Svoboda | Graniru | BBC Russia | Golosameriki | Facebook

ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໘ ເມສາ ໒໐໒໔

ບັນດາຜູ້ສະໜັບສະໜູນພັກຝ່າຍຄ້ານ ຖືກຄວບຄຸມໂຕ ກ່ອນການປະທ້ວງຢູ່ທີ່ເຮືອນພັກຂອງທ່ານ ໂມດີ


ຕຳຫຼວດຄວບຄຸມໂຕ ບັນດາຜູ້ສະໜັບສະໜູນຂອງພັກ ອາມ ອາດມີ (Aam Aadmi) ໃນລະຫວ່າງການປະທ້ວງ ຫຼັງຈາກຜູ້ນຳຄົນສຳຄັນຂອງພັກ ແລະ ຫົວໜ້າຄະນະລັດຖະມົນຕີ ຂອງ ເດລີ ທ່ານ ອາວິນ ເກຈຣີວາລ ໄດ້ຖືກຈັບໂດຍໜ່ວຍງານບັງຄັບໃຊ້ກົດໝາຍ, ອົງການອາຊະຍາກໍາທາງດ້ານການເງິນຂອງອິນເດຍ, ໃນ ນະຄອນຫຼວງນິວ ເດລີ, ວັນທີ 26 ມີນາ, 2024.
ຕຳຫຼວດຄວບຄຸມໂຕ ບັນດາຜູ້ສະໜັບສະໜູນຂອງພັກ ອາມ ອາດມີ (Aam Aadmi) ໃນລະຫວ່າງການປະທ້ວງ ຫຼັງຈາກຜູ້ນຳຄົນສຳຄັນຂອງພັກ ແລະ ຫົວໜ້າຄະນະລັດຖະມົນຕີ ຂອງ ເດລີ ທ່ານ ອາວິນ ເກຈຣີວາລ ໄດ້ຖືກຈັບໂດຍໜ່ວຍງານບັງຄັບໃຊ້ກົດໝາຍ, ອົງການອາຊະຍາກໍາທາງດ້ານການເງິນຂອງອິນເດຍ, ໃນ ນະຄອນຫຼວງນິວ ເດລີ, ວັນທີ 26 ມີນາ, 2024.

ຕຳຫຼວດໃນນະຄອນຫຼວງຂອງອິນເດຍ ໄດ້ຈັບໂຕພວກສະໜັບສະໜຸນຝ່າຍຄ້ານຫຼາຍສິບຄົນ ໃນວັນອັງຄານທີ່ຜ່ານມາ ໃນຂະນະທີ່ພວກເຂົາພະຍາຍາມເດີນຂະບວນໄປທີ່ເຮືອນຂອງນາຍົກລັດຖະມົນຕີ ນາເຣນດຣາ ໂມດີ (Narendra Modi) ເພື່ອປະທ້ວງຕໍ່ຕ້ານການຈັບກຸມ ຫົວໜ້າຄະນະລັດຖະມົນຕີຂອງ ນິວເດລີ, ທ່ານ ອາວິນ ເກຈຣີວາລ (Arvind Kejriwal) ໃນອາທິດແລ້ວນີ້, ອີງຕາມອົງການຂ່າວຣອຍເຕີສ໌.

ທ່ານ ເກຈຣີວາລ (Kejriwal), ເຊິ່ງເປັນຜູ້ນໍາຝ່າຍຄ້ານຄົນສໍາຄັນທີ່ພັກ ອາມ ອາດມີ (Aam Aadmi) ຫຼື AAP ຂອງທ່ານນັ້ນ ໄດ້ປົກຄອງດິນແດນນະຄອນຫຼວງຂອງປະເທດ ມາໄດ້ນຶ່ງທົດສະວັດ, ໄດ້ຖືກຈັບໂດຍອົງການຕໍ່ຕ້ານອາຊະຍາກໍາທາງດ້ານການເງິນ ໃນຂໍ້ກ່າວຫາວ່າ ສໍ້ລາດບັງຫຼວງ ທີ່ກ່ຽວຂ້ອງກັບນະໂຍບາຍເຄື່ອງດື່ມມືນເມົາຂອງເມືອງ, ບໍ່ເທົ່າໃດອາທິດກ່ອນທີ່ອິນເດຍຈະເລີ່ມລົງຄະແນນສຽງໃນການເລືອກຕັ້ງທົ່ວໄປ ໃນວັນທີ 19 ເມສານີ້.

ທ່ານໄດ້ຖືກສົ່ງຕົວໄປໃຫ້ ອົງການບັງຄັບໃຊ້ກົດໝາຍທີ່ມີຫຼາຍໜ່ວຍງານທີ່ທຳການສືບສວນສອບສວນ ເພື່ອຄວບຄຸມຕົວໄວ້ ຈົນເຖິງວັນທີ 28 ມີນານີ້, ໂດຍທະນາຍຄວາມຂອງສຳນັກງານດັ່ງກ່າວ ໄດ້ໂຕ້ແຍ້ງວ່າ ທ່ານເປັນ "ຫົວໂປ່" ໃນຄະດີນີ້ ແລະຈໍາເປັນຕ້ອງຖືກສອບປາກຄໍາ.

ພັກຂອງທ່ານ ເກຈຣີວາລ (Kejriwal) ທີ່ບັນດາຜູ້ນຳຫຼັກທັງໝົດຂອງພັກ ໄດ້ຖືກຂັງຄຸກ ຍ້ອນກ່ຽວຂ້ອງກັບຄະດີດັ່ງກ່າວ, ກ່າວວ່າທ່ານໄດ້ຖືກຈັບກຸມໂດຍ “ບໍ່ຖືກຕ້ອງ” ໃນ “ຄະດີທີ່ຖືກສ້າງຂຶ້ນມາ”. ລັດຖະບານກາງ ແລະພັກ ບາຣາຕີຢາ ຈານາຕາ (Bharatiya Janata) ຫຼື BJP ຂອງ ທ່ານ ໂມດີ ປະຕິເສດຕໍ່ການແຊກແຊງທາງດ້ານການເມືອງ.

​ໃນ​ວັນ​ອັງຄານວານນີ້ ບັນດາຜູ້​ສະໜັບສະໜຸນ​ທ່ານ ເກຈຣີວາລ (Kejriwal) ​ໄດ້​ພະຍາຍາມ​ເດີນ​ຂະ​ບວນ​ໄປ​ທີ່​ເຮືອນພັກຂອງ​ທ່ານ ໂມດີ ​ແຕ່​ໄດ້​ຖືກ​ຕຳຫຼວດ​ຢຸດ​ໄວ້ ຢູ່​ຈຸດ​ທີ່​ພວກ​ເຂົາ​ເຈົ້າ​ເຕົ້າ​ໂຮມກັນ ຊຶ່ງ​ຢູ່​ຫ່າງ​ອອກໄປ​ປະມານ 5 ກິ​ໂລ​ແມັດ ຫຼື 3 ໄມ.

​ພາບ​ທາງ​ໂທລະພາບ​ໄດ້​ສະ​ແດງ​ໃຫ້​ເຫັນບັນດາຜູ້​ປະ​ທ້ວງ​ຫລາຍ​ຄົນ​ນັ່ງ​ຢູ່​ກັບ​ພື້ນ​ດິນ ​ແລະ​ຮ້ອງໂຮ​ຄຳ​ຂວັນ ​ໃນ​ຂະນະ​ທີ່​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ພະຍາຍາມ​ດຶງ​ເຂົາ​ເຈົ້າ​ຂຶ້ນ​ລົດ​ເມ.

ອ່ານຂ່າວນີ້ເປັນພາສາອັງກິດ:

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG