Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໙ ເມສາ ໒໐໒໔

ການສະຫຼອງຄືນກ່ອນວັນຄຣິສມາສ ຫຼື Christmas Eve ຂອງຊາວລາວ ໃນສະຫະລັດ ແລະ ສະວິດເຊີແລນ


ຄອບຄົວຂອງທ່ານນາງ ວັນນະພອນ ຮັບປະທານອາຫານຮ່ວມກັນ ໃນຄືນກ່ອນວັນຄຣິສມາສ.
ຄອບຄົວຂອງທ່ານນາງ ວັນນະພອນ ຮັບປະທານອາຫານຮ່ວມກັນ ໃນຄືນກ່ອນວັນຄຣິສມາສ.

ວັນບຸນຄຣິສມາສ ເປັນວັນບຸນທີ່ສຳຄັນວັນບຸນນຶ່ງ ສຳລັບຊາວຄຣິສຕຽນ ທີ່ໄດ້ມີການສະເຫຼີມສະຫຼອງກັນໃນທົ່ວໂລກ. ແຕ່ກໍປະຕິເສດບໍ່ໄດ້ວ່າ ຄືນກ່ອນວັນຄຣິສມາສ ຫຼື Christmas Eve ກໍ່ແມ່ນວັນທີ່ສຳຄັນ ອີກວັນນຶ່ງ ທີ່ໄດ້ຖືກສະເຫຼີມສະຫຼອງ ໃນຫຼາຍຮູບແບບ ແລະ ແຕກຕ່າງກັນໄປຕາມແຕ່ລະປະເທດ ແລະ ພາກພື້ນໃນທົ່ວໂລກ ເຊັ່ນກັນ. ໃນມື້ນີ້ ເຊິ່ງເປັນຄືນກ່ອນວັນຄຣິສມາສ,​ ພວກເຮົາໄດ້ມີໂອກາດໂອລົມກັບ ຊາວລາວທີ່ອາໄສຢູ່ໃນສະຫະລັດ ແລະ ສະວິທເຊີແລນ ກ່ຽວກັບຮູບແບບຂອງການສະເຫຼີມສະຫຼອງວັນດັ່ງກ່າວ ຂອງພວກເພີ່ນ ເຊິ່ງແຕ່ລະທ່ານ ຈະສະຫຼອງ​ຄ່ຳຄືນກ່ອນວັນຄຣິສມາສຂອງພວກເພີ່ນແນວໃດນັ້ນ, ອາດນະສັກ ມີລາຍລະອຽດ.

ໃນຫຼາຍໆປະເທດ ແລະ ພາກພື້ນໃນທົ່ວໂລກ, ອົງປະກອບພື້ນຖານທີ່ສຳຄັນອັນນຶ່ງໃນການສະຫຼອງຄືນກ່ອນວັນຄຣິສມາສ ເຊິ່ງຍັງສືບຕໍ່ປະຕິບັດກັນມາເປັນເວລາຍາວນານ ນັ້ນກໍຄືການເຂົ້າຮ່ວມພິທີການພິເສດທາງສາດສະໜາທີ່ປົກະຕິແລ້ວຈະຈັດຂຶ້ນຢູ່ໂບດ ເຊັ່ນ ການສວດມົນ, ຮ້ອງເພງ, ພິທີທາງສາດສະໜາໃນຕອນທ່ຽງຄືນ ແລະກິດຈະກຳ ອື່ນໆ. ຄຽງຄູ່ໄປກັບກິດຈະກຳດັ່ງກ່າວ, ຄົນສ່ວນໃຫຍ່ ກໍຍັງຖືວັນດັ່ງກ່າວນີ້ ເປັນວັນພິເສດທີ່ເປີດໂອກາດໃຫ້ພວກເຂົາເຈົ້າ ໄດ້ໃຊ້ເວລາ ກັບຄອບຄົວ ແລະ ຄົນທີ່ຮັກ ໃນຮູບແບບທີ່ເໝາະສົມກັບພວກເຂົາເຈົ້າ ເຊັ່ນ:​ ຫຼິ້ນເກມ, ເປີດຂອງຂວັນ ນຶ່ງຮອບກ່ອນວັນຄຣິສມາສ, ການ ກະກຽມສຳລັບວັນບຸນຄຣິສມາສ ເປັນຕົ້ນ.

ທ່ານນາງ ຊີ ອໍຣິງ ສະຫຼອງຄືນກ່ອນວັນຄຣິສມາສ ໃນປີ 2022.
ທ່ານນາງ ຊີ ອໍຣິງ ສະຫຼອງຄືນກ່ອນວັນຄຣິສມາສ ໃນປີ 2022.

ແຕ່ສຳລັບຄອບຄົວຂອງທ່ານນາງ ຊີ ອໍຣິງ ຊາວອາເມຣິກັນເຊື້ອສາຍລາວ ທີ່ໃນໄລຍະຜ່ານມາ ແມ່ນອາໄສຢູ່ຕ່າງປະເທດເປັນສ່ວນໃຫຍ່ ແລະ ຫາກໍກັບຄືນມາອາໄສຢູ່ສະຫະລັດ ໃນປີມໍ່ໆມານີ້, ການສະເຫຼີມສະຫຼອງ ຄືນກ່ອນວັນຄຣິສມາສ ຫຼື Christmas Eve ຂອງທ່ານນາງ ແລະ ຄອບຄົວໃນໄລຍະສິບປີ ທີ່ຜ່ານມາ ແມ່ນມີລັກສະນະ ກະທັດຮັດ ແລະງ່າຍດາຍ, ໂດຍທ່ານນາງ ໄດ້ກ່າວໃຫ້ຟັງວ່າ:

“ໂອເຄ...ອັນ ໃນປະມານສິບປີທີ່ຜ່ານມາເນາະ ແມ່ນເວລາສ່ວນຫຼາຍເຮົາ ແລະ ຄອບຄົວຂອງເຮົານິ ສ່ວນຫຼາຍສິແມ່ນຢູ່ຕ່າງປະເທດ ເປັນປະເທດທີ່ເປັນມຸສລິມ ສະນັ້ນຂະເຈົ້າຈະບໍ່ໄດ້ມີໂບດ ສະນັ້ນພວກເຮົາ ກັບຄອບຄົວກໍ່ເລີຍບໍ່ໄດ້ໄປໂບດ. ແຕ່ວ່າພວກເຮົາມີ ອັນນະ ແທຣດດີຊັນນອລວ່າ ໃນມື້ຄຣິສມາສຫັ້ນ ແມ່ນພວກເຮົາຈະຢູ່ກັບຄອບຄົວຂອງພວກເຮົາ ເປັນຄອບຄົວນ້ອຍເນາະ. ຄຣິສມາສ ອິຟ ນິ ອັນນີ້ສ່ວນຫຼາຍແມ່ນ ສ່ວນຫຼາຍຖ້າເຮົາບໍ່ໄດ້ເດີນທາງ ແມ່ນພວກເຮົາຈະ ໄປສະຫຼອງກັບໝູ່ ຄ້າຍໆວ່າເປັນຄອມມູນີຕີ ພັອດລັກ ເນາະ, ພວກເຮົາແຕ່ລະຄອບຄົວນິ ສິເອົາອາຫານມາແຊກັນ.”

ອາຫານທີ່ ທ່ານນາງ ຊີ ອໍຣິງ ໄດ້ກະກຽມສຳລັບສະຫຼອງກັບຄອບຄົວ ໃນຄືນກ່ອນວັນຄຣິສມາສ.
ອາຫານທີ່ ທ່ານນາງ ຊີ ອໍຣິງ ໄດ້ກະກຽມສຳລັບສະຫຼອງກັບຄອບຄົວ ໃນຄືນກ່ອນວັນຄຣິສມາສ.

ສຳລັບຄືນກ່ອນວັນຄຣິສມາສປີນີ້, ນອກຈາກການໃຊ້ເວລາກັບຄອບຄົວ ແລະ ໝູ່ເພື່ອນຄົນສະໜິດຕາມທີ່ເຄີິຍປະຕິບັດມາເປັນປະຈຳ ແລ້ວ, ທ່ານນາງ ຊິີ ແລະ ຄອບຄົວ ຍັງມີແຜນຈະໄປຮ່ວມພິທີທາງສາດສະໜາຢູ່ທີ່ໂບດໃກ້ໆບ້ານ ແລະ ປີດທ້າຍດ້ວຍການມອບຂອງຂວັນວັນຄຣິສມາສໃຫ້ລູກໆເປີດ ນຶ່ງອັນກ່ອນຈະໄປນອນ, ເຊິ່ງທ່ານນາງໄດ້ເວົ້າໃຫ້ພວກເຮົາຟັງດັ່ງນີ້:

“ພວກເຮົາຈະໄປ ໄປຢາມໝູ່ເນາະ, ໄປອັນນະ ຊຸມແຊວກັບໝູ່ກ່ອນ ມື້ກ່ອນມື້ຄຣິສມາສ ແລະ ແຕ່ວ່າປີນີ້ ທີ່ວ່າພວກເຮົາ ຢູ່ອາເມການີ້ ດົນໆ ເພາະວ່າພວກເຮົາ ບໍ່ຄ່ອຍໄດ້ໄປໂບດ. ສະນັ້ນ ປີນີ້ ພວກເຮົາມີວ່າງແຜນສິໄປໂບດ ໃນຄືນຂອງວັນຄຣິສມາສ ອີຟ. ຊ່ວງເຊີວິສ ຂອງຢູ່ຄຣິສມາສ ອິຟ ຢູ່ໂບດແມ່ນປະມານ 8 ໂມງແລງ ສະນັ້ນພວກເຮົາອາດຈະກິນອາຫານຢູ່ບ້ານກ່ອນ ແລ້ວຈຶ່ງໄປ.​ ແຕ່ວ່າກັບມາແລ້ວ ແມ່ນພວກເຮົາມີແທຣດດີຊັນນອລວ່າ ໃນຄືນຂອງຄຣິສມາສ ອິຟ ພວກເຮົາຈະເອົາຂອງຂັວນໃຫ້ລູກກ່ອນ ຄົນລະຢ່າງ ໃຫ້ເຂົາເຈົ້າເປີດ ເປີດກ່ອນເຂົາເຈົ້າຈະໄປນອນ.”

ສ່ວນທ່ານນາງ ວັນນພອນ ຊຸມພົນພັກດີ, ຊາວລາວທີ່ອາໄສຢູ່ໃນ ເມືອງຊູຣິກ (Zurich), ປະເທດສະວິດເຊີແລນ (Switzerland) ເຊິ່ງທ່​ານ​ນາງ​ກ່າວ​ວ່າ:

“ອໍາ... ຢູ່ສວິທເຊີແລນ ເຮົາຈະມີຄຣິສມາສ ມາເກັດ ເຂົາຈະເລີ້ມຕັ້ງແຕ່ເດືອນ 11 ມາຈົນຮອດມື້ກ່ອນຄຣິສມາສ ອິຟ ວັນທີ 24 ແຕ່ລະຄົນກໍຈະອອກໄປກິນ ໄປຊື້ເຄື່ອງ ເພື່ອວ່າໄປໃສ່ໃນຕົ້ນຄຣິສມາສ ເອ້ຢູ່ໃນຫັ້ນເນາະ ແລະກະຊື້ຂອງຂວັນໃຫ້ແຕ່ລະຄົນ. ວັນທີ 24, ເປັນມື້ທີ່ວ່າເຂົາເຈົ້າກິນ, ກິນເຂົ້າຄອບຄົວ ສ່ວນຫຼາຍມັນຈະເປັນງານຄອບຄົວ ວັນທີ 24 ເຂົາເຈົ້າກໍຈະບໍ່ໄປໃສ ແລະ ກໍຈະມີແຕ່ຄອບຄົວກິນນຳກັນ.”

ທ່ານນາງ ວັນນະພອນ ແລະ ຄົນຮັກ ໃນລະຫວ່າງຊ່ວງວັນຄຣິສມາສ
ທ່ານນາງ ວັນນະພອນ ແລະ ຄົນຮັກ ໃນລະຫວ່າງຊ່ວງວັນຄຣິສມາສ

ທ່ານນາງ ວັນນະພອນ ຍັງໄດ້ເວົ້າໃຫ້ຟັງຕື່ມອີກວ່າ ອາຫານທີ່ຄົນສວິສ ມັນກິນໃນຄືນກ່ອນວັນຄຣິສມາສ ເຊິ່ງຈະກິນປີນຶ່ງເທື່ອນຶ່ງ ກໍຄື ຟອງດູ ຊີນົວສ໌ (Fondue Chinoise), ໂດຍໄດ້ກ່າວວ່າ:

“ຄົນສວິສເຂົາກໍຈະກິນພວກ ຟອງດູ ຊີນົວສ໌ (Fondue Chinoise) ມັນຈະເປັນຄື ມັນຈະຈຸ່ມເປັນນໍ້າຊຸບ ເປັນຊີ້ນຈັງຊີ້ເນາະ ແລະ ກະຈະມີນໍ້າແຈ່ວ ຫຼາຍແຈ້ວ. ເຂົາຮ້ອງວ່າ ຟອງດູ ຊີນົວສ໌ (Fondue Chinoise) ເປັນແບບຝຣັ່ງ ແຖມຝຣັ່ງ. ແຕ່ວ່າຄົນສວິສ ເຂົາຈະກິນແບບນັ້ນ, ປີນຶ່ງເທື່ອນຶ່ງ. ສ່ວນຫຼາຍຈະກິນໃນວັນທີ 24, ສ່ວນຫຼາຍເຂົ້າຈະສະຫຼອງວັນທີ 24 ຄຣິສມາສ ອິຟ ແຕ່ວັນທີ 25 ແທ້ໆ ມັນກໍຈະເປັນກິນທຳມະດາ ແຕ່ວ່າແລກຂອງຂວັນນິ ກໍຈະເປັນວັນທີ 24.”

ການທີ່ພວກເຮົາມີໂອກາດ ໄດ້ໃຊ້ເວລາ ຫຼື ເຮັດກິດຈະກຳໃດນຶ່ງ ຮ່ວມກັບສະ ມາຊິກໃນຄອບຄົວ, ຄົນທີ່ພວກເຮົາຮັກ ແລະ ຮັກພວກເຮົາ ແມ່ນເປັນສິ່ງທີ່ມີຄວາມໝາຍ ແລະ ມີຄຸນຄ່າທາງດ້ານຈິດໃຈ ທີ່ບໍ່ສາມາດປະເມີນຄ່າໄດ້, ບໍ່ວ່າຈະໃນວາລະໂອກາດໃດກໍ່ຕາມ.

ອາດນະສັກ, ວີໂອເອ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG