Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ອິນເດຍ ແລະ ຈີນ ສະແຫວງຫາອິດທິພົນຢູ່ໃນ ເນປາລ ໃນຂະນະທີ່ໂຄງການພື້ນຖານໂຄງລ່າງ ຢຸດສະງັກ


ອິນເດຍ ແລະ ຈີນ ສະແຫວງຫາອິດທິພົນຢູ່ໃນເນປາລ ໃນຂະນະທີ່ໂຄງການພື້ນຖານໂຄງລ່າງ ຢຸດສະງັກ

ໂຄງການທາງຫຼວງ ແລະ ສະໜາມບິນຍັງບໍ່ທັນໄດ້ເລີ້ມດຳເນີນງານໃນປະ​ເທດ ເນປານ, ໃນຂະນະທີ່ອິນເດຍ ແລະຈີນແຂ່ງຂັນກັນເພື່ອຍາດແຍ່ງເອົາອິດທິພົນໃນປະເທດ ພູຮິມາໄລ ຜ່ານໂຄງການພື້ນຖານໂຄງລ່າງ. ບັນດານັກວິ​ເຄາະ​ ແລະ​ນັກ​ການ​ເມືອງ​ກ່າວ​ວ່າ ລັດຖະ ບານ​ເນ​ປາລ ​ກຳລັງ​ດຳເນີນການຢ່າງ​ດຸ່ນດ່ຽງ​ເພື່ອ​ຮັກສາ​ຄວາມ​ເປັນ​ກາງ​ໃນ​ການ​ແຂ່ງຂັນ ດັ່ງກ່າວ. ​ແຕ່ປະ​ຊາ​ຊົນ​ເນ​ປານ ແມ່ນກຳລັງຮູ້ສຶກອຸກອັ່ງ​ໃຈຫຼາຍຂຶ້ນເລື້ອຍໆ ​ເນື່ອງຈາກບໍ່ມີ ຄວາມກ້າວໜ້າ.

ເສັ້ນທາງທີ່ບໍ່ລຽບ, ເຕັມໄປດ້ວຍຂີ້ຝຸ່ນເລົ່ານີ້ ແມ່ນບ່ອນທີ່ທາງດ່ວນຈາກ​ນະ​ຄອນຫຼວງ ກາດມານດູຫາ​ພາກ​ພື້ນເຕຣາຍ (Kathmandu-Terai) ມີກຳນົດຈະໃຫ້ສໍາເລັດໃນປີນີ້. ​ແຕ່ໂຄງການ​ທີ່ຄວນ​ຈະ​ເຊື່ອມ​ຕໍ່​ນະຄອນຫຼວງ​ກັບ​ພາກ​ໃຕ້​ຂອງ​ປະ​ເທດ​ນັ້ນ ສຳເລັດໄປແລ້ວພຽງ ແຕ່​ໜຶ່ງ​ສ່ວນ​ສີ່ເທົ່ານັ້ນ, ອີງຕາມລາຍ​ງານຂອງ​ສື່​ມວນ​ຊົນ​ທ້ອງ​ຖິ່ນ​. ​ແລະ ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າຢ່າງໄວທີ່ສຸດ, ມັນ​ຈະ​ບໍ່​ສຳ​ເລັດ​ຈົນ​ຮອດ​ປີ 2027.

ປະຊາຊົນທີ່ອາໄສຢູ່ຕາມລຽບ​ເສັ້ນ​ທາງ​ດັ່ງກ່າວເວົ້າ​ວ່າ​ເຂົາ​ເຈົ້າເມື່ອຍ​ກັບ​ການຂາດຄວາມ ກ້າວ​ໜ້າ.

ທ້າວ ເບຣຸງ ທາມາງ (Berung Tamang) ເປັນຊາວກະສິກອນ ກ່າວວ່າ …

“ຍິ່ງສ້າງໄດ້ໄວເທົ່າໃດ, ພົນ​ລະ​ເມືອງ​ເນ​ປານ​ກໍຈະສາ​ມາດ​ພັດ​ທະ​ນາ​ໄດ້​ໄວ​ຂຶ້ນເທົ່ານັ້ນ. ນອກຈາກນີ້, ຢູ່ນີ້ເປັນພື້ນທີ່ເປີດ. ຂີ້ຝຸ່ນຈາກ ຫົນທາງໃນປັດຈຸບັນ ກໍ່ຍັງເຂົ້າໄປໃນເຮືອນ ຂອງພວກເຮົາອີກດ້ວຍ. ສໍາລັບງົວແລະສັດລ້ຽງອື່ນໆ , ຂີ້ຝຸ່ນກໍເຂົ້າໄປໃນອາຫານຂອງ ພວກມັນເຊັ່ນກັນ.”

ການ​ກໍ່ສ້າງ​ຖະໜົນ​ຫົນທາງ​ໄດ້​ຖືກ​ນຳຂຶ້ນໄປຕໍ່ສູ້ກັນໃນ​ສານ ​ລະຫວ່າງ​ບໍລິສັດ​ອິນ​ເດຍ ​ແລະ​ຈີນ​ ທີ່​ປະມູນ​ໂຄງການ​ດັ່ງກ່າວ.

ອິນ​ເດຍ ​ແລະ ຈີນ ຕ່າງກໍກຳລັງຍາດຊິງ​ອິດ​ທິພົນກັນຢູ່​ທີ່​ນີ້ ​ໂດຍ​ການ​ສະ​ເໜີ​ໂຄງການ​ພັດທະນາຕ່າງໆ ​ແລະ ການ​ສະໜອງ​ທຶນ​ໃຫ້​ໂຄງການ. ປະເທດນີ້ມີຄວາມສໍາຄັນທາງດ້ານ ຍຸດທະສາດສໍາລັບທັງສອງປະເທດຍ້ອນວ່າສາຍພູ ຮິມາໄລ ທີ່ຕັດຜ່ານເນປານ, ສ້າງສິ່ງ ກີດຂວາງລະຫວ່າງພວກເຂົາ.

ບັນດານັກວິ​ເຄາະ​ກ່າວ​ວ່າ ເນ​ປານ​ ກຳລັງຮັບ​ມື​ກັບ​ສະ​ຖາ​ນະ​ການ​ທີ່​ຫຍຸ້ງ​ຍາກ ເພື່ອຮັກສາ ຄວາມເປັນ​ກາງ.

ທ່ານ ຊານກາ ທີວາຣີ (Shankar Tiwari), ທີ່ປຶກສາຂອງລັດຖະບານເນປານ ຊຸດກ່ອນ ກ່າວວ່າ:

"ພວກເຂົາພຽງແຕ່ພະຍາຍາມເຮັດວຽກໃຫ້ສອດຄ່ອງກັບຜົນປະໂຫຍດຂອງພວກເຂົາ. ທັງສອງປະເທດຖືຜົນປະໂຫຍດຂອງພວກເຂົາເອງມາກ່ອນພວກເຮົາ. ພວກເຮົາຈໍາເປັນ ຕ້ອງກ້າວໄປຢ່າງມີສະຕິ ໃນຂະນະທີ່ຮັບເອົາການຊ່ວຍເຫຼືອຈາກພວກເຂົາ. ພວກເຮົາບໍ່ ຢາກທີ່ຈະຕົກຢູ່ໃນຄວາມວຸ້ນວາຍທາງດ້ານພູມສາດການເມືອງ."

ສະຫນາມບິນສາກົນ ໂພຄາຣາ (Pokhara) ຮັບ​ໃຊ້​ບໍ​ລິ​ການ​ນຶ່ງ​ໃນ​ຈຸດທ່ອງທ່ຽວທີ່ໄດ້ຮັບ ຄວາມນິຍົມຫຼາຍແຫ່ງນິ່ງຂອງເນປານ. ມັນຖືກສ້າງຂຶ້ນໂດຍບໍລິສັດຜູ້ຮັບເຫມົາຈາກຈີນ ທີ່ມີໄດ້ຮັບການສະໜັບສະໜູຸນທາງດ້ານການເງິນຈາກຈີນ ແລະໄດ້ເປີດໃຫ້ບໍລິການ ໃນເດືອນມັງກອນ 2023. ເຖິງຢ່າງໃດກໍ່ຕາມ, ມັນຍັງບໍ່ສາມາດຮອງຮັບຖ້ຽວບິນລະຫວ່າງ ປະເທດຕາມກຳນົດໄດ້. ສື່​ມວນ​ຊົນ​ທ້ອງ​ຖິ່ນ​ກ່າວ​ວ່າ ອິນ​ເດຍ ກຳລັງ​ແກ່ເວລາໃນການອະ ນຸຍາດໃຫ້ມີຖ້ຽວບິນ​ໄປ​ທີ່​ນັ້ນ ​ເນື່ອງຈາກສະໜາມບິນດັ່ງກ່າວມີການເຊື່ອມຕໍ່ກັບຈີນ.

ມີໂຄງການ​ພື້ນຖານ​ໂຄງ​ລ່າງ​ທີ່​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ຈີນ ​ຢ່າງນ້ອຍ 6 ໂຄງການ ເກີດຄວາມຫຼ້າຊ້າ, ອີງ​ຕາມ​ໜັງສືພິມ Kathmandu Post. ບັນດານັກວິ​ເຄາະ​ບອກກັບ​ວີ​ໂອ​ເອວ່າ ລັດ​ຖະ​ບານ​ມີ​ຄວາມ​ລະ​ມັດ​ລະ​ວັງ​ໃນ​ສະຫຼຸບເງື່ອນໄຂ​ຂອງ​ໂຄງ​ການເຫຼົ່ານັ້ນ ເພາະ​ຢ້ານ​ວ່າ​ຈະເຮັດໃຫ້ຈີນມີອຳນາດ​ຫຼາຍ​ເກີນ​ໄປ​.

ບັນດານັກ​ການ​ເມືອງ​ກ່າວ​ວ່າ ອິນ​ເດຍ ​ແມ່ນ​ຄູ່​ຮ່ວມ​ມືທີ່ເປັນ​ທຳ​ມະ​ຊາດ​ຫຼາຍກວ່າ​ຂອງ ​ເນ​ປານ.

ທ່ານ ອາຈຸນ ນາຣາສິງຫາ ເຄ.ຊີ. (Arjun Narasingha K.C.) ຢູ່ພັກສະພາຂອງ ເນປານ ກ່າວວ່າ:

“ພວກ​ເຮົາ​ຢູ່​ລະຫວ່າງ​ສອງ​ປະ​ເທດ​ຍັກ​ໃຫຍ່, ດັ່ງ​ນັ້ນ​ພວກ​ເຮົາ​ຕ້ອງ​ຢືມເທັກໂນໂລຈີ ​ແລະ ຊັບພະຍາກອນ​ຂອງ​ທັງ​ສອງ​ຝ່າຍ, ​ແຕ່ທ່ານ​ຮູ້​ບໍ່​ວ່າ, ຍ້ອນ​ພູມ​ສາດ, ຍ້ອນ​ປະຫວັດສາດ, ຍ້ອນ​ສາສະໜາ, ພວກ​ເຮົາ​ຈຶ່ງໃກ້ຊິດ​ກັບ​ອິນ​ເດຍ. ພ້ອມ​ກັນ​ນັ້ນ, ການ​ພົວພັນ​ຂອງ​ພວກ​ເຮົາ​ກັບ​ອິນ​ເດຍ ກໍຈະຕ້ອງ​ບໍ່​ສົ່ງ​ຜົນ​ສະທ້ອນທີ່​ບໍ່​ດີ​ຕໍ່​ຈີນ.”

ໃນຂະນະ​ທີ່​ເນ​ປານ​ ຍັງສືບຕໍ່ຮັກສາຄວາມດຸ່ນດ່ຽງ, ​ເສັ້ນທາງ​ວົງແຫວນ​ອ້ອມ​ຮອບ​ນະຄອນ ຫຼວງ​ກາດ​ມານດູ​ແຫ່ງ​ນີ້​ ໄດ້ຖືກ​ຂະຫຍາຍ​ອອກ​ໄປໃນບໍດົນມານີ້ ດ້ວຍ​ໂຄງການ​ຮ່ວມ​ມື​ຈີນ-ເນ​ປານ. ບັນດາເຈົ້າຂອງທຸລະກິດແຄມທາງກ່າວວ່າ ພວກເຂົາພຽງແຕ່ມີຄວາມດີໃຈທີ່ໄດ້ ເຫັນການພັດທະນາບາງຢ່າງ.

ນາງ ກາບີຕາ ບາດາຣີ (Kabita Bhandari), ແພດການຢາ ກ່າວວ່າ:

"ດຽວນີ້ຮ້ານຂາຍເກີບ, ໂຮງແຮມ, ຮ້ານໂທລະສັບມືຖື ໄດ້ເປີດຢູ່ນີ້ໝົດແລ້ວ. ຮ້ານຂາຍ ເຄື່ອງເກົ່າໆກໍ​ຖືກ​ສ້ອມ​ແປງ​ຄືນ​ໃໝ່ ແລະ ປັບປຸງໃຫ້​ດີ​ຂຶ້ນ ແລະ ຖ້າເຈົ້າເບິ່ງລົງ​ໄປຕາມຖະຫນົນຫົນທາງ, ຮ້ານທີ່ເຄີຍຫວ່າງເປົ່າ, ຕອນນີ້ ແມ່ນເຕັມ ແລະຖືກຄອບຄອງແລ້ວ."

ໃນ​ຂະ​ນະ​ທີ່​ໂຄງການອື່ນໆຍັງຄົງຫຼ້າຊ້າຢູ່​, ການ​ຕໍ່ສູ້ເພື່ອຫົວໃຈ, ຄວາມຄິດ ແລະ ຖະໜົນຫົນທາງໃນເນປານ ລະຫວ່າງ​ອິນ​ເດຍ​ ແລະ​ຈີນ ຫຼ້າ​ຊ້າເຊັ່ນ​ດຽວ​ກັນ​.

ອ່ານລາຍງານເປັນພາສາອັງກິດຂ້າງລຸ່ມນີ້:

Highway and airport projects are yet to get off the ground in Nepal, as India and China compete for influence in the Himalayan country through infrastructure projects. Analysts and politicians say Nepal’s government is performing a balancing act to stay neutral in the contest. But Nepalis are growing frustrated at the lack of development. Henry Wilkins has more.

These rough, dusty tracks are where the Kathmandu-Terai Expressway was due to be finished this year. But the project that was supposed to link the capital to the country’s south is only one-quarter of the way done, local media reports say. And officials say it won’t be completed until 2027, at the earliest.

Residents along the route say they’re tired of the lack of progress.

Berung Tamang is a farmer. He says …

“The faster it is built, the faster the citizens of Nepal can develop. Also, this is an open area. The dust from the current road even makes it into our house. For the cows and animals, the dust gets into their food as well.”

Road construction has been held up in a court battle between Indian and Chinese companies who bid for the project.

India and China are vying for influence here largely by offering development projects and financing for them. The country is strategically important for both as the Himalayan mountain range, which runs through Nepal, forms a barrier between them.

Analysts say Nepal is walking a tightrope to stay neutral.

Shankar Tiwari is an adviser to Nepal’s previous government said:

"They just try to work attuned to their interest. Both the countries put their interest first before serving us. We need to tread consciously while taking any help from them. We don’t want to fall in the geopolitical quagmire."

Pokhara International Airport serves one of Nepal’s tourism hotspots. It was built by Chinese contractors with Chinese financing and opened in January 2023. It is yet to welcome any scheduled international flights, however. Local media say India is dragging its heels in allowing flights to go there because of the airport’s Chinese connections.

At least six other China-backed infrastructure projects are delayed, according to The Kathmandu Post. Analysts tell VOA the government is wary of finalizing the terms of the projects for fear of giving away too much power to China.

Politicians say that India is a more natural partner for Nepal.

Arjun Narasingha K.C. is with the Nepali Congress Party said:

"We are situated in between two giant countries, so we have to borrow the technology and resources of both sides. But you know, because of geography, because of history, because of religions, we are close to India. That we must say. At the same time, our relations with India must not give any negative impact to China."

As Nepal continues the balancing act, this stretch of the ring road round the capital, Kathmandu, recently expanded thanks to a Chinese-Nepali joint project. Roadside business owners say they are just happy to see some development.

Kabita Bhandari, Pharmacist, runs a pharmacy, said:

"Now shoe shops, hotels, cell phone shops have all opened here. The old shops have been renovated and improved and if you look down the road, the stores that used to be empty are now full and occupied."

As delays to other projects continue, so too does India and China’s battle for hearts, minds and roads in Nepal.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG