VOALao Voice of America Lao ສຽງອາເມຣິກາຫລື ວີໂອເອ ຊຶ່ງເລີ້ມອອກອາກາດຄັ້ງທຳອິດໃນປີ 1942 ແມ່ນພະແນກກະຈາຍສຽງ ລະຫວ່າງຊາດ ທີ່ໃຊ້ຫລາຍສື່ ທີ່ໄດ້ຮັບເງິນອຸປະຖຳ ຈາກລັດຖະບານຂອງສະຫະລັດ ຜ່ານສະພາອຳນວຍການກະຈາຍສຽງ ຫລື Broadcasting Board of Governors. ສະຖານີວີໂອເອ ຖ່າຍທອດຂ່າວ ແລະຂໍ້ມູນອອກອາກາດ ຊຶ່ງມີຮວມທັງຂ່າວຮອບໂລກ ລາຍງານ ລາຍການສຶກສາ ແລະວັດທະນະທຳ ເປັນເວລາປະມານ 1500 ຊົ່ວໂມງ ທຸກໆສັບປະດາ ໄປຍັງຜູ້ຟັງແລະຜູ້ຊົມ ປະມານ 125 ລ້ານຄົນ ຢູ່ໃນທົ່ວໂລກ. ສ່ວນວີໂອເອພາກພາສາລາວນັ້ນ ແມ່ນໄດ້ຕັ້ງຂຶ້ນມາໃນເດືອນກຸມພາ 1962 ແລະປັດຈຸບັນນີ້ ພວກເຮົາ ກະຈາຍສຽງເປັນເວລາ 30 ນາທີ ທຸກໆມື້. ລາຍການກະຈາຍສຽງຂອງພວກເຮົາ ສາມາດໄປຮອດໄປເຖິງ ປະຊາຊົນ ຈຳນວນ 6 ລ້ານ 3 ແສນຄົນ ໃນປະເທດລາວ ແລະປະຊາຊົນທີ່ປາກພາສາລາວ ຈຳນວນ 7-8 ລ້ານຄົນ ໃນເຂດໃກ້ຄຽງ ເຊ່ນໃນພາກອິສານຂອງໄທ ໃນປະເທດມຽນມາ ໃນພາກຕາເວັນຕົກຂອງຫວຽດນາມ ພາກຕາເວັນຕົກສ່ຽງໃຕ້ຂອງ ປະເທດຈີນ ແລະພາກເໜືອຂອງກຳປູເຈຍ. ພວກເຮົາກະຈາຍ ສຽງທາງຄື້ນສັ້ນ(ຜ່ານເຄື່ອງສົ່ງທີ່ປະເທດຟີລິບປິນ ແລະຈັງວັດອຸດອນທານີ ປະເທດໄທ) ແລະທາງຄື້ນກາງ (ຜ່ານເຄື່ອງສົ່ງທີ່ບາງກອກ ປະເທດໄທ). VOALao’s tracks ລາຍການກະຈາຍສຽງຂອງວີໂອເອ ລາວ by VOALao published on 2019-09-30T13:03:40Z ລາຍການກະຈາຍສຽງຂອງວີໂອເອ ລາວ by VOALao published on 2019-09-29T13:08:16Z ລາຍການກະຈາຍສຽງຂອງວີໂອເອ ລາວ by VOALao published on 2019-09-28T13:03:50Z ລາຍການກະຈາຍສຽງຂອງວີໂອເອ ລາວ by VOALao published on 2019-09-27T13:03:13Z ຟັງລາຍງານ ດ້ວຍຜູ້ມີສິດ ເລືອກຕັ້ງ 30 ເປີເຊັນ, ແມ່ຍິງ ອັຟການິສຖານ ໄດ້ກາຍເປັນ ຜູ້ທີ່ມີຄວາມສຳຄັນ ຫຼາຍຂຶ້ນກວ່າເກົ່າ by VOALao published on 2019-09-26T17:18:24Z ລາຍການກະຈາຍສຽງຂອງວີໂອເອ ລາວ by VOALao published on 2019-09-26T13:03:13Z
ຟັງລາຍງານ ດ້ວຍຜູ້ມີສິດ ເລືອກຕັ້ງ 30 ເປີເຊັນ, ແມ່ຍິງ ອັຟການິສຖານ ໄດ້ກາຍເປັນ ຜູ້ທີ່ມີຄວາມສຳຄັນ ຫຼາຍຂຶ້ນກວ່າເກົ່າ by VOALao published on 2019-09-26T17:18:24Z