ກຸ່ມຂອງ 7 ປະເທດທີ່ມີອຸດສາຫະກຳນຳໜ້າໝູ່ ຫຼື G7, ໄດ້ພົບປະກັນໃນວັນອາທິດວານນີ້ ແລະ ໄດ້ກ່າວປະນາມ ການໂຈມຕີຂອງ ອີຣ່ານ ໃສ່ ອິສຣາແອລ ເມື່ອຄືນທີ່ຜ່ານມາ “ຢ່າງຈະແຈ້ງ.”
ບັນດາຜູ້ນຳຂອງກຸ່ມນັ້ນ ໄດ້ກ່າວໃນຖະແຫຼງການຫຼັງຈາກກອງປະຊຸມທາງວິດີໂອ ທີ່ຖືກເຜີຍແຜ່ໂດຍ ອີຕາລີ ທີ່ເປັນປະທານກຸ່ມ G7 ວ່າ “ພວກເຮົາຂໍສະແດງຄວາມສາມັກຄີ ແລະ ການສະໜັບສະໜູນຂອງພວກເຮົາຢ່າງເຕັມທີ່ ສຳລັບ ອິສຣາແອລ ແລະ ປະຊາຊົນຂອງເຂົາເຈົ້າ ແລະ ຢືນຢັນຄຳໝັ້ນສັນຍາຂອງພວກເຮົາອີກຄັ້ງນຶ່ງ ຕໍ່ຄວາມໝັ້ນຄົງຂອງອິສຣາແອລ.”
ອິສຣາແອລ ໄດ້ກ່າວໃນວັນອາທິດວານນີ້ວ່າ ອີຣ່ານ ໄດ້ຍິງຈະຫຼວດ 320 ລູກໃສ່ເຂົາເຈົ້າ ໃນ “ການໂຈມຕີທີ່ບໍ່ເຄີຍມີມາກ່ອນ,” ແຕ່ລະບົບປ້ອງກັນອາກາດຂອງຕົນ ພ້ອມກັບອຸປະກອນຈາກ ສະຫະລັດ ແລະ ປະເທດທີ່ໃຫ້ການສະໜັບສະໜູນອື່ນໆ ກໍໄດ້ຍິງມັນຕົກ 99 ເປີເຊັນ.
ຖະແຫຼງການຂອງ G7 ໄດ້ກ່າວວ່າ “ດ້ວຍການກະທຳຂອງພວກເຂົາ, ອີຣ່ານ ໄດ້ກ້າວໄປໜ້າເພີ່ມເຕີມເພື່ອສ້າງຄວາມບໍ່ໝັ້ນຄົງໃນພາກພື້ນ ແລະ ສ່ຽງຍຸແຍ່ໃຫ້ເກີດຄວາມຮຸນແຮງໃນພາກພື້ນຢ່າງບໍ່ສາມາດຄວບຄຸມໄດ້. ສິ່ງນີ້ຕ້ອງຖືກຫຼີກເວັ້ນ.”
ພັນໂທ ປີເຕີ ເລີເນີ, ໂຄສົກກອງກຳລັງປ້ອງກັນປະເທດ ອິສຣາແອລ, ໄດ້ກ່າວຕໍ່ໂທລະພາບ CNN ວ່າ “ເຂົາເຈົ້າໄດ້ປະສົບຄວາມລົ້ມແຫຼວໃນການໂຈມຕີຂອງເຂົາເຈົ້າ.”
ກອງປະຊຸມຂອງ G7, ໃນວັນອາທິດວານນີ້ ແມ່ນຖືກຮຽກຈັດໂດຍ ອີຕາລີ, ເຊິ່ງເປັນປະທານວຽນຂອງກຸ່ມດັ່ງກ່າວ. ສະມາຊິກຂອງເຂົາເຈົ້າລວມມີ ອັງກິດ, ການາດາ, ຝຣັ່ງ, ເຢຍຣະມັນ, ຍີ່ປຸ່ນ ແລະ ສະຫະລັດ.
ທ່ານ ເລີເນີ ໄດ້ກ່າວວ່າ ເຕຫະຣ່ານ ໄດ້ແນເປົ້າໃສ່ຖານທັບແຫ່ງນຶ່ງທີ່ ອີຣ່ານ ໄດ້ກ່າວວ່າ ຖືກໃຊ້ເພື່ອເປີດການໂຈມຕີໃສ່ສະຖານກົງສຸນ ອີຣ່ານ ໃນນະຄອນຫຼວງ ດາມາສກັສ ຂອງ ຊີເຣຍ ເມື່ອວັນທີ 1 ເມສາທີ່ຜ່ານມາ ທີ່ໄດ້ເຮັດໃຫ້ນາຍພົນ ອີຣ່ານ 2 ຄົນເສຍຊີວິດ. ທ່ານໄດ້ກ່າວວ່າ ການໂຈມຕີເມື່ອຄືນທີ່ຜ່ານມາ “ບໍ່ໄດ້ສ້າງຄວາມເສຍຫາຍຫຼາຍ.”
ໂຄສົກກອງກຳລັງປ້ອງກັນປະເທດ ອິສຣາແອລ ໄດ້ກ່າວວ່າ ອີຣ່ານ ໄດ້ສົ່ງໂດຣນຕິດລະເບີດ 170 ລຳໃສ່ ອິສຣາແອລ, ຍິງລູກສອນໄຟຂີປະນາວຸດ 120 ລູກ ແລະ ລູກສອນໄຟນຳວິຖີ 30 ລູກ, ໂດຍສ່ວນຫຼາຍແມ່ນມາຈາກເຂດແດນຂອງ ອີຣ່ານ ໂດຍກົງ, ແນວໃດກໍຕາມ ບາງລູກແມ່ນຖືກຍິງໂດຍພວກຫົວຮຸນແຮງທີ່ເປັນຕົວແທນຂອງ ອີຣ່ານ ໃນ ອີຣັກ ແລະ ເຢເມນ.
ຟໍຣັມສະແດງຄວາມຄິດເຫັນ