Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໙ ເມສາ ໒໐໒໔

ການ​ສະ​ເຫຼີມ​ສະຫຼອງ​ບຸນ​ຄ​ຣິ​ສ​ມາ​ສ ໃນ​ລະ​ດູໜາວ​ຢູ່ ສະ​ຫະ​ລັດ ແລະ ລະ​ດູ​ຮ້ອນ​ໃນ ອອ​ສ​ເຕ​ຣ​ເລຍ ມີ​ຄວາມ​ມ່ວນ​ຊື່ບໍ່​ນ້ອຍ​ໜ້າ​ກັນ


ເຮືອນຫຼັງ​ນຶ່ງ​ໃນ​ໝູ່​ບ້ານ ດາຍ​ເກີ ໄຮ້ ໃນ​ເມືອງ ບ​ຣ​ຸກ​ລິນ ນະ​ຄອນ ນິວຢອກ ປະ​ດັບ​ປະ​ດາ​ເຮືອນ​ດ້ວຍດອກ​ໄຟ ແລະ ຕຸກ​ກະ​ຕາ​ເພື່ອ​ສະຫຼອງ​ບຸນ ຄ​ຣິ​ສ​ມາ​ສ, 23 ທັນ​ວາ 2013.
ເຮືອນຫຼັງ​ນຶ່ງ​ໃນ​ໝູ່​ບ້ານ ດາຍ​ເກີ ໄຮ້ ໃນ​ເມືອງ ບ​ຣ​ຸກ​ລິນ ນະ​ຄອນ ນິວຢອກ ປະ​ດັບ​ປະ​ດາ​ເຮືອນ​ດ້ວຍດອກ​ໄຟ ແລະ ຕຸກ​ກະ​ຕາ​ເພື່ອ​ສະຫຼອງ​ບຸນ ຄ​ຣິ​ສ​ມາ​ສ, 23 ທັນ​ວາ 2013.

ຄ​ຣິ​ສ​ມາ​ສ ເປັນ​ບຸນ​ທີ່​ມີ​ການ​ສະ​ເຫຼີມ​ສະຫຼອງ​ໃນ​ທົ່ວ​ໂລກ​. ຊາວ​ຄ​ຣິ​ສ​ຕຽນ​ ຈະ​ເຫຼີມ​ສະຫຼອງວັນ​ດັ່ງ​ກ່າວ​ຢ່າງ​ມ່ວນ​ຊື່ນ​ກັບ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ ແລະ ແມ່ນ​ກະ​ທັ້​ງ​ຄົນ​ທີ່ບໍ່​ນັບ​ຖື​ສາ​ສະ​ໜາ​ຄ​ຣິ​ສ​ຕຽນ​ ກໍ​ສະ​ເຫຼີມ​ສະ​ຫຼອງ​ເຊັ່ນ​ກັນ. ​ໃນລາຍ​ການ​ຂອງ​ເຮົາ​ມື້ນີ້ ​ເຮົາ​ໄດ້​ລົມ​ກັບ​ຄົນ​ລາວ​ໃນ ສະ​ຫະ​ລັດ ແລະ ອອ​ສ​ເຕ​ຣ​ເລຍ ກ່ຽວ​ກັບ ການ​ສະ​ເຫຼີມຫຼອງ​ບຸນ​ນັ້ນ, ເຊິ່ງ​ບັນ​ຍາ​ກາດ​ອາດ​ຈະ​ແຕກ​ຕ່າງ​ກັນ ເພາະ​ວ່າ​ປະ​ເທດ​ນຶ່ງ​ແມ່ນ​ຢູ່​ໃນ​ລະ​ດູ​ຮ້ອນ ແລະ ອີກ​ປະ​ເທດ​ນຶ່ງ​ແມ່ນ​ໃນ​ລະ​ດູ​ໜາວ. ພຸດ​ທະ​ສອນ ມີ​ລາຍ​ງານ​ມາ​ສະ​ເໜີ​ທ່ານ.

ແຕ່​ລະ​ປີ​ກົມ​ອຸ​ຕຸ​ນິ​ຍົມ​ ສະ​ຫະ​ລັດ ຈະ​ພະ​ຍາ​ກອນ​ວ່າ​ພາກ​ສ່ວນ​ໃດ, ລັດ​ໃດ​ຂອງ ສະ​ຫະ​ລັດ ຈະ​ມີ​ຫິ​ມະ​ຕົກ​ໃນ​ວັນ​ຄ​ຣິ​ສ​ມາ​ສ, ເຊິ່ງ​ສ່ວນຫຼາຍ​ຈະ​ເປັນ​ລັດ​ທີ່​ຕັ້ງ​ຢູ່​ພາກ​ເໜືອ​ທີ່​ມີ​ຫິ​ມະ​ຕົກ​ໃນ​ວັນ​ຄ​ຣິ​ສ​ມາ​ສ.

ໃນ​ທ້າຍ​ເດືອນ​ພະ​ຈິກ​ ຫຼື ຕົ້ນ​ເດືອນ​ທັນ​ວາຮ້ານ​ຂາຍ​ຕົ້ນ​ຄ​ຣິ​ສ​ມາ​ສທັງຫຼາຍ ກໍ​ຈະ​ເລີ່ມ​ຕັ້ງ​ຂາຍ​ຕົ້ນ​ໄມ້​ສົດ​ ແລະ ເຄື່ອງ​ປະ​ດັບ​ປະ​ດາ​ຕ່າງໆໃຫ້​ຄົນ​ໄດ້​ໄປ​ຊື້​ມາ​ເອ້​ເຮືອນ, ເຊິ່ງ​ເປັນ​ປະ​ເພ​ນີ​ທີ່​ຊາວ ອາ​ເມ​ຣິ​ກັນ ​ໄດ້​ປະ​ຕິ​ບັດ​ກັນ​ມາ​ແຕ່​ດົນ​ນານ. ຕົ້ນ​ຄ​ຣິ​ສ​ມາ​ສ​ຕົ້ນ​ນຶ່ງ​ມີ​ລາ​ຄາ​ແຕ່ 60 ຫາຫຼາຍ​ຮ້ອຍ​ໂດ​ລາແລ້ວ​ແຕ່​ຂະ​ໜາດ​ຂອງ​ມັນ.

ຄົນ​ລາວ​ໃນ ສະ​ຫະ​ລັດ ເຖິງ​ແມ່ນ​ສ່ວນຫຼາຍ​ຈະ​ນັບ​ຖື​ສາ​ສະ​ໜາ​ພຸດກໍ່​ຕາມ ແຕ່​ເຂົາ​ເຈົ້າ​ກໍ​ສະ​ເຫຼີມ​ສະຫຼອງວັນ​ຄ​ຣິ​ສ​ມາ​ສ​ເຊັ່ນ​ກັນ. ບາງ​ຄົນ​ມີ​ຄອບ​ຄົວ​ໃຫຍ່​ກໍ​ເຕົ້າ​ໂຮ​ມ​ກັບ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ ແລະ ບາງ​ຄົນ​ທີ່​ຫາ​ກໍ່​ມາ​ແຕ່​ລາວ​ໃໝ່ໆ​ກໍ​ຖືກ​ເຊື້ອ​ເຊີນ​ໃຫ້​ໄປ​ຮ່ວມ​ງານ​ລ້ຽງ.

ຮ້ານ​ຂາຍ​ຕົ້ນ ຄ​ຣິ​ສ​ມາ​ສ ໃນ​ເມືອງ ອາ​ເລັກ​ແຊນ​ເດ​ຣຍ, ລັດ ເວີ​ຈິ​ເນຍ, 20 ທັນ​ວາ 2023.
ຮ້ານ​ຂາຍ​ຕົ້ນ ຄ​ຣິ​ສ​ມາ​ສ ໃນ​ເມືອງ ອາ​ເລັກ​ແຊນ​ເດ​ຣຍ, ລັດ ເວີ​ຈິ​ເນຍ, 20 ທັນ​ວາ 2023.


ຍາ​ນາງ ຈັນ​ສະ​ໝອນ ຄົນ​ລາວທີ່​ອາ​ໄສ​ຢູ່​ລັດ ແຄ​ນ​ຊັ​ສ ໄດ້​ກ່າວຊູ່​ຟັງ ກ່ຽວ​ກັບ ການ​ກະ​ກຽມ​ສະຫຼອງ​ໃນ​ປີນີ້ວ່າ: ປີນີ້​ກະ​ມີ​ແຜນ​ສະຫຼອງ ຄ​ຣິ​ສ​ມາ​ສ ແຕ່​ວ່າ​ສະຫຼອງ​ຢູ່​ເມືອງ​ທີ່​ນ້ອງ​ຢູ່​ເນາະ, ບໍ່​ໄດ້​ໄປ​ຕ່າງ​ລັດຕ່າງ​ເມືອງ​ຄື​ທຸກໆ​ປີ. ປົກ​ກະ​ຕິ​ກະ​ຊິ​ໄປ​ຫາ​ພີ່​ຫາ​ນ້ອງ​ຢູ່​ຕ່າ​ງ​ລັດຫັ້ນ​ນະ. ຫາກ​ແຕ່​ວ່າ​ປີນີ້​ມັນ​ກະ​ຫຍຸ້ງ​ຍາ​ກັບ​ວຽກ​ແດ່, ລະ​ກະ​ວັນ​ພັກ, vacation time ມັນ​ກະ​ໝົດ​ແລ້ວ​ເນາະ ກະ​ເລີຍບໍ່​ໄດ້​ໄປ. ປີນີ້​ເຮັດ​ເລັກໆ​ນ້ອຍໆ​ເນາະ ມີ​ແຕ່​ຄອບ​ຄົວ ແລະ ໝູ່​ຄູ່​ໃກ້​ຊິດ​ກັນ​ຊື່ໆ, ແບບ​ສີ່​ຫ້າ​ຄອບ​ຄົວ. ສ່ວນ​ຄອບ​ຄົວ​ຢູ່​ຕ່າງ​ລັດ​ເຂົາ​ເຈົ້າຄາ​ວຽກ​ຄາ​ງານກະ​ມາບໍ່​ໄດ້​ເຊັ່ນ​ດຽວ​ກັນ​ປີ​ນີ້.”

ປົກ​ກະ​ຕິ​ຄົນ​ອາ​ເມ​ຣິ​ກັນ​ຈະ​ກິນ​ເຂົ້າ​ນຳ​ກັນ, ເບິ່ງ​ກິ​ລາ​ອາ​ເມ​ຣິ​ກັນຟຸດບອ​ລ ແລະ ເປີດ​ຂອງ​ຂວັນ​ນຳ​ກັນ. ແຕ່​ຄົນ​ລາວ​ເຮົາ​ເປັນ​ຄົນ​ທີ່​ມັກ​ມ່ວນ, ກໍ​ຈະ​ມີ​ການ​ຮ້ອງ​ເພງ​ເຕັ້ນ​ລຳ​ນຳ​ກັນ​ຢ່າງ​ຄຶກ​ຄື້ນ.

ຍາ​ນາງ​ ຈັນ​ສະ​ໝອນ ກ່າວ​ວ່າ

ພຸດ​ທະ​ສອນ ຖາມ: ຄອບ​ຄົວ​ໄດ້​ຊື້​ຂອງ​ຂວັນ​ຫຍັງ​ໃຫ້​ກັນ​ບໍ່?

ຈັນ​ສະ​ໝອນ: “ຊື້, ຊື້​ທຸກ​ປີ​ເນາະ. ຊື້​ຂອງ​ຂວັນ​ເລັກໆ​ນ້ອຍໆ​ ເປັນ​ນ້ຳ​ໃຈ​ໃຫ້​ລູກ​ໃຫ້ຫຼານ, ໃຫ້​ປ້າ​ໃຫ້​ລຸງ, ໃຫ້​ພໍ່​ໃຫ້​ແມ່ ຄົນ​ທີ່​ວ່າ​ເຮົາ​ເຄົາ​ລົບ​ນັບ​ຖື​ຫັ້ນ​ນະ, ພໍ່​ຮັກ​ແມ່​ຮັກ​ເບາະ, ອ້າຍ​ເອື້ອຍ​ຮ້ອງ​ທີ່​ຮັກ​ແພງ​ກັນ ແລະ ທາງ​ຄອບ​ຄົວ. ໃຫ້​ໝົດ​ທຸກ​ຄົນ​ເນາະ​ໃຫ້​ເລັກໆ​ນ້ອຍໆ​ຕາມ​ຄວາມ​ເໝາະ​ສົມ.”

ພຸດ​ທະ​ສອນ ຖ​າມ: ຄ​ຣິ​ສ​ມາ​ສ ປົກ​ກະ​ຕິ​ນີ້​ຊິ​ເຮັດ​ຫຍັງ​ກິນ?

ຈັນ​ສະ​ໝອນ: ບໍ່​ວ່າ​ແຕ່​ປີ​ໃດ​ກໍ່​ຕາມ​ເນາະ​ຊິ​ມັກ​ເຮັດ​ອາ​ຫານ​ລາວ. ເຮັດ​ອາ​ຫານ​ລາວ​ແນ່ ລະ​ກະ​ເຮັດ​ເຝີ​ແນ່, ເຮັດ​ຢໍ່​ທອດ​ແດ່ ເຮັດ​ປີ້ງ​ຊີ້ນ​ແດ່​ໃຫ້​ເດັກ​ນ້ອຍຈັ່ງ​ຊີ້​ນະ​ເນາະ. ບາງ​ເທື່ອ​ກະ​ມີ​ລາບ, ຕຳ​ໝາກ​ຫຸ່ງ​ຈັ່ງ​ຊີ້ຫຼະ, ມີ​ເຂົ້າ​ໜຽວ.

ພຸດ​ທະ​ສອນ ຖາມ: ຄົນ​ລາວ​ເຮົາ​ສະຫຼອງວັນ​ຄ​ຣິ​ສ​ມາ​ສ​ນຳ​ກັນ​ຈັ່ງ​ໃດ?

ຍາ​ນາງ ຈັນ​ສະ​ໝອນ ຖ່າຍ​ຮູບ​ກັບ​ຕົ້ນ​ຄ​ຣິ​ສ​ມາ​ສ.
ຍາ​ນາງ ຈັນ​ສະ​ໝອນ ຖ່າຍ​ຮູບ​ກັບ​ຕົ້ນ​ຄ​ຣິ​ສ​ມາ​ສ.

ຈັນ​ສະ​ໝອນ: ສ່ວ​ນ​ໃຫຍ່​ເນາະ​ ຄົນ​ລາວ​ເຮົາ​ມັກ​ມ່ວນ​ຢູ່​ແລ້ວ. ຄັນ​ມີ​ຊຸມ​ແຊວ​ຢູ່​ເຮືອນ​ຜູ້​ໃດ​ຫັ້ນ​ນະ​ກະ​ຕ້ອງ​ມີ​ຮ້ອງ​ເພງ​ຄາ​ຣາ​ໂອ​ເກະ. ບາງ​ຄົນ​ມີ​ຄົນ​ຮັກ​ຄົນ​ແພງ​ມີ​ດົນ​ຕ​ຣີ ມີ​ສະ​ປີກ​ເກີ ມີ​ເຄື່ອງ​ດົນ​ຕ​ຣີ​ແລ້ວ​ກະ​ເອົາ​ມື​ຄີ​ບອດ​ມາ​ເສບ. ແຕ່​ວ່າ​ສ່ວນ​ໃຫຍ່​ກະ​ຮ້ອງ​ຄາ​ຣາ​ໂອ​ເກະ​ກັນຫຼິ້ນ. ນັ່ງ​ລົມ​ກັນ​ຈັ່ງ​ຊີ້​ນະ.”

ການ​ສະຫຼອງ​ໃນ​ ສະ​ຫະ​ລັດ ອາ​ກາດ​ມັນ​ອາດ​ຈະ​ໜາວ, ປະ​ຊາ​ຊົນ​ຈຶ່ງ​ໄດ້​ອາ​ໄສ​ຊຸມ​ແຊວ​ກັນ​ຢູ່​ໃນ​ບ້ານ. ແຕ່ໄກ​ອອກ​ໄປ​ຢູ່​ຊີ​ກໂລກ​ໃຕ້​ໂດຍ​ສະ​ເພາະ​ໃນ​ປະ​ເທດ ອອ​ສ​ເຕ​ຣ​ເລຍ ແລະ ນິວ​ຊີ​ແລນ, ວັນ​ຄ​ຣິ​ສ​ມາ​ສ ແມ່ນບໍ່​ຮູ້​ສຶກ​ຄື​ເລີຍເພາະ​ວ່າມັນ​ບໍ່​ມີ​ຫິ​ມະ ແລະ ກໍ​ບໍ່​ໜາວ.

