Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໘ ເມສາ ໒໐໒໔

ນາຍົກລັດຖະມົນຕີຂອງກໍາປູເຈຍ ທ່ານຮຸນ ມາເນດ ຈະເດີນທາງໄປຢ້ຽມຢາມ ສປປ ລາວ ທີ່ກໍາລັງເປັນປະທານວຽນຂອງ ASEAN


ແຟ້ມຮູບ-ນາຍົກລັດຖະມົນຕີກໍາປູເຈຍ ທ່ານຮຸນ ມາເນດ ກ່ວປາໄສໃນລະຫວ່າງກອງປະຊຸມສຸດຍອດກ່ຽວກັບທຸລະກິດ ແລະການລົງທຶນຂອງ ASEAN ກ່ອນກອງປະຊຸມສຸດຍອດຂອງສະມາຄົມປະຊາຊາດໃນເອເຊຍຕາເວັນອອກສຽງໃຕ້ ຫຼື ASEAN ໃນນະຄອນຫຼວງຈາກາຕ້າ, ວັນທີ 4 ກັນຍາ 2023.
ແຟ້ມຮູບ-ນາຍົກລັດຖະມົນຕີກໍາປູເຈຍ ທ່ານຮຸນ ມາເນດ ກ່ວປາໄສໃນລະຫວ່າງກອງປະຊຸມສຸດຍອດກ່ຽວກັບທຸລະກິດ ແລະການລົງທຶນຂອງ ASEAN ກ່ອນກອງປະຊຸມສຸດຍອດຂອງສະມາຄົມປະຊາຊາດໃນເອເຊຍຕາເວັນອອກສຽງໃຕ້ ຫຼື ASEAN ໃນນະຄອນຫຼວງຈາກາຕ້າ, ວັນທີ 4 ກັນຍາ 2023.

ນາຍົກລັດຖະມົນຕີກຳປູເຈຍ ທ່ານຮຸນ ມາເນດ (Hun Manet) ຈະເດີນທາງໄປຢ້ຽມຢາມ ສປປ ລາວ ໃນຕົ້ນອາທິດນີ້, ເຊິ່ງເປັນໄລຍະເວລາ 7 ເດືອນຫຼັງຈາກໄດ້ເຂົ້າກຳອຳນາດຈາກພໍ່ຂອງທ່ານ, ອະດີດນາຍົກລັດຖະມົນຕີ ທ່ານຮຸນ ເຊັນ, ຜູ້ທີ່ໄດ້ປົກຄອງປະເທດມາເປັນເວລາເກືອບ 4 ທົດສະວັດ.

ການ​ຢ້ຽມຢາມຂອງທ່ານຮຸນ ມາເນດ ນັບ​ແຕ່​ວັນ​ທີ 25 ຫາ 26 ມີນາ ​ມີ​ຂຶ້ນ​ໃນ​ຂະນະ​ທີ່​ ສປປ ລາວ​ກໍາລັງຮັບໜ້າທີ່ເປັນ​ປະທານ​ສະມາຄົມ​ປະຊາ​ຊາດເ​ອເຊຍຕາ​ເວັນ​ອອກສຽງ​ໃຕ້ ຫລື ASEAN ເຊິ່ງ​ເປັນ​ກຸ່ມ​ຂອງບັນດາ​ສິບ​ປະ​ເທດ.

ຢູ່​ນະຄອນຫຼວງ​ວຽງ​ຈັນ, ທ່ານຮຸນ ມາເນດ ຈະ​ພົບ​ປະ​ກັບ ​ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີຂອງ ສປປ ລາວ, ​ແລະ​ຜູ້ນຳ​ທັງ​ສອງ ​ຈະ "ປຶກສາ​ຫາລື​ກ່ຽວ​ກັບ​ການ​ເພີ້ມ​ທະວີ​ການ​ຮ່ວມ​ມື​ສອງ​ຝ່າຍຢູ່ໃນວົງກວ້າງ," ອີງຕາມ​ຖະ​ແຫຼ​ງການ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ກຳປູ​ເຈຍ ​ທີ່​ນຳ​ອອກ​ເຜີຍ​ແຜ່ ​ໃນ​ວັນ​ພະຫັດ​ແລ້ວ​ນີ້.

ໃນຖະ​ແຫຼ​ງການ​ເປີດເຜີຍ​ຕື່ມ​ວ່າ ຜູ້ນຳ​ຂອງທັງ​ສອງປະເທດ ​ຍັງ​ຈະ​ແລກປ່ຽນ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ບັນຫາ​ອະນຸ​ພາກ​ພື້ນ, ບັນຫາຢູ່ໃນພາກ​ພື້ນ ​ແລະ ບັນຫາຕ່າງໆຂອງສາກົນ​ ທີ່​ມີ​ຜົນປະໂຫຍດ ​ແລະຄວາມ​ກັງວົນຕ່າງໆ​ຮ່ວມ​ກັນ.

ໃນຖະແຫຼງການອ່ານວ່າ:

ການ​ຢ້ຽມຢາມດັ່ງກ່າວນີ້ ຈະ​ເພີ້ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃຫ້ເລິກ​ເຊິ່ງກ່ວາ​ເກົ່າ ພາຍໃຕ້ຈິດວິນຍານແຫ່ງເພື່ອນບ້ານ​ໃກ້​ຄຽງທີ່​ດີ, ພາຍໃຕ້ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ພ້ອມດ້ວຍການເປັນ​ຄູ່ຮ່ວມມືຍຸດ​ທະ​ສາດ​ຮອບດ້ານ ​ແລະຍາວ​ນານ​ລະຫວ່າງ 2 ປະ​ເທດ. ໃນຂະນະດຽວກັນ, ກໍຈະເປັນການ​ເສີມ​ຂະຫຍາຍ​ພື້ນຖານ​ເພື່ອການ​ເຕີບໃຫຍ່ຂະຫຍາຍ​ໂຕ ​ແລະເພື່ອຄວາມ​ຈະເລີນຮຸ່ງເຮືອງ​ສໍາລັບ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນທັງ​ສອງ​ປະ​ເທດ.

ໃນ​ໄລຍະຂອງການ​ຢ້ຽມຢາມ, ກຳປູ​ເຈຍ ​ແລະ ລາວ ຈະ​ມີການເຊັນລົງ​ນາມ​ໃນ​ເອກະສານ​ຫຼາຍ​ສະບັບ, ​ແຕ່​ກະຊວງ​ການ​ຕ່າງປະ​ເທດ​ກຳປູ​ເຈຍ​ ຍັງບໍ່​ໄດ້​ລະບຸຊື່ກ່ຽວກັບເອກະສານດັ່ງກ່່າວນັ້ນເທື່ອ.

ທ່ານຊຸມ ຊຸນຣີ (Chum Sounry), ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດຂອງ​ກຳປູ​ເຈຍ​ ໄດ້​ປະຕິ​ເສດທີ່ຈະ​ໃຫ້​ຄຳ​ເຫັນໃດໆເພີ້ມເຕີມ ​ນອກຈາກ​ຖະ​ແຫຼ​ງການ​ທີ່ເປີດເຜີຍອອກມາຂອງ​ກະຊວງ​, ​ແຕ່​ທ່ານ​ກ່າວ​ວ່າ ການ​ຢ້ຽມຢາມ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານຮຸນ ມາເນດ “​ແມ່ນ​ເພື່ອ​ເສີມສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ​ແລະ ຍາວ​ນານ.”

ບັນດາ​ນັກ​ສັງ​ເກດ​ການຂອງ​ກຳປູ​ເຈຍ​ກ່າວ​ວ່າ ບັນຫາ​ຊາຍ​ແດນ ​ແລະ​ການ​ລັກລອບ​ຄ້າ​ຢາ​ເສບ​ຕິດ​ໄປ​ກຳປູ​ເຈຍ​ ສາມາດກາຍມາ​ເປັນ​ວາລະ​ຂອງ​ການ​ສົນທະນາ​ກັນຕື່ມ ນອກເໜືອຈາກ​ດ້ານ​ການ​ຄ້າ.

ທ່ານມີສ໌ ນີ (Meas Nee) ນັກສະແດງຄວາມຄິດເຫັນທາງດ້ານການເມືອງຂອງກຳປູເຈຍກ່າວວ່າ ການຢ້ຽມຢາມປະເທດລາວຂອງ ທ່ານຮຸນ ມາເນດ ໃນຖານະທີ່ເປັນຜູ້ນຳຄົນໃໝ່ຂອງກຳປູເຈຍ, ເຊິ່ງທ່ານຈໍາເປັນຈະຕ້ອງໄປຢ້ຽມຢາມຫຼາຍໆປະເທດທີ່ທ່ານຄິດວ່າ ຈະເປັນຜົນດີຕໍ່ຜົນປະໂຫຍດຂອງກຳປູເຈຍ.

ທ່ານ​ກ່າວ​ຕໍ່ VOA ພະແນກພາສາຈໍາປູເຈຍ​ ໃນ​ວັນ​ທີ 22 ມີນາ​ທີ່ຜ່ານມາ​ວ່າ “ນີ້​ແມ່ນ​ວຽກ​ງານ​ທາງ​ການ​ທູດ ​ໃນຖານະ​ຜູ້ນຳ​ຂອງປະ​ເທດ.”

ທ່ານ​ມີສ໌ ນີ ຮຽກຮ້ອງ​ໃຫ້​ທັງ​ສອງ​ປະ​ເທດຈົ່ງ​ເລັ່ງລັດ​ການ​ປັກ​ຫຼັກ​ໝາຍເຂດ​ຊາຍ​ແດນ​ ໂດຍ​ພະຍາຍາມ​ແກ້​ໄຂບັນຫາ​ຖົກຖຽງກັນກ່ຽວກັບເສັ້ນ​ຊາຍ​ແດນ​ທີ່​ຍັງ​ຄົງຄ້າງ, ທ່ານກ່າວຕື່ມວ່າ ທັງ​ສອງ​ປະ​ເທດຄວນ​ປຶກສາ​ຫາລື​ກ່ຽວ​ກັບ​ວິທີ​ການ​ຕໍ່ສູ້ຕ້ານ​ການ​ລັກລອບຄ້າ​ຢາ​ເສບ​ຕິດທີ່ຜິດກົດໝາຍ ​ເນື່ອງຈາກມີ​ລາຍ​ງານ​ວ່າ ​ມີ​ການລັກລອບຢາເສບຕິດເຂົ້າໄປ​ກຳປູ​ເຈຍ​ຢ່າງ​ຫຼວງ​ຫຼາຍ.

ທ່ານ​ບໍ່​ໄດ້​ຄາດ​ຫວັງ​ວ່າ ASEAN ຈະ​ສາມາດ​ແກ້​ໄຂ​ບັນຫາ​ລະດັບໂລກຂອງພາກພື້ນ​ໄດ້ ​ເຖິງ​ແມ່ນ​ລາວຈະ​ເປັນ​ປະທານ​ຂອງ​ກຸ່ມ​ດັ່ງກ່າວ​ໃນ​ປີ​ນີ້ກໍຕາມ.

ທ່ານກ່າວວ່າ "ຂ້າພະເຈົ້າບໍ່ຄິດວ່າ ປະເທດລາວຈະມີອິດທິພົນອັນສຳຄັນ," ໂດຍກ່າວ​ຕື່ມວ່າ “ຂ້າ​ພະ​ເຈົ້າ​ບໍ່​ຄາດ​ຫວັງ​ວ່າ ASEAN ຈະ​ສາມາດແກ້​ໄຂ​ສິ່ງຕ່າງໆ​ໃນ​ສະ​ພາບ​ການທີ່ມີການໂຕ້​ຖຽງ​ກັນ​ທີ່​ທົ່ວໂລກກໍາລັງ​ປະ​ເຊີນ​ຢູ່ ໃນປັດຈຸບັນນີ້.”

ທ່ານເອັມ ໂສວັນນາຣາ (Em Sovannara), ອາຈານສອນກ່ຽວກັບລັດຖະສາດໃນນະຄອນຫຼວງພະນົມເປັນກ່າວວ່າ ນີ້ບໍ່ແມ່ນຄັ້ງທຳອິດທີ່ ທ່ານ ຮຸນ ມາເນດ ຈະພົບປະກັບນາຍົກລັດຖະມົນຕີຂອງລາວດ້ວຍຕົນເອງ, ໂດຍກ່າວຕື່ມວ່າ ຜູ້ນຳທັງສອງໄດ້ພົບປະກັນແລ້ວຢູ່ດ້ານນອກກອງປະຊຸມໃນນະຄອນຫຼວງຈາກາຕ້າຂອງປີແລ້ວນີ້ ເມື່ອ ທ່ານ ຮຸນ ມາເນດ ເຂົ້າຮ່ວມກອງປະຊຸມອາຊຽນ ຢູ່ທີ່ນະຄອນຫຼວງຈາກາຕ້າ ລຸນຫຼັງ​ຂຶ້ນ​ກຳ​ອຳນາດ​ເມື່ອ​ວັນ​ທີ 22 ສິງຫາ ປີກາຍນີ້.

ທ່ານ​ກ່າວ​ຕໍ່ VOA ພະແນກພາສາກໍາປູເຈຍ ໃນວັນທີ 18 ມີນາ ທີ່ຜ່ານມານີ້ວ່າ “ບໍ່ມີອັນໃດໃໝ່ (ກ່ຽວກັບການເດີນທາງ) ລະຫວ່າງກໍາປູເຈຍ ແລະ ສປປ ລາວ, ແຕ່ສິ່ງທີ່ໃໝ່ ແມ່ນຜູ້ນໍາຄົນໃໝ່ຂອງກໍາປູເຈຍ.”

ທ່ານ​ກ່າວ​ວ່າ, ບັນຫາ​ຊາຍ​ແດນ​ລະຫວ່າງ​ ກຳປູ​ເຈຍ ​ແລະ ​ລາວ ​ບໍ່ໄດ້​ເຄັ່ງ​ຕຶງ, ​ແຕ່​ທັງ​ສອງ "ຈໍາເປັນຕ້ອງ​ຫາລື​ຢ່າງ​ກົງ​ໄປ​ກົງ​ມາ ​ແລະ​ພະຍາຍາມ​ຫຼີກ​ລ່ຽງການ​ປະ​ທະ​ກັນ​ທີ່​ຮຸນ​ແຮງ ​ດັ່ງທີ່ເຄີຍ​ເກີດ​ຂຶ້ນ​ໃນ​ອະດີດມາແລ້ວ."

ໃນປີ 2017, ຊາຍແດນຂອງ ກຳປູເຈຍ ແລະ ລາວ ໄດ້ເກີດຄວາມຮ້ອນແຮງຂຶ້ນໃນຂະນະທີ່ກຳປູເຈຍ ໄດ້ກ່າວຫາລາວວ່າ ທໍາການລ່ວງລະເມີດເຂົ້າໄປໃນບໍລິເວນຊາຍແດນ, ເຊິ່ງອະດີດນາຍົກລັດຖະມົນຕີ ທ່ານຮຸນ ເຊັນ ກ່າວໃນເວລານັ້ນວ່າ ທະຫານຂອງປະເທດລາວປະມານ 30 ຄົນ ໄດ້ພາກັນໄປປະຈຳການຢູ່ແຂວງສຕັງ ເຕຣັງ (Stung Treng) ທີ່ຕັ້ງຢູ່ທາງພາກເໜືອ ຂອງກຳປູເຈຍ, ແລະທ່ານກໍໄດ້ຮຽກຮ້ອງໃຫ້ລາວ ຖອນທະຫານຄືນໄປ.

ທ່ານ ຮຸນ ເຊັນກ່າວໃນປີ 2017 ວ່າ:

ຂ້າພະເຈົ້າຂໍຮ້ອງໃຫ້ ນາຍົກລັດຖະມົນຕີລາວ ທ່ານທອງລຸນ ສີສຸລິດ ຈົ່ງຖອນທະຫານອອກຈາກດິນແດນຂອງກຳປູເຈຍໂດຍບໍ່ມີເງື່ອນໄຂໃດໆ.”

ກຳປູ​ເຈຍ ​ແລະ ສປປ ລາວ ມີ​ຊາຍ​ແດນ​ຮ່ວມກັນ​ຍາວ 540 ກິ​ໂລ​ແມັດ ແລະມີເຂດແດນທີ່ເປັນຫຼັກໝາຍຮ່ວມກັນປະມານ 84 ເປີເຊັນຂອງເຂດຊາຍແດນຮ່ວມກັນທັງ​ໝົດມີ 121 ​ເສົາຫຼັກໝາຍ​ ​ທີ່ໄດ້​ບັນລຸ​ຜົນສຳ​ເລັດໄປ​ແລ້ວ, ອີງຕາມ​ເອກະສານ​ທາງ​ການ​ຂອງລັດຖະບານ​ກຳປູ​ເຈຍ.

ທ່ານວາ ກິມ ຮົງ (Var Kim Hong), ປະທານ​ຄະນະ​ກຳມະການ​ການ​ຮ່ວມ​ມື​ຊາຍ​ແດນ​ກຳປູ​ເຈຍ ​ໄດ້​ປະຕິ​ເສດ​ການ​ໃຫ້​ຄວາມ​ເຫັນ​ດັ່ງກ່າວເມື່ອ​ເວລາ​ທີ່ VOA ພະແນກພາສາກໍາປູເຈຍຕິດຕໍ່ຫາ.

ໃນເດືອນກຸມພາທີ່ຜ່ານມາ, ອະດີດນາຍົກລັດຖະມົນຕີ ທ່ານຮຸນ ເຊັນ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ແລະຜູ້ນຳທັງສອງ ກໍຕົກລົງເຫັນດີສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະໃກ້ຊິດຕິດແທດ ນັ້ນກໍ່ຄືການຮ່ວມມືໃນຫຼາຍຂົງເຂດລະຫວ່າງ 2 ປະເທດ, ນັບແຕ່ດ້ານການເມືອງ-ຄວາມໝັ້ນຄົງ, ການປ້ອງກັນຊາດ, ກິດຈະການຊາຍແດນ, ການຄ້າ ແລະ​ການ​ລົງ​ທຶນ, ການ​ເຊື່ອມ​ຕໍ່​ທາງ​ອາ​ກາດ, ການ​ທ່ອງ​ທ່ຽວ, ພະ​ລັງ​ງານ, ແລະ​ການ​ສຶກ​ສາ, ອີງ​ຕາມ​ຜົນ​ຂອງ​ກອງ​ປະ​ຊຸມທີ່ໄດ້ເຜີຍແຜ່ອອກມາໂດຍ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ກໍາ​ປູ​ເຈຍ.

ນອກນັ້ນ, ນາຍົກລັດຖະມົນຕີ ທັງ 2 ທ່ານ ກໍຍັງຕົກລົງເຫັນດີສືບຕໍ່ສະໜັບສະໜຸນເຊິ່ງກັນແລະກັນ ສໍາລັບພາກພື້ນ ແລະສາກົນ, ໂດຍສະເພາະແມ່ນ ASEAN ແລະ ອົງການສະຫະປະຊາຊາດ.

Cambodia’s Prime Minister Hun Manet is to visit Laos early next week, seven months after he has taken power from his father, former PM Hun Sen, who had ruled for a close to four decades.

The visit from March 25-26 occurs as Laos is now chairing Association of Southeast Asian Nations or Asean, a bloc of ten countries.

In Vientiane, Hun Manet will meet with Laotian premier, Sonexay Siphandone, and both leaders will “discuss elevating bilateral cooperation across a wide range of fields,” according to a statement of Cambodia’s Foreign Ministry released on Thursday.

Both leaders will also exchange views on sub-regional, regional, and international issues of common interest and concern, the statement added.

“The visit will further deepen bilateral cooperation under the spirit of good neighbourliness, traditional friendship, and the comprehensive and long-lasting strategic partnership between the two countries. At the same time, it will strengthen foundations for growth and prosperity for the benefit of the two peoples,” read the statement.

During the visit, Cambodia and Laos will sign several documents, but the Cambodia’s Foreign Ministry didn’t name them.

Chum Sounry, spokesman for Cambodia’s Foreign Ministry denied commenting in addition to the statement released by the ministry but he said the official visit of Hun Manet “is to promote further neighborhood and comprehensive strategic and long-lasting partnership.”

Cambodia’s observers say border issue and drug trafficking to Cambodia can be the agenda of discussion in addition to trade.

Meas Nee, a Cambodian political commentator, said Hun Manet's visit to Laos as he is a new leader of Cambodia, and he needs to visit as many countries that he thinks beneficial for Cambodia’s interests.

“It is the diplomatic work of the country’s leader,” he told VOA Khmer on March 22.

Meas Nee urged both countries to expedite the border demarcation by trying to solve the controversial remaining border line, adding that both countries should discuss the ways to combat drug trafficking as there were reportedly a lot trafficked to Cambodia.

He didn’t expect that Asean would be able to solve any regional global issues though Laos is a chair of the bloc this year.

“I don’t think Laos has any critical influence,” he said. “I don’t expect that Asean can solve anything in the controversial circumstance that the current world is facing,” he added.

Em Sovannara, a political science professor in Phnom Penh, said this will not be the first time that Hun Manet will meet Lao PM in person, adding that both leaders met in Jakarta last year at the sideline meeting when Hun Manet joined Asean meeting in Jarkarta, after taking power on last August 22.

“There is nothing new [about this trip] between Cambodia and Laos, but the new thing is the new leader of Cambodia,” he told VOA Khmer on March 18.

The border issue between Cambodia and Laos is not tense, he said, but both “need to discuss frankly and try to avoid violent clashes as it happened in the past.”

In 2017, Cambodia and Laos’s border flared up as Cambodia accused Laos of trespassing into a border area. Former Prime Minister Hun Sen said then around 30 Laotian soldiers were stationed in Cambodia's northern Stung Treng Province and he called on Laos to pull back the troops.

“I appeal to Lao Prime Minister Thongloun Sisoulith to withdraw troops from Cambodian territory without any conditions,” Hun Sen in 2017.

Cambodia and Laos share a 540-kilometer land border and some 84% of the common land boundary with a total of 121 border pillars, have been achieved, according to Cambodia’s government official documents.

Var Kim Hong, chairman of the Cambodia Border Affairs Committee denied commenting when reached by VOA Khmer.

In last February, former Prime Minister Hun Sen visited Laos and both leaders agreed to further strengthen the bonds of traditional friendship and close relations as well as cooperation in many areas between the two countries, ranging from political-security, defense, border affairs, trade and investment, air connectivity, tourism, energy, and education, according to the outcome of meeting shared by Cambodia’s Foreign Ministry.

The two Prime Ministers then also agreed to continue supporting each other in regional and international fora, particularly in ASEAN and the United Nations.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG