Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໙ ເມສາ ໒໐໒໔

ນັກທຸລະກິດລາວ-ອາເມຣິກັນ ຊ່ວຍນັກກິລາສ້າງຊື່ສຽງ ໃຫ້ແກ່ປະເທດລາວ ຢູ່ໃນວົງການເຕະບານເຂດເອເຊຍ ຢ່າງເປັນປະຫວັດການ


ທ່ານ ວຽງໄຊ ວິໄລກຸນ ຖ່າຍຮູບກັບນັກກິລາເຕະບານເຍົາວະຊົນລາວ ລຸ້ນບໍ່ເກີນ 11 ປີ.
ທ່ານ ວຽງໄຊ ວິໄລກຸນ ຖ່າຍຮູບກັບນັກກິລາເຕະບານເຍົາວະຊົນລາວ ລຸ້ນບໍ່ເກີນ 11 ປີ.

ໂດຍຖອດຖອນຈາກປະສົບການສົ່ງເສີມລູກຊາຍຂອງທ່ານໃຫ້ເປັນ ນັກກິລາດີເດັ່ນ ພ້ອມກັບໄດ້ຮັບທຶນການສຶກສາ, ທ່ານວຽງໄຊ ວິໄລກຸນ, ນັກ ທຸລະກິດລາວ-ອາເມຣິກັນໄດ້ຊ່ວຍສົ່ງເສີມນັກກິລາລາວລຸ້ນນ້ອຍໃຫ້ໄປສ້າງປະ ຫວັດສາດ ໃນວົງ ການເຕະບານຂອງເອເຊຍຢູ່ທີ່ໄທ ແລະຈີນໃນມໍ່ໆມານີ້. ບົວ ສະຫວັນ ມີລາຍລະອຽດເລື້ອງນີມາສະເໜີທ່ານໃນອັນດັບຕໍ່ໄປ.

ໄລຍະສອງສາມເດືອນຜ່ານມານີ້ ຫຼາຍທ່ານຄົງໄດ້ຍິນຊື່ສຽງຂອງທີມເຕະບານ ລາວ ຈາກສະໂມສອນດັບເບິນຢູໄອຈີ ນາຄາ (W.I.G. NAGA) ແລ້ວເນາະ. ນັກກິລານ້ອຍ ຈາກສະໂມສອນນີ້ ໄດ້ສ້າງປະຫວັດສາດໃຫ້ແກ່ປະເທດ ດ້ວຍ ການຄວ້າເອົາແຊມໃນການແຂ່ງຂັນເຕະບານສອງລາຍການໃຫຍ່ຂອງເຂດເອ ເຊຍ. ອັນທີ 1 ກໍຄືເປັນແຊມປຽນໃນການແຂ່ງ ຂັນ TAR ASIA Qualifiers ທີ່ຈັດຂຶ້ນຢູ່ບາງກອກໃນເດືອນທັນວາຜ່ານມາ ແລະໄດ້ເປັນຜູ້ຕາງໜ້າທີມຂອງ ທະວີບເອ ເຊຍເຂົ້າແຂ່ງຂັນລຸ້ນ 11 ປີ ຫລື U11 ຢູ່ໃນການແຂ່ງຂັນເຕະບານ ສາກົນທີ່ເອີ້ນວ່າ TAR U11 Promises ທີ່ຈະຈັດຂຶ້ນຢູ່ສະເປນໃນເດືອນເມ ສາຈະມາເຖິງນີ້ ຊຶ່ງເຂົາເຈົ້າຈະແຂ່ງກັບ 48 ທີມທີ່ມາຈາກ 6 ທະວີບໃນທົ່ວ ໂລກ. ສ່ວນອັນທີສອງ ແມ່ນຄວ້າເອົາຂັນຊິງໄຮ ຫລື Qinghai Cup 2024 ກັບບ້ານໃນທ້າຍອາທິດແລ້ວນີ້ ໃນການແຂ່ງຂັນກັບ 8 ທີມ ທີ່ເກັ່ງທີ່ ສຸດຢູ່ໃນ ລຸ້ນດຽວກັນຂອງຈີນ ຢູ່ທີ່ເມືອງຊີງໄຮ, ແຂວງໄຫໜານ.

ທ້າວອານຸສັກ ວິໄລກຸນ ຫລື ບຽວເກດໃສ່ເສື້ອໝາຍເລກ 10 ມີອາຍຸພຽງແຕ່ 8 ປີ ປາຍເທົ່ານັ້ນ ແຕ່ເປັນຫົວໜ້າທີມ U11. ລາວຫຼິ້ນໃນຕໍາແໜ່ງກອງໜ້າແລະ ສາມາດນໍາພາທີມເຕະບານເຂົ້າທັງໝົດໄດ້ 91 ປະຕູ ຊຶ່ງເສຍພຽງແຕ່ 3 ປະຕູ ໃນການແຂ່ງຂັນທັງໝົດ 9 ນັດ. ສ່ວນຕົວຂອງລາວນັ້ນ ແມ່ນຍິງເຂົ້າໄດ້ 41 ປະຕູ ແລະຄວ້າເອົາລາງວັນດາວຍິງປະຕູສູງ ສຸດໄດ້. ໂດຍຢູ່ຊ້ອງໜ້າຂອງແມ່ ແລະ ຄູ ຝຶກ ນັກກິລານ້ອຍທີ່ເກັ່ງພິເສດຄົນນີ້ ບອກກັບພວກເຮົາວ່າ:

“ຫລານດີໃຈ ທີ່ຫລານໄປຍາດ ຄວ້າແຊມຢູ່ປະເທດອື່ນໆໄດ້.”

ນອກຈາກນັ້ນ ຜູ້ຮັກສາປະຕູຂອງທີມນີ້ ກໍຄືທ້າວສຸກສະຫວັນ ຫລືເຈົ້າຂຸນ ຍັງຄວ້າ ເອົາລາງວັນຜູ້ຮັກສາປະຕູດີເດັ່ນ ແລະທ່ານສອນວິໄລ ສີຫາວົງ ກໍຄວ້າລາງວັນຄູ ຝຶກດີເດັ່ນໄດ້ອີກໃນການແຂ່ງຂັນຄັ້ງນີ້ຢູ່ຈີນ. ທ່ານເວົ້າເຖິງນັກກິລານ້ອຍທີ່ເດັ່ນ ກວ່າໝູ່ໃນສະໂມສອນນີ້ສູ່ຟັງວ່າ:

“ສອງຄົນທີ່ເຮົາຄິດວ່າເດັ່ນທີ່ສຸດເນາະ ນຶ່ງກະຄືນ້ອງບຽວເກດ, ອານຸສັກ ວິໄລກຸນຫັ້ນ, ລາວເປັນລຸ້ນ 8 ປີ ຫັ້ນ ຄິດວ່າເດັ່ນທີ່ສຸດ ເພະວ່າຫຍັງ? ເພາະວ່າ ລາວສາມາດກະໂດດຂັ້ນໄປເຕະກັບພວກ ກັບລຸ້ນອ້າຍທີ່ອາຍຸຫຼາຍກວ່າລາວ ສາມ ສີ່ປີ.”

ຂັນລາງວັນກິລາເຕະບານ Shanghai Cup 2024 ວາງສະແດງຢູ່ຫ້ອງການເຈົ້າຄອງນະຄອນຫຼວງວຽງຈັນ.
ຂັນລາງວັນກິລາເຕະບານ Shanghai Cup 2024 ວາງສະແດງຢູ່ຫ້ອງການເຈົ້າຄອງນະຄອນຫຼວງວຽງຈັນ.

ທ່ານວຽງໄຊ ວິໄລກຸນ, ນັກທຸລະກິດລາວ-ອາເມຣິກາເປັນເຈົ້າຂອງບໍລິສັດ ວິໄລ ກຸນອິນເຕີເນຊັນນອລ ເມື່ອເຫັນຄູຝຶກຫຼາຍຄົນເກັ່ງ ແລະນັກກິລານ້ອຍທີ່ມີພອນ ສະຫວັນຫລາຍຄົນແຕ່ຂາດເຂີນທຶນການສຶກສາ ເຊັ່ນທ້າວອານຸສັກ ແລະເອກະ ລາດ ວິໄລກຸນ, ສອງນ້ອງອ້າຍທີ່ເລີ້ມຮຽນເຕະບານມາຕັ້ງແຕ່ອາຍຸ 4 ປີ ແລະ 6 ປີ ພຸ້ນ ກໍໄດ້ຕັ້ງສະໂມສອນ W.I.G. NAGA ຂຶ້ນມາຢ່າງເປັນທາງການ ໃນເດືອນ 8, 2022 ດັ່ງທີ່ທ່ານເລົ່າສູ່ຟັງວ່າ:

“ເຮົາເຫັນຄວາມຕັ້ງໃຈຂອງໂຄສຂອງນີ້ໜີ້ ເຮົາກະມາຄິດເບິ່ງວ່າ ໂອ້ມັນຊິກ້າວ ໜ້າ ແນວນັ້ນແນວນີ້ ເຮົາກະເລີຍສົ່ງໂຄສໜີ້ໄປຮຽນ ຮຽນເອົາລາຍເຊັນສ໌ C ຫລັງ ຈາກນັ້ນລະກະເອົາລາຍເຊັນສ໌ B, ໄດ້ B ແລ້ວ ຕອນນີ້ເຮົາກະຊິຕຽມເອົາ A ເອົາ A ແລ້ວ ເຮົາກະເລີຍມາສ້າງໂປຣຟາຍ, ສ້າງຄຣີດິດທີມເຮົານີ້ ເພື່ອຈະໃຫ້ມັນໄດ້ A ລາຍເຊັນສ໌. ຄັນໄດ້ A ລາຍເຊັນສ໌ແລ້ວ ເຮົາໄປປະເທດໃດກະໄດ້ລະ ແລ້ວກະ ສຸດທ້າຍ ຖ້າວ່າລາວໄດ້ໂປຣຟາຍ A ລາຍເຊັນສ໌ ລາວມີຊື່ສຽງເປັນໂຄດທີ່ດີ ລາວ ກະສາມາດໄປເສັງເອົາໂປຣແຟສເຊິນນອລລາຍເຊັນສ໌ໄດ້ ກະເລີຍວ່າຊິປັ້ນທັງ ໂຄສ ປັ້ນທັງນັກກິລາໜີ້ຫລະ ໃຫ້ເປັນແບບອິນເຕີໄປເລີຍ.”

ໃນການເຮັດເຊັ່ນນີ້ ທ່ານໄດ້ນໍາເອົາປະສົບການຂອງທ່ານ ເອງໃນການສົ່ງເສີມ ລູກຊາຍໃຫ້ເປັນນັກເຕະເຊື້ອສາຍເອເຊຍຄົນທໍາອິດທີ່ດີເດັ່ນ ຢູ່ໃນທີມອາເມຣິ ກັນຟຸດບອລໃຫຍ່ທີມນຶ່ງຢູ່ສະຫະລັດ. ທ່ານເວົ້າເຖິງການນໍາເອົາຕົວແບບນັ້ນ ໄປໃຊ້ຢູ່ລາວວ່າ:
“ອ້າຍບອກໂລດແມ່ນໃຜຊິຢູ່ນໍາອ້າຍໜີ້ ບໍ່ແມ່ນລູກຂ້ອຍ ລູກເຈົ້າ ຕ້ອງຝີຕີນ ຝີມື ຢ່າງດຽວ ແລະຄວາມອົດທົນ ຄວາມຂະຫຍັນ. ຖ້າເຈົ້າຮຽນໜັງສືບໍ່ໄດ້ ຂ້ອຍກະບໍ່ ໃຫ້ເຈົ້າລົງເດີ່ນ ພຸ້ນໄດ້ອ້າຍເຮັດໜະ ແບບອາເມຣິກາເລີຍໄດ້. ສະນັ້ນກະຕັ້ງໃຈ ທັງຮຽນ ຕັ້ງໃຈທັງເຕະບານ ເຖິງເຂົາຊິເມື່ອຍເຂົາກະຕ້ອງໄດ້ຮຽນນໍາ ບໍ່ແມ່ນວ່າ ຊ້ອມບານແລ້ວບໍ່ຢາກຮຽນ ຮຽນແລ້ວບໍ່ຢາກຊ້ອມບານບໍ່ໄດ້ ອ້າຍກະບໍ່ໃຫ້ ດັ່ງນັ້ນ ຫລະເປັນຕົວຢ່າງ ຜູ້ໃດເຮັດບໍ່ດີເຮົາກະໃຫ້ອອກ ພໍ່ແມ່ຜູ້ໃດເຮັດບໍ່ດີເຮົາກະໃຫ້ ອອກ ເປັນຕົວຢ່າງເລີຍໜະ. ດັ່ງນັ້ນຫລະເຮົາເລີຍຂ້ອນມາໄດ້ ເດັກນ້ອຍດີ ເດັກນ້ອບເກັ່ງ ມີມາລະຍາດ ເຮົາສອນໄດ້.”

ນັກກິລາເຕະບານເຍົາວະຊົນລາວ ຖືທຸງຊາດແລະທຸງພະຍານາກ.
ນັກກິລາເຕະບານເຍົາວະຊົນລາວ ຖືທຸງຊາດແລະທຸງພະຍານາກ.

ເພື່ອຮັບປະກັນການຮຽນຂອງເຂົາເຈົາທ່ານໄດ້ຂໍຄວາມຮ່ວມມືຈາກກະຊວງສຶກ ສາທິການເພື່ອອອກຄໍາສັ່ງ ແນະນໍາໃຫ້ໂຮງຮຽນຕ່າງໆ ຈັດການສອນພິເສດ ໃຫ້ແກ່ນັກຮຽນທີ່ຂາດຮຽນຍ້ອນໄປແຂ່ງຂັນກິລາຢູ່ຕ່າງປະເທດ ຊຶ່ງນາງ ຈວງ ຢູ່ບ້ານໜອງໄຮ, ແມ່ຂອງທ້າວອານຸສັກ ແລະເອກະລາດທີ່ເຂົ້າຮ່ວມ ໃນ ສະໂມສອນນີ້ໄດ້ປະມານປີປາຍເວົ້າເຖິງເລື້ອງນີ້ສູ່ຟັງວ່າ:

“ກ່ອນຈະອອກເດີນທາງເນາະຂະເຈົ້າກະຊິມີໃບມາໃຫ້ພໍ່ແມ່ເຊັນ ລະກະເອົາໄປ ໃຫ້ໂຮງຮຽນ. ຫຼັງຈາກທີ່ວ່າໄປເຕະບານມາແລ້ວ ທາງໂຮງຮຽນຂະເຈົ້າກະຍິນດີ ສອນຄືນທຸກຢ່າງໃຫ້ເຮົາໝົດນະເຈົ້າ.”

ພ້ອມກັນນັ້ນ ທ່ານກໍມີທີ່ພັກໃຫ້ຄູຝຶກ ແລະນັກກິລາປະມານ 50 ຄົນໃຫ້ຢູ່ແລະ ກິນຮ່ວມກັນຢູ່ສູນຝຶກຊ້ອມຊຶ່ງເປັນອາຄານຂອງທ່ານເອງຢູ່ບ້ານໜອງໄຮ. ນອກ ຈາກນັ້ນ ທ່ານຍັງມີລົດຮັບສົ່ງນັກຮຽນທີ່ພັກຢູ່ໃນສູນທີ່ພໍ່ແມ່ ບໍ່ສະດວກໃນການ ໄປຮັບ ແລະສົ່ງລູກໄປໂຮງຮຽນອີກດ້ວຍ. ທ່ານສອນວິໄລ ຫົວໜ້າຄູຝຶກ ກ່າວ ເຖິງເລື້ອງນີ້ສູ່ຟັງວ່າ:

“ຂອບໃຈ ຜູ້ເປັນປະທານສະໂມສອນ, ທ່ານວຽງໄຊ ວິໄລກຸນ ທີ່ເພິ່ນຍອມເສຍ ສະຫລະທຸກຢ່າງ ຍອມຈົກເງິນໂຕເອງເພື່ອໃຫ້ນ້ອງໆ ໄດ້ມາຢູ່ນໍາກັນ ກິນຢູ່ນໍາກັນ ແລ້ວກະໃຫ້ເຮົາມີຄວາມສາມັກຄີ ແລະມີຄວາມແໜ້ນແຟ້ນ ໃຫ້ມັນແຂງແກ່ນຂຶ້ນ ກະຕ້ອງຂໍຂອບໃຈທີ່ເພິ່ນເສຍສະຫລະເງິນໂຕເອງ ໃຫ້ເຂົາໄດ້ມາຢູ່ນໍາກັນ ແລ້ວກະໄດ້ຝຶກຊ້ອມຊິໜະ ແລ້ວເພິ່ນກະບໍ່ແມ່ນແຕ່ລ້ຽງນັກເຕະເນາະເພິ່ນ ຍັງລ້ຽງທີມງານໂຄສອີກ ຄືໂຄສ 10 ທ່ານໜີ້ກິນຢູ່ນໍາກັນເລີຍເນາະ ເພິ່ນລ້ຽງຄືແບບລູກເລີຍນະ ຕ້ອງຂອບໃຈເພິ່ນທີ່ເພິ່ນເສຍສະຫລະ.”

ທີມເຕບານຂອງສະໂມສອນ W.I.G. NAGA ມີອີກຊື່ນຶ່ງວ່າທີມຫຼານປູ່ພະຍາ ນາກເຈັດສຽນ. ສະນັ້ນໃນເວລາລົງແຂ່ງຢູ່ສະໜາມໃດກໍຕາມ ຫລື ກໍຈະມີທ້າວ ອະນຸສັກທີ່ເປັນຫົວໜ້າທີມຖືທຸງພະຍານາກເຈັດສຽນຊຶ່ງເປັນສັນຍາລັກຂອງສະ ໂມສອນຍ່າງຄຽງຄູ່ກັນກັບຜູ້ທີ່ຖືທຸງຊາດລາວ ກໍຄືທ້າວສຸກ ສະຫວັນທີ່ເປັນນັກ ຮັບບານດີເດັ່ນຍ່າງນໍາໜ້າຂະບວນຂອງທີມຢູ່ສະເໝີ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG