Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໙ ເມສາ ໒໐໒໔

ທ່ານ ໄບ​ເດັນ ແລະ ທ່ານ ທ​ຣຳ ໄດ້​ຮັບ​ໄຊ​ຊະ​ນະ​ອີກ ໃນ​ຂະ​ນະ​ທີ່​ການ​ແຂ່ງ​ຂັນ​ອື່ນໆ​ ບົ່ງ​ບອກ​ສັນ​ຍານ ກ່ຽວ​ກັບ ການ​ເມືອງ​ແຫ່ງ​ຊາດ


ປະ​ຊາ​ຊົນ​ຍ່າງ​ຜ່ານ​ປ້າຍ​ທີ່​ຂຽນ​ເປັນ​ສອງ​ພາ​ສາ ຊີ້​ທາງ​ໃຫ້​ຜູ້​ລົງ​ຄະ​ແນນ​ສຽງ​ໄປ​ສະ​ຖານ​ທີ່​ປ່ອ​ນ​ບັດ​ເລືອກ​ຕັ້ງ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ລັດ ອາ​ຣິ​ໂຊ​ນາ, 19 ມີ​ນາ 2024.
ປະ​ຊາ​ຊົນ​ຍ່າງ​ຜ່ານ​ປ້າຍ​ທີ່​ຂຽນ​ເປັນ​ສອງ​ພາ​ສາ ຊີ້​ທາງ​ໃຫ້​ຜູ້​ລົງ​ຄະ​ແນນ​ສຽງ​ໄປ​ສະ​ຖານ​ທີ່​ປ່ອ​ນ​ບັດ​ເລືອກ​ຕັ້ງ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ລັດ ອາ​ຣິ​ໂຊ​ນາ, 19 ມີ​ນາ 2024.

ທ່ານ ໂຈ ໄບ​ເດັນ ແລະ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ຊະ​ນະ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ສຳ​ລັບ​ພັກ​ຂອງ​ເພິ່ນ​ໃນການ​ລົງ​ຄະ​ແນນ​ສຽງໄປແລ້ວ 4 ຈາກ​ 5 ລັດ ​ເມື່ອ​ວັນ​ອັງ​ຄານ​ວານນີ້, ເປັນ​ການ​ໄດ້​ຊະ​ນະຄະແນນຂອງ​ຜູ້​ແທນ​ການ​ເລືອກ​ຕັ້ງ​ເພີ່ມ​ຕື່ມ ​ໃນ​ຂະ​ນະ​ທີ່​ພວກ​ເພິ່ນ​ສືບ​ຕໍ່ກ້າວ​ໄປ​ສູ່​ການ​ແຂ່ງ​ຂັນ​ເລືອກ​ຕັ້ງ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ອີກ​ຄັ້ງ​ນຶ່ງ ​ໃນ​ເດືອນ​ພະ​ຈິກນີ້.

ທ່ານ ໄບ​ເດັນ, ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ, ແລະ ທ່ານ ທ​ຣຳ ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ, ໄດ້​ຊະ​ນະ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຢ່າງ​ງ່າຍ​ດາຍ​ໃນ​ລັດ ອີ​ລີ​ນອຍ, ໂອ​ຮາຍ​ໂອ ແລະ ແຄນ​ຊັ​ສ ເມື່ອວັນ​ອັງຄານ​ວານນີ້. ທ່ານ ທ​ຣຳ ກໍ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ​ ໃນ​ລັດ​ຟ​ລໍ​ຣິ​ດາ​ເຊັ່ນ​ກັນ. ​ບໍ່​ມີ​ການ​ແຂ່ງ​ຂັນ​ສຳ​ລັບ​ທ່ານ ໄບ​ເດັນ ທີ່​ຈະ​ໄດ້​ຊະ​ນະ​ໃນ​ລັດ​ຟ​ລໍ​ຣິ​ດາ ໃນ​ຂະ​ນະ​ທີ່​ພັກ​ເດ​ໂມ​ແຄ​ຣັດ ຢູ່​ທີ່​ນັ້ນ ​ໄດ້​ຍົກ​ເລີກ​ການ​ເລືອ​ກ​ຕັ້​ງ​ຂັ້ນ​ຕົ້ນ​ຂອງ​ເຂົາ​ເຈົ້າ​ ແລະ ໄດ້​ເລືອກ​ທີ່​ຈະ​ມອບຄະແນນຂອງ​ຜູ້​ແທນ​ການ​ເລືອກ​ຕັ້ງ​ທັງ​ໝົດ 224 ຄົນ​ໃຫ້​ທ່ານ, ເຊິ່ງ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ສຳ​ຄັນ​ສຳ​ລັບ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ປັດ​ຈຸ​ບັນ.

ສະ​ຖານ​ທີ່​ເລືອ​ກ​ຕັ້ງ​ແມ່ນ​ຍັງ​ເປີດ ​ຢູ່​ໃນ​ລັດ​ທີ​ຫ້າຄື​ລັດ ອາ​ຣິ​ໂຊ​ນາ, ບ່ອນ​ທີ່​ທ່ານ ທ​ຣຳ ແລະ ທ່ານ ໄບ​ເດັນ ແມ່ນ​ຄາດ​ວ່າ ​ຈະ​ໄດ້​ຊະ​ນະ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຢ່າງ​ງ່າຍ​ດາຍເຊັ່ນກັນ.

ແຕ່​ການ​ແຂ່ງ​ຂັນ​ຕ່າງໆ​ນອກ​ເໜືອໄປຈາກການ​ເລືອກ​ຕັ້ງ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ​ອາດ​ບົ່ງ​ບອກ​ຄວາມ​ຮູ້​ສຶກ ກ່ຽວ​ກັບຄວາມ​ຄິດ​ດ້ານ​ການ​ເມືອງ​ແຫ່ງ​ຊາດ. ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນຂອງສະມາຊິກ​ສະ​ພາ​ສູງຈາກ​ພັກ​ຣີ​ພັບ​ບ​ລີ​ກັນ​ ໃນລັດ​ໂອ​ຮາຍ​ໂອ, ນັກ​ທຸ​ລະ​ກິດ​ທີ່​ໄດ້​ຮັບ​ການ​ໜູນຫຼັງ​ໂດຍ​ທ່ານ ທ​ຣຳ, ທ່ານ ເບີ​ນີ ໂມ​ເຣ​ໂນ ໄດ້​ຊະ​ນະ​ຄູ່​ແຂ່ງ​ສອງ​ຄົນຄື​ເລ​ຂາ​ທິ​ການ​ລັດ ໂອ​ຮາຍ​ໂອ ທ່ານ ແຟ​ຣັງ ລາ​ໂຣ​ສ໌ ແລະ ທ່ານ ແມັດ ໂດ​ແລນ, ເຊິ່ງ​ຄອບ​ຄົວ​ຂອງ​ທ່ານ​ເປັນ​ເຈົ້າ​ຂອງທີມ​ເບ​ສບອ​ລ໌ Cleveland Gardians.

ບັນ​ດາ​ຜູ້​ລົງ​ຄະ​ແນນ​ສຽງໃນ​ນະ​ຄອນ ຊິ​ຄາ​ໂກ ຈະ​ຕັດ​ສິນ​ວ່າ​ ຈະ​ປະ​ເມີນ​ພາ​ສີ​ອະ​ສັງ​ຫາ​ລິ​ມະ​ຊັບ​ຄັ້ງ​ນຶ່ງ ເພື່ອ​ຈ່າຍ​ການ​ບໍ​ລິ​ການ​ສຳ​ລັບ​ປະ​ຊາ​ຊົນທີ່ບໍ່​ມີບ່ອນ​ຢູ່​ອາ​ໄສໃໝ່ຫຼືບໍ່. ແລະ ບັນ​ດາ​ຜູ້​ລົງ​ຄະ​ແນນ​ສຽງ​ໃນ​ລັດ ຄາ​ລິ​ຟໍ​ເນຍ ຈະ​ດຳ​ເນີນ​ການ​ຕັດ​ສິນ ກ່ຽວ​ກັບຜູ້​ທີ່​ຈະ​ມາ​ແທນ​ຕຳ​ແໜ່ງ​ສຳ​ລັບ​ອະ​ດີດ​ປະ​ທານ​ສະ​ພາ​ຕ່ຳ​ທ່ານ ເຄວິນ ແມັກ​ຄາ​ທີ, ຜູ້​ທີ່​ໄດ້​ລາອ​ອກ​ຈາກ​ຕຳ​ແໜ່ງ​ຂອງ​ທ່ານ ຫຼັງ​ຈາກ​ຖືກ​ກົດ​ດັນ​ໃຫ້​ລາ​ອອກ​ຈາກ​ການ​ເປັນ​ຜູ້​ນຳ​ພັກ​ຣີ​ພັບ​ບ​ລີ​ກັນ.

ທ່ານ ທ​ຣຳ ແລະ ທ່ານ ໄບ​ເດັນ ມີ​ເວ​ລາ​ສອງ​ອາ​ທິດ​ທີ່​ຈະ​ເພັ່ງ​ເລັງ​ໃສ່​ການ​ເລືອກ​ຕັ້ງ​ທົ່ວ​ໄປ, ໂດຍ​ແນ​ເປົ້າ​ທີ່​ຈະ​ທຳ​ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ພວກ​ເພິ່ນ​ເມື່ອຄັ້ງຫຼ້າ​ສຸດນີ້ ​ຢູ່​ລັດ​ຕ່າງໆ​ທີ່​ອາດ​ມີ​ການ​ແຂ່ງ​ຂັນ​ສູ​ສີ​ໃນ​ເດືອນ​ພະ​ຈິກ ແທນ​ທີ່​ຈະ​ເປັນ​ລັດ​ທີ່​ຈັດ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ເທົ່າ​ນັ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG