Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໙ ເມສາ ໒໐໒໔

ມູນນິທິ ນັກກິລາວອາເມຣິກັນ ແຫ່ງຊາດ ຫຼື NLAO ຊ່ອຍເຫຼືອພວກນັກກິລາຊາວໜຸ່ມ ພັດທະນາສູ່ລະດັບສູງສຸດ ໃນກິລາແຕ່ລະປະເພດ


ທ່ານລອນນີ ວົງສະຫວັນ (ຊ້າຍ) ແລະ ທ່ານສິດ ຫຼື ນ້ອຍ ພູສີຣິດ ຜູ້ສ້າງຕັ້ງມູນນິທິ ນັກກິລາລາວ ອາເມຣິກັນ ແຫ່ງຊາດ ທີ່ເປັນອົງການບໍ່ຫວັງຜົນກຳໄລ.
ທ່ານລອນນີ ວົງສະຫວັນ (ຊ້າຍ) ແລະ ທ່ານສິດ ຫຼື ນ້ອຍ ພູສີຣິດ ຜູ້ສ້າງຕັ້ງມູນນິທິ ນັກກິລາລາວ ອາເມຣິກັນ ແຫ່ງຊາດ ທີ່ເປັນອົງການບໍ່ຫວັງຜົນກຳໄລ.

ກິລາເປັນພາຫະນະນຶ່ງທີ່ສາມາດຊ່ອຍສ່ວນໃດສ່ວນນຶ່ງໃນການສະແຫວງຫາຄວາມຮູ້ ແລະອາຊີບ ຊຶ່ງບັນດາມະຫາວິທະຍາທັງຫຼາຍໃນສະຫະລັດ ຕ້ອງການນັກກິລາຜູ້ທີ່ມີພອນສະຫວັນ ຫຼືເກັ່ງໃນກິລາປະເພດໃດນຶ່ງ ເພື່ອເຂົ້າມາເປັນຕົວແທນໃຫ້ແກ່ສະຖາບັນການສຶກສາຂອງຕົນ. ສຳລັບນັກກິລາໄວໜຸ່ມຊາວອາເມຣິກັນເຊື້ອສາຍລາວ ທັງຫຼາຍແລ້ວ ກໍມີອີກຊ່ອງທາງນຶ່ງທີ່ອາດຊຸກຍູ້ໃຫ້ພວກເຂົາເຈົ້າບັນລຸເປົ້າໝາຍໃນການເປັນນັກກິລາອາຊີບໄດ້ ກໍຄື ມູນນິທິນັກກິລາລາວອາເມຣິກັນແຫ່ງຊາດ ຫຼື NLAO ທີ່ເປັນອົງການບໍ່ຫວັງຜົນກຳໄລ ໃຫ້ການຊ່ອຍເຫຼືອລ້າແກ່ພວກນັກກິລາຊາວໜຸ່ມລາວອາເມຣິກັນ ຜ່ານກິລາ ຊຶ່ງໄຊຈະເລີນສຸກ ມີລາຍງານມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໃນເບື້ອງຕົ້ນ ທ່ານສິດ ຫຼື ນ້ອຍ ພູສີຣິດ ປັດຈຸບັນຕັ້ງຖິ່ນຖານຢູ່ໃນນະຄອນແທມປາ ລັດຟລໍຣິດາ ແລະທ່ານ ລອນນີ ວົງສະຫວັນ ຜູ້ທີ່ເຄີຍເປັນເພື່ອນບ້ານໃກ້ຄຽງກັບທ່ານສິດ ໃນລັດຄາໂຣໄລນາເໜືອ ຊຶ່ງທັງສອງມີລູກສາວທີ່ເປັນນັກກິລາຕີກັອຟນຳກັນ ຈຶ່ງໄດ້ປຶກສາຫາລືຮ່ວມກັນຈັດຕັ້ງອົງການໃດນຶ່ງຂຶ້ນມາເພື່ອຊ່ອຍຊຸກຍູ້ພວກນັກສຶກສາຊາວໜຸ່ມລາວອາເມຣິກັນ ໃນດ້ານກິລາຕີກັອຟ ດັ່ງນັ້ນທັງສອງຈຶ່ງໄດ້ຕັດສິນໃຈຈັດຕັ້ງມູນນິທິດັ່ງກ່າວນີ້ ຂຶ້ນມາໄດ້ບໍ່ເທົ່າໃດປີ ຊຶ່ງທ່ານສິດ ໄດ້ກ່າວເປັນພາສາອັງກິດ ໃຫ້ວີໂເອ ຟັງວ່າ:

“ມູນນິທິ NLAO ໄດ້ຖືກຈັດຕັ້ງຂຶ້ນມາໃນປີ 2018 ເມື່ອ ລອນນີ ແລະຂ້ອຍລິງເຫັນທ່າແຮງຢ່າງເຕັມສ່ວນສຳລັບພວກລູກສາວຂອງພວກເຮົາ ຊຶ່ງຂ້ອຍມີລູກສາວຜູ້ທີ່ຕີກັອຟ ແລະລູກສາວລາວ ກໍຕີກັອຟ ແລ້ວພວກເຮົາເຫັນວ່າ ຄວນຈັດຕັ້ງມູນນິທິສ່ວນຕົວຂຶ້ນມາ ແລະຮັບການບໍລິຈາກໂດຍຜ່ານສ່ວນບຸກຄົນ ແລະພ້ອມທັງທຶນສະໜັບສະໜຸນຈາກບໍລິສັດຕ່າງໆ ແລະແມ່ນກະທັງຫາການລະດົມທຶນ ແລ້ວເກັບທຶນເຫຼົ່ານັ້ນ ໄວ້ໃນບັນຊີຂອງມູນນິທິ ຕໍ່ມາພວກເຮົາກໍສາມາດ ເຮັດສິ່ງທີ່ພວກເຮົາເອີ້ນວ່າ ທຶນການສຶກສາ ທີ່ມອບທຶນໃຫ້ແກ່ນັກກິລາໜຸ່ມນ້ອຍບໍ່ວ່າ ຈະເປັນກັອຟ ເຕະບານ ເບສບອລ ລອຍນ້ຳ ພວກເຮົາກໍໃຫ້ທຶນຊ່ອຍເຫຼືອລ້າ.”

ນອກຈາກມູນນິທິ NLAO ແລ້ວ ທ່ານສິດ ຍັງໄດ້ອະທິບາຍໃຫ້ຟັງວ່າ ທ່ານກໍຍັງມີສ່ວນກ່ຽວຂອງກັບອີກສາມຫຼືສີ່ອົງການທີ່ບໍ່ຫວັງຜົນກຳໄລນຳດ້ວຍ ແຕ່ NLAO ທີ່ທ່ານສ້າງຕັ້ງຂຶ້ນມາກັບທ່ານລອນນີ ຢູ່ໃນລັດຄາໂຣໄລນາເໜືອ ເປັນອົງການຫຼັກ ທີ່ວິໄສທັດທີ່ແທ້ຈິງຂອງພວກເພິ່ນ ແມ່ນເພື່ອພັດທະນານັກກິລາສຳລັບປະຊາຄົມລາວ, ພວກນັກກິລາຊາວໜຸ່ມຜູ້ທີ່ພວກເຮົາໃຫ້ຜົນປະໂຍດແກ່ພວກເຂົາ ຕໍ່ຈາກນັ້ນພັດທະນາພວກເຂົາ ແລ້ວຍັງຊ່ອຍພວກເຂົາໃນທາງດ້ານທຶນຊ່ອຍເຫຼືອລ້າ ຫຼືດ້ານການເງິນ ເພື່ອໃຫ້ພວກເຂົາພັດທະນາຂຶ້ນໄປອີກລະດັບນຶ່ງໄດ້ ໃນພື້ນຖານຂອງກິລາກັອຟ.

ດັ່ງທີ່ທ່ານສິດ ໄດ້ກ່າວມາ ມູນນິທິຂອງທ່ານເປັນມູນນິທິສ່ວນຕົວ ທີ່ບໍ່ພຽງແຕ່ຊ່ອຍເຫຼືອນັກກິລາຊາວໜຸ່ມເທົ່ານັ້ນ ແຕ່ຍັງໄດ້ຊ່ອຍເຫຼືອທັງຊຸມຊົນຊາວລາວ ແລະຊຸມຊົນອື່ນໆໃນພື້ນທີ່ ຊຶ່ງທ່ານຕັດສິນໃຈເອົາເອງທີ່ຈະມອບທຶນຊ່ອຍເຫຼືອລ້າໃຫ້ແກ່ອົງການຈັດຕັ້ງ ໂຮງຮຽນ ແມ່ນກະທັງອົງການທີ່ບໍ່ຫວັງຜົນກຳໄລ ຕາມຄວາມເໝາະສົມຂອງທ່ານແລະທ່ານລອນນີ ຊຶ່ງທ່ານກໍໄດ້ສະໜອງລາຍຊື່ຂອງໂຮງຮຽນຕ່າງໆ ອົງການຈັດຕັ້ງທີ່ບໍ່ຫວັງຜົນກຳໄລ ມູນິທິໃຈລາວ ແລະ ສະຖານທູດສະຫະລັດປະຈຳລາວ ເພື່ອໃຫ້ທຶນຊ່ອຍບັນເທົາໄພນ້ຳຖ້ວມໃນແຂວງອັດຕະປື ພ້ອມທັງອົງການສັງຄົມພົນລະເຮືອນ ວັດລາວໂຄລບເວີ ພ້ອມດ້ວຍອົງການແລະສະມາຄົມກິລາຕ່າງໆ ທັງຂອງທ້ອງຖິ່ນ ແລະຂອງຄົນລາວນຳດ້ວຍ.

ມູນນິທິ NLAO ຍັງໄດ້ຮ່ວມມືກັບທ່ານຈອນ ແມັສຊີນນາ ພໍ່ຂອງນັກກິລາລອຍນ້ຳຜູ້ທີ່ໄດ້ນຳເອົາທີມນັກກິລາລາວອາເມຣິກັນ ໄປແຂ່ງຊີເກມ ໃນນາມຂອງ ສປປ ລາວ ເມື່ອເດືອນແລ້ວນີ້ ຊຶ່ງທ່ານຈອນ ໄດ້ກ່າວເປັນພາສາອັງກິດຕໍ່ວີໂອເອລາວ ວ່າ:

“ໃນເລື້ອງຂອງຊີເກມ ຂ້ອຍໄດ້ລົມກັບສິດ ແລ້ວພວກເຮົາຕັດສິນໃຈຮ່ວມມືກັນໂດຍສະເພາະພາຍໃນມູນນິທິ NLAO ກ່ອນອື່ນ ແທນທີ່ຈະຕັ້ງມູນນິທິໃໝ່ຂຶ້ນມາ ທີ່ເປັນ 501 c (3) ຄ່າໃຊ້ຈ່າຍທາງດ້ານກົດໝາຍຫຼາຍໂພດເພື່ອຂໍຈັດຕັ້ງ ພວກເຮົາຄິດວ່າ ສິດໄດ້ຕັ້ງມູນນິທິຂຶ້ນມາເພື່ອສະໜັບສະໜຸນນັກກິລາລາວຢູ່ແລ້ວ ດັ້ງນັ້ນອັນນີ້ສາມາດເປັນພາຫະນະ ສະນັ້ນແຜນການກໍແມ່ນວ່າ ໃຫ້ເຂົ້າຫາທຸລະກິດ ແລະ ການອຸປະທຳຈາກບໍລິສັດໃຫຍ່ ແມ່ນກະທັງສ່ວນບຸກຄົນ ໃຫ້ພວກເຂົາເຈົ້າບໍລິຈາກຜ່ານ NLAO ສຳລັບກອງທຶນທີ່ເຈາະຈົງສຳລັບນັກກິລາຊີເກມ ໂດຍການບໍລິຈາກໃຫ້ NLAO ພວກເຂົາກໍສາມາດຂໍຍົກເວັ້ນພາສີເງິນຈຳນວນທີ່ບໍລິຈາກນັ້ນໄດ້ ຊຶ່ງພວກເຮົາກໍໄດ້ຈັດຕັ້ງການລະດົມທຶນໃນຂັ້ນຫາກຖານ ແລະພວກເຮົາຂໍຂອບໃຈກັບພວກທ່ານທີ່ບໍລິຈາກ ແຕ່ກໍບໍ່ດີທີ່ສຸດເທົ່າກັບການໄດ້ຮັບການບໍລິຈາກຂະໜາດໃຫຍ່ຂອງບໍລິສັດ ຊຶ່ງເຈົ້າຕ້ອງອອກໃບຮັບເງິນເພື່ອຂໍຍົກເວັນພາສີ ສະນັ້ນພວກເຮົາຈຶ່ງຕັດສິນໃຈຮ່ວມມືກັບມູນນິທິຂອງສິດ ແລ້ວບໍລິສັດຕ່າງໆ ກໍມີເຈດຕະນາທີ່ຈະສະໜັບສະໜຸນພວກເຮົາໃນແບບນີ້.”

ທ່ານສິດ ອະທິບາຍຕື່ມອີກວ່າ “ມູນນິທິຂອງພວກເຮົາ ໄດ້ຖືກນຳໃຊ້ເພື່ອສະຖານະເປັນ 501 c (3) ເປັນອົງການທີ່ບໍ່ຫວັງຜົນກຳໄລ ຊຶ່ງຈະໄດ້ຮັບການຍົກເວັ້ນພາສີ ເມືື່ອບໍລິສັດບໍລິຈາກເງິນສະໜັບສະໜຸນໃຫ້ແກ່ມູນນິທິ ພວກເຂົາກໍສາມາດນຳເອົາໃບຮັບເງິນ ເພື່ອຢັ້ງຢືນຂໍການຍົກເວັ້ນພາສາ ໃນວົງເງິນທີ່ໄດ້ບໍລິຈາກນັ້ນ.”

ທ່ານສິດ ກ່າວອີກວ່າ “ໃນການຊ່ອຍເຫຼືອນັກກິລາເພື່ອໃຫ້ເຂົາເຈົ້າພັດທະຂຶ້ນສູ່ລະດັບມືອາຊີບໄດ້ແລ້ວ ພວກເຮົາຫວັງວ່າ ເມື່ອພວກເຂົາໄດ້ເປັນນັກກິລາມືອາຊີບແລ້ວ ພວກເຂົາຄົງຈະຄຳນຶງໄດ້ວ່າ ມູນນິທິ NLAO ໄດ້ເຄີຍຊ່ອຍເຫຼືອພວກເຂົາເຈົ້າ ແລ້ວພວກເຂົາກໍຈະກັບຄືນມາບໍລິຈາກໃຫ້ແກ່ມູນນິທິ ເພື່ອຊ່ອຍເຫຼືອພວກນັກກິລາລຸ້ນໃໝ່ຕໍ່ໆໄປ ດັ່ງກັບກົງກວຽນຂອງຊີວິດ.”

ເຟສບຸກລິ້ງຂອງ NLAO: https://www.facebook.com/nlaofoundation/

XS
SM
MD
LG