Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ເມສາ ໒໐໒໔

ໃນເດືອນມີນາ ອຸນຫະພູມຂອງໂລກ ສູງຂຶ້ນເປັນປະຫວັດການ ເຊິ່ງເປັນຄັ້ງທີ 10 ລຽນຕິດ ໃນແຕ່ລະເດືອນ


ແຟ້ມພາບ - ອາສາສະໝັກແຈກນ້ຳດື່ມ ຢູ່ໃກ້ກັບບ່ອນຈອດລົດເມ ໃນຕອນມື້ອາກາດຮ້ອນ ໃນເຂດ ໄຮເດີຣາບາດ ຂອງອິນເດຍ, ວັນທີ 21 ມີນາ 2024.
ແຟ້ມພາບ - ອາສາສະໝັກແຈກນ້ຳດື່ມ ຢູ່ໃກ້ກັບບ່ອນຈອດລົດເມ ໃນຕອນມື້ອາກາດຮ້ອນ ໃນເຂດ ໄຮເດີຣາບາດ ຂອງອິນເດຍ, ວັນທີ 21 ມີນາ 2024.

ອົງການທີ່ຕິດຕາມສະພາບດິນຟ້າອາກາດຂອງສະຫະພາບຢູໂຣບ ຫຼື C-3-S ກ່າວວ່າ ອຸນຫະພູມຂອງໂລກໄດ້ຮ້ອນຂຶ້ນເຖິງຈຸດສູງສຸດໃໝ່ ເປັນຄັ້ງທີ 10 ລຽນຕິດໃນເດືອນມີນາປີນີ້.

ໜ່ວຍງານບໍລິການດ້ານການປ່ຽນແປງຂອງສະພາບອາກາດ ຄັອບເປີນີກັສ (Copernicus) ໄດ້ກ່າວໃນວັນອັງຄານວານນີ້ວ່າ ອຸນຫະພູມຂອງໂລກ ໂດຍສະເລ່ຍສູງຂຶ້ນພຽງແຕ່ 14 ອົງສາເຊລຊຽສ ເມື່ອເດືອນແລ້ວນີ້, ເຊິ່ງອຸ່ນ ຂຶ້ນ 1.64 ອັງສາ​ສູງກວ່າອຸນຫະພູມໂດຍສະເລ່ຍໃນເດືອນດຽວກັນ ລະຫວ່າງ ຍຸກສະໄໝກ່ອນອຸດສາຫະກຳ ໃນຊ່ວງປີ 1850 ຫາ 1900.

ອົງການດັ່ງກ່າວຍັງໄດ້ກ່າວວ່າ ນຶ່ງປີເຕັມສິ້ນສຸດລົງໃນເດືອນມີນາ ມີ​ອາ​ກາດຮ້ອນທີ່ສຸດໃນໄລຍະ 12 ເດືອນເທົ່າ​ທີ່​ເຄີຍ​ບັນ​ທຶກ​ມາ, ດ້ວຍອຸນຫະພູມ ສູງເກີນກວ່າອຸນຫະພູມໂດຍສະເລ່ຍໃນຍຸກສະໄໝກ່ອນອຸດສາຫະກຳ ເຖິງ 1.58 ອົງສາເຊລຊຽສ.

ອົງການ C-3-S ກ່າວວ່າ ອຸນຫະພູມຢູ່ພື້ນດິນ ເມື່ອເດືອນແລ້ວນີ້ ສະເລ່ຍຢູ່ທີ່ 21.07 ອົງສາເຊລຊຽສ ເຊິ່ງສູງທີ່ສຸດໃນແຕ່ລະເດືອນ ແລະສູງຂຶ້ນພຽງເລັກ ນ້ອຍກວ່າຂີດໝາຍຂອງອຸນຫະພູມທີ່ໄດ້ຖືກບັນທຶກເມື່ອເດືອນກ່ອນ ຢູ່ທີ່ 21.06 ອົງສາເຊລຊຽສ. ອຸນຫະພູມໃນເດືອນມີນາ ໄດ້ຖືກບັນທຶກໄວ້ ໃນຂະນະທີ່ມີປາ ກົດການໝຸນວຽນຂອງ El Nino ທີ່ເປັນຮູບແບບຂອງສະພາບດິນຟ້າອາກາດ ເຊິ່ງເຮັດໃຫ້ພື້ນຜິວຂອງມະຫາສະໝຸດປາຊີຟິກອົບອຸ່ນຂຶ້ນ, ແລ້ວສືບຕໍ່ຜ່ອນຄາຍ ລົງຫຼັງຈາກທີ່ໄດ້ສູງຂຶ້ນເຖິງສຸດຍອດໃນຊ່ວງເດືອນທັນວາ ຫາ ມັງກອນ.

ແຕ່ອົງການນັ້ນ ກ່າວວ່າ ອຸນຫະພູມເທິງອາກາດຂອງທະເລ ຍັງຄົມຢູ່ໃນລະດັບ ທີ່ສູງຕາມປົກກະຕິ.

The European Union’s climate monitoring agency says global temperatures reached a new high for the 10th consecutive month in March.

The Copernicus Climate Change Service said Tuesday that global temperatures averaged just over 14 degrees Celsius last month, 1.64 degrees Celsius warmer than the average temperatures for the same month between the pre-industrial era spanning the years 1850 to 1900.

The agency also said the full year ending in March was the hottest 12-month period ever recorded, with temperatures reaching 1.58 Celsius above the averages in the pre-industrial era.

C-3-S says sea surface temperatures last month averaged 21.07 degrees Celsius, the highest monthly value on record and just slightly higher than the mark of 21.06 degrees Celsius posted the month before. The March temperatures were recorded as the cyclical El Nino climate pattern, which warms the surface of the Pacific Ocean, continued to ease after peaking in December and January.

But the agency said marine air temperatures remained at an unusually high level.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG