Jackpot ແມ່ນເງິນຈຳນວນຫຼາຍທີ່ໄດ້ຊະນະຢູ່ໃນເກມແຫ່ງໂອກາດດັ່ງກ່າວ
“A third degree” ແມ່ນຊ່ວງຂອງການຕັ້ງຄຳຖາມທີ່ຍາວ ແລະ ເຂັ້ມຂຸ້ນ. ພວກເຮົາມັກຈະເອີ້ນມັນວ່າ “the third degree”. ມັນແມ່ນສິ່ງທີ່ເຈົ້າໜ້າທີ່ຕຳຫຼວດເຮັດ ເພື່ອໃຫ້ໄດ້ຂໍ້ມູນ ຫຼື ແມ່ນແຕ່ຄຳສາລະພາບຈາກຜູ້ຕ້ອງຫາ.
Unprecedented ແມ່ນບາງສິ່ງທີ່ບໍ່ເຄີຍເກີດຂຶ້ນ ຫຼື ບໍ່ເຄີຍມີປະສົບການມາ ກ່ອນໃນອະດີດ, ເຊິ່ງຄໍາສັບດັ່ງກ່າວ ມີຄວາມໝາຍວ່າ ບໍ່ມີຫຍັງເກີດຂຶ້ນມາກ່ອນ
ຖ້າໃຜຄົນນຶ່ງ ມີ a chip on their shoulder, ພວກເຂົາໃຈຮ້າຍ ກ່ຽວກັບເຫດການໃນອະດີດ. ພວກເຂົາຍັງຍຶດໝັ້ນກັບຄວາມເຊື່ອທີ່ວ່າ ພວກເຂົາບໍ່ໄດ້ຖືກປະຕິບັດນຳຢ່າງເປັນທຳ. ສິ່ງນີ້ ໂດຍທົ່ວໄປແລ້ວ ເຮັດໃຫ້ພວກເຂົາບໍ່ເປັນຕາຢູ່ໃກ້
Bureaucracy ແມ່ນລະບົບຂອງລັດຖະບານ ຫຼື ທຸລະກິດ ທີ່ມີກົດລະບຽບທີ່ຊັບຊ້ອນຫຼາຍອັນ, ແລະ ຜູ້ຄົນທີ່ດໍາເນີນງານໃນການປົກຄອງຕ່າງໆ ແມ່ນເຈົ້າໜ້າທີ່ ທີ່ມີພິທີ ແລະຂັ້ນຕອນຫຼາຍອັນ
ໃນຕົວຢ່າງນີ້: ເມື່ອໃຜຜູ້ນຶ່ງ photobomb, ພວກເຂົາເຈົ້າຈອບໆເຂົ້າມາ ຫຼື ກະໂດດເຂົ້າມາຕອນຖ່າຍຮູບ, ເຊິ່ງປົກກະຕິແລ້ວ ແມ່ນເວລາທີ່ເຮັດຫຼິ້ນ ເຮັດມ່ວນ
ໃນຊ່ວງກາງທົດສະວັດ ທີ 1800, ຄົນຈຳນວນຫຼາຍ ໄດ້ເດີນທາງໄປອາເມຣິກາຕາເວັນຕົກ ເພື່ອຂຸດຫາຄຳທີ່ຫາກໍມີການຄົ້ນພົບ. ພວກເຂົາຖືກເອີ້ນວ່າ ນັກຂຸດຄຳ. ແຕ່ທຸກມື້ນີ້, ນັກຂຸດຄຳ ແມ່ນຄົນທີ່ເລືອກຄວາມສຳພັນຂອງພວກເຂົາ ໂດຍພື້ນຖານຂອງເງິນ, ບໍ່ແມ່ນຄວາມຮັກ
ໂຫລດຕື່ມອີກ
No live streaming currently available