ເດືອນ 12 ໃນອອ​ສ​ເຕ​ຣ​ເລຍ ແມ່ນລະ​ດູຮ້ອນ, ເຊິ່ງ​ອາ​ກາດ​ແມ່ນ​ຮ້ອນຫຼາຍ. ແຕ່​ອາ​ກາດ​ຮ້ອນ​ກໍ​ບໍ່​ໄດ້​ຢຸດ​ຄົນ​ອອ​ສ​ເຕ​ຣ​ເລຍ ສະ​ເຫຼີມ​ສະຫຼອງວັນ​ຄ​ຣິ​ສ​ມາ​ສ. ເຂົາ​ເຈົ້າ​ສາ​ມາດ​ສະຫຼອງ​ທັງ​ຢູ່​ໃນ​ບ້ານ ແລະ ນອກ​ບ້ານ. ມີ​ກິດ​ຈະ​ກຳ​ໃຫ້​ເຮັດຫຼາຍ​ຢ່າງ.

ທ້າວ ເຈມ​ສ໌, ຄົນ​ລາວ​ທີ່​ອາ​ໄສ​ຢູ່​ເມືອງ​ ໂກ​ລ໌ ໂຄ​ສ໌, ລັດ ຄວີນ​ສ​ແລນ ເວົ້າ​ວ່າ​ມັນມ່ວນກວ່າ​ການ​ສະຫຼອງ​ວັນ​ຄ​ຣິ​ສ​ມາ​ສ​ໃນ​ລະ​ດູ​ໜາວ.

ທ້າວ ເຈມສ໌ ກ່າວ​ເປັນ​ພາ​ສາ​ອັງ​ກິດ​ວ່າ “ຂ້ອຍ​ມັກຫຼາຍ. ຂ້ອຍ​ເຄີຍ​ສະ​ຫຼອງວັນ​ຄ​ຣິ​ສ​ມາ​ສ​ໃນ​ລະ​ດູ​ໜາວ​ຢູ່ ສະ​ຫະ​ລັດ ແລ້ວ. ແຕ່ວັນ​ຄ​ຣິ​ສ​ມາ​ສ ໃນ​ລະ​ດູ​ຮ້ອນ​ແມ່ນຄັກ​ກວ່າ, ມັນ​ມີ​ອາຍ​ຮ້ອນ, ໄດ້​ໄປ​ລອຍ​ນ້ຳ, ກິນ​ອາ​ຫານ​ທະ​ເລ ແລະ ດື່ມ​ເບຍ​ເຢັ​ນໆ​ໃສ່​ມີ​ແຮງ​ດີ.”

​ໃນ​ຄືນ​ກ່ອນ​ວັນ​ຄ​ຣິ​ສ​ມາ​ສ, ເຊິ່ງ​ແມ່ນ​ວັນ​ທີ 24, ປະ​ຊາ​ຊົນ ອອ​ສ​ເຕ​ຣ​ເລຍ ຈະອອກ​ໄປ​ທ່ຽວ​ຢູ່​ຮ້ານ​ກິນ​ດື່ມ ແລະ ພາ​ກັນ​ເມົາ​ເຫຼົ້າ, ເຊິ່ງ​ເປັນ​ສິ່ງ​ທີ​ກົງ​ກັນ​ຂ້າມ​ກັບ​ຄົນ​ອາ​ເມ​ຣິ​ກັນ ທີ່​ເຂົາ​ເຈົ້າ​ຈະ​ຢູ່​ບ້ານ, ກະ​ກຽມ​ອາ​ຫານ ແລະ ເບິ່ງ​ກິ​ລາ ຫຼື ເບິ່ງ​ຮູບ​ເງົາ​ນຳ​ກັນ ແລະ ໃນ​ວັນທີ 25, ເຂົາ​ເຈົ້າ​ກໍ​ຈະ​ເປີດ​ຂອງ​ຂວັນ, ພັກ​ຜ່ອນ ແລະ ກິນ​ເຂົ້າ​ສາ​ມັກ​ຄີ​ກັບ​ຄອບ​ຄົວ.

ອາ​ສາ​ສະ​ໝັກ​ຊ່ວ​ຍ​ຊີ​ວິດ​ຈາກ​ສະ​ໂມ​ສອນ North Bondi Surf Life Saving Club, ເຝົ້າ​ຕິດ​ຕາມ​ປະ​ຊາ​ຊົນ​ທີ່​ກຳ​ລັງ​ລອຍ​ທະ​ເລ​ໃນ​ວັນ ຄ​ຣິ​ສ​ມາ​ສ, ຫາດ​ຊາຍ ບອນ​ດາຍ, ນະ​ຄອນ ຊິດ​ນີ, 25 ທັນ​ວາ 2018.
ອາ​ສາ​ສະ​ໝັກ​ຊ່ວ​ຍ​ຊີ​ວິດ​ຈາກ​ສະ​ໂມ​ສອນ North Bondi Surf Life Saving Club, ເຝົ້າ​ຕິດ​ຕາມ​ປະ​ຊາ​ຊົນ​ທີ່​ກຳ​ລັງ​ລອຍ​ທະ​ເລ​ໃນ​ວັນ ຄ​ຣິ​ສ​ມາ​ສ, ຫາດ​ຊາຍ ບອນ​ດາຍ, ນະ​ຄອນ ຊິດ​ນີ, 25 ທັນ​ວາ 2018.

ທ້າວ ເຈມ​ສ໌ ກ່າວ ກ່ຽວ​ກັບ ແຜນ​ຂອງ​ລາວ​ໃນ​ປີນີ້​ວ່າ “ແທ້​ຈິງ​ແລ້ວ, ຂ້ອຍ​ຈະ​ຢູ່​ບ້ານ​ສະຫຼອງ​ກັບ​ຄອບ​ຄົວ​ປີນີ້. ພວກ​ເຮົາ​ຊິ​ເຮັດ​ອາ​ຫານ​ກິນ​ນຳ​ກັນຫຼາຍ​ຢ່າງ. ຊິ​ອົບ​ໝູ, ປີ້ງ​ເປັດ, ມີ​ແຮມ. ຂອງ​ຫວານ​ກໍ​ຊິ​ມີ​ເຄັກ, ຄັ​ສ​ຕາດ ແລະ ວຸ້ນ. ໂອ໊, ອີກ​ຢ່າງ​ນຶ່ງ​ທີ່​ຄົນ ອອ​ສ​ເຕ​ຣ​ເລຍ ມັກ​ກິນ​ຫຼາຍ​ໃນ​ບຸນ​ຄ​ຣິ​ສ​ມາ​ສ​ແມ່ນ​ກຸ້ງ. ຄອບ​ຄົວ​ຂອງ​ຂ້ອຍ​ກໍ​ຈະ​ປີ້ງ​ກຸ້ງ​ກິນ​ຄື​ກັນ.”

ໃນ​ໄລ​ຍະ​ການ​ສະ​ເຫຼີມ​ສະຫຼອງ​ບຸນ​ຄ​ຣິ​ສ​ມາ​ສ, ວິ​ທະ​ຍຸ ແລະ ໂທ​ລະ​ພາບຕ່າງໆ​ຈະຫຼິ້ນ​ເພງ ແລະ ໂຄ​ສະ​ນາ ກ່ຽວ​ກັບ ບຸນ​ຄ​ຣິ​ສ​ມາ​ສໝົດ​ມື້. ຮ້ານ​ຄ້າ​ທັງຫຼາຍ​ກໍ​ຈະ​ທຳ​ການຫຼຸດ​ລາ​ຄາ​ສິນ​ຄ້າ​ຢ່າງຫຼວງຫຼາຍ.

ໃນ​ນະ​ຄອນຫຼວງວໍ​ຊິງ​ຕັນ, ໝູ່​ບ້ານ ແລະ ຕົວ​ເມືອງ​ຕ່າງໆ​ຈະ​ປະ​ດັບ​ປະ​ດາ​ດອກໄຟ​ທີ່​ສວຍ​ງາມ. ​ສ່ວນຢູ່​ຫໍ​ລັດ​ຖະ​ສະ​ພາ ສະ​ຫະ​ລັດ ແລະ ທຳ​ນຽບ​ຂາວ ກໍ​ມີ​ຕົ້ນ​ຄ​ຣິ​ສ​ມາ​ສ​ຂະ​ໜາດ​ໃຫຍ່​ຖືກ​ຕັ້ງ​ໃຫ້​ປະ​ຊາ​ຊົນ​ທີ່​ມາ​ທ່ຽວ​ໄດ້​ຖ່າຍ​ຮູບ​ນຳ.

ຫຼັງ​ຈາກວັນ​ຄ​ຣິ​ສ​ມາ​ສ ເຂົາ​ເຈົ້າ​ກໍ​ຈະ​ກຽມ​ສຳ​ລັບ​ຕ້ອນ​ຮັບ​ປີ​ໃໝ່.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG