Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ນັກສ້າງເລື້ອງທີ່ມີເນື້ອຫານຳລົງສື່ສັງຄົມ ອິດສະຫຼະ ຫຼື blogger 2 ຄົນ ຖືກຂັງຄຸກ ໃນຫວຽດນາມ


ນະຄອນຫຼວງ ຮາໂນ່ຍ, ປະເທດຫວຽດນາາມ
ນະຄອນຫຼວງ ຮາໂນ່ຍ, ປະເທດຫວຽດນາາມ

ນັກສ້າງເລື້ອງທີ່ມີເນື້ອຫານຳລົງສື່ສັງຄົມ ອິດສະຫຼະ ຫຼື blogger 2 ຄົນຖືກຄວບຄຸມຕົວຢູ່ຫວຽດນາມ ໃນທ້າຍເດືອນແລ້ວນີ້, ເຊິ່ງລວມມີ 1 ຄົນທີ່ເປັນຜູ້ສະໜອງຂ່າວໃຫ້ແກ່ວິທະຍຸເອເຊຍເສລີ ຫຼື RFA ເຊິ່ງເປັນຫ້ອງຂ່າວເອື້ອຍນ້ອງຂອງວີໂອເອ.

ໃນວັນ​ທີ 29 ກຸມພາ​ນີ້, ຕຳຫຼວດ​ໄດ້​ຈັບ​ຕົວທ່ານ ຫງວຽນ ​ວູ ​ບິ່ນ, ຜູ້​ສະໜອງຂ່າວ​ໃຫ້​ RFA ພາກພາສາ​ຫວຽດນາມ ເປັນປະຈຳ, ​ແລະທ່ານ ຫງວຽນ ​ຈີ໋ ຕວຽນ ຢູ່​ເຮືອນ​ຂອງ​ພວກເຂົາ ​ໃນ​ນະຄອນຫຼວງ​ຮາ​ໂນ່ຍ, ອີງຕາມການກ່າວຂອງກຸ່ມເສລີພາບຂອງສື່ມວນຊົນ ທີ່ເປັນຄະນະກຳມະການເພື່ອປົກປ້ອງນັກຂ່າວ.

​ລາຍງານຂອງສື່​ມວນ​ຊົນ ກ່າວ​ວ່າ ທ່ານ ບິ່ນ (Binh) ຖືກ​ຈັບ​ໃນ​ຂໍ້​ກ່າວ​ຫາ​ທີ່​ບໍ່​ແຈ້ງ ຫລັງ​ຈາກ​ໄດ້​ຖືກ​ເອີ້ນ​ໂຕໃຫ້​ເຂົ້າໄປ​ພົບ​ກັບ​ຕຳຫຼວດ​ໃນ​ມື້​ກ່ອນ.

ນີ້​ຍັງ​ຫ່າງ​ໄກ​ຈາກ​ຄັ້ງ​ທຳ​ອິດ​ທີ່​ອຳນາດ​ການ​ປົກຄອງ​ຫວຽດນາມ ​ໄດ້ແນ​ເປົ້າໄປທີ່ ທ່ານ ບິ່ນ. ​ໃນ​ປີ 2002, ຫຼັງ​ຈາກ​ໄດ້​ໃຫ້​ຄຳ​ເຫັນ​ເປັນ​ລາຍ​ລັກ​ອັກ​ສອນ​ຕໍ່​ລັດຖະສະພາ​ສະຫະລັດ ​ກ່ຽວ​ກັບ​ບັນຫາ​ສິດທິ​ມະນຸດ​ໃນ​ຫວຽດນາມ, ທ່ານ​ໄດ້​ຖືກ​ຈັບ​ ແລະ​ຖືກ​ຕັດສິນ​ລົງ​ໂທດ​ໃຫ້​ຕິດ​ຄຸກ 7 ປີ, ອີງຕາມ ຂໍ້ມູນຈາກ RFA. ຕໍ່ມາ ລາວໄດ້ຖືກປ່ອຍຕົວໃນປີ 2007.

ຫຼັງຈາກນັ້ນ, ໃນປີ 2015, ທ່ານໄດ້ຢູ່ໃນບັນດານັກຂຽນບລັອກ ແລະນັກເຄື່ອນໄຫວ 12 ຄົນທີ່ຖືກຕີໂດຍຕໍາຫຼວດໃນ ນະຄອນຫຼວງຮ່າໂນ້ຍ, ອີງຕາມການກ່າວຂອງ RFA.

​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ ໃນ​ວັນ​ພະຫັດ​ວານ​ນີ້, RFA ​ແລະ​ກຸ່ມ PEN International ຮຽກຮ້ອງ​ໃຫ້​ປ່ອຍຕົວ ທ່ານ ບິ່ນ ​ໃນທັນທີ. ທ່ານບິ່ນ ເປັນ​ສະ​ມາ​ຊິກ​ກິດຕິມະສັກ​ຂອງ​ສູນ PEN ຫຼາຍ​ແຫ່ງ.

ປະທານ ແລະຊີອີໂອ ຂອງ RFA ທ່ານ ນາງ ເບ ຟາງ (Bay Fang) ແລະ ປະທານຂອງ PEN International ທ່ານ ເບີຮານ ຊອນເມັຊ (Burhan Sonmez) ກ່າວໃນຖະແຫຼງການວ່າ “ກໍລະນີຂອງລາວ ໄດ້ຮັບຄວາມສົນໃຈຢ່າງໄວວາ, ແລະພວກເຮົາຮຽກຮ້ອງໃຫ້ປະຊາຄົມນາໆຊາດ ເຂົ້າຮ່ວມກັບພວກເຮົາ ໃນການປະນາມການຈັບກຸມລາວ.”

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 2 ພຶດສະພາ 2024

XS
SM
MD
LG