Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ການຢ້ຽມຢາມ ຈີນ ຂອງອະດີດປະທານາທິບໍດີໄຕ້ຫວັນ ອະທິບາຍໃຫ້ເຫັນເຖິງຄວາມຕັ້ງໃຈຂອງ ທ່ານ ສີ


ແຟ້ມຮູບ-ໃນຮູບທີ່ເຜີຍແຜ່ອອກໂດຍອົງການຂ່າວຊິນຫົວ, ອະດີດປະທານາທິບໍດີໄຕ້ຫວັນ ທ່ານໝ່າ ຢິງ-ໂຈ, ຊ້າຍ, ທໍາການເຫຍັ້ນເຫຼົ້າ ໃນຂະນະທີ່ທ່ານສະແດງຄວາມເຄົາລົບຕໍ່ສຸສານຂອງປູ່ຂອງທ່ານ ໃນຂົງເຂດຊຽງທານ (Xiangtan county), ແຂວງຫູໜານ ທີ່ຕັ້ງຢູ່ທາງພາກກາງຂອງຈີນ, ວັນທີ 1 ເມສາ 2023.
ແຟ້ມຮູບ-ໃນຮູບທີ່ເຜີຍແຜ່ອອກໂດຍອົງການຂ່າວຊິນຫົວ, ອະດີດປະທານາທິບໍດີໄຕ້ຫວັນ ທ່ານໝ່າ ຢິງ-ໂຈ, ຊ້າຍ, ທໍາການເຫຍັ້ນເຫຼົ້າ ໃນຂະນະທີ່ທ່ານສະແດງຄວາມເຄົາລົບຕໍ່ສຸສານຂອງປູ່ຂອງທ່ານ ໃນຂົງເຂດຊຽງທານ (Xiangtan county), ແຂວງຫູໜານ ທີ່ຕັ້ງຢູ່ທາງພາກກາງຂອງຈີນ, ວັນທີ 1 ເມສາ 2023.

ອະດີດ​ປະທານາທິບໍດີ​ໄຕ້​ຫວັນ ທ່ານໝ່າ ຢິງ-ໂຈ (Ma Ying-jeou) ມີ​ກຳນົດ​ທີ່ຈະ​ເດີນທາງ​ໄປ​ຈີນ​ເປັນ​ເວລາ 11 ວັນ​ໃນ​ຕົ້ນ​ເດືອນ​ເມສາທີ່ຈະມາເຖິງ​ນີ້.

ການ​ເດີນທາງ​ດັ່ງກ່າວ​ລວມມີ​ ການ​ຢຸດແວ່​ຢູ່​ນະຄອນ​ກວາງ​ຕຸ້ງ ທີ່ຕັ້ງຢູ່ທາງ​ພາກໃຕ້ຂອງປະເທດ, ແຂວງຊານຊີ ທີ່ຕັ້ງຢູ່ທາງພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​, ​ແລະ​ນະຄອນຫຼວງ​ປັກ​ກິ່ງ, ເຊິ່ງ, ອີງຕາມລາຍງານ, ທ່ານ​ ໝ່າ ອາດ​ຈະ​ພົບ​ປະ​ກັບ​ຜູ້ນຳ​ຂອງຈີນ ​ທ່ານສີ ຈິ້ນຜິງ.

ບັນດາຜູ້​ຊ່ຽວຊານກ່າວ​ວ່າ ຖ້າ​ການ​ພົບ​ປະ​ດັ່ງກ່າວຫາກ​ເກີດ​ຂຶ້ນນັ້ນ, ບໍ່​ພຽງ​ແຕ່​ທ່ານ ສີ ຈະສາມາດ​ໃຊ້​ມັນ​ເພື່ອ​ສົ່ງ​ສັນຍານ​ໄປ​ຍັງ​ໄຕ້​ຫວັນ ​ແລະ ​ສະຫະລັດ ​ເທົ່າ​ນັ້ນ, ​ແຕ່​ມັນຍັງ​ສາມາດ​ຊ່ວຍ​ໃຫ້​ວໍ​ຊິງ​ຕັນ ​ຮຽນຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຄວາມ​ຕັ້ງ​ໃຈ​ຂອງ​ ທ່ານ ສີ ຕໍ່​ເກາະ​ດັ່ງກ່າວນີ້.

ໃນ​ຕົ້ນ​ອາທິດ​ນີ້, ສໍານັກງານຂອງ​ ທ່ານ​ ໝ່າ ປະກາດ​ວ່າ ການ​ຢ້ຽມຢາມ​ຈະ​ເລີ້ມຂຶ້ນ​ໃນ​ວັນ​ທີ 1 ​ເມສາ​. ການ​ເດີນທາງ​ຈະ​ລວມມີ​ການ​ກ່າວ​ຄຳ​ປາ​ໄສ​ຢູ່ທີ່​ມະຫາວິທະຍາ​ໄລ ຊຸນ ຢັດ-ເຊັນ (Sun Yat-sen) ທີ່ຕັ້ງຢູ່ນະຄອນກວາງຕຸ້ງ, ການທໍາພິທີ​ໄຫວ້ອົງ​ຈັກກະພັດ​ສີ​ເຫຼືອງ​ຢູ່​ທີ່ສຸສານ ຊານຊີ ຫວງດີ່ (Shaanxi Huangdi), ​ແລະ​ກ່າວ​ຄຳ​ປາ​ໄສ​ຢູ່​ມະຫາວິທະຍາ​ໄລ​ປັກ​ກິ່ງ.

ທ່ານຫລູ-ຊຸງ ເຫວັງ (Lu-chung Weng), ຮອງສາດສະດາຈານດ້ານລັດຖະສາດການເມືອງຢູ່ມະຫາວິທະຍາໄລແຫ່ງລັດ ແຊມ ຮີວສຕັນ (Sam Houston State) ກ່າວຕໍ່ VOA ຜ່ານທາງອີເມລວ່າ ຖ້າ ທ່ານ ໝ່າ ແລະ ທ່ານ ສີ ພົບປະກັນແທ້ໆ, ທ່ານ ສີ ອາດຈະໃຊ້ໂອກາດນີ້ ເພື່ອເນັ້ນໜັກເຖິງຫຼັກການຈີນດຽວຂອງປັກກິ່ງ ແລະ ຂໍ້ຕົກລົງເຫັນດີໃນປີ 1992 ທີ່ຍັງ​ຄົງ​ເປັນ​ພື້ນ​ຖານ​ສຳ​ລັບ​ການ​ເຈ​ລະ​ຈາ ແລະ ການແລກປ່ຽນ ຜ່ານຊ່ອງ​ແຄບດັ່ງກ່າວນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG