Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ເມສາ ໒໐໒໔

ສານສູງຂອງຢູໂຣບ ບອກປະເທດຕ່າງໆ ໃຫ້ປົກປ້ອງປະຊາຊົນ ຈາກການປ່ຽນແປງດິນຟ້າອາກາດ ໃນຄະດີທີ່ມີຜົນສະທ້ອນຢ່າງກວ້າງຂວາງ


ຮູບປະກອບ-ວິວຂອງສານອາຍາສາກົນ, ເຊິ່ງເປັນສານສູງຂອງອົງການສະຫະປະຊາຊາດ, ວັນທີ 2 ກຸມພາ 2024.
ຮູບປະກອບ-ວິວຂອງສານອາຍາສາກົນ, ເຊິ່ງເປັນສານສູງຂອງອົງການສະຫະປະຊາຊາດ, ວັນທີ 2 ກຸມພາ 2024.

ສານສິດທິມະນຸດສູງສຸດຂອງຢູໂຣບ ໄດ້ອອກຄໍາສັ່ງ ໃນວັນອັງຄານວານນີ້ ວ່າ ປະເທດຕ່າງໆຈໍາເປັນຕ້ອງປົກປ້ອງປະຊາຊົນຂອງພວກເຂົາເຈົ້າ ຈາກຜົນຂອງການປ່ຽນແປງທາງດິນຟ້າອາກາດ, ຄຽງຂ້າງກັບກຸ່ມແມ່ຍິງທີ່ມີອາຍຸສູງຊາວສະວິດເຊີແລນ ໃນການຕໍ່ຕ້ານລັດຖະບານຂອງພວກເຂົາເຈົ້າ ສໍາລັບຄຳຕັດສິນທີ່ສໍາຄັນ ທີ່ອາດຈະມີຜົນກະທົບໄປທົ່ວທະວີບ.

ສານສິດທິມະນຸດຂອງຢູໂຣບ ໄດ້ປະຕິເສດຕໍ່ອີກ 2 ຄະດີທີ່ຄ້າຍຄືກັນ ໃນພື້ນຖານຂອງຂັ້ນຕອນ, ເຊິ່ງເປັນຄະດີທີ່ມີຄວາມສົນໃຈສູງອັນນຶ່ງ ທີ່ໄດ້ຢື່ນຄຳຟ້ອງໂດຍພວກຊາວໜຸ່ມຂອງປະເທດປອກຕຸຍການ ແລະອີກຄະດີນຶ່ງ ແມ່ນຟ້ອງຮ້ອງໂດຍເຈົ້າເມືອງຂອງຝຣັ່ງ ທີ່ພະຍາຍາມຜັກດັນໃຫ້ລັດຖະບານຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ.

ແຕ່​ຄະດີ​ຂອງພວກແມ່ຍິງຊາວ​ສະ​ວິດເຊີແລນ, ແນວໃດ​ກໍ​ຕາມ, ແມ່ນ​ໄດ້​ກຳນົດ​ບັນທັດຖານ​ທາງ​ດ້ານ​ກົດໝາຍ ຢູ່​ໃນ​ສະພາຂອງຢູໂຣບ ​ທີ່ມີສະມາຊິກຈາກ 46 ປະ​ເທດ ​ໃນ​ການ​ຄັດຄ້ານຕໍ່ ຄະດີຟ້ອງຮ້ອງ​ອັນໃດທີ່ຈະໄດ້ຮັບການພິຈາລະນາ ໃນອະນາຄົດ.

ທ່ານນາງໂຄຣິນາ ເຮຣີ (Corina Heri), ຜູ້ຊ່ຽວຊານໃນການຕໍ່ສູ້ຄະດີກ່ຽວກັບການປ່ຽນແປງດິນຟ້າອາກາດ ຢູ່ທີ່ມະຫາວິທະຍາໄລ ຊູຣິຈ໌ (Zurich) ກ່າວວ່າ “ນີ້ແມ່ນຈຸດທີ່ກໍາລັງມີການປ່ຽນແປງ.”

ເຖິງແມ່ນບັນດານັກເຄື່ອນໄຫວຈະປະສົບຜົນສໍາເລັດໃນການດໍາເນີນຄະດີພາຍໃນປະເທດ, ແຕ່ນີ້ແມ່ນຄັ້ງທໍາອິດ ທີ່ສານສາກົນໄດ້ທໍາການຕັດສິນກ່ຽວກັບການປ່ຽນແປງທາງດິນຟ້າອາກາດ, ແລະເປັນການຕັດສິນຄັ້ງທໍາອິດ ທີ່ຢືນຢັນວ່າ ບັນດາປະເທດຕ່າງໆ ມີໜ້າທີ່ໃນການປົກປ້ອງປະຊາຊົນຈາກຜົນກະທົບຂອງຕົນ, ອີງຕາມການກ່າວຂອງ ທ່ານ ເຮຣີ.

ທ່ານ​ນາງ​ກ່າວ​ວ່າ ພວກເຂົາຈະຕ້ອງ​ເປີດ​ກວ້າງ ​ສູ່​ການ​ທ້າ​ທາຍ​ທາງ​ດ້ານ​ກົດໝາຍໃນ​ບັນດາ​ປະ​ເທດ​ທີ່​ເປັນ​ສະມາຊິກ​ຂອງ​ສະພາ​ຢູໂຣບ ໃຫ້ຫຼາຍຂຶ້ນ, ​ເຊິ່ງລວມມີ 27 ປະ​ເທດຈາກ EU ​ແລະ ​ຫຼາຍ​ໆປະ​ເທດ​ ຈາກ​ອັງກິດ ຈົນຮອດ ເທີກີ.

ຄຳຕັດສິນ​ຂອງສານ​ສະ​ວິດເຊີແລນ, ໃນວັນອັງຄານວານນີ້ ​ໄດ້​ເຮັດໃຫ້ພວກຝ່າຍທີ່ຜ່າຍແພ້ນັ້ນ ຮູ້ສຶກບໍ່ພໍໃຈປານໃດ.

STRASBOURG, France (AP) — Europe's highest human rights court ruled Tuesday that countries must better protect their people from the consequences of climate change, siding with a group of older Swiss women against their government in a landmark ruling that could have implications across the continent.

The European Court of Human Rights rejected two other, similar cases on procedural grounds — a high-profile one brought by Portuguese young people and another by a French mayor that sought to force governments to reduce greenhouse gas emissions.

But the Swiss case, nonetheless, sets a legal precedent in the Council of Europe's 46 member states against which future lawsuits will be judged.

"This is a turning point," said Corina Heri, an expert in climate change litigation at the University of Zurich.

Although activists have had success with lawsuits in domestic proceedings, this was the first time an international court ruled on climate change — and the first decision confirming that countries have an obligation to protect people from its effects, according to Heri.

She said it would open the door to more legal challenges in the countries that are members of the Council of Europe, which includes the 27 EU nations as well as many others from Britain to Turkey.

The Swiss ruling softened the blow for those who lost Tuesday.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG