ອະດີດປະທານາທິບໍດີໄຕ້ຫວັນ ທ່ານໝ່າ ຢິງ-ໂຈ (Ma Ying-jeou) ມີກຳນົດທີ່ຈະເດີນທາງໄປຈີນເປັນເວລາ 11 ວັນໃນຕົ້ນເດືອນເມສາທີ່ຈະມາເຖິງນີ້.
ການເດີນທາງດັ່ງກ່າວລວມມີ ການຢຸດແວ່ຢູ່ນະຄອນກວາງຕຸ້ງ ທີ່ຕັ້ງຢູ່ທາງພາກໃຕ້ຂອງປະເທດ, ແຂວງຊານຊີ ທີ່ຕັ້ງຢູ່ທາງພາກຕາເວັນຕົກສຽງເໜືອ, ແລະນະຄອນຫຼວງປັກກິ່ງ, ເຊິ່ງ, ອີງຕາມລາຍງານ, ທ່ານ ໝ່າ ອາດຈະພົບປະກັບຜູ້ນຳຂອງຈີນ ທ່ານສີ ຈິ້ນຜິງ.
ບັນດາຜູ້ຊ່ຽວຊານກ່າວວ່າ ຖ້າການພົບປະດັ່ງກ່າວຫາກເກີດຂຶ້ນນັ້ນ, ບໍ່ພຽງແຕ່ທ່ານ ສີ ຈະສາມາດໃຊ້ມັນເພື່ອສົ່ງສັນຍານໄປຍັງໄຕ້ຫວັນ ແລະ ສະຫະລັດ ເທົ່ານັ້ນ, ແຕ່ມັນຍັງສາມາດຊ່ວຍໃຫ້ວໍຊິງຕັນ ຮຽນຮູ້ຕື່ມອີກກ່ຽວກັບຄວາມຕັ້ງໃຈຂອງ ທ່ານ ສີ ຕໍ່ເກາະດັ່ງກ່າວນີ້.
ໃນຕົ້ນອາທິດນີ້, ສໍານັກງານຂອງ ທ່ານ ໝ່າ ປະກາດວ່າ ການຢ້ຽມຢາມຈະເລີ້ມຂຶ້ນໃນວັນທີ 1 ເມສາ. ການເດີນທາງຈະລວມມີການກ່າວຄຳປາໄສຢູ່ທີ່ມະຫາວິທະຍາໄລ ຊຸນ ຢັດ-ເຊັນ (Sun Yat-sen) ທີ່ຕັ້ງຢູ່ນະຄອນກວາງຕຸ້ງ, ການທໍາພິທີໄຫວ້ອົງຈັກກະພັດສີເຫຼືອງຢູ່ທີ່ສຸສານ ຊານຊີ ຫວງດີ່ (Shaanxi Huangdi), ແລະກ່າວຄຳປາໄສຢູ່ມະຫາວິທະຍາໄລປັກກິ່ງ.
ທ່ານຫລູ-ຊຸງ ເຫວັງ (Lu-chung Weng), ຮອງສາດສະດາຈານດ້ານລັດຖະສາດການເມືອງຢູ່ມະຫາວິທະຍາໄລແຫ່ງລັດ ແຊມ ຮີວສຕັນ (Sam Houston State) ກ່າວຕໍ່ VOA ຜ່ານທາງອີເມລວ່າ ຖ້າ ທ່ານ ໝ່າ ແລະ ທ່ານ ສີ ພົບປະກັນແທ້ໆ, ທ່ານ ສີ ອາດຈະໃຊ້ໂອກາດນີ້ ເພື່ອເນັ້ນໜັກເຖິງຫຼັກການຈີນດຽວຂອງປັກກິ່ງ ແລະ ຂໍ້ຕົກລົງເຫັນດີໃນປີ 1992 ທີ່ຍັງຄົງເປັນພື້ນຖານສຳລັບການເຈລະຈາ ແລະ ການແລກປ່ຽນ ຜ່ານຊ່ອງແຄບດັ່ງກ່າວນັ້ນ.