Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ເມສາ ໒໐໒໔

ກຸ່ມຜູ້ສະໜັບສະໜຸນ ກ່າວວ່າ ປະຊາທິປະໄຕຊຸດໂຊມລົງເປັນປີທີ 20 ຕິດຕໍ່ກັນ


ກຸ່ມ Freedom House ເນັ້ນໜັກໃຫ້ເຫັນໃຫ້ເຫັນໃນລາຍງານຢູ່ເວັບໄຊທ໌ຂອງພວກເຂົາວ່າ "ການປ່ຽນແປງຂອງບັນດາປະເທດທັງຫຼາຍ", ວັນທີ 11 ເມສາ 2024.
ກຸ່ມ Freedom House ເນັ້ນໜັກໃຫ້ເຫັນໃຫ້ເຫັນໃນລາຍງານຢູ່ເວັບໄຊທ໌ຂອງພວກເຂົາວ່າ "ການປ່ຽນແປງຂອງບັນດາປະເທດທັງຫຼາຍ", ວັນທີ 11 ເມສາ 2024.

ການ​ປົກຄອງ​ແບບ​ປະຊາທິປະ​ໄຕ ​ໄດ້​ຊຸດໂຊມລົງເປັນ​ປີ​ທີ 20 ​ຕິດຕໍ່​ກັນ​ໃນ​ປີ​ກາຍ​ນີ້ ​ຢູ່ບໍລິເວນພາກພື້ນທີ່ເໜັ່ງຍາວ​ຈາກ​ ຢູ​ໂຣບ​ກາງ ​ໄປ​ຫາ ​ເອ​ເຊຍ​ກາງ, ອີງ​ຕາມ​ລາຍ​ງານ​ປະຈຳ​ປີ​ຂອງ​ອົງການ Freedom House ກ່ຽວກັບ “ການປ່ຽນແປງຂອງບັນດາປະເທດທັງຫຼາຍ” ທີ່ໄດ້ເປີດເຜີຍ​ອອກມາ​ ໃນ​ວັນ​ພະຫັດ​ວານ​ນີ້.

ໃນບົດ​ລາຍ​ງານ, ​ເຊິ່ງກວມ​ເອົາທິດທາງແບບ​ປະຊາທິປະ​ໄຕ, ອັນ​ໄດ້​ບັນຍາຍ​ເຖິງ​ການ​ຫັນປ່ຽນ​ໄປ​ສູ່​ການ​ປົກຄອງ​ແບບ​ຜະ​ເດັດ​ການ ​ແລະ "ການຈັດ​ລະບຽບ​ທາງດ້ານ​ພູມ​ສາດຂອງພາກພື້ນ​ຄືນ​ໃໝ່." ການຈັດ​ອັນ​ດັບ​ໃໝ່​ນັ້ນ ​ແມ່ນ​ການ​ແຍກ​ພາກ​ພື້ນ​ອອກ​ເປັນ​ກຸ່ມ​ປະຊາ​ທິປະ​ໄຕ​ ຂ້າມ​ມະຫາສະໝຸດ​ແອັດແລນ​ຕິກ, ​ແລະກຸ່ມຜະເດັດການ​, ເຊິ່ງຕ້ານກັບກຸ່ມ​ປະຊາທິປະ​ໄຕ, ອີງຕາມການກ່າວຂອງບົດລາຍງານ.

ບົດ​ລາຍ​ງານ​ກ່າວ​ວ່າ ຫຼັກ​ການ​ປະຊາທິປະ​ໄຕ​ ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ ໃນຈໍານວນ 10 ຈາກ 29 ປະ​ເທດຢູ່​ໃນ​ພາກ​ພື້ນ. ອັນ​ໄດ້ລະ​ບຸໃຫ້ເຫັນເຖິງການປົກຄອງທີ່​ໜັກໜ່ວງຂອງລະບອບຜະເດັດການ​, ການ​ຂະ​ຫຍາຍ​ການ​ຮຸກ​ຮານແບບຜະເດັດການ​, ແລະ​ຄວາມ​ຕ້ອງ​ການການ​ນໍາ​ພາ​ແບບປະຊາ​ທິ​ປະ​ໄຕ ທີ່ເຂັ້ມແຂງ ຢູ່​ໃນ​ທົ່ວ​ໂລກ ​ເພື່ອ​ຕໍ່ຕ້ານກັບ​ໄພ​ຂົ່ມ​ຂູ່​ເຫຼົ່າ​ນີ້​.

ເຖິງແມ່ນຈະມີທ່າອ່ຽງ, ແຕ່ບົດລາຍງານພົບວ່າ ບັນດາປະເທດປະຊາທິປະໄຕສ່ວນໃຫຍ່ ຍັງຄົງຮັກສາມາດຕະຖານດ້ານປະຊາທິປະໄຕຢູ່ພາຍໃນປະເທດ.

ບົດລາຍງານນັ້ນ ໃຫ້ຂໍ້ສັງເກດ ວ່າ ໂປແລນ, ເຖິງແມ່ນຈະປະເຊີນກັບການຊຸດໂຊມລົງທາງດ້ານປະຊາທິປະໄຕ, ແຕ່ສາມາດປ່ຽນແປງທິດທາງແຫ່ງຜົນຂອງການເລືອກຕັ້ງທີ່ສູງໃນເດືອນຕຸລາແລ້ວນີ້, ແລະນັ້ນ ແມ່ນຄວາມສາມາດສໍາລັບການຟື້ນຟູທີ່ຈະເປັນ "ຄວາມສໍາຄັນສໍາລັບພາກພື້ນທີ່ກວ້າງຂວາງຂຶ້ນ ໃນອະນາຄົດ."

ການຄົ້ນພົບອີກອັນນຶ່ງແມ່ນວ່າ ລະບອບການປົກຄອງຜະເດັດການທີ່ປະສົມປະສານ, ເຊິ່ງຮູ້ກັນດີ ວ່າມີທັງລັກສະນະຂອງການປົກຄອງແບບປະຊາທິປະໄຕ ແລະການປົກຄອງແບບຜະເດັດການ, ໂດຍແມ່ນການຕັດກັນທີ່ສຸດ.

ບົດລາຍງານກ່າວວ່າ ໃນຂະນະ​ທີ່​ບັນດາ​ປະ​ເທດຢູ່​ໃນ​ພາກ​ພື້ນກໍາລັງ​ກ້າວ​ເຂົ້າ​ສູ່ກຸ່ມ ຜະເດັດການ ຫຼື ກຸ່ມປະຊາທິປະ​ໄຕ​ ຢ່າງແຈ່ມແຈ້ງນັ້ນ, ບັນດາ​ປະ​ເທດ​ທີ່​ມີ​ລະບອບການປົກຄອງແບບ​ປະສົມປະສານກັນ ​ອາດ​ຈະ​ດໍາເນີນໄປໃນທິດ​ທາງ​ໃດ​ນຶ່ງ, ​ແລະ ປີ 2024 ອາດ​ຈະ​ເປັນ​ປີທີ່ເກີດເຫດການດັ່ງກ່າວ. ນີ້​ ຈະ​ເປັນ​ປີແຫ່ງ​ການ​ເລືອກ​ຕັ້ງ​ຄັ້ງ​ໃຫຍ່​ທີ່​ສຸດ​ທີ່ໄດ້​ບັນ​ທຶກ​ໄວ້ໃນປະຫວັດສາດ, ດ້ວຍປະ​ຊາ​ກອນ​ປະ​ມານ​ເຄິ່ງ​ນຶ່ງ​ຂອງ​ໂລກ ​ໃນຈໍານວນ​ຫຼາຍ​ກວ່າ 50 ປະ​ເທດ ​ກໍາລັງພາກັນມຸ່ງໜ້າໄປຍັງສະຖານທີ່ເລືອກຕັ້ງ ເພື່ອປ່ອນບັດລົງຄະແນນສຽງ.

Democratic governance declined for the 20th year in a row last year in a region stretching from Central Europe to Central Asia, according to Freedom House's annual "Nations in Transit" report, released Thursday.

The report, which covers democratic trends, describes a shift toward authoritarian rule and a "geopolitical reordering" of the region. That reordering is splitting the region into a transatlantic pro-democracy bloc, and an autocratic, anti-democracy bloc, it says.

Democratic principles suffered setbacks in 10 of the 29 countries in the region, the report says. It identifies deepening authoritarian rule, expanding authoritarian aggression, and a strong need for global democratic leadership to stem these threats.

Despite the trend, the report found that most democracies maintained democratic standards at home.

It noted that Poland, although facing democratic backsliding, was able to change course during a high-turnout election last October, and that its ability to recover will be "crucial for the future of the wider region."

Another finding is that hybrid regimes, which are known for containing both democratic and autocratic traits, are at a crossroads.

As countries in the region are moving into distinctly autocratic or democratic blocs, countries with hybrid regimes could go either way and 2024 could be a consequential year, the report says. This will be the biggest election year in recorded history, with about half the world's population in more than 50 countries heading to the polls.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG