Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໙ ເມສາ ໒໐໒໔

ທ່ານ ໄບເດັນ ແລະ ທ່ານ ທຣຳ ຊະນະການເລືອກຕັ້ງປະທານາທິບໍດີຂັ້ນຕົ້ນ ໃນລັດຫຼຸຍເຊຍນາ


ຮູບພາບທີ່ເອົາມາລວມກັນນີ້ ສະແດງໃຫ້ເຫັນອະດີດປະທານາທິບໍດີ ດໍໂນລ ທຣຳ, ຊ້າຍ, ຢູ່ທີ່ງານໃນເມືອງມິນເດນ ລັດເນວາດາ, ວັນທີ 8 ຕຸລາ 2022, ແລະ ປະທານາທິບໍດີ ໂຈ ໄບເດັນ, ຂວາ, ຢູ່ທີ່ງານ ໃນເມືອງເຮເກີທາວ, ລັດແມຣີແລນ,​ ວັນທີ 8 ຕຸລາ 2022. ທັງສອງທ່ານ ໄດ້ຊະນະການແຂ່ງຂັນຂັ້ນຕົ້ນ ໃນລັດຫຼຸຍເຊຍນາ ໃນວັນເສົາ.
ຮູບພາບທີ່ເອົາມາລວມກັນນີ້ ສະແດງໃຫ້ເຫັນອະດີດປະທານາທິບໍດີ ດໍໂນລ ທຣຳ, ຊ້າຍ, ຢູ່ທີ່ງານໃນເມືອງມິນເດນ ລັດເນວາດາ, ວັນທີ 8 ຕຸລາ 2022, ແລະ ປະທານາທິບໍດີ ໂຈ ໄບເດັນ, ຂວາ, ຢູ່ທີ່ງານ ໃນເມືອງເຮເກີທາວ, ລັດແມຣີແລນ,​ ວັນທີ 8 ຕຸລາ 2022. ທັງສອງທ່ານ ໄດ້ຊະນະການແຂ່ງຂັນຂັ້ນຕົ້ນ ໃນລັດຫຼຸຍເຊຍນາ ໃນວັນເສົາ.

ປະທານາທິບໍດີ ໂຈ ໄບເດັນ ແລະອະດີດປະທານາທິບໍດີ ດໍໂນລ ທຣຳ ໄດ້ຊະນະການເລືອກຕັ້ງຂັ້ນຕົ້ນຂອງລັດ ຫຼຸລເຊຍນາ ໃນວັນເສົາທີ່ຜ່ານມາ, ໂດຍລວບລວມຄະແນນຜູ້ແທນໄດ້ຫຼາຍຂື້ນ ຫຼັງຈາກທີ່ພວກເພິ່ນໄດ້ຊະນະການສະເໜີຊື່ຈາກພັກຂອງພວກເພິ່ນແລ້ວ.

ທ່ານ ໄບເດັນ ຍັງໄດ້ໄປປະກົດຕົວຢູ່ໃນການເລືອກຕັ້ງຂັ້ນຕົ້ນຂອງພັກເດໂມແຄຣັດ ໃນລັດ ມິສຊູຣີ (Missouri), ໂດຍຄາດວ່າ ຈະບໍ່ມີການລາຍງານຜົນ ຈົນກ່ວາຈະຮອດອາທິດຫນ້າ.

ໂດຍບໍ່​ມີ​ການ​ແຂ່ງ​ຂັນໃດ ຖືກສົງໄສເລີຍ. ທ່ານ ໄບເດັນ ແລະ ທ່ານ ທຣຳ ໄດ້ເອົາຊະນະຄູ່ແຂ່ງທີ່ສໍາຄັນຂອງພວກເພິ່ນແລ້ວ. ​ແຕ່​ການ​ແຂ່ງ​ຂັນ​ຂັ້ນ​ຕົ້ນ​ຍັງ​ຖືກ​ຕິດຕາມ​ເບິ່ງ​ຢ່າງ​ໃກ້​ຊິດ​ໂດຍ​ຄົນຢູ່ວົງໃນ ​ກ່ຽວກັບຈຳນວນຜູ້ອອກມາໃຊ້ສິດ ​ແລະ​ຮ່ອງຮອຍ​ຂອງການປະທ້ວງຈາກ​ຜູ້​ມີສິດລົງ​ຄະ​ແນນ​ສຽງ​.

ສຳລັບ​ທ່ານ ໄບເດັນ, ບັນດາພວກເສລີ​ນິຍົມ​ ບາງຄົນ ​ໄດ້​ສະ​ແດງ​ຄວາມ​ຄຽດ​ແຄ້ນ​ຕໍ່​ສົງຄາມຂອງອິສຣາແອລ ກັບກຸ່ມຮາມາສ ພາຍຫຼັງ​ການ​ບຸກ​ໂຈມ​ຕີ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ​ ໃນ​ວັນ​ທີ 7 ຕຸລາ. ເຈົ້າໜ້າທີ່ຂອງເຂດກາຊາ ລາຍງານວ່າ ມີຫຼາຍກວ່າ 30,000 ຄົນ, ເຊິ່ງສອງສ່ວນສາມໃນຈຳນວນນັ້ນ ແມ່ນແມ່ຍິງ ແລະເດັກນ້ອຍ, ທີ່ໄດ້ຖືກຂ້າຕາຍ ນັບຕັ້ງແຕ່ອິສຣາແອລໄດ້ເປີດສາກການບຸກໂຈມຕີ. ການ​ເຄື່ອນ​ໄຫວ​ປະ​ທ້ວງທີ່ດຳເນີນການໂດຍ​ຊຸມ​ຊົນ​ອາ​ເມ​ລິ​ກັນເຊື້ອສາຍ​ອາ​ຣັບ ​ໃນ​ລັດ​ມິ​ຊິ​ແກນ ໄດ້​ແຜ່​ຂະ​ຫຍາຍ​ໄປລັດອື່ນໆ ອີກຫຼາຍລັດ.

ທ່ານ ທຣຳ ​ແມ່ນ​ຜູ້​ມີ​ອຳນາດ​ໃນ​ພັກ​ຂອງ​ທ່ານ ​ແລະ ​ໄດ້ລັອກ​ການ​ສະ​ເໜີ​ຊື່​ຈາກ​ພັກຣີພັບ​ບລິ​ກັນ ​ເປັນຄັ້ງ​ທີ​ສາມ ຕິດຕໍ່ກັນ. ​ແຕ່​ທ່ານ​ໄດ້​ປະ​ເຊີນ​ກັບ​ການ​ຄັດຄ້ານ​ຈາກ​ຜູ້​ຄົນ​ທີ່​ເປັນ​ຫ່ວງ​ກ່ຽວ​ກັບ​ໄພ​ອັນຕະລາຍ​ທາງ​ກົດໝາຍ ​ອັນ​ໃຫຍ່​ຫລວງ​ທີ່​ທ່ານ​ປະ​ເຊີນ​ຢູ່ ຫລື​ການວິພາກວິຈານ ​ຕໍ່​ວາລະການ​ດຳລົງ​ຕຳ​ແໜ່​ງໃນ​ທຳນຽບຂາວ​ຂອງ​ທ່ານ ຊຶ່ງ​ໄດ້​ສິ້ນ​ສຸດ​ລົງ​ບໍ່​ດົນ​ຫລັງ​ຈາກ​ການ​ກໍ່ຈະລາຈົນ​ ໃນ​ວັນ​ທີ 6 ມັງກອນ ​ທີ່​ໄດ້​ເກີດ​ຂຶ້ນ​ຈາກບັນດາຜູ້​ສະໜັບສະໜຸນ​ຂອງ​ທ່ານ ​ແລະ​ມີສາເຫດມາຈາກທິດສະດີທີ່ບໍ່ຖືກຕ້ອງຂອງທ່ານ ກ່ຽວກັບການສໍ້ໂກງການເລືອກຕັ້ງ.

ການເລືອກຕັ້ງຂັ້ນຕົ້ນຂອງວັນເສົາ ແມ່ນການແຂ່ງຂັນຊີງເອົາຕໍາແໜ່ງປະທານາທິບໍດີ ທີ່ຈັດຂຶ້ນໂດຍພັກເດໂມແຄຣັດ ໃນລັດ ມິສຊູຣີ ຄັ້ງທຳອິດ ນັບຕັ້ງແຕ່ກົດໝາຍໃໝ່ໄດ້ມີຜົນບັງຄັບໃຊ້ ໃນເດືອນສິງຫາ 2022. ໃນຂະນະດຽວກັນ, ການເລືອກຕັ້ງຂັ້ນຕົ້ນຂອງລັດ ຫຼຸຍເຊຍນາ ແມ່ນເກີດຂຶ້ນເກືອບ 4 ປີ ຫຼັງຈາກທີ່ລັດດັ່ງກ່າວ ເປັນລັດທຳອິດ ທີ່ເລື່ອນການເລືອກຕັ້ງຂັ້ນຕົນຂອງຕົນ ຍ້ອນການລະບາດຂອງພະຍາດ ໂຄວິດ-19.

ອ່ານຂ່າວນີ້ເປັນພາສາອັງກິດ:

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG