Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໙ ເມສາ ໒໐໒໔

ນັກ​ວິ​ເຄາະ​ກ່າວ​ວ່າ ການ​ລາ​ອອກ​ຈາກ​ຕຳ​ແໜ່ງ​ຂອງ​ປະ​ທານ​ປະ​ເທດ ຫວຽດ​ນາມ ສະ​ແດງ​ໃຫ້​ເຫັນ​ຄວາມ​ຂັດ​ແຍ້ງ​ພາຍ​ໃນ​ພັກ


ປະ​ທານ​ປະ​ເທດ ຫວຽດ​ນ​າມ ທ່ານ ໂວ ວັນ ເທືອງ ກ່າວ​ຄຳ​ປາ​ໄສ​ຕໍ່​ນັກ​ຂ່າວ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼ​ງ​ຂ່າວ​ຮ່ວມ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ທ່ານ ຟູ​ມິ​ໂອະ ຄິ​ຊິ​ດະ ຢູ່​ທຳ​ນຽບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໃນ​ນະ​ຄອນຫຼວງ ຍີ່​ປຸ່ນ, ຫວຽດ​ນາມ, 27 ພະ​ຈິກ 2023.
ປະ​ທານ​ປະ​ເທດ ຫວຽດ​ນ​າມ ທ່ານ ໂວ ວັນ ເທືອງ ກ່າວ​ຄຳ​ປາ​ໄສ​ຕໍ່​ນັກ​ຂ່າວ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼ​ງ​ຂ່າວ​ຮ່ວມ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ທ່ານ ຟູ​ມິ​ໂອະ ຄິ​ຊິ​ດະ ຢູ່​ທຳ​ນຽບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໃນ​ນະ​ຄອນຫຼວງ ຍີ່​ປຸ່ນ, ຫວຽດ​ນາມ, 27 ພະ​ຈິກ 2023.

ບັນ​ດາ​ນັກ​ວິ​ເຄາະ​ເວົ້າ​ວ່າ ​ການ​ລາ​ອອກ​ຈາກ​ຕຳ​ແໜ່ງ​ຂອງ​ປະ​ທານ​ປະ​ເທດ ຫວຽດ​ນາມ ທ່າ​ນ ໂວ່ ວັນ ເທືອງ ໃນ​ເດືອນນີ້, ເຊິ່ງ​ຍັງ​ເຫຼືອ​ອີກ​ນຶ່ງ​ປີ​ກໍ​ຈະ​ຄົບ​ການ​ດຳ​ລົງ​ຕຳ​ແໜ່ງ​ນຶ່ງ​ສະ​ໄໝ ​ໄລຍະ​ຫ້າ​ປີ​ຂອງທ່ານ, ໄດ້​ລະ​ບຸ​ໃຫ້​ເຫັນ​ການ​ຂັດ​ແຍ້ງ​ກັນ​ພາຍ​ໃນ​ພັກ​ຄອມ​ມູ​ນິ​ສ ແລະ ຊັ່ນ​ຄອນ​ຊື່​ສຽງສຳ​ລັບ​ຄວາມ​ໝັ້ນ​ຄົງ​ທາງ​ດ້ານ​ການ​ເມືອງ​ຂອງ​ປະ​ເທດ​ດັ່ງ​ກ່າວ, ທີ່​ເປັນ​ແຮງ​ຂັບ​ເຄື່ອນ​ທີ່​ສຳ​ຄັນ​ຂອງ​ການ​ລົງ​ທຶນ​ຕ່າງ​ປະ​ເທດ.

ເມື່ອ​ວັນ​ທີ 20 ມີ​ນາ​ທີ່​ຜ່ານ​ມາ, ຄະ​ນະ​ກຳ​ມະ​ການ​ສູ​ນ​ກາງ​ຂອງ​ພັກ ​ໄດ້​ຈັດ​ກອງ​ປະ​ຊຸມ​ພິ​ເສດ ເຊິ່ງ​ເຂົາ​ເຈົ້າ​ໄດ້​ຕົກ​ລົງ​ທີ່​ຈະ​ອະ​ນຸ​ຍາດ​ໃຫ້​ທ່ານ ເທືອງ ສະຫຼະ​ຕຳ​ແໜ່ງ​ປະ​ທານ​ປະ​ເທດ ແລະ ໜ້າ​ທີ່​ທາງ​ການ​ທຸກ​ຢ່າງ. ການ​ລາ​ອອກ​ຂອງ​ທ່ານ ເທືອງ ໄດ້​ມີ​ຂຶ້ນ​ທ່າມ​ກາງ​ການ​ຜັກ​ດັນ​ຕໍ່​ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ທີ່​ນຳ​ພາ​ໂດຍ​ຫົວ​ໜ້າ​ຂອງ​ພັກ, ເລ​ຂາ​ທິ​ການ​ໃຫຍ່ ທ່ານ ຫງວຽນ ຟູ ຈົງ, ອາ​ຍຸ 79 ປີ.

ຫ້ອງ​ການ​ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ ​ໄດ້​ກ່າວ​ໃນ​ຖະ​ແຫຼງ​ການທີ່​ຂຽນ​ໃນ​ມື້​ນັ້ນ​ວ່າ ການ​ສື​ບ​ສວນ​ສອບ​ສວນ​ຈາກ​ຄະ​ນະ​ກຳ​ມາ​ທິ​ການກວດ​ກາ​ສູນ​ກາງ​ໄດ້​ເປີດ​ເຜີຍ​ໃຫ້​ເຫັນ​ວ່າ ທ່ານ ເທືອງ ໄດ້​ທຳ​ການ​ລະ​ເມີດ​ກົດ​ລະ​ບຽບ​ຂອງ​ພັກ.

ທ່ານ ຫງວຽນ ຄັກ ຈຽງ, ນັກ​ວິ​ໄຈ​ຊ່ວຍ​ຢູ່​ສະ​ຖາ​ບັນ ISEAS-ຢູ​ຊອ​ຟ ອີ​ແຊັກ ຂອງ​ສິງ​ກະ​ໂປ, ໄດ້​ກ່າວ​ຕໍ່​ວີ​ໂອ​ເອ ​ເມື່ອ​ວັນ​ທີ 23 ມີ​ນາ​ວ່າ ຖະ​ແຫຼງ​ການ​ຂອງ​ລັດ​ຖ​ະ​ບານ ກ່ຽວ​ກັບການ​ປົດ​ທ່ານ ເທືອງ ອອກ​ຈາກ​ຕຳ​ແໜ່ງ​ແມ່ນບໍ່​ຊັດ​ເຈນ​ແຕ່ຫຼາຍ​ຄົນ​ສົງ​ໄສວ່າ​ ການ​ລາ​ອອກ​ຈາກ​ຕຳ​ແໜ່ງ​ຂອງ​ທ່ານ​ແມ່ນ​ເຊື່ອມ​ໂຍງ​ກັບ​ເວ​ລາ​ທີ່​ທ່ານ​ເປັນ​ເລ​ຂາ​ທິ​ການ​ຂອງແຂວງ ກວາງ ງາຍ ຈາ​ກ​ປີ 2011 ຫາ 2014.

ເມື່ອ​ວັນ​ທີ 8 ມີ​ນາ​ທີ່​ຜ່ານ​ມາ, ປະ​ທານ​ຂອງ​ແຂວງ​ດັ່ງ​ກ່າວ, ທ່ານ ດັງ ວານ ມິ່ນ, ແລະ ອະ​ດີດ​ປະ​ທານ ທ່ານ ກ່າວ ຄວາ ໄດ້​ຖືກ​ຈັບ​ໃນ​ການ​ເຊື່ອມ​ໂຍງ​ກັບ​ການ​ສືບ​ສວນ​ສອບ​ສວນ​ທີ່​ດຳ​ເນີນ​ຢູ່ ກ່ຽວ​ກັບ ກຸ່ມ​ອະ​ສັງ​ຫາ​ລິ​ມະ​ຊັບ ຟຸກ ເຊິນ. ອີງ​ຕາມ​ຖະ​ແຫຼງ​ການ​ຂອງ​ລັດ​ຖະ​ບານ​ນັ້ນ, ຕຳຫຼວດ​ໄດ້​ພົບ​ວ່າ ​ບໍ​ລິ​ສັດ​ອະ​ສັງ​ລິ​ມະ​ຊັບ​ດັ່ງ​ກ່າວ​ ໄດ້​ດຳ​ເນີນ​ການ​ປອມ​ແປງ​ເອ​ກະ​ສານ, ໃຫ້​ການ​ເປັນ​ພະ​ຍານ​ປອມ ແລະ ​ເລືອກການບັນ​ທຶກ​ການ​ໂອນ​ເງິນທີ່​ໄດ້​ກໍ່​ໃຫ້​ເກີດ​ການ​ສູນ​ເສຍ​ງົບ​ປະ​ມານ​ລັດ 26 ລ້ານ​ໂດ​ລາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG