Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໙ ເມສາ ໒໐໒໔

ກິດຈະການຂຸດຄົ້ນເງິນ Crypto ຢູ່ໃນລາວ ໄດ້ມີການຊື້ຂາຍເງິນ Crypto ແລ້ວຫຼາຍກວ່າ 18,000 bitcoin


ບິດຄອຍ (bitcoin) ຫຼື ສະກຸນເງິນດິຈີຕອລ
ບິດຄອຍ (bitcoin) ຫຼື ສະກຸນເງິນດິຈີຕອລ

ບັນດາບໍລິສັດຈີນ ທີ່ໄດ້ຮັບອະນຸຍາດໃຫ້ດຳເນີນກິດຈະການຂຸດຄົ້ນເງິນ Crypto ຢູ່ໃນລາວ ໄດ້ມີການຊື້ຂາຍເງິນ Crypto ແລ້ວຫຼາຍກວ່າ 18,000 bitcoin ໃນ 6 ບໍລິສັດຈາກທັງໝົດ 15 ບໍລິສັດ.

ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຖະແຫຼງວ່າ ລັດຖະບານລາວ ອະນຸຍາດໃຫ້ບໍລິສັດຕ່າງຊາດ 15 ລາຍ ເພື່ອດຳເນີນກິດຈະການຂຸດຄົ້ນ ແລະ ຊື້ຂາຍເງິນ Crypto ຢູ່ໃນລາວ ນັບຈາກປີ 2021 ເປັນຕົ້ນມາ ຊຶ່ງໃນປັດຈຸບັນມີ 6 ບໍລິສັດທີ່ເຮັດການຂຸດຄົ້ນ ແລະ ມີການຊື້ຂາຍເງິນ Crypto ແລ້ວ ຈຳນວນຫຼາຍກວ່າ 18,000 ບິດຄອຍ ສ່ວນ 7 ບໍລິສັດ ກຳລັງດຳເນີນການພັດທະນາລະບົບພື້ນຖານໂຄງລ່າງ ແລະ ໄດ້ລົງນາມໃນສັນຍາຊື້ຂາຍພະລັງງານໄຟຟ້າ ຈາກລັດວິສາຫະກິດໄຟຟ້າລາວແລ້ວ ຈຶ່ງຍັງເຫຼືອ 2 ບໍສັດທີ່ບໍ່ມີຄວາມຄືບໜ້າໃນການດຳເນີນການ ຊຶ່ງຈະມີການພິຈາລະນາ ເພື່ອຍົກເລີກ ຫຼືຖອນໃບອະນຸຍາດໃນໄລຍະຕໍ່ໄປ ຖ້າຫາກວ່າຍັງບໍ່ມີຄວາມຄືບໜ້າ ດັ່ງທີ່ທ່ານສອນໄຊ ຢືນຢັນວ່າ:

“ລັດຖະບານໄດ້ອະນຸຍາດໃຫ້ຂຸດຄົ້ນ crypto ຈຳນວນ 15 ບໍລິສັດ ໃນນັ້ນມີ 6 ບໍລິສັດ ທີ່ໄດ້ດຳເນີນການຂຸດຄົ້ນເງິນ crypto ແລ້ວ ເງິນ crypto ທີ່ຂຸດໄດ້ມາຮອດປັດຈຸບັນແມ່ນ 18,000 ກວ່າ bitcoin ສ່ວນ 7 ບໍລິສັດ ຍັງຢູ່ໃນໄລຍະການກໍ່ສ້າງພື້ນຖານໂຄງລ່າງ ແລ້ວກະໄດ້ມີການເຊັນສັນຍາຊື້-ຂາຍໄຟ ກັບລັດວິສາຫະກິດໄຟຟ້າແລ້ວ ແລະພ້ອມກັນນັ້ນ ກໍເຫັນວ່າ ຍັງມີ 2 ບໍລິສັດທີ່ບໍ່ທັນໄດ້ດຳເນີນການກໍ່ສ້າງ ແລະ ບໍ່ມີຄວາມຄືບໜ້າ ຊຶ່ງຕໍ່ໄປລັດຖະບານ ກໍຈະໄດ້ມີການຊຸກຍູ້ ຕິດຕາມ, ກວດກາ ຖ້າວ່າ ຍັງບໍ່ມີຄວາມຄືບໜ້າ ກະຈະໄດ້ມີການຖອດຖອນໂຄງການ.”

ໂດຍໃນຊ່ວງປີ 2021-2023 ລັດຖະບານລາວມີລາຍໄດ້ຈາກການອະນຸຍາດໃຫ້ຂຸດຄົ້ນເງິນ crypto ໃນມູນຄ່າລວມ 390 ລ້ານໂດລາ ກັບ 5.71 ຕື້ກີບ ໃນນີ້ແບ່ງເປັນລາຍໄດ້ຈາກຄ່າທຳນຽມການອະນຸຍາດ 7 ລ້ານໂດລາ ກັບ 5.71 ຕື້ກີບ, ຄ່າໄຟຟ້າ 359 ລ້ານ ແລະ ອາກອນການຊົມໃຊ້ໄຟຟ້າ 23.86 ລ້ານໂດລາຕາມລຳດັບ ສ່ວນໃນປີ 2024 ກໍຄາດວ່າ ຈະມີລາຍໄດ້ເພີ້ມຂຶ້ນເປັນ 2 ເທົ່າ ເພາະວ່າ ຈະມີການຂຸດຄົ້ນເງິນ crypto ໃນລາວເພີ້ມຂຶ້ນເປັນ 13 ບໍລິສັດຈາກຈີນ ທີ່ນອກຈາກຈະມີການໃຊ້ໄຟຟ້າເພີ້ມຂຶ້ນເກີນກວ່າ 1 ເທົ່າ ຕົວແລ້ວ ກໍຍັງຈະມີການຂຸດຄົ້ນ ແລະມີການຊື້ຂາຍເງິນ crypto ໃນລາວເພີ້ມຂຶ້ນດ້ວຍນັ້ນເອງ.

ສ່ວນທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານແລະບໍ່ແຮ່ ໄດ້ຖະແຫຼງກ່ຽວກັບແຜນຢຸດທະສາດການພັດທະນາອຸດສາຫະກຳ ການຂຸດຄົ້ນແຮ່ທາດແຫ່ງຊາດ ນັບຈາກປັດຈຸບັນເຖິງປີ 2030 ເມື່ອບໍ່ດົນມານີ້ ວ່າ ເປົ້າໝາຍສຳຄັນທີ່ສຸດຂອງລັດຖະບານລາວ ກໍຄືການສ້າງລາຍຮັບໃຫ້ໄດ້ເຖິງ 2,800 ລ້ານໂດລາ ຊຶ່ງຈະເປັນລາຍຮັບຈາກການອະນຸຍາດໃຫ້ສຳປະທານຂຸດຄົ້ນ ຊຶ່ງຈະເປັນລາຍຮັບຈາກການອະນຸຍາດໃຫ້ສຳປະທານຂຸດຄົ້ນ ແລະແປຮູບແຮ່ທາດເພື່ອຈຳໜ່າຍທັງພາຍໃນ ແລະ ສົ່ງອອກຕ່າງປະເທດໃຫ້ໄດ້ໃນມູນຄ່າລວມເຖິງ 23,400 ລ້ານໂດລາ ຫຼື ເພີ້ມຂຶ້ນເກີນກວ່າ 40 ເປີເຊັນ ທຽບໃສ່ກັບຊ່ວງປີ 2011 – 2020 ທັງຍັງຈະຈຳກັດການອະນຸຍາດສຳປະທານ ແລະ ຈະເພີ້ມສັດສ່ວນລາຍຮັບຂອງລັດຖະບານຈາກຜົນກຳໄລອີກດ້ວຍ ດັ່ງທີ່ທ່ານ ໂພໄຊ ຢືນຢັນວ່າ:

ນັບແຕ່ປີ 2025 ຫາ 2030 ໃຫ້ມີການຈຳກັດເລືອກເຟັ້ນ ແລະດັດສົມການລົງທຶນດ້ານແຮ່ທາດ ເນື່ອງຈາກວ່າ ລັດຖະບານໄດ້ອະນຸຍາດໃຫ້ບັນດາບໍລິສັດລົງທຶນໄປແລ້ວ ແລະກະເປັນສ່ວນຫຼາຍ ເຫັນຄວນໃນການອະນຸລັກເຂດສະຫງວນແຮ່ທາດໄວ້ ເພື່ອໃຫ້ຄົນລຸ້ນຫຼັງໄດ້ຊົມໃຊ້ຊັບພະຍາກອນແຮ່ທາດດັ່ງກ່າວ ສຳລັບຜົນປະໂຫຍດຂອງລັດຖະບານ ແມ່ນຈະຕ້ອງໄດ້ປັບປຸງອັດຕາສ່ວນຈາກບໍ່ໃຫ້ຫຼຸດ 48 ເປີເຊັນ ມາເປັນບໍ່ໃຫ້ຫຼຸດ 50% ຂອງກຳໄລສຸດທິທີ່ຜູ້ລົງທຶນໄດ້ຮັບ.”

ສ່ວນ ສະມາຊິກສະພາແຫ່ງຊາດລາວ ຢືນຢັນວ່າ ລັດຖະບານລາວ ໄດ້ຮັບຜົນປະໂຫຍດຈາກການອະນຸມັດໃຫ້ສຳປະທານຂຸດຄົ້ນແຮ່ທາດ ໃນອດຕາທີ່ຕໍ່າຫຼາຍໃນໄລຍະຜ່ານມາ ໂດຍສະເພາະແມ່ນການອະນຸມັດໃຫ້ສຳປະທານຂຸດຄົ້ນແຮ່ທາດແບບເລັ່ງດ່ວນ ແກ່ບັນດາບໍລິສັດຈາກຈີນ 98 ລາຍ ທີ່ມີຄ່າສຳປະທານຮວມກັນພຽງ 228 ລ້ານໂດລາເທົ່ານັ້ນ ໃນຊ່ວງປີ 2021 – 2023,​ ຊຶ່ງນອກຈາກຈະເປັນຍ້ອນລັດຖະບານລາວ ບໍ່ມີບຸກຄະລາກອນທີ່ມີຄວາມຮູ້ກ່ຽວກັບເທັກໂນໂລຈີ ທີ່ທັນສະໄໝໃນດ້ານບໍ່ແຮ່ແລ້ວ ຍັງປາກົດດ້ວຍວ່າ ມີການທຸດຈະຣິດໂດຍພະນັກງານລັດເກີດຂື້ນຢ່າງກວ້າງຂວາງ ແລະ ບໍ່ມີການກວດກາສຳປະທານຢ່າງແທ້ຈິງດ້ວຍນັ້ນ ຈຶ່ງເຮັດໃຫ້ການຈັດເກັບລາຍໄດ້ບໍ່ມີປະສິດທິພາບ ແລະຖືກເອົາລັດ-ເອົາປຽບໄດ້ງ່າຍ ໂດຍກໍລະນີຕົວຢ່າງຂອງການເກັບລາຍຮັບທີ່ບໍ່ມີປະສິດທິພາບ ແລະມີລາຍຮັບຄ່າສຳປະທານຕໍ່າຫຼາຍ ໃນໄລຍະຜ່ານມາ ກໍຄືສຳປະທານການຂຸດຄົ້ນແຮ່ທາດຫາຍາກ (Rare Earth) ທີ່ລັດຖະບານລາວ ໄດ້ຮັບສະເລ່ຍພຽງ 30 ໂດລາເທົ່ານັ້ນ ຕໍ່ການຂຸດຄົ້ນແຮ່ຫາຍາກໃນປະລິມານ 1 ໂຕນ ທີ່ສົ່ງໄປຈີນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG