Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໙ ເມສາ ໒໐໒໔

ຊາວລາວແລະມົ້ງ-ອາເມຣິກັນ ລົງແຂ່ງຂັນ ເປັນສະມາຊິກສະພາ ໃນຂັ້ນລັດຫລາຍຂຶ້ນ ຍ້ອນຢາກຊ່ວຍຊຸມຊົນທີ່ດ້ອຍໂອກາດ


Election-Campaign-Phanat.mp4
please wait

No media source currently available

0:00 0:00:30 0:00

ການໂຄສະນາຫາສຽງຂອງທ່ານ ພະນັດ.

ໃນລາຍການຊຸມຊົນລາວໃນອາເມຣິກາຂອງວີໂອເອສຳລັບແລງມື້ນີ້ ເຮົາຈະນຳເອົາການໂອ້ລົມກັບຄົນເຊື້ອສາຍລາວທ່ານນຶ່ງທີ່ສະໝັກເປັນສະມາຊິກສະພາ ສູງຂອງລັດຫລູຍເຊຍນາຄັ້ງທໍາອິດ ແລະສະມາຊິກສະພາຕໍ່່າປະຈໍາລັດເມນີໂຊຕາ ເຊື້ອສາຍມົ້ງ 2 ທ່ານທີ່ຈະລົງແຂ່ງຂັນອີກເພື່ອຮັກສາຕໍາແໜ່ງຂອງຕົນໄວ້ ພ້ອມທັງສະມາຊິກສະພາສູງທ່ານນຶ່ງກໍມີ ແຜນຈະລົງສະໝັກອີກເພື່ອຮັກສາ ຕໍາແໜ່ງຂອງຕົນເຊັ່ນກັນໃນລັດເມນີໂຊຕາ ຊຶ່ງລາຍລະອຽດຈະເປັນແນວໃດນັ້ນ ຂໍເຊີນທ່ານຮັບຟັງຈາກບົວສະຫວັນໄດ້ໃນອັນດັບຕໍ່ໄປ.

ເນື່ອງຈາກເປັນຄົນທີ່ຄອບຄົວອົບພະຍົບມາຈາກລາວ ທີ່ປະສົບຄວາມຫຍຸ້ງຍາກໃນຫລາຍດ້ານໃນການຕັ້ງຖິ່ນ ຖານໃໝ່ໃນສະຫະລັດ ນັກພັດທະນາ ແລະນັກການເມືອງເຊື້ອສາຍລາວ ແລະມົ້ງທັງຍິງແລະຊາຍຫລາຍຄົນ ຈຶ່ງຢາກລົງສະໝັກເລືອກຕັ້ງເປັນສະມາຊິກສະພາປະຈໍາລັດຂອງຕົນເພື່ອວ່າຈະໄດ້ມີບົດບາດໃນການສ້າງກົດ ໝາຍທີ່ຊ່ວຍປັບປຸງຊີວິດການເປັນຢູ່ຂອງຊຸມຊົນທີ່ມີຊາວລາວ, ຊາວມົ້ງ ແລະຊົນເຜົ່າສ່ວນນ້ອຍກຸ່ມອື່ນອາໄສຢູ່ ແລະເພື່ອຢາກສະະແດງໃຫ້ແກ່ຄົນມາຈາກລາວດ້ວຍກັນເຫັນວ່າ ປະເທດນີ້ໃຫ້ໂອກາດແກ່ທຸກຄົນທີ່ມີຄວາມມານະອົດທົນໄປເຖິງຈຸດໝາຍຊີວິດທີ່ຝັນໄວ້ໄດ້ ດັ່ງທີ່ທ່ານ ພະນັດ ຊະນະມານ ຊຶ່ງເປັນຄົນລາວຜູ້ທໍາອິດທີ່ສະ ໝັກເປັນສະມາຊິກ ສະພາສູງປະຈຳລັດຫລຸຍເຊຍນາ ເຂດທີ 22 ທາງພາກໃຕ້ຂອງສະຫະລັດບອກພວກເຮົາວ່າ:

“ໂດຍອີງໃສ່ປະສົບການທີ່ເປັນຄົນເຂົ້າເມືອງທີ່ມາຈາກລາວ ເພື່ອສະແດງໃຫ້ເຫັນວ່າ ເຮົາສ້າງນິຕິກໍາໄດ້ແນວໃດ ແລະສະແດງໃຫ້ປະຊາຊົນຮູ້ວ່າພວກເຮົາສາມາດສ້າງເສັ້ນທາງສໍາລັບຕົນເອງເພື່ອເດີນໄປສູ່ຄວາມຈະເລີນຮຸ່ງເຮືອງ ແລະກໍດັ່ງເຈົ້າຮູ້ຫັ້ນຫລະ ເພື່ອດໍາລົງຊີວິດຕາມຄວາມຝັນແບບອາເມຣິກັນ ຫລື American dream.”

ທ່ານ ພະນັດ ຊະນະມານ ຄົນລາວຜູ້ທໍາອິດທີ່ສະ ໝັກເປັນສະມາຊິກ ສະພາສູງປະຈຳລັດຫລຸຍເຊຍນາ ເຂດທີ 22.
ທ່ານ ພະນັດ ຊະນະມານ ຄົນລາວຜູ້ທໍາອິດທີ່ສະ ໝັກເປັນສະມາຊິກ ສະພາສູງປະຈຳລັດຫລຸຍເຊຍນາ ເຂດທີ 22.

ການເລືອກຕັ້ງຂັ້ນຕົ້ນສໍາລັບສະພາສູງ ໃນລັດຂອງທ່ານຈະຈັດຂຶ້ນໃນວັນທີ 14 ຕຸລາ ແລະການເລືອກຕັ້ງທົ່ວ ໄປແມ່ນວັນທີ 18 ພະຈິກປີນີ້. ເມືອງນີວໄບຣຍ (New Ibrea) ທີ່ເປັນເຂດເລືອກຕັ້ງຂອງທ່ານນັ້ນຕັ້ງຢູ່ພາກໃຕ້ຂອງລັດຫລຸຍ ເຊຍນາແລະມີປະຊາຊົນຫລາຍກວ່າ 1 ແສນຄົນໃນນັ້ນມີຄົນເຊື້ອສາຍລາວ ປະມານ 20 ພັນຄົນທີ່ອາໄສຢູ່ເປັນກຸ່ມ ຢູ່ໃນບ້ານຊື່ວ່າບ້ານລ້ານຊ້າງ. ທ່ານ ມາຈາກພັກເດໂມແຄຣດ, ເປັນນັກທຸລະກິດເຮັດຟາມປູກຕົ້ນໄມ້ ແລະ ດອກໄມ້ຂາຍສົ່ງ. ສິ່ງສໍາຄັນທີ່ສຸດທີ່ທ່ານຢາແກ້ໄຂກ່ອນໝູ່ກໍຄືບັນຫາວຽກເຮັດ ງານທໍາທີ່ຂາດຫາຍໄປນໍາການປິດລົງຂອງໂຮງງານຂຸດຄົ້ນ ແລະກັ່ນນໍ້າມັນໃນ ເຂດທີ່ທ່ານຢູ່ໂດຍການນໍາເອົາອຸດສາຫະະກໍາຢ່າງອື່ນ ເຊັ່ນການຜະລິດແຜງພະລັງ ງານແສງຕາເວັນເຂົ້າມາ.

ທ່ານນາງລີສ ລີ (Liz Lee) ສະມາຊິກສະພາຕໍ່າ ປະຈໍາລັດເມນີໂຊຕາ.
ທ່ານນາງລີສ ລີ (Liz Lee) ສະມາຊິກສະພາຕໍ່າ ປະຈໍາລັດເມນີໂຊຕາ.

ສ່ວນຜູ້ທີສອງກໍຄືທ່ານນາງລີສ ລີ (Liz Lee) ທີ່ໄດ້ເປັນສະມາຊິກສະພາຕໍ່າ ປະຈໍາລັດເມນີໂຊຕາມາໄດ້ 1 ປີແລ້ວ ທ່ານນາງບອກວ່າ:

“ຂ້າພະເຈົ້າແຂ່ງຂັນເອົາຕໍາແໜ່ງເພາະຂ້ອຍຢາກເປັນຜູ້ສະໜັບສະໜຸນທີ່ດີທີ່ສຸດສໍາລັບຊຸມຊົນຂອງຂ້າພະເຈົ້າໃນເວລານີ້, ການນໍາພາແມ່ນຂາດແຄນຢ່າງຫນັກ ຫນ່ວງຢູ່ໜີ້. ແລະເມືອງຂອງຂ້າພະເຈົ້າແມ່ນນຶ່ງໃນເມືອງທີ່ມີລາຍຮັບຂອງຄອບ ຄົວຕໍ່າກວ່າສະດັບສະເລ່ຍ ແລະຍັງເປັນເມືອງນຶ່ງທີ່ມີຄວາມຫຼາກຫຼາຍຊົນເຜົ່າທີ່ສຸດໃນລັດ. ພວກ​ເຮົາ​ມີ​ຊາວ​ອາ​ເມຣິ​ກັນເຊື້ອສາຍເອເຊຍ​ອາໄສຢູ່ຫລາຍທີ່ສຸດ​ໃນ​ລັດນີ້​. ສ່ວນໃຫຍ່ແມ່ນຄົນມົ້ງ-ອາເມຣິກັນ ເພາະສະນັ້ນຂ້າພະເຈົ້າຮູ້ວ່າມັນມີຄວາມສໍາຄັນຫລາຍສໍາລັບຂ້າພະເຈົ້າທີ່ຈະລົງແຂ່ງຂັນໃນເວລາທີ່ຂ້າພະເຈົ້າຊະນະໃນເດືອນພະຈິກທີ່ຜ່ານມາ. ຂ້າພະເຈົ້າເປັນຜູ້ຍິງຄົນທຳອິດ. ແລະ​ເປັນ​ຄົນ​ເອ​ເຊຍ​ຜູ້​ທໍາ​ອິດ​ທີ່​ເຄີຍ​ເປັນ​ຜູ້ ແທນຂອງປະຊາຊົນໃນເມືອງນີ້ ແລະ ຂ້າພະ ເຈົ້າຄິດວ່າພວກເຮົາກໍາລັງເຮັດໃຫ້ມີການປ່ຽນແປງຢູ່ທີ່ນີ້ແລະເຮັດໃຫ້ແນ່ໃຈວ່າປະຊາຊົນຢູ່ທາງທິດຕາເວັນອອກຂອງນະຄອນ ເຊຍ ພອລ ແລະເມືອງຂອງຂ້າພະເຈົ້າສາມາດໄດ້ຮັບວຽກເຮັດງານທໍາທີ່ດີ, ເຂົ້າເຖິງການດູແລສຸຂະພາບ, ການດູແລສຸຂະພາບທີ່ມີລາຄາທີ່ເຫມາະສົມແລະທີ່ຢູ່ອາໄສລາຄາບໍ່ແພງ.”

ທ່ານນາງກໍາລັງສ້າງນິຕິກໍາເພື່ອສະເໜີຂໍທຶນ 4 ລ້ານໂດລາສໍາລັບໂຄງການສຶກ ສາໃນດ້ານວິທະຍາສາດ ຄອມພີວເຕີ ແລະດຽວນີ້ທ່ານນາງໄດ້ມາ 5 ແສນໂດລາ ແລ້ວ ສະນັ້ນທ່ານນາງຈຶ່ງຢາກຈະລົງແຂ່ງຂັນອີກໃນການເລືອກຕັ້ງທົ່ວໄປ ປີໜ້າ ເພື່ອສືບຕໍ່ຂໍທຶນໃຫ້ໄດ້ຄົບ 4 ລ້ານໂດລາມາຊ່ວຍຊຸມຊົນໃນເຂດຂອງທ່ານນາງ. ທ່ານນາງລີ ຮຽນຈົບປະລິນຍາຕີຝ່າຍການເມືອງ ແລະການ ປົກຄອງຈາກມະຫາວິ ທະຍາເຢລທີ່ມີຊື່ສຽງຂອງໂລກ ແລະເຄີຍໄດ້ໄປຝຶກງານຢູ່ລາວເປັນເວລາ 3 ເດືອນເຄິ່ງໂດຍໄດ້ເຮັດວຽກໃນພະແນກການເມືອງ ແລະເສດຖະກິດຂອງ ສະຖານທູດສະຫະລັດປະຈໍາລາວ.

ສ່ວນທ່ານນາງ ຊາແມນທາ ວາງ ນັ້ນກໍແມ່ຍິງເຊື້ອສາຍມົ້ງເຊັ່ນກັນ ແຕ່ທ່ານນາງ ດໍາລົງຕໍາແໜ່ງສະມາຊິກສະ ພາຕໍ່າຂອງລັດເມນີໂຊຕາປະຈໍາເຂດ 38B – Brooklyn Center ແລະະ Brooklyn Park ມາໄດ້ສອງສະໄໝກວ່າແລ້ວ. ທ່ານນາງເປັນປະທານ ຄະນະກໍາມະການການນເງິນ ແລະນະໂຍບາຍດ້ານກະສິກໍາ. ທ່ານນາງ ບອກວ່າທ່ານຕັດສິນໃຈລົງສະໝັກອີກກໍເພາະວ່າ “to support working families, students in higher education, and build economic sustainability for our community.”

“ຢາກສະຫນັບສະຫນູນຄອບຄົວກໍາມະກອນ, ນັກຮຽນໃນການສຶກສາຊັ້ນສູງ, ແລະ ສ້າງຄວາມຍືນຍົງດ້ານເສດຖະກິດສໍາລັບຊຸມຊົນຂອງພວກເຮົາ.”

ທ່ານບອກອີກວ່າ:
“ປີ 2024 ແມ່ນ​ເປັນຊ່ວງເວລາແຫ່ງການ​ເລືອກ​ຕັ້ງ ​ແລະ​ເປັນ​ປີເລືອກຕັ້ງ​ປະທານາ ທິບໍດີ. ນັ້ນ​ໝາຍ​ຄວາມ​ວ່າ​ມີ​ຫຼາຍ​ບ່ອນ​ນັ່ງ​ຫວ່າງເພື່ອໃຫ້ມີການເລືອກ​ຕັ້ງ​ຄືນ ​ໃໝ່. ຂ້າ​ພະ​ເຈົ້າ​ຈະ​ລົງ​ແຂ່ງ​ຂັນ​ເລືອກ​ຕັ້ງ​ຄືນ​ໃໝ່​ໃນ​ປີໜ້າ ແລະ ​ຖ້າ​ຫາກ​ມີ​ຜູ້​ສະ​ໝັກ ເລືອກ​ຕັ້ງ​ຈາກ​ພັກ​ເດ​ໂມ​ແຄ​ຣັດ​ລົງ​ແຂ່ງ​ຂັນ​ໃນ​ປີ​ໜ້າ​ໃນເພື່ອເອົາບ່ອນນັ່ງ​ດຽວ​ກັນ​ກັບ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຈະ​ຕ້ອງໄດ້​ຜ່ານການເລືອກ​ຕັ້ງ​ຂັ້ນ​ຕົ້ນ ແລ້ວກໍຈຶ່ງແຂ່ງຂັນໃນການເລືອກຕັ້ງທົ່ວໄປ​.”

ໂດຍລວມແລ້ວຜູ້ທີ່ໄດ້ເປັນສະມາຊິກສະພາປະຈໍາລັດຂອງຕົນຢູ່ໃນສະຫະລັດນີ້ ແມ່ນຜູ້ທີ່ໄດ້ເຮັດວຽກກິ້ງເກືອກ ລີເລືອກັບປະຊາຊົນ ຫລືຈະເອີ້ນວ່າເປັນນັກພັດ ທະນາຊຸມຊົນກໍວ່າໄດ້ ຕົວຢ່າງເຊັ່ນທ່ານ ຟົ້ງ ເຮີ ທີ່ເປັນສະມາ ຊິກສະພາສູງປະ ຈໍາລັດເມນີໂຊຕາມາໄດ້ 11 ປີ ຫລືເກືອບ 3 ສະໄໝແລ້ວ ເລົ່າສູ່ຟັງວ່າທີ່ຈິງ ທ່ານ ເອງໃນເມື່ອກ່ອນບໍ່ເຄີຍຄິດຝັນທີ່ຈະເຂົ້າຮ່ວມໃນວົງການການເມືອງອາເມຣິກັນ ເພາະທ່ານ ເປັນຄົນພິການສ່ວນໃດສ່ວນນຶ່ງໃນການປາກອອກສຽງ ແລະເປັນ ຄົນຂີ້ອາຍ ແລະທ່ານເຮັດວຽກເປັນຜູ້ສ້າງໂປຣແກຣມຄອມພີວເຕີ ທີ່ບໍ່ຄ່ອຍ ໄດ້ໂອ້ລົມຜູ້ຄົນຫລາຍແຕ່ຍ້ອນເຫັນວ່າ ຊຸມຊົນຊາວມົ້ງທີ່ມາຈາກລາວ ມີຄວາມ ຕ້ອງການຊ່ວຍເຫລືອຫລາຍຈຶ່ງຮຽນ ປາກຮຽນເວົ້າໃຫ້ໄດ້ດີຂຶ້ນ ແລະ ຕັດສິນໃຈ ລົງສະໝັກເລືອກຕັ້ງ ດັ່ງທີ່ທ່ານບອກກັບພວກເຮົາວ່າ:

ເນື່ອງຈາກຕໍາແໜ່ງສະະພາສູງຂອງລັດເມນີໂຊຕາຫາກໍ່ຜ່ານໄປໃນປີນີ້ ແລະຈະ. ມີການເລືອກຕັ້ງອີກຮອບໃໝ່ໃນ 4 ປີໜ້າ ທ່ານຟົ້ງ ເຮີ ເອງ ກໍມີແຜນວ່າອາດຈະ ລົງສະໝັກເລືອກຕັ້ງເພື່ອຮັກສາຕໍາແໜ່ງຂອງທ່ານໄວ້ອີກເຊັ່ນກັນໃນເວລານັ້ນ.

ການທີ່ໄດ້ມີໂອກາດປະກອບສ່ວນໃນວົງການການເມືອງຂອງສະຫະລັດ ແມ່ນແຕ່ຢູ່ໃນລະດັບລັດຂອງຕົນກໍ ຕາມເປັນເລື້ອງທີ່ໜ້າພູມໃຈຫລາຍສໍາລັບ ຄົນທີ່ເປັນຊົນເຜົ່າສ່ວນນ້ອຍ ແລະມາຈາກຄອບຄົວອົບພະຍົບມາ ຈາກປະເທດ ລາວ ທີ່ມາຕັ້ງຖິ່ນຖານໃນສະຫະລັດໄດ້ພຽງ 4 ທົດສະວັດກວ່າເທົ່ານັ້ນ ໂດຍສະເພາະແມ່ນຜູ້ທີ່ມີຄວາມພິການດັ່ງທ່ານຟົ້ງ ເຮີ ທີ່ເລົ່າມາຂ້າງເທິງນັ້ນ.

XS
SM
MD
LG