ​ຄວາມ​ເຫັນ​ຫ່ວງ​ກັງ​ວົນ​ຂອງ​ໂລກ


ແຟ້​ມ - ທະ​ຫານ​ຣັດ​ເຊຍ ຢືນ​ຍາມ​ໃນ​ບໍ​ລິ​ເວນ​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ ຊາ​ໂປ​ຣິ​ສ​ເຊຍ ຊຶ່ງ​ເປັນ​ເຂດ​ທີ່​ຄວບ​ຄຸມ​ໂດຍ​ທະ​ຫານ​ຣັດ​ເຊຍ ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ຢູ​ເຄ​ຣນ ເມື່ອ​ວັນ​ທີ 1 ພຶດ​ສະ​ພາ 2022.
ແຟ້​ມ - ທະ​ຫານ​ຣັດ​ເຊຍ ຢືນ​ຍາມ​ໃນ​ບໍ​ລິ​ເວນ​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ ຊາ​ໂປ​ຣິ​ສ​ເຊຍ ຊຶ່ງ​ເປັນ​ເຂດ​ທີ່​ຄວບ​ຄຸມ​ໂດຍ​ທະ​ຫານ​ຣັດ​ເຊຍ ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ຢູ​ເຄ​ຣນ ເມື່ອ​ວັນ​ທີ 1 ພຶດ​ສະ​ພາ 2022.

ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ ກ່າວ​ໃນ​ຄຳ​ປາ​ໄສ​ປະ​ຈຳ​ວັນ​ຂອງ​ທ່ານ ໃນ​ຕອນ​ແລງວັນ​ພະ​ຫັດ​ວານ​ນີ້​ວ່າ “ການ​ໂຈມ​ຕີ​ອີກ​ເທື່ອ​ນຶ່ງ​ຂອງ​ຣັດ​ເຊຍໄດ້​ຖືກ​ຈົດ​ບັນ​ທຶກ” ໃນ​ບໍ​ລິ​ເວນ​ອ້ອມ​ແອ້ມໂຮງ​ໄຟ​ຟ້າ​ນິວ​ເຄ​ລຍຊາ​ໂປ​ຣິ​ສ​ເຊຍຂອງ​ຢູ​ເຄ​ຣນ ຊຶ່ງ​ເປັນ​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ​ທີ່​ໃຫຍ່​ທີ່​ສຸດ​ໃນ​ຢູ​ໂຣບ.

“ບໍ່​ມີ​ໃຜ​ອີກ​ແລ້ວ ທີ່​ໄດ້​ໃຊ້​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ​ແບບ​ເຫັນ​ໄດ້​ງ່າຍໆ​ເພື່ອ​ຂົ່ມ​ຂູ່​ຕໍ່​ໂລກ​ຂອງ​ພວກ​ເຮົາ​ທັງ​ມວນ” ນັ້​ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ເຊ​ເລນ​ສ​ກີ “ແລະ​ແນ່ນອນ​ທຸກໆ​ຄົນ​ໃນ​ໂລກ ຄວນ​ສະ​ແດງ​ປະ​ຕິ​ກິ​ລິ​ຍາ​ອອກ​ມາ​ໃນ​ທັນ​ທີ ເພື່ອ​ຂັບ​ໄລ່​ພວກ​ຢຶດ​ຄອງ​ໃຫ້​ອອກ​ໄປ​ຈາກເຂດແດນ​ຂອງ​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ​ຊາ​ໂປ​ຣິ​ສ​ເຊຍ. ນີ້​ແມ່ນ​ຜົນ​ປະ​ໂຫຍດ​ຂອງ​ໂລກ ບໍ່​ພຽງ​ແຕ່​ເປັນ​ຄວາມ​ຕ້ອງ​ການ ​ຂອງ​ຢູ​ເຄ​ຣນ​ເທົ່າ​ນັ້ນ.

ຢູ​ເຄ​ຣນ​ແລະ​ຣັດ​ເຊຍ ຕ່າງ​ກໍ​ໄດ້​ຖິ້ມ​ໂທດ​ໃສ່​ອີກ​ຝ່າຍ​ນຶ່ງ ວ່າ​ເປັນ​ຜູ້​ຍິງ​ຖະ​ຫຼົ່ມ​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ​ດັ່ງ​ກ່າວ.

ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ແອນ​ໂຕ​ນີ​ໂອ ກູ​ເຕ​ເຣ​ສ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ສະ​ຖານ​ທີ່​ແຫ່ງນີ້​ບໍ່​ຄວນ​ຖືກ​ນຳ​ໃຊ້​ເພື່ອ​ເປັນ​ສ່ວນ​ນຶ່ງ ​ໃນ​ການ​ປະ​ຕິ​ບັດ​ງານ​ທາງ​ທະ​ຫານ. ແຕ່​ມັນຈຳ​ເປັນ​ຈະ​ຕ້ອງ​ມີ​ການ​ຕົກ​ລົງ​ກັນ​ຢ່າງ​ຮີບ​ດ່ວນ ໃນ​ລະ​ດັບ​ເຕັກ​ນິກ ກ່ຽວ​ກັບການ​ສ້າງ​ຕັ້ງ​ເຂດ​ປອດ​ທະ​ຫານ​ເພື່ອ​ຄ້ຳ​ປະ​ກັນ​ຄວາມ​ປອດ​ໄພ ​ໃຫ້​ແກ່​ເຂດ​ດັ່ງ​ກ່າວ.”

ທ່ານ​ເຊ​ເລນ​ສ​ກີ​ຍັງ​ເວົ້າ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ທ່ານ​ໄດ້​ພົບ​ປະ​ກັບ​ຫົວ​ໜ້າ ໂຮ​ເຊ ອານ​ເດ​ຣ​ສ ຜູ້​ກໍ່​ຕັ້ງ​ສູນ​ກາງ​ເຮືອນ​ຄົວ​ຂອງ​ໂລກ ຊຶ່ງ​ເປັນ​ອົງ​ການ​ມະ​ນຸ​ດ​ສະ​ທຳ​ລະ​ຫວ່າງ​ປະ​ເທດ ທີ່​ໃຫ້​ການ​ລ້ຽງ​ດູ​ຜູ້​ຄົນ​ຢູ່​ໃນ​ປະ​ເທດ​ຕ່າງໆ ທີ່​ປະ​ສົບ​ກັບ​ໄພ​ພິ​ບັດ​ທຳ​ມະ​ຊາດ.

ທ່ານ​ເຊ​ເລນ​ສ​ກີ ກ່າວ​ວ່າ “ນັບ​ແຕ່ມື້​ທຳ​ອິດ ໃນ​ການ​ເຮັດ​ສົງ​ຄາມ​ຢ່າງ​ເຕັມ​ອັດ​ຕາ​ຕໍ່​ຕ້ານ​ປະ​ເທດ​ຂອ​ງ​ພວກ​ເຮົາ ອົງ​ການ​ຂອງ​ທ່ານ​ໄດ້​ເລີ້ມ​ເຮັດ​ວຽກ​ໃນ​ເຂດ​ຊາຍ​ແດນ​ທີ່​ຕິດ​ກັບ​ປະ​ເທດ​ໂປ​ແລນ ສຳ​ລັບ​ພວກ​ຍົກ​ຍ້າຍ​ຖິ່ນ​ຖານ. ໃນ​ເວ​ລາ​ຕໍ່​ມາ​ກໍ​ໄດ້​ເລີ້ມ​ກິດ​ຈະ​ການ​ຕ່າງໆ​ໃນ​ຫຼາຍ​ຫົວ​ເມືອງ​ຂອງ​ຢູ​ເຄ​ຣນ ຊຶ່ງ​ໄດ້​ເຮັດ​ອາ​ຫານ​ຫຼາຍກວ່າ 130 ລ້ານ​ຄາບ ໃຫ້​ແກ່​ປະ​ຊາ​ຊົນ​ຂອງ​ພວກ​ເຮົາ.”

ໃນ​ເຫດ​ການ​ອີກ​ດ້ານ​ນຶ່ງນັ້ນ ກຳ​ປັ່ນ​ທີ່​ຄາດ​ວ່າ​ຈະ​ແລ່ນ​ເຂົ້​າ​ໄປ​ຈອດ​ໃນ​ທ່າ​ຂອງ​ຢູ​ເຄ​ຣນ​ໃນ​ວັນ​ສຸກມື້ນີ້ ບ່ອນ​ທີ່​ມັນ​ຈະ​ໄປ​ຂົນ​ເອົາ​ອາ​ຫານ​ປະ​ເພດ​ເມັດ 23 ໂຕນ​ອີງ​ຕາມ​ອົງ​ຂ່າວ​ຣອຍ​ເຕີ້. ທ່ານ​ໂອ​ເລັກ​ຊານ​ເດີ ກູບ​ຣາ​ກອບ ລັດ​ຖະ​ມົນ​ຕີ​ກະ​ຊວງ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ຢູ​ເຄ​ຣນ ຂຽນ​ລົງ​ໃນ​ທວີດ​ເຕີ້​ວ່າ ກຳ​ປັ່ນ​ລຳ​ນີ້​ຈະ​ຂົນ ​ເ​ອົາ​ອາ​ຫານ​ປະ​ເພດເມັດ ໄປ​ເອ​ທິ​ໂອ​ເປຍ ເຮັດ​ໃຫ້​ຈຳ​ນວນ​ກຳ​ປັ່ນ​ທີ່​ເດີນ​ທາງ​ອອກ​ຈາກ​ທ່າ​ກຳ​ປັ່ນ​ຂອງ​ຢູ​ເຄ​ຣນ​ພ້ອມ​ດ້ວຍ​ອາ​ຫານ ເພີ້ມ​ຂຶ້ນ​ເປັນ​ 14 ລຳ​ແລ້ວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG