Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໙ ເມສາ ໒໐໒໔

​ນັກ​ສ້າງ​ແຮງ​ບັນ​ດານ​ໃຈ ລາວ-ອາ​ເມ​ຣິ​ກັນ ໃນ YouTube ເມືອ​ຢາມ​ບ້ານ​ເກີດ ແລະ ບໍ່​ຢາກ​ກັບ​ມາຢູ່ ສະ​ຫະ​ລັດ


ຍາ​ນາງ ປັນ​ຈາ ມາ​ຕິ (ແກ້ວ), ຂີ່​ລົດ​ໃນ​ຂະ​ນະ​ທີ່​ກຳ​ລັງ​ຜະ​ລິດ​ວິ​ດີ​ໂອ​ສ​ຳ​ລັບ YouTube
ຍາ​ນາງ ປັນ​ຈາ ມາ​ຕິ (ແກ້ວ), ຂີ່​ລົດ​ໃນ​ຂະ​ນະ​ທີ່​ກຳ​ລັງ​ຜະ​ລິດ​ວິ​ດີ​ໂອ​ສ​ຳ​ລັບ YouTube

ປັດ​ຈຸ​ບັນ​ນີ້​ມີ​ຄົນ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາ​ວ​ຈຳ​ນວນຫຼາຍ​ໄດ້​ເດີ​ນ​ທາງ​ກັບ​ເມືອ​ຢາມ​ບ້ານ ແລະ ແມ່ນ​ກະ​ທັ້ງ​ຢູ່​ເລີຍຫຼັງ​ຈາກ​ໄດ້​ອອກວຽກ​ກິນ​ເບຍ​ບຳ​ນານ. ບາງ​ຄົນ​ແມ່ນ​ອາ​ໄສ​ຢູ່​ແບບ​ນັກ​ທ່ອງ​ທ່ຽວ ແຕ່​ບາງ​ຄົນ​ກໍ​ໄດ້​ກັບ​ມາ​ຖື​ສັນ​ຊາ​ດ​ລາວ​ຄືນ. ໃນ​ລາຍ​ການ​ຂອງ​ເຮົາ​ສຳ​ລັບ​ມື້ນີ້ ເຮົາ​ຈະ​ລົມ​ກັບຍາ​ນາງ ປັນ​ຈາ ມາ​ຕິ ຫຼື ແກ້ວ ທີ່​ໄດ້​ເມືອ​ຢາມ​ລາວ ແລະ ຕັດ​ສິນ​ໃຈ​ບໍ່​ກັບ​ມາ​ຢູ່​ສະ​ຫະ​ລັດອີກ.

ຍາ​ນາງ ແກ້ວ, ນັກ​ສ້າງວິ​ດີ​ໂອ​ໃນ​ຢູ​ທູບ, ໄດ້​ເປັນ​ທີ່​ສົນ​ໃຈ​ຂອງ​ປະ​ຊາ​ຊົນ​ລາວ​ທັງ​ໃນ ແລະ ຕ່າງ​ປະ​ເທດຫຼັງ​ຈາກ​ໄດ້​ລົງ​ວິ​ດີ​ໂອ​ທີ່​ເປີດ​ເຜີຍ​ວ່າ​ຕົນ​ກັບ​ເມືອ​ຢູ່​ລາວ​ແລະ​ບໍ່​ຢາກ​ກັບ​ຄື​ນ​ມາ​ສະ​ຫະ​ລັດ​ອີກ. ຍາ​ນາງ ແກ້ວ ມີ​ຜູ້​ຕິດ​ຕາມ​ໃນ YouTube ເກືອບ 2,500 ຄົນ​ນັບ​ຕັ້ງ​ແຕ່​ໄດ້​ເລີ່ມ​ຕົ້ນ​ຊ່ອງ​ຂອງ​ຕົນ​ເອງ​ເມື່ອ​ນຶ່ງ​ປີ​ທີ່​ຜ່ານ​ມາ.

ຍາ​ນາງ ແກ້ວ, ເປັນ​ອົບ​ພະ​ຍົບ​ມາ ສະ​ຫະ​ລັດ ຕັ້ງ​ແຕ່​ປີ 1989. ໄດ້​ມາ​ຕົກ​ຢູ່​ລັດ​ຄາ​ລິ​ຟໍ​ເນຍ ແລະ ກໍ​ໄດ້​ຍ້າຍ​ໄປ​ຢູ່​ລັດ ຢູ​ທາ, ຄາ​ໂຣ​ໄລ​ນາ​ເໜືອ ແລະ ບ່ອນ​ສຸດ​ທ້າຍ​ແມ່ນ​ຢູ່​ນະ​ຄອນ ລາສ ເວ​ກັ​ສ, ລັດ​ເນ​ວາ​ດາ.

ເວ​ລາ​ທີ່​ອາ​ໄສ​ຢູ່​ໃນ ສະ​ຫະ​ລັດ ລັດ​ນັ້ນ, ຍາ​ນາງ ແກ້ວ ກໍ​ໄດ້​ເຮັດ​ວຽກ​ຢູ່​ໂຮງ​ງານ​ຜະ​ລິດ​ເຄື່ອງຫຼິ້ນ MP3, ຕໍ່​ມາ​ກໍ​ໄດ້​ມີ​ລູກ ແລະ ກໍ​ໄດ້​ອອກວຽກ​ເພື່ອ​ລ້ຽງ​ລູກ. ຕອນນີ້​ລູກ​ຂອງ​ລາ​ວ​ກໍ​ໄດ້​ໃຫຍ່​ແລ້ວ ເປັນ​ຜູ້​ຊາຍ​ທັງ​ສອງ, ອາ​ຍຸ 21 ແລະ 23ປີ, ປັດ​ຈຸ​ບັນ​ແມ່ນເຮັດ​ວຽກ​ໃນ​ທຸ​ລະ​ກິດ​ຜະ​ລິດ​ຕູ້ຢອດຫຼຽນ​ຫຼິ້ນ​ພະ​ນັນ​ຂອງ​ພໍ່.

ຍາ​ນາງ ແກ້ວ ໄດ້​ກັບ​ໄປ​ຢູ່​ລາວ​ດ້ວຍ​ຄວາມ​ບັງ​ເອີນ, ເຊິ່ງ​ປີ 2020 ເພິ່ນ​ໄດ້​ເດີນ​ທາງ​ກັບ​ເມືອ​ຢາມ​ປະ​ເທດ​ລາວ ແລະ ໃນ​ເວ​ລາ​ນັ້ນ​ກໍ​ເກີດ​ໂຣກ​ລະ​ບາດ ໂຄວິດ-19.

ຍາ​ນາງ ແກ້ວ ກ່າວ​ວ່າ “ຄວາມ​ຈິງ​ແລ້ວມັນ​ເປັນ​ເລື່ອງ​ບັງ​ເອີນ​ເນາະ, ບໍ່​ໄດ້​ຕັ້ງ​ໃຈ​ຊິ​ຍ້າຍ​ມາ​ຢູ່​ລາວ. ຄື 2020 ພໍ່​ຂອງ​ເອື້ອຍ​ເພິ່ນ​ເຖົ້າ​ແລ້ວ ເພິ່ນ​ອາ​ຍຸ 92 ປີ​ເນາະ​ຕອນ​ນັ້ນ​, ແຕ່​ເພິ່ນ​ກະ​ຍັ​ງ​ແຂງ​ແຮງ​ຍັ​ງ​ເດີນ​ທາງ​ໄດ້​ຫັ້ນ​ນະ ແລ້ວ​ເພິ່ນ​ມີ​ຄວາມ​ຢາກ​ກັບ​ມາ​ຕາຍ​ຢູ່​ປະ​ເທດ​ຕົນ​ເອງ. ຢາກ​ກັບ​ມາ​ຕາຍ​ຢູ່​ບ້ານ​ເກີດ​ເມືອງນອນ​ຕົນ​ເອງ​ຫັ້ນ​ນະ ເອື້ອຍ​ເລີຍ​ຕັດ​ສິນ​ໃຈ​ອອກ​ຈາກວຽກ​ເນາະ ເພາະ​ວ່າ​ຕອນ​ນັ້ນ​ເອື້ອຍ​ກະ​ມີ​ໂອ​ກາດ​ເນາະ​ຄື​ວ່າ​ລູກ​ຂອງ​ເອື້ອຍ​ໃຫຍ່​ແລ້ວ ແລະ ເຂົາ​ກໍ​ຢູ່​ພໍ່​ເຂົາ​ໄດ້​ຫັ້ນ​ນະ. ເອື້ອຍ​ກະ​ເລີຍ​ຂອງ​ບອກ​ລູກວ່າ ລູກ​ໂອ​ເຄ​ບໍ່​ຄັນ​ແມ່​ຊິ​ພາ​ພໍ່​ເຖົ້າ​ກັບ​ໄປ​ປະ​ເທດ​ລາວ, ເອົາ​ພໍ່​ເຖົ້າ​ມາ​ສົ່ງ​ຢູ່​ປະ​ເທດ​ລາວ, ພວກ​ລູກໆ​ເຂົາ​ກະ​ບໍ່​ມີ​ບັນ​ຫາ​ອີ​ຫຍັງ​ຫັ້ນ​ນະ ເຂົາ​ກະ​ເຂົ້າ​ໃຈ​ຫັ້ນ​ນະ, ເອື້ອຍ​ກະ​ເລີຍ​ພາ​ພໍ່​ກັບ​ມາຕອນ​ປີ 2020. ມາ​ຮອດນີ້​ປະ​ມານ​ສອງ​ສາມ​ອາ​ທິດນີ້​ແຫຼະ ເຂົາ​ກະ​ປະ​ກາດ​ປິດ​ປະ​ເທດ.

ພຸດ​ທະ​ສອນ: ຍ້ອນ​ໂຄວິດ​ເນາະ, ລະ​ເອື້ອຍ​ເຮັດ​ຈັ່ງ​ໃດ​ບາດ​ນັ້ນ​ນະ.

ກະ​ບັງ​ເອີນ​ເຮົາ​ກັບ​ໄປ​ບໍ່​ໄດ້​ຍ້ອນ​ເພິ່ນ​ປິດ​ປະ​ເທດ. ກະ​ຢູ່​ນຳ​ພໍ່​ນີ້​ລະ, ໂຊກ​ດີ​ທີ່​ວ່າ​ແມ່​ເພິ່ນ​ຍ້າຍ​ກັບ​ມາ​ຢູ່​ປະ​ເທດ​ລາວ​ກ່ອນ ​ຢູ່​ອາ​ເມ​ກາ​ໄດ້​ບໍ່​ຮອດ 10 ລະ​ເພິ່ນ​ກະ​ຍ້າຍ​ກັບ​ມາ, ເພິ່ນບໍ່​ຕິດ​ຢູ່​ພຸ້ນ​ຫັ້ນ​ນະ. ເພິ່ນ​ກັບ​ມາ​ເພິ່ນ​ກະ​ຖິ້ມ​ໃບ​ຂຽວ ເພິ່ນ​ກັບ​ມາ​ເປັນ​ສັນ​ຊາດ​ລາວ​ຄື​ເກົ່າ ເພິ່ນ​ກັບ​ມາ​ເອົາ​ໃບ​ສຳ​ມະ​ໂນ​ຄົວ​ລາວ​ຫັ້ນ​ນະ. ກັບ​ມາ​ເປັນ​ຄົນ​ລາວ​ຄື​ເກົ່າ. ເພິ່ນ​ກະ​ໄດ້​ສິດ​ຊື້​ດິນ ເພິ່ນ​ກະ​ສ້າງ​ເຮືອນ. ເພິ່ນ​ເສຍ​ປີ 2017 ແມ່​ຫັ້ນ​ນະ. ແລະ ໂຊກ​ດີ​ທີ່​ເພິ່ນ​ສ້າງ​ບ້ານ​ເອົາ​ໄວ້ ລະ​ເອື້ອຍ​ກະ​ຢູ່​ບ້ານ​ທີ່​ແມ່​ເພິ່ນ​ສ້າງ​ໄວ້​ຫັ້ນ​ນະ.”

​ຍາ​ນາງ ແກ້ວ ແມ່ນ​ອາ​ໄສ​ຢູ່​ເມືອງ​ທ່າ​ແຂກ, ແຂວງ​ຄຳ​ມ່ວນ. ​ເມື່ອ​ຖາມ​ວ່າ​ຄິດ​ຮອດ ສະ​ຫະ​ລັດ ບໍ່​ນັ້ນ, ລາວ​ບອກວ່າບໍ່​ຄິດ​ຮອດ. ຄົນ​ທີ່​ອາ​ໄສ​ຢູ່​ເມືອງ​ໃຫຍ່​ຂອງ ສະ​ຫະ​ລັດ ຄື​ລັດ​ຄາ​ລິ​ຟໍ​ເນຍ, ນິວຢອກ, ນະ​ຄອນຫຼວງ ວໍ​ຊິງ​ຕັນ ແລະ ບ່ອນ​ອື່ນໆ​ແມ່ນ​ມັກ​ຈະ​ຊອກ​ຫາ​ບ່ອນ​ຢູ່​ທີ່​ງຽບ​ສະ​ຫງົບ​ເວ​ລາ​ທີ່​ອອກ​ບຳ​ນານ​ແລ້ວ. ບາງ​ຄົນ​ຍ້າຍ​ອອກ​ໄປ​ຢູ່​ເຂດ​ຊົນ​ນ​ະ​ບົດ, ຢູ່​ກັບ​ທຳ​ມະ​ຊາດ​, ເຊັ່ນ​ດຽວ​ກັບ​ຍາ​ນາງ ແກ້ວ, ແມ່ນ​ຕິດ​ໃຈ​ກັບ​ທຳ​ມະ​ຊາດ ແລະ ຄວາມ​ງຽບ​ສະ​ຫງົບ​ຂອງ​ບ້ານ​ເມືອງ.

ຍາ​ນາງ​ ແກ້ວ ກ່າວ​ວ່າ “​ສິ່ງ​ທີ່​ເຮັດ​ໃຫ້​ຕິດ​ໃຈນີ້​ມັນ​ສະ​ຫງົບ​ນ້ອຍ, ເມືອງ​ທ່າ​ແຂກນີ້​ມັນ​ເປັນ​ເມືອງ​ນ້ອຍ. ເຮົາ​ໄດ້​ຢູ່​ລະ​ຄື​ວ່າ​ມັນ​ໄດ້​ຢູ່​ໃນ​ເກາະ​ຫັ້ນ​ນະ. ເພາະ​ວ່າ​ມັນ​ຢູ່​ແປະ​ນ້ຳ​ຂອງ ແລະ ຄົນ​ກະ​ເປັນ​ມິ​ດີ​ເນາະ ຄ້າຍໆ​ວ່າ​ຄົນ​ທີ່ບໍ່​ຮູ້​ຈັກ​ເວົ້າ​ລົມ​ທັກ​ທາຍ​ກັນ​ຄື​ພີ່​ນ້ອງ​ຫັ້ນ​ນະ. ມັນ​ມີ​ຄວາມ​ເປັນ​ພີ່​ເປັນ​ນ້ອງ​ຫັ້ນ​ນະ.”

ຍາ​ນາງ ແກ້ວ ເວົ້າ​ວ່າ​ອາ​ຫານ​ກໍ​ບໍ່​ມີ​ບັນ​ຫາ, ມີ​ແຕ່​ແນວ​ປອດ​ສານ​ພິດ. ຢາກ​ກິນ​ຫຍັງ​ກໍ​ໄປ​ຊື້​ຢູ່​ຕະຫຼາດ​ໄດ້​ທຸກ​ເວ​ລາ. ອາ​ຫານ​ກໍຊື້​ມາ​ກິນ​ໄດ້​ສົດ​ທຸກມື້​ໂດຍບໍ່​ຕ້ອງ​ໄດ້​ຊື້​ມາ​ແຊ່​ແຂງ​ມ້ຽນ​ຄື​ອາ​ໄສ​ຢູ່​ໃນ ສະ​ຫະ​ລັດ.

ຄົນ​ທີ່​ອາ​ໄສ​ຢູ່ ສະ​ຫ​ະ​ລັດ ແມ່ນ​ຖືກ​ສຳ​ຄັນ ກ່ຽວ​ກັບ ການ​ປິ່ນ​ປົວ​ສຸ​ຂ​ະ​ພາບ, ການ​ເຂົ້າ​ໂຮງ​ໝໍ​ຕ່າງໆ, ເຊິ່ງ​ການ​ບໍ​ລິ​ການ​ແມ່ນ​ມີ​ຄຸນ​ນະ​ພາບ​ສູງ ຍ້ອນ​ແນວ​ນັ້ນຫຼາຍ​ຄົນ​ຈຶ່ງ​ມີ​ຄວາມ​ເປັນ​ຫ່ວງ​ວ່າ​ເມື່ອ​ເຂົາ​ຍ້າຍ​ກັບ​ຄື​ໄປ​ຢູ່ ລາວ ເຂົາ​ເຈົ້າ​ຈະ​ບໍ່​ໄດ້​ຮັບ​ການ​ບໍ​ລິ​ການ​ເທົ່າ​ກັບ​ຢູ່ ສະ​ຫະ​ລັດ. ແຕ່​ຍາ​ນາງ ແກ້ວ ເວົ້າ​ວ່າ​ການ​ບໍ​ລິ​ການ​ດ້ານ​ການ​ແພດ​ຢູ່​ລາວ​ກໍ​ທັນ​ສະ​ໄໝ​ດີ​ຄື​ກັນ.

ຍາ​ນາງ​ ແກ້ວ ກ່າວ​ວ່າ “ບໍ່ໆ, ບໍ່​ເປັນ​ຫ່ວງ​ເລີຍ. ເພາະ​ວ່າ​ເດືອນ​ທີ່​ແລ້ວນີ້ເນາະ​ເອື້ອຍ​ໄປ​ຫາ​ໝໍ. ສະ​ໄໝ​ນີ້​ໝໍ​ຫັ້ນ​ນະ, ຕາມ​ຄວາມ​ຄິດ​ເອື້ອຍ ຕາມ​ຄວາມ​ຮູ້​ສຶກ​ເອື້ອຍ​ຫັ້ນ​ນະ, ຮູ້​ສຶກວ່າ​ທັນ​ສະ​ໄໝ ລະ​ກະ​ບໍ່​ວ່າ​ເຈົ້າ​ຊິ​ເປັນ​ໂຣກ​ຫຍັງ​ເຂົາ​ເຈົ້າ​ກໍ​ຮັກ​ສາ​ໄດ້.”

​ສຳ​ລັບ​ເລື່ອງ​ການ​ເມືອງ, ເຖິງ​ແມ່ນ​ວ່າ​ລາວ​ຈະ​ເປັນ​ປະ​ເທດ​ຄອມ​ມູ​ນິ​ສ, ແຕ່​ເຂົາ​ເຈົ້າ​ກໍ​ຕ້ອນ​ຮັບ​ເອົາ​ຄົນ​ລາ​ວ​ທີ່​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ກັບ​ຄືນ​ມາ, ເຊິ່ງຫຼາຍ​ຄົນ​ກໍ​ໄດ້​ກັບ​ໄປ​ດຳ​ເນີນ​ທຸ​ລະ​ກິດ ຫຼື ອາ​ໄສ​ຢູ່​ແບບ​ນັກ​ທ່ອງ​ທ່ຽວ ຫຼື ປ່ຽນ​ມາ​ຖື​ສັນ​ຊາດ​ລາວ​ຄື​ເກົ່າ​ນັ້ນ. ເຊິ່ງ​ເຂົາ​ເຈົ້າ​ກໍ​ມີ​ກົດ​ໝາຍ​ຄຸ້ມ​ຄອງ​ບັນ​ຫານີ້​ເປັນ​ຢ່າງ​ດີ.

ຍາ​ນາງ ແກ້ວ ໄດ້​ເປີດ​ຊ່ອງ YouTube ເພື່ອ​ເຜີຍ​ແຜ່​ການ​ໃຊ້​ຊີ​ວິດ​ຂອງ​ລາວ​ໃນ​ເມືອງ​ທ່າ​ແຂກ, ແລະ ໄດ້​ຊັກ​ຊວນ​ໃຫ້​ຄົນ​ລາວ​ໃນ​ຕ່າງ​ປະ​ເທດ​ໃຫ້​ກັບ​ໄປ​ອາ​ໄສ​ຢູ່​ປະ​ເທດ​ລາວ, ເຊິ່ງ​ແຕ່​ລະ​ທິດ​ລາວ​ກໍ​ໄດ້​ລົງ​ວິ​ດີ​ ກ່ຽວ​ກັບ ກິດ​ຈະ​ກຳ​ຕ່າງໆ​ທີ່​ລາວ​ເຮັດ.

​ຍາ​ນາງ ແກ້ວ ກ່າວ​ວ່າ “ທີ່​ຕັດ​ສິນ​ໃຈ​ຢາກ​ເປີດ​ຊ່ອງ​ອັນ​ນີ້​ນິ​ເນາະ ກ່ອນ​ທີ່​ເຮົາ​ຈະ​ມາ​ປະ​ເທດ​ລາວນີ້​ນະ ເອື້ອຍ​ພະ​ຍາ​ຍາມ​ຫາ​ຂໍ້​ມູນ​ທີ່​ວ່າ​ມີ​ຢູ່​ບໍ​ຄົນ​ທີ່​ແບບບໍ່​ໄດ້​ກັບ​ປະ​ເທດ​ລາວ​ມາ​ເປັນ​ເວ​ລາຫຼາຍ​ປີ ​ຢາກ​ຮູ້​ວ່າ​ຊີ​ວິດ​ການ​ເປັນ​ຂອງ​ເຂົາ​ເປັນ​ຈັ່ງ​ໃດ. ເຂົາ​ມີ​ຄວາມ​ສຸກບໍ່, ເຂົາ​ຢາກ​ກັບ​ປະ​ເທດອາ​ເມ​ກາ​ຄືບໍ່​ຈັ່ງ​ໃດ​ນີ້​ນະ​ມັນ​ບໍ່​ມີ ເຮົາ​ເຂົ້າ​ໄປ​ນີ້​ເຮົາ​ຊິ​ເຫັນ​ຢູ່ຫຼາຍ​ຊ່ອງ​ຂອງ​ຄົນ​ລາວ ແຕ່​ແມ່ນ​ຄົນ​ລາວ​ທີ່​ຢູ່​ປະ​ເທດ​ລາວ ບໍ່​ແມ່ນ​ຄົນ​ລາວ​ທີ່​ຢູ່​ປະ​ເທດນອກ ລະ​ກັບ​ມາ​ຢູ່​ປະ​ເທດ​ລາວ​ຫັ້ນ​ນະ. ມັນ​ຄົນ​ລະ​ແນວ​ກັ​ນ​ຫັ້ນ​ນະ.”

ຫຼັງ​ຈາກ​ໄດ້​ຢູ່​ລາວ​ມາ​ເກືອບ​ສີ່​ປີ ຍາ​ນາງ ແກ້ວ ກໍ​ຖື​ວ່າ​ມີ​ຄວາມ​ສຸກຫຼາຍ, ແລະ ຢາກບອກ​ໃຫ້​ຄົນ​ທີ່​ສົນ​ໃຈ​ຢາກ​ກັບ​ໄປ​ລອງ​ເມືອ​ເບິ່ງ​ສະ​ຖາ​ນະ​ການ​ເອົາ​ເອງ. ເຊິ່ງ​ລາວ​ເວົ້າ​ວ່າ

“ເອື້ອຍ​ຢາກບອກວ່າ​ໃຫ້​ມາ​ລອງ​ເບິ່ງ, ຫຼັງ​ຈາກ​ເພິ່ນ​ປ່ຽນ​ວີ​ຊາ​ໃຫ້​ຢູ່ 90 ມື້​ນີ້​ນະ​ ==ມັນ​ດົນ​ໃດ, ຖ້າ​ວ່າ​ເຈົ້າ​ມີ​ເວ​ລາ ເຈົ້າ​ພັກ​ວຽກ​ໄດ້​ຍາວໆ​ຫັ້ນ​ນະ ຢາກ​ໃຫ້​ມາ​ລອງ​ເບິ່ງ, ຢາກ​ໃຫ້​ມາ​ລອງ​ຢູ່​ສາ​ກ່ອນ. ບໍ່​ຈຳ​ເປັນ​ຕ້ອງ​ຟ້າ​ຕັດ​ສິນ​ໃຈເນາະ. ເຮົາ​ມາ​ລອງ​ເບິ່ງ​ໃນ​ໄລ​ຍະ​ຍາວ​ວ່າ​ເຮົາ​ມັກ​ບໍ່ ເພາະ​ວ່າ​ການ​ທີ່​ເຮົາ​ຊິ​ຍ້າຍ​ຖິ່ນ​ຖານ​ໄປ​ຢູ່​ໝ້ອງ​ໃດ​ໝ້ອງ​ນຶ່ງນີ້​ມັນ​ເປັນ​ເລື່ອງ​ໃຫຍ່ ເພາະ​ສະ​ນັ້ນ​ເຮົາ​ຕ້ອງ​ໄດ້​ມາ​ສຳ​ພັດ​ດ້ວຍ​ໂຕ​ເຮົາ​ເອງ. ເຮົາ​ຊິ​ໄປ​ຟັງ​ຄົນ​ອື່ນ​ເວົ້າ ບໍ່​ຈຳ​ເປັນ​ຕ້ອງ​ມາ​ຟັງ​ເອື້ອຍ​ເວົ້າ​ເພາະ​ວ່າ​ຄວາມ​ມັກ​ຂອງ​ແຕ່​ລະ​ຄົນ​ມັນ​ບໍ່​ຄື​ກັນ.”

ນອກ​ຈາກ​ຈະ​ລົງ​ວິ​ດີ​ໂອ ກ່ຽວ​ກັບ ການ​ດຳ​ລົງ​ຊີ​ວິດ​ໃນ YouTube ແລ້ວ, ຍາ​ນາງ ແກ້ວ ກໍ​ໄດ້​ຈັດ​ການ​ສົນ​ທະ​ນາ YouTube Live ໃນ​ຊ່ອງ​ຂອງ​ລາວ, ທີ່​ເຊີນ​ຄົນ​ຜູ້​ສົນ​ໃຈ​ຢາກ​ກັບ​ໄປ​ຢູ່​ລາວ​ມາ​ສົນ​ທະ​ນາ ແລະ ໃຫ້​ຄຳ​ປຶກ​ສາ​ຕ່າງໆ. ຖ້າ​ທ່ານ​ມີ​ຄວາມ​ສົນ​ໃຈ​ກໍ​ກະ​ລຸ​ນາ​ກົດ​ລິ້ງ​ທາງ​ລຸ້ມນີ້​ເພື່ອ​ເຂົ້າ​ໄປ​ສົນ​ທະ​ນາ.

https://www.youtube.com/@Uscitizeninlaos/featured

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG