Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໙ ເມສາ ໒໐໒໔

ການສະຫລອງປີໃໝ່ ຂອງພີ່ນ້ອງຊາວມົ້ງ ຢູ່ໃນສະຫະລັດ ​ແລະ​ກີ​ຢາ​ນາ


ຊາວມົ້ງໃນປະເທດ ກີຢານາ.
ຊາວມົ້ງໃນປະເທດ ກີຢານາ.

ມາຮອດລະດູນີ້ຊາວເຜົ່າມົ້ງບໍ່ວ່າຈະຢູ່ແຫ່ງຫົນໃດຕ່າງກໍພາກັນສະຫຼອງປີໃໝ່ມົ້ງ ຫລື ບຸນ​ກິນຈຽງຢ່າງຄຶກຄື້ນ ແລະມ່ວນຊື່ນ ຊຶ່ງມື້ນີ້ ບົວສະຫວັນ ຈະນໍາເອົາລາຍງານ ກ່ຽວກັບການຈັດງານບຸນປີໃໝ່ມົ້ງໃນສະຫະລັດ ແລະປະເທດກີຢານາຝຣັ່ງ ທີ່ຕັ້ງຢູ່ທະວີບອາເມຣິກາໃຕ້ ມາສະເໜີທ່ານໃນອັນດັບຕໍ່ໄປ.

ຕົກມາຮອດລະດູການນີ້ໃນແຕ່ລະປີຊາວເຜົ່າມົ້ງບໍ່ວ່າຈະຢູ່ແຫ່ງຫົນໃດ ແມ່ນພາ ກັນສະຫຼອງບຸນປີໃໝ່ ຫລືບຸນກິນຈຽງ ຊຶ່ງ ດຣ. ຕູລູ ທາວ, ປະທານຈັດງານບຸນປີໃໝ່ມົ້ງຢູ່ເມືອງແຟຣສໂນ, ລັດຄາລິຟໍເນຍ ອະທິບາຍສູ່ຟັງວ່າ:

“ປະເພນີພີ່ນ້ອງມົ້ງມັນຕ່າງກັບລາວລຸ່ມເຮົາຫຼາຍ ລະສ່ວນຫລາຍຂອງລາວລຸ່ມ ມັນໄປຕາມສາສະໜາພຸດເນາະ ແຕ່ວ່າຂອງພວກເຮົາພີ້ມັນເບິ່ງໄປຕາມເດືອນ ແບບຄົນຈີນຈັກໜ້ອຍ ລະອັນທີສອງມາມັນຕ່າງກັນໜ້ອຍນຶ່ງເພາະວ່າ ປະເພນີ ເຮົາບໍ່ແມ່ນວ່າ ຕ້ອງເຮັດມື້ດຽວກັນ ສະແດງວ່າ ທາງພຸ້ນເປີດພິທີວັນ 1 ທາງພີ້ ເປັນວັນ 5 ທີ 6 ກະໄດ້ ເປັນແນວນັ້ນ ຢູ່ອາເມຣິກາກໍແບບດຽວກັນ. ພຸ້ນພວກຢູ່ ເຂດໜາວໆ ແບບເມນີໂຊຕາ, ວິສຄອນຊິນ ກະ ຂະເຈົ້າກະເລີ້ມກັນແຕ່ເດືອນ 8 ເດືອນ 9 ມາຫລະ ບັດພວກເຮົາພີ້ຄາລິຟໍເນຍມັນອຸ່ນເນາະ ກະເຮັດຕາມ ທີ່ວ່າ ໃກ້ໆ ເດືອນດີແຊມເບີ ບໍ, ແຈນຢົວຣີບໍ ຊິເປັນແນວນັ້ນ.”

ທ່ານເລົ່າຕໍ່ໄປວ່າ:

ແຟຣສໂນໜິ ບຸນປີໃໝ່ໜີ້ເປັນບຸນອັນສຸດທ້າຍ ຢູ່ໃນສະຫະລັດອາເມຣິກາ, ເປັນ ບຸນທີ່ໃຫຍ່ກວ່າໝູ່ຢູ່ໃນສະຫະລັດ. ກະແຕ່ລະມື້ມັນກະຕ່າງກັນໜ້ອຍນຶ່ງ ກະ 10 ຫາ 15 ພັນຄົນຂະເຈົ້າມາທ່ຽວງານນີ້ໜະ. ບ່ອນອື່ນຂະະເຈົ້າກະບໍ່ຊໍ່ານັ້ນດອກ ແຕ່ວ່າຢູ່ແຟຣສໂນໜິ ຄົນມາບັກຫລາຍໆ. ແຕ່ກີ້ພຸ້ນເຄີຍເຮັດມາຫລາຍຟ້າຫລາຍ ປີກະແມ່ນ 7 ມື້ ເລີ້ມແຕ່ວັນທີ 26 [ທັນວາ], ຫາວັນທີ 1 [ມັງກອນ], ແຕ່ວ່າດຽວນີ້ ມັນກະ ກະຫຍຸ້ງຍາກ ມີຫລາຍແນວ ນຶ່ງຄ່າຄອງຊີບກະແພງຫລາຍ ເຮົາກະເລີຍ ຕັດອອກ ເພາະວ່າມັນ ດົນໂພດ ແຕ່ວ່າປີນີ້ 28 ຫາ 31 [ທັນວາ], 4 ມື້.”

ຢູ່ໃນເມືອງແຟຣສໂນ, ລັດຄາລິຟໍເນຍບ່ອນທີ່ມີປະຊາກອນເຜົ່າມົ້ງທີ່ອົບພະຍົບ ມາຈາກລາວຫຼາຍກວ່າໝູ່ໃນສະຫະລັດນັ້ນ ງານສະຫລອງບຸນປີໃໝ່ມົ້ງ ແມ່ນ ເຮັດຄ້າຍຄືກັນກັບງານບຸນທາດຫຼວງ ຊຶ່ງທ່ານດຣ. ຕູລູ ເລົ່າສູ່ຟັງດັ່ງນີ້:

“ພໍ່ຄ້າພໍ່ຂາຍ ກະຈອງເຕັມບໍ່ໄດ້ມີບ່ອນຫວ່າງເລີຍ. ມາພີ້ກະແມ່ນໂອກາດຂະເຈົ້າ ໄດ້ມາຫາເງິນແດ່ ລະກະມາມ່ວນແດ່ຫັ້ນເກາະ ຜູ້ໃດກະມັກມາ, ເມນີໂຊຕາ, ວິສຄອນຊິນເບາະ, ນອດຄາໂຣໄລນາ ມັນທຸກໆລັດເດະ ມັນມີໝົດ. ມັນກະມີເສັງ ນາງງາມແດ່ ທຸກປີ, ລະມີເສັງຟ້ອນແດ່, ລະກະມີແນວອື່ນແດ່ ເພາະວ່າພວກບໍລິ ສັດກະມາເຮັດເອົ້າຣີສບຸດເນາະ ມາລົມກ່ຽວກັບວຽກເຂົາເຈົ້າ ລະປີນີ້ໂດຍສະ ເພາະກະມີພີ່ນ້ອງທາງບ້ານເຮົາກະມີສາວມັ້ງສອງຄົນຫັ້ນ ຕອບວ່າຢາກມາ ແຕ່ວ່າຂະເຈົ້າບໍ່ໄດ້ວີຊາ ທີ່ວ່າລາວລຸ່ມເຮົາກະມີ 5 ຄົນທີ່ວ່າຢາກມາເສັງນາງງາມ ເກາະ ລະກະຄາດຄະເນວ່າປີໜ້າໜີ້ພວກເຮົາຊິເອົາຄົນທາງບ້ານເຮົາມາຫຼາຍ ອີກມາຮ່ວມ ລະກະທາງຫວຽດນາມທີ່ວ່າ ເພິ່ນເປັນເຊື້ອຊາດລາວ ເຊື້ອຊາດມົ້ງ ກະຢາກມາຄືກັນ ກະຕິດຕໍ່ກັນແລ້ວ, ປີນີ້ກະຢູ່ເມືອງໄທຂະເຈົ້າມີສະມາຄົມ ບີວດີແພເຈິນ ຂະເຈົ້າກະສົ່ງສອງຄົນ ແຕ່ຍັງບໍ່ທັນໄດ້ໄປສໍາພາດເທື່ອ ບໍ່ຮູ້ວ່າ ຊິມາໄດ້ບໍ່.”

ຊາວມົ້ງໃນປະເທດ ກີຢານາ ເຕັ້ນລຳນຳກັນ.
ຊາວມົ້ງໃນປະເທດ ກີຢານາ ເຕັ້ນລຳນຳກັນ.

ພິເສດສຸດສໍາລັບງານບຸນປີໃໝ່ປີນີ້ ຈະເນັ້ນໜັກໃສ່ການເຕົ້າໂຮມ ຄວາມສາມັກຄີ ກັນລະຫວ່າງຊົນເຜົ່າທີ່ມາຈາກລາວ ດັ່ງທີ່ ດຣ. ຕູລູ ບອກວ່າ:

“ປີນີ້ອ້າຍເປັນຜູ້ຈັດການລະອ້າຍບໍ່ໄດ້ປະຖິ້ມຄົນທີ່ວ່າເປັນເຊື້ອຊາດລາວເນາະ. ໃນແອດວາຍຊີບອດກະມີ (ຄະນະທີ່ປຶກສາ) ຄົນລາວເຮົາ, ຄົນຂະມຸເຮົາ ລະກະ ມື້ທໍາອິດທີ່ວ່າເຮົາໄປເປີພິທີຫັ້ນໜະ ມີເປັນພາເຣດ (ແຫ່ຂະບວນ) ເຮົາກະມີ ຄົນຂະມຸ, ຄົນມ້ຽນ, ຄົນລາວລຸ່ມເຮົາ, ພີ່ນ້ອງມົ້ງເຮົາ ລະກະຄົນແມັກຊິແກນ, ລະ ກະພວກອາເມຣິກັນທ້ອງຖິ່ນເປັນໝູ່ຮັກໝູ່ແພງກະຊິມາຮ່ວມ ເພາະວ່າເຮົາຕ້ອງ ເຮົາບໍ່ຄວນລືມຄົນທີ່ມາແຕ່ທາງບ້ານດຽວກັນ ເຮົາຄວນຮັກແພງກັນກ່ອນ ແຕ່ເຖິງ ວ່າຜູ້ໃດບໍ່ຮັກແພງກະຢ່າ, ຜູ້ໃດທີ່ວ່າມີອຸດົມການແບບດຽວກັນເຮົາຕ້ອງຢູ່ນໍາກັນ ເພາະະວ່າເຮົາເປັນຄົນມາຈາກບ້ານດຽວກັນ, ເປັນແນວນັ້ນ.”

ນອກຈານັ້ນໃນມື້ສຸດທ້າຍຂອງບຸນປີນີ້ ຊຶ່ງກໍຄືວັນທີ 31 ທັນວາຈະມີງານທ້ອນ ໂຮມເອົາອະດີດນັກຮຽນໃນໂຮຮຽນປະຖົມລ່ອງແຈ້ງ, ມັດທະຍົມ ຫລື ລີເຊວຽງ ຈັນ ແລະແຫ່ງອື່ນທີ່ພັດພາກຈາກເມືອງໄປຕັ້ງຖິ່ນຖານຢູ່ປະເທດຕ່າງໆນັ້ນ ມາຮ່ວມ.

ງານບຸນປີໃໝ່ມົ້ງທີ່ຈັດຂຶ້ນໃຫຍ່ອັນດັບສອງໃນສະຫະລັດ ກໍແມ່ນຢູ່ເມືອງເຊນ ພອລ (St. Paul), ລັດເມນີໂຊຕາ ຊຶ່ງນອກຈາກຈະເປັນງານທີ່ສືບສານປະເພນີແລ້ວ ມັນຍັງເປັນໂອກາດທີ່ຈະໄດ້ສະແດງວັດທະນະທໍາທີ່ເປັນເອກະລັກຂອງຊົນເຜົ່າມົ້ງໃຫ້ຄົນອາເມຣິກັນທົ່ວໄປໄດ້ຮຽນຮູ້ນໍາອີກ ດັ່ງທີ່ນາງມີມີ ວາງ, ຄະນະຈັດງານບຸນກິນຈຽງປີນີ້ ເລົ່າດ້ວຍຄວາມພາກພູມໃຈສູ່ຟັງວ່າ:

Mimi-ACT5-Being Proud

“ມັນດີແທ້ໆ, ໂດຍສະເພາະຂ້ອຍໃຫຍ່ຂຶ້ນໂດຍບໍ່ຮູ້ວ່າຊີວິດຂອງພໍ່ແມ່ຂ້ອຍຢູ່ໃນປະເທດລາວເປັນແນວໃດ. ສະນັ້ນ, ເປັນຊ່ວງເວລາອັນເປັນກຽດ ແລະ ຮູ້ສຶກພາກພູມໃຈຫຼາຍທີ່ໄດ້ນຸ່ງເຄື່ອງຂອງຊາວເຜົ່າມົ້ງ ແລະ ແບ່ງປັນກ່ຽວກັບວັດທະນະທຳເຜົ່າມົ້ງໃຫ້ໝູ່ເພື່ອນຂ້ອຍທີ່ບໍ່ແມ່ນຊາວມົ້ງທີ່ຢາກຮຽນຮູ້ວ່າຂ້ອຍເປັນໃຜ, ມາຈາກໃສ. ແລະ ມັນຍັງເປັນໂອກາດທີ່ຈະໄດ້ເວົ້າພາສາມົ້ງ ແລະໄດ້ເຫັນໝູ່ເພື່ອນເກົ່າ ແລະຄອບຄົວທີ່ຂ້ອຍບໍ່ເຄີຍເຫັນກັນຕະຫຼອດປີ ຫຼື ຫຼາຍໆປີ ຜ່ານມາ.”

ອີກແຫ່ງນຶ່ງກໍຄືເມືອງລິງຄອນຕັນ (Lincolnton) ລັດຄາໂຣໄລນາເໜືອ ຊຶ່ງຈັດງານບຸນປະຈໍາປີໃຫຍ່ອັນດັບ 3 ໃນສະຫະລັດໄດ້ດຶງດູດເອົາຊາວເຜົ່າມົ້ງຫລາຍພັນຄົນເຂົ້າມາຮ່ວມໃນແຕ່ລະປີ. ສໍາລັບປີນີ້ແມ່ນຈັດຂຶ້ນແຕ່ວັນທີ 24 ຫາວັນອາທິດ ມື້ນີ້ເອງ, ອີງຕາມທ່ານຊາລີ ຢັງ, ຄະນະຈັດງານບຸນໃນປີນີ້ເລົ່າສູ່ຟັງ.

ງານບຸນປະເພນີທີ່ມີສີສັນຫຼາກຫຼາຍນີ້ປະກອບມີສອງພິທີ ດັ່ງທ່ານຕູດົວ ຄື້ ຜູ້ອະວຸໂສ ທ່ານນຶ່ງຢູ່ທີ່ເມືອງເຊນທ໌ ພອລ (St. Paul), ລັດມີເນໂຊຕາເລົ່າເຖິງພາກ ສ່ວນທີ່ເປັນປະເພນີດັ້ງເດີມສູ່ຟັງວ່າ:

ສາວມົ້ງໃນປະເທດ ກີຢານາ.
ສາວມົ້ງໃນປະເທດ ກີຢານາ.

“ພິທີມັນມີສອງພິທີຄືກັນ, ພິທີນຶ່ງເຮັດຢູ່ທາງບ້ານ ລະພິທີນຶ່ງເຮັດຢູ່ທາງນອກ ມວນຊົນທົ່ວໄປ. ລະທາງບ້ານຫັ້ນໝົດທຸກຄົນ ໝົດປະເທດຫັ້ນເຂົາເຈົ້າເຮັດມື້ດັບ ເດີ້ ເດືອນຈຽງເດີ້. ມື້ດັບຫັ້ນ ສ່ວນຫຼາຍຂະເຈົ້າກະມີພິທີທາງບ້ານ ກະມີການ ສູ່ຂວັນ ສ່ວນຫຼາຍສູ່ຂວັນໃຫ້ທາງຄອບຄົວ. ນອກຈາກນັ້ນ ກະມີການຄາລະວະ ອວຍພອນໃຫ້ແກ່ຜູ້ໃຫຍ່ ພໍ່ແມ່ບໍ ຫລືວ່າພໍ່ເຖົ້າແມ່ເຖົ້າບໍ ຫລືວ່າຜູ້ທີ່ລ່ວງລັບໄປ ແລ້ວຫັ້ນນະ ຈູດທູບທຽນບູຊາໄປ ອັນນີ້ສະ ແດງເຖິງຄວາມຮັກຄວາມແພງເນາະ ຄວາມລະນຶກເຖິງບຸນຄຸນຂອງຜູ້ເຖົ້າຜູ້ແກ່. ນອກຈາກນີ້ຜູ້ທີ່ຍັງມີຊີວິດຢູ່ເຮົາກະຈໍາ ເປັນເອົາເຫຼົ້າຢາປາແປ້ງໄປເນາະ ເອົາຂະໜົມໄປ, ໄປລະກະໄປນົບໄປໄຫວ້ເພິ່ນ ລະ ຂໍສົມມາໃນສິ່ງທີ່ເຮົາເຮັດຜິດພາດປະຈໍາປີ ຫລືວ່າປີນີ້ເຮົາບໍ່ໄດ້ດູແລທົ່ວ ເຖິງກັນ.”

ການສະຫຼອງປະເພນີອັນດີງາມນີ້ຢູ່ປະເທດກີຢານາຝຣັ່ງ ທີ່ຕັ້ງຢູ່ໃນພາກຕາເວັນ ອອກຂອງທະວີບອາເມຣິກາໃຕ້ກໍແບ່ງເປັນສອງພາກຄືກັນ. ພາກທີ 1 ແມ່ນພິທີທີ່ ຈັດຂຶ້ນແບບຄອບຄົວເພື່ອສືບສານຮີດຄອງດັ້ງເດີມ ໂດຍຊາວເຜົ່າມົ້ງທີ່ຍັງບໍ່ໄດ້ປ່ຽນການນັບຖືສາສະໜາ ດັ່ງທີ່ທ່ານດາວ ລີ, ຜູ້ທີ່ຍົກຍ້າຍຈາກຝຣັ່ງ ໄປຕັ້ງຖິ່ນ ຢູ່ໃນປະເທດນັ້ນເລົ່າສູ່ຟັງວ່າ:

Daoly/ACT 7

“ມີແຕ່ພວກທີ່ເຂົາເຈົ້າຍັງບໍ່ທັນໄດ້ຖືສາສະໜາໃໝ່ໄດ໋ ຂະເຈົ້າເຮັດບຸນເຮັດທານ ຕອນວັນທີ 13 ເດືອນ 12 ໜີ້ໜະ. ເຫລືອນັ້ນຂະເຈົ້າກະບໍ່ເຮັດ ພວກຖືສາສະໜາ ໃໝ່, ຄຣິສ ຫລືສາສະໜາຫຍັງ. ຍັງແຕ່ພວກຖືສາສະໜາພໍ່ຍ່າຕາຍາຍຢູ່ໄດ໋ ຂະເຈົ້າຈັ່ງເຮັດແບບສະໄໝເມືອງລາວຫັ້ນນະ ຂະເຈົ້າກະບໍ່ສະຫລອງໃຫຍ່ດອກ ສະຫຼອງພາຍໃນຄອບຄົວລະກະ ຖ້າມີພີ່ນ້ອງຫລາຍຄົນກະເຊີນມາຮ່ວມນໍາກັນ ກິນເຂົ້ານໍາກັນວັນທີ 13 ຫັ້ນ.”

ການຈັດງານບຸນມະໂຫລານ ສໍາລັບຄົນທົ່ວໄປ ໂດຍຜັດປ່ຽນກັນຈັດຂຶ້ນໃນແຕ່ລະບ້ານ ຫລື ເມືອງນັບແຕ່ເດືອນກັນຍາຈົນຮອດທ້າຍປີ. ສໍາລັບ ຢູ່ບ້ານກາກາວ ທີ່ມີຊາວເຜົ່າມົ້ງອາໄສຢູ່ຫຼາຍທີ່ສຸດໃນກີຢານາຝຣັ່ງນັ້ນ ໄດ້ສະຫຼອງງານບຸນນີ້ ແຕ່ວັນທີ 17 ຫາວັນ 20 ຜ່ານມາ ແລະໃນງານບຸນປະເພນີ ນີ້ສິ່ງທີ່ຂາດບໍ່ໄດ້ ກໍຄືການໂຍນໝາກຄອນ ໂດຍຊາຍໜຸ່ມ ຍິງສາວທີ່ແຕ່ງຕົວຊຸດພື້ນເມືອງຢ່າງງົດງາມ ເພື່ອດຶງດູດຈິດໃຈຊຶ່ງກັນ ແລະກັນ, ອີງຕາມທ່ານຕູດົວ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG