Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ເມສາ ໒໐໒໔

ຢູ່ທີ່ ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາ, ອິສຣາແອລ ຮຽກຮ້ອງໃຫ້ມີການລົງໂທດອີຣ່ານ


ສະພາຄວາມໝັ້ນຄົງ ສປຊ ຈັດກອງປະຊຸມ ກ່ຽວກັບສະຖານະການໃນຕາເວັນອອກກາງ, ລວມທັງການໂຈມຕີອິສຣາແອລຄັ້ງຫຼ້າສຸດຂອງອີຣ່ານ, ຢູ່ທີ່ສຳນັກງານໃຫຍ່ ສປຊ ໃນນະຄອນນິວຢອກ, ວັນທີ 14 ເມສາ, 2024.
ສະພາຄວາມໝັ້ນຄົງ ສປຊ ຈັດກອງປະຊຸມ ກ່ຽວກັບສະຖານະການໃນຕາເວັນອອກກາງ, ລວມທັງການໂຈມຕີອິສຣາແອລຄັ້ງຫຼ້າສຸດຂອງອີຣ່ານ, ຢູ່ທີ່ສຳນັກງານໃຫຍ່ ສປຊ ໃນນະຄອນນິວຢອກ, ວັນທີ 14 ເມສາ, 2024.

ອິສຣາແອລ ໄດ້ຮຽກຮ້ອງໃນວັນອາທິດວານນີ້ ໃຫ້ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ປະຕິບັດມາດຕະການລົງໂທດ ແລະ ສະກັດກັ້ນອີຣ່ານ ຫຼັງຈາກການໂຈມຕີທາງທະຫານຂອງອີຣ່ານ ຕໍ່ອິສຣາແອລ ທີ່ບໍ່ເຄີຍມີມາກ່ອນ ທີ່ເຕຮາຣ່ານ ກ່າວວ່າ ເປັນການຕອບໂຕ້ຕໍ່ການໂຈມຕີຂອງອິສຣາແອລ ທີ່ສົງໄສວ່າ ໄດ້ໂຈມຕີສະຖານທູດຂອງຕົນໃນຊີເຣຍ ໃນຕົ້ນເດືອນນີ້.

ທ່ານ ກີລາດ ເອີດານ (Gilad Erdan) ທູດ​ພິ​ເສດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ຂອງ​ອິສຣາ​ແອ​ລ ກ່າວ​ຕໍ່​ສະພາ​ຄວາມ​ໝັ້ນຄົງ​ວ່າ “ມື້​ນີ້, ສະພາ​ຕ້ອງ​ດຳ​ເນີນການປະນາມ ອີຣ່ານ ສຳລັບການກໍ່ການຮ້າຍຂອງພວກເຂົາ; ກະຕຸ້ນກົນໄກການຕອບໂຕ້ກັບ ແລະ ກຳນົດມາດຕະການລົງໂທດ ທີ່ເຮັດໃຫ້ອ່ອນແອລົງອີກຄັ້ງ; ກຳນົດໃຫ້​ກອງ​ກຳລັງພິທັກ​ປະຕິວັດຂອງ​ອີຣ່ານ ​ເປັນ​ອົງການ​ກໍ່​ການ​ຮ້າຍ. ​ຕ້ອງມີການດຳເນີນການໃນທັນທີ — ບໍ່​ແມ່ນ​ເພື່ອ​ຜົນປະໂຫຍດຂອງອິສຣາແອລ, ບໍ່​ແມ່ນ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ພາກ​ພື້ນ, ແຕ່​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ໂລກ.”

ອິສຣາແອລ ໄດ້ຮ້ອງຂໍໃຫ້ມີກອງປະຊຸມສຸກເສີນ ຫຼັງຈາກການໂຈມຕີໂດຍກົງໃສ່ດິນແດນຂອງຕົນ ໂດຍອີຣ່ານ ໂດຍໄດ້ກ່າວວ່າ ລວມມີເຮືອບິນບໍ່ມີຄົນຂັບ 170 ລຳ, ລູກສອນໄຟຂີປະນາວຸດ 120 ລູກ ແລະລູກສອນໄຟນຳວິຖີ 30 ລູກ. ອິສຣາ​ແອ​ລ ກ່າວ​ວ່າ ການ​ລະບົບປ້ອງ​ກັນ​ໄພທາງ​ອາກາດ​ຂອງ​ຕົນ ພ້ອມ​ກັບ​ສະຫະລັດ ​ແລະ​ພັນທະ​ມິດ​ອື່ນໆ ​ໄດ້​ຍິງ​ອາວຸດທັງຫຼາຍເຫຼົ່ານັ້ນຕົກ 99 ເປີເຊັນ.

ທ່ານ ເອິດານ (Erdan) ຕຳໜິຕິຕຽນສະພາວ່າ ບໍ່ຟັງຄຳເຕືອນຂອງ ອິສຣາແອລ ກ່ຽວກັບອີຣ່ານ ໃນຕະຫຼອດຫຼາຍປີທີ່ຜ່ານມາ. ທ່ານ​ກ່າວ​ວ່າ ປະຊາ​ຄົມ​ໂລກ​ໄດ້​ມິດ​ງຽບຕໍ່ການເພີ້ມຂຶ້ນຂອງ "ລັດທິ​ອິ​ສ​ລາມຊີ​ໄອ," ​ແຕ່​ດ້ວຍ​ການ​ໂຈມ​ຕີ​ໂດຍ​ກົງ​ຂອງ​ອີຣ່ານຕໍ່​ອິສຣາ​ແອລ, ​ລະບອບການປົງຄອງ​ດັ່ງກ່າວ​ ຈຶ່ງໄດ້​ຖືກ​ເປີດ​ເຜີຍໃນຕອນນີ້.

ທູດອິສຣາແອລກ່າວວ່າ "ໃນຂະນະທີ່ໜ້າກາກຂອງອີຣ່ານຖືກເປີດອອກ, ຄວາມໃຈເຢັນຂອງໂລກກໍຕ້ອງຫຼຸດລົງເຊັ່ນກັນ, ເປີດຫນ້າກາກອອກ ແລ້ວກໍຕ້ອງໃສ່ນວມມວຍ."

ທ່ານ​ກ່າວ​ວ່າ ອີ​ຣ່ານ​ໄດ້ “ຂ້າມ​ເສັ້ນ​ສີ​ແດງ​ທຸກ​ເສັ້ນ” ແລະ ອິ​ສ​ຣາ​ແອລ ຂໍ​ສະ​ຫງວນ​ສິດຕາມ​ກົດ​ໝາຍ​ໃນການຕອບໂຕ້.

ທູດ​ພິ​ເສດ​ຂອງ​ອີ​ຣ່ານ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ບໍ່​ມີ​ທາງ​ເລືອກ​ອື່ນ ນອກ​ຈາກ​ໃຊ້​ສິດໃນການ​ປ້ອງ​ກັນ​ຕົນ​ເອງ ຫຼັງ​ຈາກ​ການ​ໂຈມ​ຕີໃສ່ສະຖານທູດຂອງພວກເຂົາ ໃນ​ນະຄອນຫຼວງ ມາດາກັສ (Damascus) ໃນ​ວັນ​ທີ 1 ເມ​ສາ ແລະ​ ​ສະ​ພາ​ຄວາມ​ໝັ້ນ​ຄົງຫຼົ້ມແຫຼວໃນການ​ປະ​ນາມ​ຢ່າງ​ເປັນ​ທາງ​ການ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG